ການເຄື່ອນໄຫວຂອງ ສຕຟງ

    ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ມີການເຄື່ອນໄຫວ ແລະ ກິດຈະກຳຕ່າງໆ ເພື່ອສ້າງຄວາມເຂັ້ມແຂງ ແລະ ພັດທະນາຄວາມຮູ້ຄວາມສາມາດ ດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນຕົ້ນແມ່ນ ການເຂົ້າຮ່ວມກອງປະຊຸມ, ການຝຶກອົມຮົບ ແລະ ສຳມະນາອື່ນໆ.


ກອງປະຊຸມການປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນ ຂອງ ສປປ ລາວ ຕິດພັນກັບໄພຂົ່ມຂູ່ ຫຼື ການກະທຳຜິດທາງອາຍາ ທີ່ມີຄວາມສ່ຽງຕໍ່ການຟອກເງິນ ທີ່ແຂວງຫຼວງນ້ຳທາ ໃນວັນທີ 20-21 ມີນາ 2024

ການປະເມີນໃນຄັ້ງນີ້ແມ່ນເພື່ອແກ້ໄຂຂໍ້ຄົງຄ້າງ ຕາມບົດປະເມີນຜົນຂອງ ສປປ ລາວ ຄັ້ງທີ II (Lao PDR Mutual Evaluation Report 2023 “MER”) ທີ່ຖືກຮັບຮອງໃນເດືອນ ຕຸລາ 2023 ແລະ ຜົນການປະເມີນຊີ້ໃຫ້ເຫັນວ່າ ບໍ່ສາມາດປະຕິບັດຕາມມາດຖານຂອງອົງການຕ້ານການຟອກເງິນສາກົນ ຈຶ່ງເຮັດໃຫ້ ສປປ ລາວ ຕົກຢູ່ໃນບັນຊີຕິດຕາມແບບໃກ້ສິດ ແລະ ເຂັ້ມງວດ (Enhance Expedited Follow-up Report) ຂອງກຸ່ມອາຊີປາຊິຟິກ ເພື່ອຕ້ານການຟອກເງິນ (Asia Pacific on Anti-Money Laundering “APG”) ຈຶ່ງຕ້ອງໄດ້ແກ້ໄຂຂໍ້ຄົງຄ້າງທີ່ເປັນວຽກບຸລິມະສິດພາຍໃຕ້ບົດປະເມີນດັ່ງກ່າວ ໃນຊ່ວງໄລຍະເວລາ 01 ປີ (10/2023 – 10/2024). ກອງປະຊຸມຂອງໄດ້ເນັ້ນໃສ່ເນື້ອໃນການຕອບແບບສອບຖາມ 02 ສະບັບ 1) ແບບສອບຖາມສະເພາະການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ທີ່ມີຂໍ້ຫາການຟອກເງິນ ແລະ 2) ແບບສອບຖາມສະເພາະຄະດີການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ຂໍ້ມູນໄລຍະ 05 ປີ ຍ້ອນຫຼັງ 2018 ຫາ 2022 ຊຶ່ງຂໍ້ມູນຕ່າງໆ ຈະເປັນພື້ນຖານໃນການວິເຄາະລະດັບຄວາມສ່ຽງຂອງບັນດາພຶດຕິກໍາຂອງການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ທີ່ຕິດພັນກັບແຕ່ລະພາກສ່ວນ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ສາມາດກຳນົດໄດ້ຄວາມປ່ຽນແປງຄວາມຜິດຕົ້ນທີ່ເປັນບູລິມະສິດລະດັບຄວາມສ່ຽງ ຕໍ່າ, ກາງ ຫຼື ສູງ.


ກອງປະຊຸມການປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນ ຂອງ ສປປ ລາວ ຕິດພັນກັບໄພຂົ່ມຂູ່ ຫຼື ການກະທຳຜິດທາງອາຍາ ທີ່ມີຄວາມສ່ຽງຕໍ່ການຟອກເງິນ ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນວັນທີ 18-19 ມີນາ 2024

ການປະເມີນໃນຄັ້ງນີ້ແມ່ນເພື່ອແກ້ໄຂຂໍ້ຄົງຄ້າງ ຕາມບົດປະເມີນຜົນຂອງ ສປປ ລາວ ຄັ້ງທີ II (Lao PDR Mutual Evaluation Report 2023 “MER”) ທີ່ຖືກຮັບຮອງໃນເດືອນ ຕຸລາ 2023 ແລະ ຜົນການປະເມີນຊີ້ໃຫ້ເຫັນວ່າ ບໍ່ສາມາດປະຕິບັດຕາມມາດຖານຂອງອົງການຕ້ານການຟອກເງິນສາກົນ ຈຶ່ງເຮັດໃຫ້ ສປປ ລາວ ຕົກຢູ່ໃນບັນຊີຕິດຕາມແບບໃກ້ສິດ ແລະ ເຂັ້ມງວດ (Enhance Expedited Follow-up Report) ຂອງກຸ່ມອາຊີປາຊິຟິກ ເພື່ອຕ້ານການຟອກເງິນ (Asia Pacific on Anti-Money Laundering “APG”) ຈຶ່ງຕ້ອງໄດ້ແກ້ໄຂຂໍ້ຄົງຄ້າງທີ່ເປັນວຽກບຸລິມະສິດພາຍໃຕ້ບົດປະເມີນດັ່ງກ່າວ ໃນຊ່ວງໄລຍະເວລາ 01 ປີ (10/2023 – 10/2024). ກອງປະຊຸມຂອງໄດ້ເນັ້ນໃສ່ເນື້ອໃນການຕອບແບບສອບຖາມ 02 ສະບັບ 1) ແບບສອບຖາມສະເພາະການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ທີ່ມີຂໍ້ຫາການຟອກເງິນ ແລະ 2) ແບບສອບຖາມສະເພາະຄະດີການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ຂໍ້ມູນໄລຍະ 05 ປີ ຍ້ອນຫຼັງ 2018 ຫາ 2022 ຊຶ່ງຂໍ້ມູນຕ່າງໆ ຈະເປັນພື້ນຖານໃນການວິເຄາະລະດັບຄວາມສ່ຽງຂອງບັນດາພຶດຕິກໍາຂອງການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ທີ່ຕິດພັນກັບແຕ່ລະພາກສ່ວນ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ສາມາດກຳນົດໄດ້ຄວາມປ່ຽນແປງຄວາມຜິດຕົ້ນທີ່ເປັນບູລິມະສິດລະດັບຄວາມສ່ຽງ ຕໍ່າ, ກາງ ຫຼື ສູງ.


ເຜີຍແຜ່ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃຫ້ແກ່ບັນດາຄູ-ອາຈານ ທີ່ເປັນເປົ້າໝາຍນັກວິທະຍາກອນ ທີ່ຫ້ອງປະຊຸມ ສທຄ

ໃນວັນທີ 16 ກຸມພາ 2024, ຄະນະຮັບຜິດຊອບ ຈາກສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ສະຖາບັນການທະນາຄານ (ສທຄ) ໄດ້ຈັດສໍາມະນາ ເຜີຍແຜ່ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃຫ້ແກ່ບັນດາຄູ-ອາຈານ ທີ່ເປັນເປົ້າໝາຍນັກວິທະຍາກອນ ທີ່ຫ້ອງປະຊຸມ ສທຄ. ເຊິ່ງໄດ້ຮັບກຽດເປັນປະທານ ແລະ ກ່າວເປີດພິທີໂດຍ ທ່ານ ປອ. ສົມປະສົງ ພົມມະສານ, ຮອງຜູ້ອໍານວຍການສະຖາບັນການທະນາຄານ, ຮ່ວມບັນຍາຍ ວຽກງານດັ່ງກ່າວໂດຍ ທ່ານ ຈິນດາໄມ ວິໄລຫົງສ໌, ວ່າການຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ນາພູຄໍາ ຄໍາພູແສງ, ຮອງຫົວໜ້າພະແນກນິຕິກໍາ ແລະ ຮ່ວມມືສາກົນ, ຊຶ່ງມີຜູ້ເຂົ້າຮ່ວມທີ່ເປັນຄູອາຈານ ສທຄ ແລະ ພະນັກງານຈາກ ສຕຟງ ທັງໝົດ ຈໍານວນ 15 ທ່ານ. ຈຸດປະສົງຂອງການຈັດສໍາມະນາເຜີຍແຜ່ດັ່ງກ່າວ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານ AML/CFT ໃຫ້ບັນດາຄູອາຈານ ສທຄ ທີ່ເປັນເປົ້າໝາຍນັກວິທະຍາກອນ ໃຫ້ມີຄວາມຮັບຮູ້ເຂົ້າໃຈຫຼາຍຂຶ້ນ ເພື່ອຈະໄດ້ນໍາເອົາໄປຜັນຂະຫຍາຍເຂົ້າໃນການສິດສອນໃນຫຼັກສູດການຮຽນການສອນ ກ່ຽວກັບວຽກງານ AML/CFT ທີ່ຈະມີຂຶ້ນໃນໄລຍະອັນໃກ້ນີ້, ພ້ອມທັງເປັນການຜັນຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍ ໃຫ້ສໍາເລັດຜົນຄາດໝາຍທີ່ໄດ້ວາງໄວ້


ພິທີມອບ-ຮັບ ເຄື່ອງອຸປະກອນເພື່ອຮັບໃຊ້ເຂົ້າໃນວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT)

ໃນຕອນບ່າຍ ວັນທີ 09 ກຸມພາ 2024, ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (The Institute for Legal Support and Technical Assistance “ILSTA”) ໄດ້ຈັດພິທີມອບ-ຮັບ ເຄື່ອງອຸປະກອນເພື່ອຮັບໃຊ້ເຂົ້າໃນວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ທີ່ຫ້ອງການສໍານັກງານຂໍ້ມູນຕ້ານການຟອກເງິນ. ເຂົ້າຮ່ວມພິທີໃນຄັ້ງນີ້ ປະກອບມີ ທ່ານ ຈິນດາໄມ ວິໄລຫົງສ໌, ວ່າການຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າກົມຮ່ວມມືສາກົນ, ທະນາຄານແຫ່ງ ສປປ ລາວ. ທ່ານ Richard Philippart, ຜູ້ອຳນວຍການໃຫຍ່ ສະຖາບັນ ILSTA ພ້ອມດ້ວຍຄະນະຊ່ຽວຊານ ແລະ ຄະນະກົມ ແລະ ຄະນະພະແນກຕາງໜ້າຈາກ ສຕຟງ ຈໍານວນໜື່ງ. ນັບແຕ່ປີ 2015 ເປັນຕົ້ນມາ ສະຖາບັນດັ່ງກ່າວໄດ້ໃຫ້ຮັບງົບປະມານຈາກ ກະຊວງການເງິນ ປະເທດລຸກຊໍາບວກ ເພື່ອມາໃຫ້ການຊ່ວຍເຫຼືອຫຼາຍຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ໃນນັ້ນລວມມີ ຂົງເຂດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ຊຶ່ງການຊ່ວຍເຫຼືອກໍ່ມີຫຼາກຫຼາຍຮູບການ ເປັນຕົ້ນ ການຈັດພີມປື້ມກົດໝາຍ AML/CFT, ປື້ມໂນດ, ບິກ, ແຜ່ນໂບຊົວ, ແຜ່ນໂປດສເຕີ, ເສື້ອໂປໂລ, ການຝຶກອົບຮົມ ແລະ ການສະໜັບສະໜູນງົບປະມານຈໍານວນໜຶ່ງໃນການລົງເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ໃນຕອນບ່າຍຂອງວັນດຽວກັນ ສະຖາບັນ ILSTA ກໍ່ໄດ້ມອບອຸປະກອນເອເລັກໂຕນິກຈໍານວນໜື່ງ ໃຫ້ແກ່ ສຕຟງ ເພື່ອຮັບໃຊ້ເຂົ້າໃນວຽກງານການແກ້ໄຂຂໍ້ຄົງຄ້າງ ແລະ ວຽກງານການປະເມີນຄວາມສ່ຽງແຫ່ງຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2024

