ຫົວໜ່ວຍທີ່ມີໜ້າທີ່ລາຍງານ.

   ຫົວໜ່ວຍທີ່ມີໜ້າທີ່ລາຍງານ ແມ່ນ ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີພັນທະລາຍງານຂໍ້ມູນ ຫຼື ການເຄື່ອນໄຫວທີ່ສົງໄສວ່າເປັນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕໍ່ສຳນັກງານຂໍ້ມູນຕ້ານການຟອກເງິນ.

     ຫົວໜ່ວຍທີ່ມີໜ້າທີ່ລາຍງານ ມີຄື ສະຖາບັນການເງິນ ແລະ ສະຖາບັນທີ່ບໍ່ນອນໃນຂະແໜງການ ການເງິນ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:

   1. ສະຖາບັນການເງິນ ໝາຍເຖິງ ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກ, ບໍລິສັດ ໃຫ້ກູ້ຢືມ ແລະ ໃຫ້ສິນເຊື່ອທຸກປະເພດ, ໂຮງຊວດຈຳ, ບໍລິສັດເຊົ່າສິນເຊື່ອ, ບໍລິສັດຮັບບໍລິ ການໂອນເງິນ, ຮ້ານແລກປ່ຽນເງິນຕາ, ບໍລິສັດປະກັນໄພ, ບໍລິສັດຫຼັກຊັບ, ບໍລິສັດບໍລິຫານ ຊັບສິນ ຫຼື ອື່ນໆ;

   2. ສະຖາບັນທີ່ບໍ່ນອນໃນຂະແໜງການເງິນ ໝາຍເຖິງ ບໍລິສັດ ຫຼື ຕົວແທນຈຳໝ່າຍ ແລະ ບໍລິຫານເຄື່ອງມືການຊຳລະທາງດ້ານການເງິນ, ບໍລິສັດຕົວແທນຊື້-ຂາຍ ອະສັງຫາລິມະຊັບ, ທຸລະກິດ ຊື້-ຂາຍວັດຖຸມີຄ່າ ແລະ ເຄື່ອງເກົ່າ, ສະພາທະນາຍຄວາມ ຫຼື ວິສາຫະກິດກົດໝາຍ, ອົງການທະບຽນ ສານ, ບໍລິສັດກວດສອບບັນຊີ, ກາຊີໂນ ຫຼື ອື່ນໆ.

ການລາຍງານ.

    ຫົວໜ່ວຍທີ່ມີໜ້າທີ່ລາຍງານ ມີພັນທະຕ້ອງລາຍງານທຸລະກຳຕ່າງໆ ຕາມທີ່ໄດ້ກຳນົດໃນກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ສຳນັກງານຂໍ້ມູນຕ້ານການຟອກເງິນ ເຊັ່ນ:

 1. ທຸລະກຳສົງໄສວ່າເປັນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;

 2. ທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ;

 3. ທຸລະກຳອື່ນຕາມການກຳນົດຂອງສຳນັກງານຂໍ້ມູນຕ້ານການຟອກເງິນ.

ດາວໂຫຼດແບບພິມ ແລະ ຄູ່ມື ການລາຍງານ.

ແບບພິມ ການລາຍງານທຸລະກຳທີ່ສົງໄສ (Suspicious Transaction Report - STR)  

ໜ້າປົກການລາຍງານທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ (Cash Transaction Report - CTR)  

ແບບພິມ ການລາຍງານທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ (Cash Transaction Report - CTR) ສຳລັບບຸກຄົນ  

ແບບພິມ ການລາຍງານທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ (Cash Transaction Report - CTR) ສຳລັບນິຕິບຸກຄົນ  

ແບບພິມ ການລາຍງານ ການແຈ້ງ ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນໃນເວລາ ເຂົ້າ-ອອກ ສປປ ລາວ (Cross Border Report - CBR)    

ຄູ່ມືການນຳໃຊ້ລະບົບການລາຍງານ ຜ່ານລະບົບອອນລາຍ ຂອງ ສຕຟງ  

* ທ່ານສາມາດລາຍງານທຸລະກຳທີ່ສົງໄສ ແລະ ການລາຍງານອື່ນໆຜ່ານລະບົບອອນລາຍໄດ້ທີ່ :