ການຟອກເງິນແມ່ນຫຍັງ? ວີດີໂອຜີຍແຜ່ຄວາມຮູ້ຈາກສຳນັກງານຂໍ້ມູນຕ້ານການຟອກເງິນ

ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ວີດີໂອກາຕູນເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ


**ຄວາມຮູ້ກ່ຽວກັບວຽກງານ AML/CFT**


ຄວາມຮູ້ກ່ຽວກັບການຟອກເງິນ.

ການຟອກເງິນ ແມ່ນ ການປ່ຽນຮູບ, ນຳໃຊ້, ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງ ຂອງເງິນ ຫຼື ຊັບສິນອື່ນ ທີ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນນັ້ນ ມາຈາກການກະທຳຜິດຕົ້ນ ເພື່ອປົກປິດ ຫຼື ຊຸກເຊື່ອງ ຄຸນລັກສະນະ, ທີ່ມາຂອງເງິນ, ທີ່ຕັ້ງ ຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວ ຖືກຕ້ອງຕາມກົດໝາຍ.

ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນ ການເຄື່ອນໄຫວໂດຍເຈດຕະນາ ທັງທາງກົງ ແລະ ທາງອ້ອມ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ພະຍາຍາມໃຫ້, ຮິບໂຮມ, ຈັດຫາທຶນ ທີ່ຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ທັງໝົດ ຫຼື ບາງສ່ວນ ເພື່ອສະໜອງໃຫ້ແກ່ການກໍ່ການຮ້າຍ ຫຼື ຜູ່ກໍ່ການຮ້າຍ ຫຼື ການກະທຳທີ່ພົວພັນກັບການກໍ່ການຮ້າຍໂດຍສະເພາະ ເຖິງວ່າທຶນນັ້ນ ຈະຖືກນຳໃຊ້ ຫຼື ບໍ່ນຳໃຊ້ ເຂົ້າໃນການກະທຳຕົວຈິງກໍຕາມ.


ຄຳສັ່ງວ່າດ້ວຍ ການກັກ ການຍຶດ ແລະ ການອາຍັດ ທຶນ ທີ່ກ່ຽວຂ້ອງກັບການສະຫນອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ(ກົດເບິ່ງທີ່ນີ້)


ຄຳສັ່ງວ່າດ້ວຍ ການກັກ, ການຍຶດ ແລະ ການອາຍັດ ທຶນທີ່ພົວພັນກັບຜູ່ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ການກະທຳຜິດທີ່ເປັນການຟອກເງິນ