ໃນຕອນບ່າຍຂອງ ວັນທີ 22 ມັງກອນ 2024, ເວລາ 13:30-16:00 ໂມງ, ທີ່ ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2024 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ). ພ້ອມນີ້, ກໍມີບັນດາ ສະມາຊິກຄະນະກໍາມະການເເຫ່ງຊາດ, ຄະນະກົມຈາກກະຊວງກ່ຽວຂ້ອງ ແລະ ກອງເລຂາ ເຂົ້າຮ່ວມກອງປະຊຸມ ຈຳນວນ 35 ກວ່າທ່ານ. ກອງປະຊຸມໃນຄັ້ງນີ້ ກອງເລຂາ ກໍ່ຄື ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ນໍາສະເໜີກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໃນການແກ້ໄຂຂໍ້ຄົງຄ້າງວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໄລຍະຜ່ານມາ ແລະ ຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ). ພ້ອມດຽວກັນນີ້, ກອງປະຊຸມ ກໍຍັງໄດ້ເນັ້ນໜັກໃຫ້ບັນດາກະຊວງທີ່ຕິດພັນເອົາໃຈໃສ່ຕໍ່ກັບການຈັດຕັງປະຕິບັດຕາມແຜນວຽກບຸລິມະສິດຕາມຜົນຂອງບົດລາຍງານການປະເມີນຜົນຮອບດ້ານ ຂອງ ສປປ ລາວ ທີ່ຖືກຮັບຮອງໃນກອງປະຊຸມປະຈຳປີ 2023 ຂອງກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນໂດຍສະເພາະບັນດາແຜນວຽກການແກ້ໄຂບັນຫາ ຂໍ້ຄົງຄ້າງຈາກການປະເມີນວຽກງານ ຕ້ານສະກັດກັ້ນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ແຕ່ລະກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ທັງດ້ານນິຕິກຳ (Technical Compliance “TC”) ແລະ ດ້ານປະສິດທິຜົນ (Immediate Outcomes “IO”). ນອກຈາກນີ້, ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ຄະນະ ຄຕຟງ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ເພີ່ມທະວີຊຸກຍູ້, ຊີ້ນໍາ ບັນດາກົມກອງຂອງກະຊວງອົງການຈັດຕັ້ງຂອງຕົນ ກໍ່ຄືບັນດາຄະນະຊ່ວຍວຽກ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຕື່ນຕົວ ແລະ ຍົກສູງພາລະບົດບາດໃນຄວາມຮັບຜິດຊອບ ຕໍ່ການຈັດຕັ້ງປະຕິບັດຕົວຈິງຕາມຄາດໝາຍສູ້ຊົນ ໃຫ້ສໍາເລັດ ຫຼື ມີຄວາມຄືບໜ້າ ຕາມແຜນກໍານົດ.


ຮ່າງກົດໝາຍ ວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບປັບປຸງ ຢູ່ບັນດາແຂວງພາກກາງ ທີ່ນະຄອນຫຼວງວຽງຈັນ

ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ກໍ່ຄືຄະນະຮັບຜິດຊອບຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 50/ສພຊ, ລົງວັນທີ 14 ກໍລະກົດ 2014 ໄດ້ຈັດກອງປະຊຸມທາບທາມເປີດກວ້າງຂື້ນ ໃນວັນທີ 15 ມັງກອນ 2024 ທີ່ສະໂມສອນໃຫຍ່ສະຖາບັນທະນາຄານ. ກອງປະຊຸມໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ ຊຶ່ງລວມມີມີຜູ້ເຂົ້າຮ່ວມຈາກພາກສ່ວນລັດ ແລະ ພາກສ່ວນເອກະຊົນ.ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເປັນການຈັດຕັ້ງຜັນຂະຫຍາຍແຜນວຽກໃນການສ້າງ ແລະ ປັບປຸງນິຕິກໍາຂອງ ທະນາຄານແຫ່ງ ສປປ ລາວ ພ້ອມທັງເປັນການລະດົມຄໍາຄິດເຫັນຈາກພາກສ່ວນຈັດຕັ້ງປະຕິບັດຕົວຈິງ ໃນຂັ້ນທ້ອງຖິ່ນ ເພື່ອໃຫ້ເນື້ອໃນຂອງຮ່າງກົດໝາຍດັ່ງກ່າວ ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງພາຍໃນ ສປປ ລາວ. ນອກຈາກນີ້, ຍັງເປັນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ພາກສ່ວນກ່ຽວຂ້ອງ ຕໍ່ກັບໃນເນື້ອໃນຂອງຮ່າງກົດໝາຍ ທີ່ຕິດພັນກັບພາລະບົດບາດຂອງຕົນ ແນໃສ່ເພື່ອໃຫ້ສາມາດດໍາເນີນຂັ້ນຕອນຕໍ່ໄປໃນການປັບປຸງ ແລະ ນໍາສະເໜີຕໍ່ລັດຖະບານ ແລະ ສະພາແຫ່ງຊາດໃຫ້ທັນຕາມກໍານົດເວລາ.


ຮ່າງກົດໝາຍ ວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບປັບປຸງ ຢູ່ບັນດາແຂວງພາກເໜືອ ທີ່ແຂວງອຸດົມໄຊ

ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ກໍ່ຄືຄະນະຮັບຜິດຊອບຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບປັບປຸງ ໄດ້ຈັດອງປະຊຸມທາບທາມເປີດກວ້າງຮ່າງກົດໝາຍດັ່ງກ່າວ ຢູ່ບັນດາແຂວງພາກເໜືອ ທີ່ແຂວງອຸດົມໄຊ ໃນລະຫວ່າງວັນທີ 10-11 ມັງກອນ 2024 ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ເພື່ອປະຕິບັດຕາມແຜນວຽກໃນການສ້າງ ແລະ ປັບປຸງນິຕິກໍາ ກໍ່ຄືກົດໝາຍດັ່ງກ່າວ ໃນຂັ້ນຕອບການທາບທາມເປີດກ້ວາງທົ່ວປະເທດ (ຂັ້ນສູນກາງ ແລະ ທ້ອງຖິ່ນ) ຕໍ່ກັບເນື້ອໃນມາດຕາຂອງກົດໝາຍ ທີ່ຈະຮັບການປັບປຸງ ໃຫ້ສອດຄ່ອນກັບມາດຕະຖານສາກົນ, ຫຼັກການນິຕິກໍາ ແລະ ສະພາບຕົວຈິງ ພາຍໃນ ສປປ ລາວ ຊຶ່ງກອງປະຊຸມຈະດໍາເນີນໄປເປັນເວລາ 1ວັນ (1ວັນ ສໍາລັບພາກສ່ວນລັດ ແລະ ອີກ1ວັນ ສໍາລັບພາກສ່ວນເອກະຊົນ) ພ້ອມດຽວກັນນີ້, ເພື່ອຮັປະກັນດ້ານການເຜີຍແຜ່ ໃຫ້ບັນດຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ຄວາມເຂົ້າໃນ ໃນສ່ວນທີ່ຕິດພັນກັບພາລະບົດບາດຂອງທ່ານ ທັງສາມາດໄດ້ຖອດຖອນຈາກກອງປະຊຸມໃນຄັ້ງນີ້ ແລະ ຄະນະຮັບຜິດຄົ້ນຄວ້າປັບປຸງກົດໝາຍດັ່ງກ່າວເອງ ກໍ່ສາມາດໝູນໃຊ້ຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆ ເຂົ້າໃນການປັບປຸງເນື້ອໃນມາດຕາຂອງກົດໝາຍ ວ່າດ້ວຍ ຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບປັບປຸງ ຕາມແຜນວຽກ ແລະ ກໍານົດເວລາ. ສະນັ້ນ, ກອງປະຊຸມໃນຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສໍາຄັນ ຢ່າງຍິ່ງຕໍ່ກັບປະຕິບັດຕາມຂັ້ນຕອນການສ້າງ ແລະ ປັບປຸງ ກົດໝາຍກົດໝາຍ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກໍາ ຂອງ ສປປ ລາວ ເພື່ອໃຫ້ສາມາດດໍາເນີນຂັ້ນຕອນຕໍ່ໄປໃນການປັບປຸງ ແລະ ນໍາສະເໜີຕໍ່ລັດຖະບານ ແລະ ສະພາແຫ່ງຊາດໃຫ້ທັນຕາມກໍານົດເວລາ.


ກອງປະຊຸມທາບທາມເປີດກວ້າງກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ຢູ່ບັນດາແຂວງພາກໃຕ້

ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ກໍ່ຄືຄະນະຮັບຜິດຊອບຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 50/ສພຊ, ລົງວັນທີ 14 ກໍລະກົດ 2014 ໂດຍຮ່ວມມືກັບ ທະນາຄານແຫ່ງ ສປປ ລາວ ພາກໃຕ້ທີ່ແຂວງຈໍາປາສັກ ໄດ້ຈັດກອງປະຊຸມທາບທາມເປີດກວ້າງຂື້ນ ໃນລະຫວ່າງວັນທີ 10-11 ມັງກອນ 2024 ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງ ຈຳປາສັກ ໂດຍມີ ບັນດາພະແນກການ ແລະ ຂະແໜງການກ່ຽວຂ້ອງ ລວມທັງ ທະນາຄານທຸລະກິດ ແລະ ສະຖາບັນການເງິນ ພາຍໃນແຂວງຈໍາປາສັກ ແລະ ແຂວງອ້ອມຂ້າງ (ແຂວງເຊກອງ, ສາລະວັນ, ອັດຕະປື, ສະຫວັນນະເຂດ ແລະ ຄໍາມ່ວນ) ກໍ່ໄດ້ເຂົ້າຮ່ວມ. ຊຶ່ງກອງປະຊຸມໄດ້ດໍາເນີນໄປເປັນເວລາ 2 ວັນ (1 ວັນ ສໍາລັບພາກສ່ວນລັດ ແລະ 1 ວັນ ສໍາລັບພາກສ່ວນເອກະຊົນ). ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເປັນການຈັດຕັ້ງຜັນຂະຫຍາຍແຜນວຽກໃນການສ້າງ ແລະ ປັບປຸງນິຕິກໍາຂອງ ທະນາຄານແຫ່ງ ສປປ ລາວ ພ້ອມທັງເປັນການລະດົມຄໍາຄິດເຫັນຈາກພາກສ່ວນຈັດຕັ້ງປະຕິບັດຕົວຈິງ ໃນຂັ້ນທ້ອງຖິ່ນ ເພື່ອໃຫ້ເນື້ອໃນຂອງຮ່າງກົດໝາຍດັ່ງກ່າວ ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງພາຍໃນ ສປປ ລາວ. ນອກຈາກນີ້, ຍັງເປັນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ພາກສ່ວນກ່ຽວຂ້ອງ ຕໍ່ກັບໃນເນື້ອໃນຂອງຮ່າງກົດໝາຍ ທີ່ຕິດພັນກັບພາລະບົດບາດຂອງຕົນ ແນໃສ່ເພື່ອໃຫ້ສາມາດດໍາເນີນຂັ້ນຕອນຕໍ່ໄປໃນການປັບປຸງ ແລະ ນໍາສະເໜີຕໍ່ລັດຖະບານ ແລະ ສະພາແຫ່ງຊາດໃຫ້ທັນຕາມກໍານົດເວລາ.


ການສ້າງຂະບວນການວຽກງານວິຊາສະເພາະຂອງຄະນະບໍລິຫານງານຊາວໜຸ່ມຮາກຖານ ທຫລ

ໃນວັນອັງຄານຕອນບ່າຍວັນທີ 31 ຕຸລາ 2023 ເວລາ 13:00 ໂມງ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 7 ທະນາຄານແຫ່ງ ສປປ ລາວ ໄດ້ສ້າງຂະບວນການວຽກງານວິຊາສະເພາະຂອງຄະນະບໍລິຫານງານຊາວໜຸ່ມຮາກຖານ ທຫລ. ໃນຫົວຂໍ້: "ການຕິດຕາມ-ກວດກາວຽກງານ AML/CFT, ວຽກງານຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ສະພາບການລົ້ມລະລາຍຂອງທະນາຄານທຸລະກິດຢູ່ ສ.ອາເມລິກາ"


ຂະບວນການກິລາມິດຕະພາບບານເຕະ ແລະ ເປຕັງ ເພື່ອຂຳ່ນັບຮັບຕ້ອນວັນສ້າງຕັ້ງຊາວໝຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ໃນຕອນແລງ ຂອງວັນທີ 20 ຕຸລາ 2023 ເວລາ 18:00 ໂມງ ທີ່ເດີ່ນເຕະບານເຟີຮາລີ, ສຳນັກງານຂໍ້ມູນຕ້ານການຟອກເງິນ, ບໍລິສັດຂໍ້ມູນຂ່າວສານສິນເຊື່ອ ແລະ ກົມທະບຽນ ແລະ ຄຸ້ມຄອງວິສະຫາກຳ ແລະ ການຄ້ານ ໄດ້ຮ່ວມກັນສ້າງກິດຈະກຳຂະບວນການກິລາມິດຕະພາບບານເຕະ ແລະ ເປຕັງ ເພື່ອຂຳ່ນັບຮັບຕ້ອນວັນສ້າງຕັ້ງຊາວໝຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ທີ່ຈະມາເຖີງນີ້ ເພື່ອເປັນການຮັດແໜ້ນຄວາມສາມັກຄີຂອງທັງ 03 ພາກສ່ວນ.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ III ປະຈໍາປີ 2023, ໃນວັນທີ 03 ພະຈິກ 2023 ທີ່ຫ້ອງປະຊຸມສໍານັກງານນາຍົກລັດຖະມົນຕີ

ໃນຕອນເຊົ້າຂອງ ວັນທີ 03 ພະຈິກ 2023, ເວລາ 08:00-11:30 ໂມງ, ທີ່ຫ້ອງປະຊຸມສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ III ປະຈໍາປີ 2023 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ(ຄຕຟງ). ພ້ອມນີ້, ກໍມີບັນດາ ສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ຄະນະກົມຈາກກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ ຈຳນວນ 30 ກວ່າທ່ານ. ກອງປະຊຸມໃນຄັ້ງນີ້ ກອງເລຂາ ກໍ່ຄື ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ນໍາສະເໜີກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ຄັ້ງທີ II ໃນຄັ້ງວັນທີ 08 ສິງຫາ 2023 ທີ່ຜ່ານມາ. ພ້ອມດຽວກັນ, ກອງປະຊຸມ ກໍຍັງໄດ້ຮັບຮອງແຜນວຽກໃນຕໍ່ໜ້າເພື່ອຈັດຕັງປະຕິບັດຕາມແຜນວຽກບຸລິມະສິດ ຕາມຜົນຂອງບົດລາຍງານການປະເມີນຜົນຮອບດ້ານ ຂອງ ສປປ ລາວ ທີ່ຖືກຮັບຮອງໃນກອງປະຊຸມປະຈຳປີ 2023 ຂອງກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ ໂດຍສະເພາະບັນດາແຜນວຽກການແກ້ໄຂບັນຫາຂໍ້ຄົງຄ້າງຈາກການປະເມີນວຽກງານ ຕ້ານສະກັດກັ້ນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ແຕ່ລະກະຊວງ ແລະຂະແໜງການທີ່ກ່ຽວຂ້ອງ. ນອກຈາກນີ້, ປະທານກອງປະຊຸມໄດ້ເນັ້ນໜັກສະເໜີໃຫ້ຄະນະ ຄຕຟງ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ຊຸກຍູ້, ຊີ້ນໍາ ບັນດາກົມກອງຂອງກະຊວງອົງການຈັດຕັ້ງຂອງຕົນ ກໍ່ຄືບັນດາຄະນະຊ່ວຍວຽກ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຕື່ນຕົວ ແລະ ຍົກສູງພາລະບົດບາດໃນຄວາມຮັບຜິດຊອບ ຕໍ່ການຈັດຕັ້ງປະຕິບັດຕົວຈິງຕາມຄາດໝາຍສູ້ຊົນ ໃຫ້ສໍາເລັດ ຫຼື ມີຄວາມຄືບໜ້າ ຕາມແຜນກໍານົດ.


ກອງປະຊຸມປຶກສາຫາລືແຜນວຽກບູລິມາສິດໃນການແກ້ໄຂຂໍ້ຄົງຂ້າງວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຕິດພັນກັບພາກສ່ວນ ກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ຕອນເຊົ້າວັນທີ 07 ກັນຍາ 2023, ທີ່ຫ້ອງປະຊຸມ ຊັ້ນ 7 ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມປືກສາຫາລືແຜນວຽກບູລິມາສິດໃນການແກ້ໄຂຂໍ້ຄົງຂ້າງວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຕິດພັນກັບພາກສ່ວນ ກົມທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ນາງ ນັນທະ ພົມມະວົງສາ, ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ປອ ລີວາເມັງ ບົວປາວ, ຮອງຫົວໜ້າກົມທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ພ້ອມດ້ວຍ ຄະນະພະແນກ ແລະ ຄະນະວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປະຕິບັດຕາມທິດຊີ້ນໍາຂອງ ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ກໍຄືທິດຊີ້ນໍາຂອງລັດຖະບານ ຕໍ່ກັບການສືບຕໍ່ແກ້ໄຂບັນດາຂໍ້ຄົງຄ້າງຂອງ ສປປ ລາວ ກ່ຽວກັບວຽກງານ AML/CFT ທີ່ຍັງມີບາງຂໍ້ຄົງຄ້າງທີ່ຕິດພັນກັບພາກສ່ວນກົມທີ່ດີນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ຕ້ອງໄດ້ແກ້ໄຂຮີບດ່ວນ ໃນໄລຍະສົກປີ 2023-2024. ໂດຍກອງປະຊຸມໄດ້ເນັ້ນໜັກປືກສາຫາລື ຕໍ່ກັບຜົນຂອງການປະເມີນວຽກງານ AML/CFT ຄັ້ງທີ II ຂອງ ສປປ ລາວ ເພື່ອກໍານົດໜ້າວຽກລະອຽດ, ໄລຍະເວລາໃນການຈັດຕັ້ງປະຕິບັດ, ການສ້າງແຜນ ແລະ ຈັດຕັ້ງປະຕິບັດແກ້ໄຂຂໍ້ຄົງຄ້າງ ທີ່ຕິດພັນກັບພາກສ່ວນດັ່ງກ່າວໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.


ກອງປະຊຸມເຜີຍແຜ່ ລະບົບການລາຍງານທຸລະກຳເງິນສົດທີ່ມີມູນຄ່າເກີນກຳນົດ (CTR SYSTEM VERSION 2)

ໃນວັນທີ 15 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ 7 ທະນາຄານແຫ່ງ ສປປ ລາວ, ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO) ໄດ້ຈັດກອງປະຊຸມເຜີຍແຜ່ ລະບົບການລາຍງານທຸລະກຳເງິນສົດທີ່ມີມູນຄ່າເກີນກຳນົດ (CTR SYSTEM VERSION 2) ໃນວັນທີ 15 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ 7 ທະນາຄານແຫ່ງ ສປປ ລາວ. ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 150 ກວ່າທ່ານ ທີ່ມາຈາກ ຂະແໜງການທະນາຄານທຸລະກິດ, ບໍລິສັດຫຼັກຊັບ ແລະ ບໍລິສັດປະກັນໄພ. ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອເຜີຍແຜ່ ກ່ຽວກັບການປັບປຸງລະບົບການລາຍງານທຸລະກຳເງິນສົດທີ່ມີມູນຄ່າເກີນກຳນົດ (CTR SYSTEM VERSION 2) ໃຫ້ແກ່ ຂະແໜງການທະນາຄານທຸລະກິດ, ບໍລິສັດຫຼັກຊັບ ແລະ ບໍລິສັດປະກັນໄພ ໃຫ້ ຮັບຮູ້-ເຂົ້າໃຈ ຢ່າງເລິກເຊິ່ງກ່ຽວກັບ ສິດ ແລະ ພັນທະຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ເພື່ອໃຫ້ການຈັດຕັ້ງປະຕິບັດຕົວຈິງມີປະສິດທິຜົນຍິ່ງຂື້ນ.


ກອງປະຊຸມເຜີຍແຜ່ “ວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ” ກ່ຽວກັບການປະເມີນຕາມຫຼັກການບໍລິຫານຄວາມສ່ຽງ (RBA) ໃຫ້ກັບຂະແໜງການບໍ່ຫວັງຜົນກຳໄລ (NPOs)

ໃນວັນທີ 05 ກັນຍາ 2023 ທີ່ຫ້ອງປະຊຸມ ສະຖາບັນການທະນາຄານ, ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ກົມພັດທະນາການບໍລິຫານລັດ ຮ່ວມກັນຈັດກອງປະຊຸມເຜີຍແຜ່ “ວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ” ກ່ຽວກັບການປະເມີນຕາມຫຼັກການບໍລິຫານຄວາມສ່ຽງ (RBA) ໃຫ້ກັບຂະແໜງການບໍ່ຫວັງຜົນກຳໄລ (NPOs) ໂດຍໃຫ້ກຽດເປັນປະທານ ທ່ານ ນາງ ນັນທະ ພົມມະວົງສາ, ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ກູຢ່າງ ຈືປໍ, ຮອງຫົວໜ້າກົມພັດທະນາການບໍລິຫານລັດ ກະຊວງພາຍໃນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອເປັນການສືບຕໍ່ແກ້ໄຂຂໍ້ຄົງຄ້າງຂອງ ສປປ ລາວ. ຕໍ່ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕິດພັນກັບຂະແໜງການ NPOs ເພື່ອເປັນການແກ້ໄຂຂໍ້ຄົງຄ້າງ ຕ້ອງໄດ້ສືບຕໍ່ເຜີຍແຜ່ ແລະ ດຳເນີນການປະເມີນຕາມຫຼັກການບໍລິຫານຄວາມສ່ຽງ ໃຫ້ກັບສະມາຄົມ ແລະ ມຸນນິທິ. ເຊີ່ງຜ່ານມາເຮົາໄດ້ສຳເລັດການປະເມີນຂະແໜງການດັ່ງກ່າວພຽງສ່ວນໜື່ງເທົ່ານັ້ນ ແຕ່ຍັງບໍ່ໄດ້ກວມເອົາທັງໝົດຂອງສະມາຄົມ ແລະ ມຸນນິທິ ຕາມທີ່ຄໍາແນະນໍາຂອງສາກົນກຳນົດ ຕໍ່ກັບບັນຫາດັ່ງກ່າວໄດ້ເປັນຂໍ້ຄົງຄ້າງທີ່ເຮົາຕ້ອງໄດ້ສືບຕໍ່ແກ້ໄຂຢ່າງຮີບດ່ວນ. ສະນັ້ນ ເພື່ອເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານ AML/CFT ເວົ້າລວມ ເວົ້າສະເພາະ ກໍ່ຄືການປະກອບຂໍ້ມູນຂອງບັນດາສະມາຄົມ ແລະ ມູນນິທິ ໃສ່ແບບພິມການປະເມີນຄວາມສ່ຽງ RBA ໃຫ້ມີປະສິດທິພາບ.


ກອງປະຊຸມຝຶກອົບຮົມກ່ຽວກັບ ວຽກງານຕ້ານການຟອກເງິນ ເເລະ ສືບສວນ-ສອບສວນ ການສະໜອງທືນໃຫ້ແກ່ການກໍ່ການຮ້າຍ ຄັ້ງວັນທີ 28-31 ສິງຫາ 2023 ຢູ່ທີ່ແຂວງຈຳປາສັກ

ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO), ສະຖານທູດອາເມລິກາ ປະຈຳ ສປປ ລາວ ແລະ ອົງການສະຫະປາຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ຮ່ວມກັນຈັດກອງປະຊຸມຝຶກອົບຮົມກ່ຽວກັບ ວຽກງານຕ້ານການຟອກເງິນ ເເລະ ສືບສວນ-ສອບສວນ ການສະໜອງທືນໃຫ້ແກ່ການກໍ່ການຮ້າຍ ຄັ້ງວັນທີ 28-31 ສິງຫາ 2023 ຢູ່ທີ່ແຂວງຈຳປາສັກ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ຈິນດາໄມ ວິໄລຫົງສ໌ ວ່າການຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ວິນລຽມ ໂຊເລ (Mr. William C.Solley) ຫົວໜ້າພະແນກຕ້ານຢາເສບຕິດ ແລະ ອະຊາຍະກຳ ສະຖານທູດອາເມລິກາ ປະຈຳ ສປປ ລາວ. ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 21 ທ່ານ ມາຈາກ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫົງບ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ ທີ່ຮັບຜິດຊອບໂດຍກົງກ່ຽວກັບບັນຫາດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍ່ແມ່ນເພື່ອ ສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ຄວາມອາດສາມາດໃຫ້ກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານດັ່ງກ່າວ ແລະ ເພື່ອໃຫ້ການຈັດຕັ້ງປະຕິບັດຕົວຈິງມີປະສິດທິຜົນຍິ່ງຂື້ນ.


ກອງປະຊຸມຝຶກອົບຮົມການສືບສວນ-ສອບສວນ ວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ລະຫວ່າງວັນທີ 21-24 ສິງຫາ 2023 ທີ່ນະຄອນຫລວງພະບາງ

ກອງປະຊຸມຝຶກອົບຮົມໃນຫົວຂໍ້ ການສືບສວນ-ສອບສວນ ວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ລະຫວ່າງວັນທີ 21-24 ສິງຫາ 2023 ທີ່ນະຄອນຫລວງພະບາງ ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO) ຮ່ວມກັບ ອົງການສະຫະປາຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ໄດ້ຈັດຝຶກອົບຮົມກ່ຽວກັບ “ການສືບສວນ-ສອບສວນ ວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ” ໃນວັນທີ 21-24 ສິງຫາ 2023 ທີ່ນະຄອນຫຼວງພະບາງ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ຂັນທະລີ ວົງໄຊຍະລາດ, ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ໄຊມອ້ນ ໂດມີນິກ ແມັກກວຍ (Mr. Simon Dominic Maguire) ທີ່ປຶກສາວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈາກອົງການສະຫະປາຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ປະຈຳພາກພື້ນແມ່ນໍ້າຂອງ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 28 ທ່ານ ມາຈາກ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫົງບ ແລະ ພາສີ ທີ່ຮັບຜິດຊອບໂດຍກົງກ່ຽວກັບ ການສືບສວນ-ສອບສວນ ທີ່ກ່ຽວຂ້ອງກັບບັນຫາດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍ່ແມ່ນເພື່ອ ສ້າງຄວາມຮັບຮູ້ ແລະ ຄວາມອາດສາມາດໃຫ້ກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິທີ ແລະ ເຕັກນິກການສືບສວນ-ສອບສວນ ວຽກງານດັ່ງກ່າວ ແລະ ເພື່ອໃຫ້ການຈັດຕັ້ງຕົວຈິງມີປະສິດທິຜົນຍິ່ງຂື້ນຕາມຄາດໝາຍທີ່່ວາງໄວ້.


ກອງປະຊຸມການວາງແຜນຍຸດທະສາດໃນການຈັດຕັ້ງປະຕິບັດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT)” ຮ່ວມກັບ ກອງເລຂາກຸ່ມອາຊີ-ປາຊີຟິກເພື່ອຕ້ານການຟອກເງິນ (Asia Pacific Group on Money Laundering “APG”) ໃນລະຫວ່າງວັນທີ 22-24 ສິງຫາ 2023

ກອງປະຊຸມການວາງແຜນຍຸດທະສາດໃນການຈັດຕັ້ງປະຕິບັດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT)” ຮ່ວມກັບ ກອງເລຂາກຸ່ມອາຊີ-ປາຊີຟິກເພື່ອຕ້ານການຟອກເງິນ (Asia Pacific Group on Money Laundering “APG”) ໃນລະຫວ່າງວັນທີ 22-24 ສິງຫາ 2023 ທີ່ຫ້ອງປະຊຸມຊັ້ນ 8 ຕະຫຼາດຫຼັກຊັບລາວ. ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ຈັດ “ກອງປະຊຸມການວາງແຜນຍຸດທະສາດໃນການຈັດຕັ້ງປະຕິບັດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT)” ຮ່ວມກັບ ກອງເລຂາກຸ່ມອາຊີ-ປາຊີຟິກເພື່ອຕ້ານການຟອກເງິນ (Asia Pacific Group on Money Laundering “APG”) ແລະ ການສະຫຼຸບໂດຍຫຍໍ້ຕໍ່ກັບຂັ້ນຕອນ International Co-operation Review Group (ICRG) ໃນລະຫວ່າງວັນທີ 22-24 ສິງຫາ 2023 ທີ່ຫ້ອງປະຊຸມຊັ້ນ 8 ຕະຫຼາດຫຼັກຊັບລາວ. ໂດຍມີຜູ້ເຂົ້າຮ່ວມກອງປະຊຸມປະກອບດ້ວຍ ຕາງໜ້າຈາກ ກະຊວງປ້ອງກັນຄວາມສະຫງົບ, ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ, ກະຊວງພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ແລະ ພາກສ່ວນເອກະຊົນ ຈຳນວນທັງໝົດ 112 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍເພື່ອປຶກສາຫາລືແລກປ່ຽນຄຳຄິດຄຳເຫັນກັບທາງກອງເລຂາ APG ຕໍ່ກັບແຜນວຽກບູລິມາສິດ ເພື່ອແກ້ໄຂຂໍ້ຄົງຄ້າງດ້ານວຽກງານ AML/CFT ຂອງ ສປປ ລາວ ຕາມທີ່ໄດ້ກໍານົດໃນບົດປະເມີນຜົນຂອງ ສປປ ລາວ ທີ່ໄດ້ມີການຮັບຮອງ ແລະ ເຜີຍແຜ່ ແນໃສ່ຫຼີກລ້ຽງບໍ່ໃຫ້ ສປປ ລາວ ຕົກໃນບັນຊີສີເທົາ ຂອງອົງການຕ້ານການຟອກເງິນສາກົນ.


ການຮ່ວມມືສາກົນ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍ ແລະ ສົ່ງຜູ້ຮ້າຍຂ້າມແດນ ທີ່ກ່ຽວຂ້ອງກັບບັນຫາດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ພາກສ່ວນເຈົ້າໜ້າທີ່ ໃນວັນທີ 08-11 ສິງຫາ 2023 ທີ່ນະຄອນຫຼວງພະບາງ

ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO) ຮ່ວມກັບ ອົງການສະຫະປາຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ໄດ້ຈັດຝຶກອົບຮົມກ່ຽວກັບ “ການຮ່ວມມືສາກົນ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍ ແລະ ສົ່ງຜູ້ຮ້າຍຂ້າມແດນ ທີ່ກ່ຽວຂ້ອງກັບບັນຫາດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ” ໃນວັນທີ 08-11 ສິງຫາ 2023 ທີ່ນະຄອນຫຼວງພະບາງ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ວິໄລພອນ ສິດທິໂສ, ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ເດວິດ ເຟນ, ຫົວໜ້າອົງການສະຫະປາຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC). ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 26 ທ່ານ ມາຈາກ ອົງການໄອຍະການປະຊາຊົນ, ສານປະຊາຊົນ, ກະຊວງປ້ອງກັນຄວາມສະຫົງບ, ກະຊວງຍຸຕິທໍາ, ກະຊວງການຕ່າງປະເທດ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ ທີ່ຮັບຜິດຊອບໂດຍກົງກ່ຽວກັບ ການຮ່ວມມືສາກົນ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍ ແລະ ສົ່ງຜູ້ຮ້າຍຂ້າມແດນ ທີ່ກ່ຽວຂ້ອງກັບບັນຫາດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍ່ແມ່ນເພື່ອ ສ້າງຄວາມຮັບຮູ້ ແລະ ຄວາມອາດສາມາດໃຫ້ກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານດັ່ງກ່າວ ແລະ ເພື່ອໃຫ້ການຈັດຕັ້ງຕົວຈິງມີປະສິດທິຜົນຍິ່ງຂື້ນ.


ກອງປະຊຸມເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ (ທະນາຄານທຸລະກິດ ແລະ ໂຮງຊວດຈໍາ) ວັນທີ 9-10 ສິງຫາ 2023 ທີ່ສາຂາທະນາຄານ ແຫ່ງ ສປປ ລາວ ພາກໃຕ້ ແຂວງຈໍາປາສັກ

ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (Institute for Legal Support and Technical Assistance “ILSTA”) ໄດ້ຈັດກອງ ປະຊຸມສຳມະນາ ກ່ຽວກັບການປະຕິບັດພັນທະດ້ານວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Anti-Money Laundering and Counter- Financing of Terrorism "ວຽກງານ AML/CFT") ໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຢູ່ຂັ້ນ ທ້ອງຖິ່ນ (ທະນາຄານທຸລະກິດ ແລະ ໂຮງຊວດຈໍາ) ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ຂັນທະວີ ວົງໄຊຍະລາດ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ທ່ານ ນາງ ສີພະຈັນ ເຂັມມະນີວົງ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ ແຂວງ ຈຳປາສັກ ແລະ ທ່ານ ໄມ ບັອກເກີນ ເຮີດ (Mike Brocklehurst), ຜູ້ຊ່ຽວຊານ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA). ຈຸດປະສົງຂອງກອງປະຊຸມສໍາມະນາ ເພື່ອເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງກັບ ການຈັດຕັ້ງປະຕິບັດ ພັນທະດ້ານວຽກງານ AML/CFT ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ໄດ້ຮັບການປັບປຸງໃໝ່ ເປັນຕົ້ນ: ພາບລວມກ່ຽວກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ ຂອງ ສປປ ລາວ; ຄຳສັ່ງວ່າດ້ວຍ ການກັກ, ການຍຶດ ແລະ ການອາຍັດ ທຶນທີ່ ພົວພັນກັບຜູ່ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 03/ນຍ, ລົງວັນ ທີ 11 ກຸມພາ 2016; ຄໍາສັ່ງວ່າດ້ວຍ ການກັກ ການຍຶດ ແລະ ການອາຍັດ ທຶນ ທີ່ກ່ຽວຂ້ອງກັບການ ສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ ສະບັບເລກທີ 20/ນຍ ລົງວັນທີ 26 ພະຈິກ 2020; ຂໍ້ຕົກລົງວ່າດ້ວຍມາດຕະການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ ສຳລັບຫົວໜ່ວຍທີ່ມີໜ້າທີ່ລາຍງານ (ສະບັບປັບປຸງ) ເລກທີ 10/ຄຕຟງ, ລົງວັນທີ 25 ສິງຫາ 2021. ນອກຈາກນີ້, ກໍ່ໄດ້ນໍາສະເໜີກ່ຽວກັບ ການຈັດຕັ້ງປະຕິບັດສິດ ແລະ ພັນທະດ້ານວຽກງານ AML/CFT ໂດຍໄດ້ເນັ້ນໜັກການລາຍງານທຸລະກໍາທີ່ສົງໃສວ່າເປັນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ທັງນີ້, ກໍ່ເພື່ອແນໃສ່ການສ້າງຂີດຄວາມສາມາດໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານ AML/CFT.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາປີ 2023, ໃນວັນທີ 08 ສິງຫາ 2023 ທີ່ຫ້ອງປະຊຸມສໍານັກງານນາຍົກລັດຖະມົນຕີ

ໃນຕອນເຊົ້າຂອງ ວັນທີ 08 ສິງຫາ 2023, ເວລາ 13:30-16:00 ໂມງ, ທີ່ຫ້ອງປະຊຸມສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາປີ 2023 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ(ຄຕຟງ). ພ້ອມນີ້, ກໍມີບັນດາ ສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ຄະນະກົມຈາກກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ ຈຳນວນ 35 ກວ່າທ່ານ. ກອງປະຊຸມໃນຄັ້ງນີ້ ກອງເລຂາ ກໍ່ຄື ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ນໍາສະເໜີກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ຄັ້ງທີ I ໃນຄັ້ງວັນທີ 23 ມີນາ 2023 ທີ່ຜ່ານມາ, ຜົນຂອງກອງປະຊຸມປະຈຳປີ 2023 ຂອງກຸ່ມອາຊີປາຊີຟິກ ເພື່ອຕ້ານການຟອກເງິນ ໂດຍສະເພາະການຮັບຮອງບົດລາຍງານຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ. ພ້ອມດຽວກັນ, ກອງປະຊຸມ ກໍຍັງໄດ້ຮັບຮອງແຜນວຽກໃນຕໍ່ໜ້າເພື່ອຈັດຕັງປະຕິບັດຕາມແຜນວຽກບຸລິມະສິດ ຕາມຜົນຂອງບົດລາຍງານການປະເມີນຜົນຮອບດ້ານ ຂອງ ສປປ ລາວ ທີ່ຖືກຮັບຮອງໃນກອງປະຊຸມປະຈຳປີ 2023 ຂອງກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ ທີ່ໄດ້ຈັດຂຶ້ນໃນເດືອນກໍລະກົດ 2023 ຜ່ານມານີ້. ນອກຈາກນີ້, ປະທານກອງປະຊຸມໄດ້ເນັ້ນໜັກສະເໜີໃຫ້ຄະນະ ຄຕຟງ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ຊຸກຍູ້, ຊີ້ນໍາ ບັນດາກົມກອງຂອງກະຊວງອົງການຈັດຕັ້ງຂອງຕົນ ກໍ່ຄືບັນດາຄະນະຊ່ວຍວຽກ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຕື່ນຕົວ ແລະ ຍົກສູງພາລະບົດບາດໃນຄວາມຮັບຜິດຊອບ ຕໍ່ການຈັດຕັ້ງປະຕິບັດຕົວຈິງຕາມຄາດໝາຍສູ້ຊົນ ໃຫ້ສໍາເລັດ ຫຼື ມີຄວາມຄືບໜ້າ ຕາມແຜນກໍານົດ.


ສຕຟງ ຮ່ວມກັບ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການປະຕິບັດພັນທະດ້ານວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ສາຂາ ທະນາຄານ ແຫ່ງ ສປປ ລາວ ພາກເໜືອ, ແຂວງ ອຸດົມໄຊ

ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (Institute for Legal Support and Technical Assistance “ILSTA”) ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບການປະຕິບັດພັນທະດ້ານວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Anti--Money Laundering and Counter-Financing of Terrorism “ວຽກງານ AML/CFT”) ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ຢູ່ຂັ້ນທ້ອງຖິ່ນ (ທະນາຄານທຸລະກິດ ແລະ ໂຮງຊວດຈໍາ) ຂຶ້ນໃນວັນທີ 27-28 ກໍລະກົດ 2023 ທີ່ ສາຂາ ທະນາຄານ ແຫ່ງ ສປປ ລາວ ພາກເໜືອ, ແຂວງ ອຸດົມໄຊ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ນັນທະ ພົມມະວົງສາ, ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ນາງ ແສງສຸລີ ອຸ່ນລາສີ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ. ຈຸດປະສົງຂອງກອງປະຊຸມສໍາມະນາ ເພື່ອເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບ ການຈັດຕັ້ງປະຕິບັດພັນທະດ້ານວຽກງານ AML/CFT ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ໄດ້ຮັບການປັບປຸງໃໝ່ ເປັນຕົ້ນ: ຂໍ້ຕົກລົງວ່າດ້ວຍມາດຕະການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາລັບຫົວໜ່ວຍທີ່ມີໜ້າທີ່ລາຍງານ (ສະບັບປັບປຸງ) ເລກທີ 10/ຄຕຟງ, ລົງວັນທີ 25 ສິງຫາ 2021 ແລະ ຄໍາສັ່ງວ່າດ້ວຍ ການກັກ, ການຍຶດ ແລະ ການອາຍັດ ທຶນ ທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ ສະບັບເລກທີ 20/ນຍ ລົງວັນທີ 26 ພະຈິກ 2020. ນອກຈາກນີ້, ກໍ່ໄດ້ນໍາສະເໜີກ່ຽວກັບພາບລວມຂອງການປະເມີນຜົນ ຮອບທີ2 ຂອງ ສປປ ລາວ ແລະ ທົບທວນຄວາມເຂົ້າໃນຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃນການຈັດຕັ້ງປະຕິບັດສິດ ແລະ ພັນທະ ດ້ານວຽກງານ AML/CFT ໂດຍໄດ້ເນັ້ນໜັກ ການລາຍງານທຸລະກໍາທີ່ສົງໃສວ່າເປັນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການນໍາໃຊ້ມາດຕະການ ການກັກ, ການຍຶດ ແລະ ການອາຍັດ ທຶນທີ່ພົວພັນກັບຜູ່ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ທັງນີ້, ກໍ່ເພື່ອແນໃສ່ການສ້າງຂີດຄວາມສາມາດໃຫ້ແກ່ຫົວໜ່ວຍທີ່ມີ ໜ້າທີ່ລາຍງານ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບວຽກງານດັ່ງກ່າວ.


ກອງປະຊຸມປະຈໍາປີຂອງກຸ່ມອາຊີປາຊິຟິກເພື່ອຕ້ານການຟອກເງີນ (Asia/Pacific Group on Money Laundering “APG”) ຢູ່ທີ່ເມືອງແວນຄູເວີ ປະເທດການາດາ

ໃນລະຫວ່າງວັນທີ 9-14 ກໍລະກົດ 2023 ທີ່ຜ່ານມາ ຄະນະຜູ້ແທນຈາກ ສປປ ລາວ ນໍາໂດຍ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ທັງເປັນ ຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພ້ອມດ້ວຍ ຄະນະຜູ້ແທນຈາກພາກສ່ວນກ່ຽວຂ້ອງຈໍານວນໜື່ງ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງກຸ່ມອາຊີປາຊິຟິກ ເພື່ອຕ້ານການຟອກເງີນ (Asia/Pacific Group on Money Laundering “APG”) ຢູ່ທີ່ເມືອງແວນຄູເວີ ປະເທດການາດາ ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 200 ກວ່າທ່ານ ທີ່ມາຈາກບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນ, ໜຶ່ງໃນວາລະຂອງກອງປະຊຸມດັ່ງກ່າວ ແມ່ນໄດ້ມີການພິຈາລະນາຮັບຮອງເອົາຮ່າງບົດລາຍງານການປະເມີນຜົນຮອບດ້ານກ່ຽວກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ວຽກງານ AML/CFT) ຂອງ ສປປ ລາວ, ຊຶ່ງກ່ອນຈະມີການຮັບຮອງບົດລາຍງານດັ່ງກ່າວ ທາງຄະນະຜູ້ແທນຂອງ ສປປ ລາວ ກໍໄດ້ມີ ການອະທິບາຍ ແລະ ຊີ້ແຈງ ບາງບັນຫາທີ່ສໍາຄັນ ຕໍ່ກອງປະຊຸມ ເພື່ອຊາບ ແລະ ພິຈາລະນາ ພ້ອມນີ້ ກໍ່ໄດ້ຂໍການສະໜັບສະໜູນຈາກບັນດາ ປະເທດສະມາຊິກຂອງກຸ່ມ APG ແລະ ອົງການຈັດຕັ້ງສາກົນເພື່ອຊ່ວຍ ສປປ ລາວ ໃນການແກ້ໄຂບັນດາຂໍ້ຄົງຄ້າງທີ່ຕິດພັນກັບການປະເມີນຜົນ. ຢ່າງໃດກໍ່ດີ, ພາຍຫຼັງບົດລາຍງານການປະເມີນຜົນໄດ້ຖືກຮັບຮອງ ສປປ ລາວ ແມ່ນຈະມີການສືບຕໍ່ສ້າງ ແລະ ຈັດຕັ້ງປະຕິບັດແຜນດໍາເນີນງານກ່ຽວກັບວຽກງານ AML/CFT ໃຫ້ສໍາເລັດ ແລະ ມີຄວາມຄືບໜ້າ ເປັນແຕ່ລະໄລຍະ.


ຂະບວນການກິລາບານເຕະມິດຕະພາບລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ, ກົມຄຸ້ມຄອງສະຖາບັນການເງິນ ແລະ ກົມກວດກາ ທະນາຄານແຫ່ງ ສປປ ລາວ

ໃນຕອນແລງ ເວລາ 17:00 ຂອງວັນທີ 07 ມິຖຸນາ 2023 ທີ່ເດີ່ນເຕະບານເຟີລາລີ້, ສຳນັກງານຂໍ້ມູນຕ້ານການຟອກເງິນ, ກົມຄຸ້ມຄອງສະຖາບັນການເງິນ ແລະ ກົມກວດກາ ທະນາຄານແຫ່ງ ສປປ ລາວ ໄດ້ຮ່ວມກັນສ້າງກິດຈະກຳຂະບວນການກິລາມິດຕະພາບບານເຕະ ເພື່ອເປັນການຮັດແໜັນຄວາມສາມາຄີທັງ 3 ຝ່າຍ ກໍ່ຄືບັນດາກົມກອງພາຍໃນທະນາຄານແຫ່ງ ສປປ ລາວ.


ກອງປະຊຸມພົບປະນັກການທູດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໃນວັນທີ 07 ມິຖຸນາ 2023

ໃນວັນທີ 07 ມິຖຸນາ 2023 ທີ່ ໂຮງແຮມແລນມາກ ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ຮ່ວມກັນຈັດກອງປະຊຸມພົບປະນັກການທູດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເຊິ່ງໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ນາງວັດທະນາ ດາລາລອຍ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ທັງໝົດຫລາຍກວ່າ 30 ທ່ານ. ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອລາຍງານ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍສະເພາະການປະເມີນຮອບດ້ານວຽກງານ AML/CFT ຮອບທີ 2 ຂອງ ສປປ ລາວ ເພື່ອຂໍການຮ່ວມມື ແລະ ການຊ່ວຍເຫຼືອທາງດ້ານວິຊາການຈາກສາກົນ ກ່ຽວກັບວຽກງານ AML/CFT ຂອງ ສປປ ລາວ ແນໃສເພື່ອໃຫ້ ສປປ ລາວ ສາມາດແກ້ໄຂຂໍ້ຄົງຄ້າງໃຫ້ມີຄວາມຄືບໜ້າໃນແຕ່ລະໄລຍະ.


ກອງປະຊຸມເຜີຍແຜ່ຍຸດທະສາດການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄລຍະ 10 ປີ (ປີ 2021-2030) ແລະ ວິໄສທັດຮອດປີ 2035

ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ກໍ່ຄືຄະນະຮັບຜິດຊອບ ໄດ້ຈັດກອງປະຊຸມເຜີຍແຜ່ຍຸດທະສາດການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄລຍະ 10 ປີ (ປີ 2021-2030) ແລະ ວິໄສທັດຮອດປີ 2035 ໃນຄັ້ງວັນທີ 29 ພຶດສະພາ 2023 ທີ່ຜ່ານ ຢູ່ທີ່ທະນາຄານເເຫ່ງ ສປປ ລາວ ສາຂາພາກເໜືອ ແຂວງອຸດົມໄຊ. ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ເພື່ອເປັນກົນໄກໃນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍໃນລວງເລີກໃນຂອບເຂດທົ່ວປະເທດ ເຮັດໃຫ້ຜູ້ເຂົ້າຮ່ວມທີ່ຕ່າງໜ້າມາຈາກບັນດາພະແນກການ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ພາຍໃນແຂວງສາມາດກໍາໄດ້ຈຸດປະສົງ ແລະ ເປົ້າໝາຍອັນສໍາຄັນ: “ຕໍ່ກັບແຜນຍຸດທະສາດດັ່ງກ່າວ ກໍ່ແມ່ນເພື່ອການຈັດຕັ້ງປະຕິບັດການຄຸ້ມຄອງນະໂຍບາຍມະຫາພາກກ່ຽວກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ມີປະສິດທິຜົນ ເຮັດໃຫ້ລະບົບເສດຖະກິດ-ການເງິນ ມີຄວາມໝັ້ນຄົງ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ສອດຄ່ອງລະບຽບກົດໝາຍ ແລະ ເພີ່ມທະວີການຮ່ວມມືສາກົນ, ທັງເປັນການປະຕິບັດມາດຕະຖານສາກົນຂອງອົງການຕັ້ງການຟອກເງິນສາກົນ ແລະ ສ້າງຄວາມໜ້າເຊື່ອຖືໃນເວທີສາກົນ ເປັນງື່ອນໄຂໜຶ່ງໃນການດຶງດູດການລົງທຶນຈາກຕ່າງປະເທດ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ບັນລຸໄດ້ແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ໃນແຕ່ລະໄລຍະ.” ນອກຈາກນີ້, ແຜນຍຸດທະສາດດ້ານວຽກງານ AML/CFT ຈະເປັນບ່ອນອີງໃຫ້ແກ່ບັນດາຂະ ແໜງການທີ່ກ່ຽວຂ້ອງທັງໝົດ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕາມພາລະບົດບາດທີ່ຕົນຮັບຜິດຊອບ ໃຫ້ມີຄວາມເຂັ້ມແຂງ ສາມາດປະຕິບັດມາດຕະຖານຂອງສາກົນສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນເງື່ອນໄຂການເຊື່ອມໂຍງສາກົນ. ສະນັ້ນ, ການເຜີຍແຜ່ໃນຄັ້ງນີ້ ກໍ່ເພື່ອໃຫ້ຜູ້ເຂົ້າຮ່ວມນໍາເອົາຄວາມຮູ້ ແລະ ຄວາມເຂົ້າໃຈ ທີ່ໄດ້ຮັບຈາກການເຜີຍແຜ່ໃນຄັ້ງນີ້ ໄປເປັນອົງປະກອບຄວາມຮູ້ໝູນໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນໃນຕໍ່ໜ້າ.


ກອງປະຊຸມຝຶກອົບຮົມ “ທັກສະການຄຸ້ມຄອງວຽກງານ AML ໃຫ້ແກ່ເຈົ້າໜ້າທີ່ຜູ້ສ້າງລະບຽບການໃນຂະແໜງການເງິນ ແລະ ບໍ່ນອນໃນຂະແໜງການເງິນ ຂອງ ສປປ ລາວ

ໃນລະຫວ່າງວັນທີ 1-2 ມິຖຸນາ 2023 ທີ່ນະຄອນຫຼວງວຽງຈັນ, ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ສະພາທະນາຄວາມ ສະຫະລັດອາເມລິກາປະຈຳຫວຽດນາມ (ABA ROLI) ໄດ້ຮ່ວມກັນຈັດການຝຶກອົບຮົມ ໃນຫົວຂໍ້: “ທັກສະການຄຸ້ມຄອງ ວຽກງານ AML ໃຫ້ແກ່ ເຈົ້າໜ້າທີ່ຜູ້ສ້າງລະບຽບການໃນຂະແໜງການເງິນ ແລະ ບໍ່ນອນໃນຂະ ແໜງການເງິນ ຂອງ ສປປ ລາວ” ພາຍໃຕ້ທຶນສະໜັບສະໜູນຈາກໂຄງການ INL ຂອງ ສ.ອາເມລິກາ, ໃຫ້ກຽດເປັນປະທານໃນຊຸດຝຶກອົບຮົມດັ່ງກ່າວໂດຍ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ William C. Solley ຕາງໜ້າຈາກໂຄງການ INL ແລະ ທ່ານ Michael Paul Sullivan ຫົວໜ້າຫ້ອງການ ABA ROLI ຊຶ່ງມີຜູ້ເຂົ້າຮ່ວມທັງໝົດປະມານ 47 ທ່ານ ຈາກພາກສ່ວນກ່ຽວຂ້ອງໃນຂະແໜງການເງິນ ແລະ ບໍ່ນອນໃນຂະ ແໜງການເງິນ. ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບທັກສະການຄຸ້ມຄອງ ວຽກງານ AML ໃຫ້ແກ່ ເຈົ້າໜ້າທີ່ຜູ້ສ້າງລະບຽບການໃນຂະແໜງການເງິນ ແລະ ບໍ່ນອນໃນຂະແໜງການເງິນ ຂອງ ສປປ ລາວ ພ້ອມທັງເປັນການແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຂະແໜງການເງິນ ແລະ ບໍ່ນອນໃນຂະແໜງການເງິນ ລະຫວ່າງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງ ສປປ ລາວ ເອງ ແລະ ຖອດຖອນບົດຮຽນກັບສາກົນ


ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ກົມພາສີ ກະຊວງການເງິນ ໄດ້ລົງເຜີຍແຜ່ການນຳໃຊ້ລະບົບລາຍງານ CBR

ໃນລະຫວ່າງວັນທີ 22-26 ພຶດສະພາ 2023 ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໂດຍຮ່ວມກັບ ກົມພາສີ, ກະຊວງການເງິນ ໄດ້ລົງເຜີຍແຜ່ການນຳໃຊ້ລະບົບລາຍງານ “ການເເຈ້ງເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນໃນເວລາເດີນທາງເຂົ້າ-ອອກ ສປປ ລາວ” ຫຼື ເອີ້ນວ່າລະບົບ (Cross Border Report “CBR”) ໃຫ້ແກ່ເຈົ້າໜ້າທີ່ພາສີປະຈຳຢູ່ດ່ານຊາຍແດນພາກເໜືອ (ແຂວງ ບໍ່ແກ້ວ, ຫຼວງນ້ຳທາ ແລະ ໄຊຍະບູລີ). ປະກອບມີເຈົ້າໜ້າທີ່ຈາກດ່ານພາສີສາກົນ, ດ່ານພາສີທ້ອງຖິ່ນ ແລະ ດ່ານພາສີປະເພນີຂອງທັງ 03 ແຂວງ. ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອຕິດຕາມ, ຊຸກຍູ້ເຈົ້າໜ້າທີ່ພາສີໃຫ້ມີການຈັດຕັ້ງປະຕິບັດວຽກງານການເເຈ້ງເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນໃນເວລາເດີນທາງເຂົ້າ-ອອກ ສປປ ລາວ ແລະ ເຜີຍແຜ່ການລາຍງານ CBR ຜ່ານລະບົບຂອງສຳນັກງານຂໍ້ມູນຕ້ານການຟອກເງິນ.


ຂະບວນການກິລາມິດຕະພາບບານເຕະ ເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ 2023 ຄົບຮອບ 137 ປີ

ໃນຕອນແລງ ຂອງວັນທີ 05 ພຶດສະພາ 2023 ເວລາ 18:00 ທີ່ເດີ່ນເຕະບານອາໂລຮາ, ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ທະນາຄານອຸດສາຫະກຳແລະການຄ້າຈີນ ຈຳກັດ (ICBC) ໄດ້ຮ່ວມກັນສ້າງກິດຈະກຳຂະບວນການກິລາມິດຕະພາບ ບານເຕະ ແລະ ເປຕັງ ເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ 2023 ຄົບຮອບ 137 ປີ ທີ່ມາເຖິງນີ້ ເພື່ອເປັນການຮັດແໜັນຄວາມສາມາຄີຂອງທັງສອງພາກສ່ວນ ໃນການຈັດຕັ້ງປະຕິບັດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ພ້ອມດຽວກັນນີ້, ກໍ່ເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງມູນເຊື້ອການຕໍ່ສູ້ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ໄດ້ເຕົ້າຮ່ວມກັນລຸກຮື້ຂື້ນຕໍ່ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງກໍາມະກອນຊາວຜູ້ອອກແຮງງານ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນຈາກພວກນາຍທຶນ.


ກອງປະຊຸມເຜີຍແຜ່ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະ ໜອງທຶນໃຫ່ແກ່ການກໍ່ການຮ້າຍ ໃຫ້ບັນດາຄູອາຈານ ທີ່ ສະໂມສອນ ສທຄ

ໃນວັນທີ 4 ພຶດສະພາ 2023 ຄະນະຮັບຜິດຊອບ ຈາກ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ສະຖາບັນການທະນາຄານ (ສທຄ) ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະ ໜອງທຶນໃຫ່ແກ່ການກໍ່ການຮ້າຍ ໃຫ້ບັນດາຄູອາຈານ ທີ່ ສະໂມສອນ ສທຄ ເຊິ່ງໄດ້ຮັບກຽດເປັນປະທານ ແລະ ກ່າວເປີດພິທີໂດຍ ທ່ານ ປອ ອາຄົມ ປຣະເສີດ ຜູ້ອຳນວຍການສະຖາບັນການທະນາຄານ, ຮ່ວມບັນຍາຍ ວຽກງານດັ່ງກ່າວໂດຍຄະນະຮັບຜິດຊອບຈາກ ສຕຟງ, ມີຜູ້ເຂົ້າຮ່ວມທີ່ເປັນຄູອາຈານ ສທຄ ແລະ ພະນັກງານຈາກ ສຕຟງ ທັງໝົດຫລາຍກວ່າ 20 ທ່ານ. ຈຸດປະສົງຂອງກອງປະຊຸມເຜີຍແຜ່ດັ່ງກ່າວ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ່ແກ່ການກໍ່ການຮ້າຍ ໃຫ້ບັນດາຄູອາຈານ ສທຄ ເພື່ອຈະໄດ້ນຳເອົາໄປຜັນຂະຫຍາຍເຂົ້າໃນການສິດສອນໃນຫຼັກສູດການຮຽນການສອນ ແລະ ຫຼັກສູດກ່ຽວກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະ ໜອງທຶນໃຫ່ແກ່ການກໍ່ການຮ້າຍ ທີ່ຈະມີຂຶ້ນໃນໄລຍະອັນໃກ້ນີ້


ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ຈັດກອງປະຊຸມແບບຊ່ອງໜ້າ (Face to face meeting) ກັບຄະນະປະເມີນຈາກສາກົນ

ໃນວັນທີ 19-21 ເມສາ 2023 ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ຈັດກອງປະຊຸມແບບຊ່ອງໜ້າ (Face to face meeting) ກັບຄະນະປະເມີນຈາກສາກົນ ໂດຍຖືກແຕ່ງຕັ້ງມາຈາກ 7 ປະເທດ ເປັນຕົວແທນ ກຸ່ມອາຊີປາຟີຊີກ ເພື່ອຕ້ານການຟອກເງິນ (Asia/Pacific Group on Money Laundering “APG”) ໃນການມາປະເມີນ ຄວາມສ່ຽງຮອບດ້ານວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ “AML/CFT” ຄັ້ງທີ່ 2 ຂອງ ສປປ ລາວ (Mutual Evaluation “ME”). ໂດຍຜູ້ເຂົ້າຮ່ວມກອງປະຊຸມປະກອບດ້ວຍ ຄະນະປະເມີນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນ ສປປ ລາວ ປະກອບມາຈາກ ກະຊວງປ້ອງກັນຄວາມສະຫງົບ, ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ, ກະຊວງພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ທັງໝົດຈຳນວນ 69 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍເພື່ອ ຢັ້ງຢືນ ແລະ ຊີ້ແຈ້ງຄືນ ຕໍ່ກັບຜົນການປະເມີນ ຂອງ ຄະນະປະເມີນ ທີ່ໄດ້ລົງມາກວດກາຕົວຈິງ (On-Site Visit) ຄັ້ງວັນທີ 12 ກັນຍາ 2022 ທີ່ຜ່ານມາ ໂດຍສະເພາະຕິດພັນກັບເນື້ອໃນ ບົດປະເມີນຄັ້ງທີ 2 ຂອງ ສປປ ລາວ (Mutual Evaluation Report “MER”) ສປປ ລາວ ເຫັນວ່າຍັງມີບາງຈຸດ ຕາມມາດຕະຖານຂອງອົງການຕ້ານການຟອກເງິນສາກົນ (Financial Action Task Force “FATF”) ໃນຮູບແບບການກວດກາທາງດ້ານເອກະສານ “40 ຂໍ້ແນະນໍາ (ລວມມີ 247 ຂໍ້ຍ່ອຍ) ກ່ຽວກັບການສ້າງນິຕິກໍາ ແລະ ກົນໄກການປະຕິບັດ ວຽກງານ AML/CFT” ແລະ “11 ປະສິດທິຜົນ (ລວມມີ 55 ຂໍ້ຍ່ອຍ) ກ່ຽວກັບການສະແດງໃຫ້ເຫັນປະສິດທິຜົນຂອງການຈັດຕັ້ງປະຕິບັດກົດໝາຍ ທີ່ມີກ່ຽວກັບການຢັ້ງຢືນດ້ວຍສະຖິຕິ ແລະ ກໍລະນີສຶກສາ ກ່ຽວກັບວຽກງານ AML/CFT” ສປປ ລາວ ສາມາດຈັດຕັ້ງໄດ້ໃນໄລຍະຜ່ານມາ ແມ່ນສະເໜີໃຫ້ຄະນະປະເມີນນຳໄປພິຈາລະນາ. ພາຍຫຼັງສຳເລັດການເຮັດວຽກຮ່ວມກັບຄະນະປະເມີນ ສປປ ລາວ ຈະໄດ້ເຂົ້າໄປປ້ອງກັນຜົນການປະເມີນຄັ້ງສຸດທ້າຍ ແລະ ຮັບຟັງຜົນການປະເມີນ ໃນກອງປະຊຸມປະຈຳປີ 2023 ກຸ່ມອາຊີປາຟີຊີກ ເພື່ອຕ້ານການຟອກເງິນ (APG) ວ່າ ສປປ ລາວຈະຢູ່ໃນລະດັບໃດ ຊຶ່ງຜົນການປະເມີນປະກອບດ້ວຍ 4 ລະດັບ: 1). ຕິດຕາມປົກກະຕິ (Follow-up Report “FUR”); 2). ຕິດຕາມແບບໃກ້ຊິດ (Enhance Follow-up Report); 3). ຕິດຕາມແບບໃກ້ຊິດ ແລະ ເຂັ້ມງວດ (Enhance Expedited Follow-up Report) ແລະ 4). ບັນຊີສີເທົາ (ຕິດຕາມຈາກ ICRG). ຊຶ່ງຜົນການປະເມີນແຕ່ລະລະດັບຈະມີຜົນກະທົບທາງດ້ານ ການເມືອງ ແລະ ເສດຖະກິດ ຕາມແຕ່ ລະດັບທີ່ແຕກຕ່າງກັນອອກໄປ.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2023

ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2023, ໃນວັນທີ 24 ມີນາ 2023 ທີ່ຫ້ອງປະຊຸມສໍານັກງານນາຍົກລັດຖະມົນຕີ ໃນຕອນເຊົ້າຂອງ ວັນທີ 24 ມີນາ 2023, ເວລາ 08:00-11:30 ໂມງ, ທີ່ຫ້ອງປະຊຸມສໍານັກງານນາຍົກລັດຖະມົນຕີໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2023 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ(ຄຕຟງ). ພ້ອມນີ້, ກໍມີບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ພະນັກງານຂອງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ ຈຳນວນ 40 ກວ່າທ່ານ. ກອງປະຊຸມໃນຄັ້ງນີ້ ກອງເລຂາ ກໍ່ຄື ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ນໍາສະເໜີກ່ຽວກັບຮ່າງຜົນການປະເມີນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (2nd Draft Mutual Evaluation Report “2nd Draft MER”) ຈາກສາກົນ ຕໍ່ ສປປ ລາວ ທີ່ໄດ້ຮັບໃນວັນທີ 13 ມີນາ 2023 ທີ່ຜ່ານມາ. ຊຶ່ງຜົນການປະເມີນໃນຄັ້ງນີ້ເປັນຜົນການປະເມີນທີ່ທີມປະເມີນສາກົນສົ່ງມາເປັນຮອບທີ 2, ໂດຍເຫັນວ່າຜົນການປະເມີນດັ່ງກ່າວແມ່ນສາມາດຈັດຕັ້ງປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້ໃນລະດັບໜຶ່ງ, ແຕ່ກໍ່ຫຼີກລ້ຽງບໍ່ໄດ້ ໃນບາງບັນຫາທີ່ຄະນະຂອງພວກເຮົາຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເພື່ອໃຫ້ສາມາດແກ້ໄຂບາງໜ້າວຽກທີ່ຮີບດ່ວນໃຫ້ສຳເລັດຕາມາດຖານທີ່ສາກົນກຳນົດ. ນອກຈາກນີ້ ກໍຍັງໄດ້ລາຍງານແຜນວຽກໃນຕໍ່ໜ້າເພື່ອກະກຽມໃນການຈັດຕັງປະຕິບັດພາຍຫຼັງ ທີ່ຜົນການປະເມີນຮອບດ້ານ ຂອງ ສປປ ລາວ ຖືກຮັບຮອງໃນກອງປະຊຸມປະຈຳປີຂອງກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ ທີ່ຈະຈັດຂຶ້ນໃນເດືອນກໍລະກົດ 2023 ນີ້.


ກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານການປະເມີນຜົນຮອບດ້ານ ວຽກງານຕ້ານສະກັດກັ້ນ ການຟອກເງິນ ເເລະ ສະໜອງທືນແກ່ການກໍ່ການຮ້າຍ (AML/CFT) ຮ່ວມກັບ ສສ ຫວຽດນາມ

ໃນວັນທີ 13-15 ມີນາ 2023, ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານການປະເມີນຜົນຮອບດ້ານ ວຽກງານຕ້ານສະກັດກັ້ນ ການຟອກເງິນ ເເລະ ສະໜອງທືນແກ່ການກໍ່ການຮ້າຍ (AML/CFT) ຮ່ວມກັບ ສສ ຫວຽດນາມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍເພື່ອເປັນການກະກຽມໃຫ້ແກ່ການປ້ອງກັນການປະເມີນຮອບດ້າວຽກງານ (AML/CFT) ຄັ້ງທີ 2 ຂອງ ສປປ ລາວ, ໃຫ້ສາມາດໄດ້ຮັບປະສິດຕິພົນທີ່ດີຂື້ນ ຕາມທິດຊີ້ນຳຂອງຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ. ໂດຍຜູ້ເຂົ້າຮ່ວມກອງປະຊຸມປະກອບດ້ວຍ ເຈົ້າໜ້າທີ່ໜ່ວຍງານຂ່າວກອງທາງດ້ານການເງິນ ແລະ ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບ ຈາກ ສສ ຫວຽດນາມ ມາແລກປ່ຽນບົດຮຽນ ໂດຍສະເພາະວຽກງານຂ່າວກອງທາງດ້ານການເງິນ ແລະ ການສືບສວນ-ສອບສວນ ບັນຫາການກໍ່ການຮ້າຍ ໃຫ້ ສຕຟງ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນ ສປປ ລາວ.


ກອງປະຊຸມສຳມະນາລະດັບພາກພື້້ນອາຊີກ່ຽວກັບວຽກງານ AML/CFT ໃນລະຫວ່າງວັນທີ 08-10 ມີນາ 2023 ທີ່ເມືອງບາຫຼີ ປະເທດອິນໂດເນເຊຍ

ໃນວັນທີ 8 ມີນາ 2023, ສປປ ລາວ, The European Union (EU) ແລະ ປະເທດ ອິນໂດເນເຊຍ ໄດ້ຮ່ວມກັນ ຈັດກອງປະຊຸມສຳມະນາລະດັບພາກພື້້ນອາຊີຂື້ນ ໃນຫົວຂໍ້: ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາລັບປະເທດອາຊຽນ, ຊຶ່ງກອງປະຊຸມສໍາມະນາດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 03 ວັນ, ໃນລະຫວ່າງວັນທີ 08-10 ມີນາ 2023 ທີ່ເມືອງບາຫຼີ, ປະເທດອິນໂດເນເຊຍ. ກອງປະຊຸມດັ່ງກ່າວໄດ້ຮັບກຽດຈາກ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ Vicent PIKET ເອກອັກຄະລະຖະທູດ EU ປະຈຳອິນໂດເນເຊຍ ແລະ ທ່ານ Caka Alverdi Awal, ຫົວໜ້າກົມຈາກກະຊວງການຕ່າງປະເທດ ອິນໂດເນເຊຍ ເຂົ້າຮ່ວມເປັນປະທານ. ຊຶ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 45 ທ່ານ ຈາກພາກສ່ວນກ່ຽວຂ້ອງຂອງບັນດາປະເທດໃນຂົງເຂດອາຊຽນ. ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ແລະ ແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດມາດຕະຖານສາກົນ ກ່ຽວກັບການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເວົ້າລວມ, ເວົ້າສະເພາະ ການຈັດຕັ້ງປະຕິບັດ ຂໍ້ແນະນຳທີ 8 ອົງການບໍ່ຫວັງຜົນກໍາໄລ, ຂໍ້ແນະນໍາທີ 1 ການປະເມີນຄວາມສ່ຽງແຫ່ງຊາດ ແລະ ປະສິດທີຜົນ 10 ການສະກັດກັ້ນອົງການບໍ່ຫວັງຜົນກໍາໄລ ບໍ່ໃຫ້ຖືກສວຍໃຊ້ເຂົ້າໃນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຫຼື ເປັນເຄື່ອງມືຂອງຜູ້ກໍ່ການຮ້າຍ (ການປະເມີນຄວາມສ່ຽງຕໍ່ຂະແໜງການ ອົງການບໍ່ຫວັງຜົນກໍາໄລ) ທີ່ເປັນບັນຫາສໍາຄັນ ທີ່ ສປປ ລາວ ແລະ ຫຼາຍປະເທດໃນອາຊຽນພວມສຸມໃສ່ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.


ຂະບວນການກິລາມິດຕະພາບບານເຕະ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມິນາ 2023 ຄົບຮອບ 113 ປີ

ໃນຕອນແລງ ເວລາ 17:00 ຂອງວັນທີ 07 ມີນາ 2023 ທີ່ເດີ່ນເຕະບານເຟີລາລີ້, ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ກົມຄຸ້ມຄອງສະຖາບັນການເງິນ ໄດ້ຮ່ວມກັນສ້າງກິດຈະກຳຂະບວນການກິລາມິດຕະພາບບານເຕະ (ຊາຍ-ຍິງ) ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມິນາ 2023 ຄົບຮອບ 113 ປີ ທີ່ຈະມາເຖິງ ແລະ ພ້ອມທັງ ເປັນການສ້າງຂະບວນການຮັດແໜັນຄວາມສາມາຄີຂອງທັງສອງຝ່າຍ.


ກອງປະຊຸມເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງກັບວຽກງານ AML/CFT ໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ (ທະນາຄານທຸລະກິດ, ບໍລິສັດເຊົ່າສິນເຊື່ອ, ແລະ ໂຮງຊວດຈໍາ) ວັນທີ 15-16/02/2023 ທີ່ແຂວງສະຫວັນນະເຂດ

ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (Institute for Legal Support and Technical Assistance “ILSTA”) ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບການປະຕິບັດພັນທະດ້ານວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Anti--Money Laundering and Counter-Financing of Terrorism “ວຽກງານ AML/CFT”) ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ຢູ່ຂັ້ນທ້ອງຖິ່ນ (ທະນາຄານທຸລະກິດ, ບໍລິສັດເຊົ່າສິນເຊື່ອ ແລະ ໂຮງຊວດຈໍາ) ຂຶ້ນໃນວັນທີ 15-16 ກຸມພາ 2023 ທີ່ ສາຂາ ທະນາຄານ ແຫ່ງ ສປປ ລາວ ແຂວງ ສະຫວັນນະເຂດ ໃຫ້ກຽດເປັນປະທານໂດຍ ທ່ານ ຈິນດາໄມ ວິໄລຫົງສ໌ ວ່າການຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ແລະ ທ່ານ (Richard Philippart) ຜູ້ອໍານວຍການ ILSTA. ຈຸດປະສົງຂອງກອງປະຊຸມສໍາມະນາ ເພື່ອເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບ ການຈັດຕັ້ງປະຕິບັດພັນທະດ້ານວຽກງານ AML/CFT ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ໄດ້ຮັບການປັບປຸງໃໝ່ ເປັນຕົ້ນ: ຂໍ້ຕົກລົງວ່າດ້ວຍມາດຕະການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາລັບຫົວໜ່ວຍທີ່ມີໜ້າທີ່ລາຍງານ (ສະບັບປັບປຸງ) ເລກທີ 10/ຄຕຟງ, ລົງວັນທີ 25 ສິງຫາ 2021 ແລະ ຄໍາສັ່ງວ່າດ້ວຍ ການກັກ, ການຍຶດ ແລະ ການອາຍັດ ທຶນ ທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ ສະບັບເລກທີ 20/ນຍ ລົງວັນທີ 26 ພະຈິກ 2020. ນອກຈາກນີ້, ກໍ່ໄດ້ນໍາສະເໜີກ່ຽວກັບສະພາບລວມຂອງການກະກຽມການປະເມີນຜົນ ຮອບທີ2 ຂອງ ສປປ ລາວ ແລະ ທົບທວນຄວາມເຂົ້າໃນຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃນການຈັດຕັ້ງປະຕິບັດສິດ ແລະ ພັນທະ ດ້ານວຽກງານ AML/CFT ໂດຍໄດ້ເນັ້ນໜັກ ການລາຍງານທຸລະກໍາທີ່ສົງໃສວ່າເປັນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການນໍາໃຊ້ມາດຕະການ ການກັກ, ການຍຶດ ແລະ ການອາຍັດ ທຶນທີ່ພົວພັນກັບຜູ່ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ທັງນີ້, ກໍ່ເພື່ອແນໃສ່ການສ້າງຂີດຄວາມສາມາດໃຫ້ແກ່ຫົວໜ່ວຍທີ່ມີ ໜ້າທີ່ລາຍງານ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບວຽກງານດັ່ງກ່າວ ແລະ ເພື່ອກະກຽມຄວາມພ້ອມຮອບດ້ານຮອງຮັບໃຫ້ແກ່ການປະເມີນຜົນຮອບດ້ານວຽກງານ AML/CFT ຂອງ ສປປ ລາວ ໃນປີ 2020-2022.


ພິທີ ມອບ-ຮັບ ເຄື່ອງອຸປະກອນລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ກົມກົດໝາຍ ຫ້ອງວ່າການກະຊວງປ້ອງກັນປະເທດ

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດ “ພິທີ ມອບ-ຮັບ ເຄື່ອງອຸປະກອນ ຈາກ ສໍານັກງານຂໍ້ມູນຕ້ານການຟອກເງິນ ໃຫ້ແກ່ ກົມກົດໝາຍ ຫ້ອງວ່າການກະຊວງປ້ອງກັນປະເທດ ໃນວັນທີ 30 ມັງກອນ 2023 ຢູ່ທີ່ ສໍານັກງານຂໍ້ມູນຕ້ານການຟອກເງິນ ໃຫ້ກຽດມອບໂດຍ ທ່ານ ນ ຂັນທະລີ ວົງໄຊຍະລາດ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ກ່າວຮັບໂດຍ ທ່ານ ພັທ ວາດສະໜາ ສີສຸລາດ ຫົວໜ້າພະແນກແຜນການແລະສັງລວມ ກົມກົດໝາຍ ຫ້ອງວ່າການກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະທີ່ຂຶ້ນກັບທັງສອງພາກສ່ວນເຂົ້າຮ່ວມ. ຈຸດປະສົງ ຂອງການ ມອບ-ຮັບ ເຄື່ອງອຸປະກອນຄັ້ງນີ້ ກໍ່ເພື່ອຊຸກຍູ້ບັນດາເຄື່ອງອຸປະກອນ ໃຫ້ແກ່ ກົມກົດໝາຍ ຫ້ອງວ່າການກະຊວງປ້ອງກັນປະເທດ ນຳໄປປະກອບເຂົ້າໃນການໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ກອງກຳລັງປ້ອງກັນຊາດໃນທົ່ວປະເທດ ໃຫ້ຮັບຮູ້-ເຂົ້າໃຈ ຕໍ່ກັບກົດໝາຍດັ່ງກ່າວ ສາມາດນຳໄປປະຕິບັດໄດ້ຢ່າງມີປະສິດທິຜົນ.


ກອງປະຊຸມການປະເມີນຮອບດ້ານວຽກງານ ຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ MUTUAL EVALUATION ON AML/CFT VISIT ໃນວັນທີ 12 ກັນຍາ 2022

ໃນວັນທີ 12 ກັນຍາ 2022, ເວລາ 09:00 ໂມງ, ທີ່ຫ້ອງປະຊຸມຊັ້ນ 8 ຕຶກຕະຫຼາດຫຼັກຊັບລາວ ໄດ້ຈັດພິທີເປີດກອງປະຊຸມການປະເມີນຮອບດ້ານວຽກງານ ຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Mutual Evaluation “ME”) ຊື່ງເປັນການມາກວດກາຕົວຈິງ (On-Site Visit) ແລະ ເປັນຄັ້ງທີ II ຂອງ ສປປ ລາວ ໂດຍກຸ່ມອາຊີປາຟີຊີກ ເພື່ອຕ້ານການຟອກເງິນ (Asia/Pacific Group on Money Laundering “APG”). ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຄະນະສະເພາະກິດຊີ້ນຳການກະກຽມການປະເມີນຮອບດ້ານ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ II. ພ້ອມນີ້, ກໍມີຄະນະສະເພາະກິດທີ່ເປັນການນຳຂັ້ນສູງ ຈາກ 09 ກະຊວງ, ບັນດາຄະນະອະນຸກໍາມະການທີ່ມາຈາກກະຊວງກ່ຽວຂ້ອງ ແລະ ອົງການທຽບເທົ່າ ພ້ອມດ້ວຍສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ເຂົ້າຮ່ວມໃນກອງປະຊຸມ ຈຳນວນ 178 ກວ່າທ່ານ ໃນການເຮັດວຽກຮ່ວມກັບ ຄະນະປະເມີນສາກົນ ຊຶ່ງເລື້ມແຕ່ວັນທີ 12-23 ກັນຍາ 2022. ການປະເມີນຜົນຮອບດ້ານ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Anti-Money Laundering and Counter Financing of Terrorism “AML/CFT”) ແມ່ນປະເມີນຕາມມາດຕະຖານຂອງອົງການຕ້ານການຟອກເງິນສາກົນ (Financial Action Task Force “FATF”) ໃນຮູບແບບການກວດກາທາງດ້ານເອກະສານ “40 ຂໍ້ແນະນໍາ (ລວມມີ 247 ຂໍ້ຍ່ອຍ) ກ່ຽວກັບການສ້າງນິຕິກໍາ ແລະ ກົນໄກການປະຕິບັດ ວຽກງານ AML/CFT” ແລະ “11 ປະສິດທິຜົນ (ລວມມີ 55 ຂໍ້ຍ່ອຍ) ກ່ຽວກັບການສະແດງໃຫ້ເຫັນປະສິດທິຜົນຂອງການຈັດຕັ້ງປະຕິບັດກົດໝາຍ ທີ່ມີກ່ຽວກັບການຢັ້ງຢືນດ້ວຍສະຖິຕິ ແລະ ກໍລະນີສຶກສາ ກ່ຽວກັບວຽກງານ AML/CFT” ທີ່ ສປປ ລາວ ສາມາດຈັດຕັ້ງໄດ້ໃນໄລຍະຜ່ານມາຕາມມາດຕະຖານສາກົນ ແລະ ການປະເມີນຜ່ານການລົງກວດກາຕົວຈິງຂອງຄະນະປະເມີນຈາກສາກົນ (On-Site Visit). ຜົນການປະເມີນຂອງກຸ່ມອາຊີປາຟີຊີກ ເພື່ອຕ້ານການຟອກເງິນ (APG) ປະກອບດ້ວຍ 4 ລະດັບ: 1). ຕິດຕາມປົກກະຕິ (Follow-up Report “FUR”); 2). ຕິດຕາມແບບໃກ້ຊິດ (Enhance Follow-up Report); 3). ຕິດຕາມແບບໃກ້ຊິດ ແລະ ເຂັ້ມງວດ (Enhance Expedited Follow-up Report) ແລະ 4). ບັນຊີສີເທົາ (ຕິດຕາມຈາກ ICRG). ຊຶ່ງຜົນການປະເມີນແຕ່ລະລະດັບຈະມີຜົນກະທົບທາງດ້ານ ການເມືອງ ແລະ ເສດຖະກິດ ຕາມແຕ່ລະລະດັບທີ່ແຕກຕ່າງກັນອອກໄປ. ໃນໄລຍະຜ່ານມາ, ສປປ ລາວ ໄດ້ຮັບການປະເມີນຜົນຮອບດ້ານ ຄັ້ງທີ I ໃນປີ 2010, ຊຶ່ງຜົນການປະເມີນໄລຍະດັ່ງກ່າວ ເຫັນວ່າ ສປປ ລາວ ບໍ່ສາມາດປະຕິບັດໄດ້ 40+9 ຂໍ້ແນະນຳ (ແບບເກົ່າ) ຕາມມາດຕະຖານຂອງອົງການ FATF, ເຮັດໃຫ້ ສປປ ລາວ ຕົກຢູ່ໃນບັນຊິຕິດຕາມ (ບັນຊີເທົາ) ປີ 2013-2017, ທາງດ້ານການເມືອງ ເຮັດໃຫ້ພາບລັກປະເທດຖືກຈັດເຂົ້າກຸ່ມປະເທດທີ່ມີຄວາມສ່ຽງສູງໃນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ທາງດ້ານເສດຖະກິດ ຄູ່ຮ່ວມງານທາງເສດຖະກິດລະງັບການຮ່ວມມື, ທະນາຄານຕົວແທນຍົກເລີກການຮ່ວມມືກັບທະນາຄານທຸລະກິດ, ບໍ່ສາມາດເຮັດທຸລະກຳກັບຕ່າງປະເທດໄດ້. ເຖິງຢ່າງໃດກໍ່ຕາມ, ຍ້ອນໄດ້ຮັບການຊີ້ນຳຈາກຂັ້ນເທິງ ແລະ ການຮ່ວມມືຂອງທຸກພາກສ່ວນທີ່ກ່ຽວຂ້ອງ, ສປປ ລາວ ໄດ້ດຳເນີນການແກ້ໄຂຂໍ້ຄົງຄ້າງ ຕາມມາດຕະຖານຂໍ້ແນະນໍາ, ຖືກກວດກາ ແລະ ທົບທວນຄືນຈາກກຸ່ມທົບທວນການຮ່ວມມືສາກົນ (International Cooperation Review Group “ICRG”) ເຮັດໃຫ້ສາມາດອອກຈາກບັນຊີຕິດຕາມ (ບັນຊີເທົາ) ໃນກາງປີ 2017. ຢ່າງໃດກໍ່ດີ, ສປປ ລາວ ມີວາລະຈະຕ້ອງໄດ້ຖືກປະເມີນຮອບດ້ານ ວຽກງານ AML/CFT ຄັ້ງທີ II ໃນປີ 2020-2021 ແຕ່ເນື່ອງຈາກການແຜ່ຂະຫຍາຍຂອງເຊື້ອພະຍາດຈຸລະໂລກສາຍພັນໃໝ່ (COVID-19) ໄດ້ສົ່ງຜົນກະທົບຕໍ່ການປະເມີນຂອງ ສປປ ລາວ ເຮັດໃຫ້ບໍ່ສາມາດເຄື່ອນໄຫວວຽກໄດ້ຕາມແຜນທີ່ກໍານົດໄວ້ ແລະ ມີການປັບປ່ຽນຂັ້ນຕອນການປະເມີນຕົວຈິງຂອງ ສປປ ລາວ ຊຶ່ງໄດ້ເລື່ອນກໍານົດເວລາການປະເມີນອອກໄປຈົນເຖິງປີ 2023. ເພື່ອກະກຽມຄວາມພ້ອມຮອງຮັບໃຫ້ແກ່ການປະເມີນຮອບດ້ານ ວຽກງານ AML/CFT ຄັ້ງທີ II, ລັດຖະບານແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ຕໍ່ວາລະການປະເມີນດັ່ງກ່າວ ໂດຍໄດ້ແຕ່ງຕັ້ງບຸກຄະລາກອນການນຳຂັ້ນສູງໃນການຊີ້ນຳການກະກຽມ ຊຶ່ງນໍາໂດຍທ່ານ ຮອງນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ ແລະ ຂັ້ນລັດຖະມົນຕີ ຈຳນວນ 25 ທ່ານ ເຂົ້າໃນຄະນະກໍາມະການຮັບຜິດຊອບຊີ້ນໍາລວມ ຊຶ່ງແບ່ງໜ້າວຽກໃຫຍ່ອອກເປັນ 04 ພາກສ່ວນ (1. ວຽກງານຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ, 2. ວຽກງານການດຳເນີນຄະດີ, 3. ວຽກງານນິຕິກຳ ແລະ ກົນໄກ ແລະ 4. ວຽກງານເຜີຍແຜ່ ແລະ ເຊື່ອມຊືມ) ແລະ ມີການແຕ່ງຕັ້ງຄະນະອະນຸກໍາມະການ ແລະ ຜູ້ຊ່ວຍວຽກ ລວມຈໍານວນທັງໝົດ 150 ກວ່າທ່ານ, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດການກະກຽມນັບແຕ່ຕົ້ນປີ 2020 ເປັນຕົ້ນມາ ເພື່ອກະກຽມເຮັດວຽກກັບຄະນະປະເມີນຈາກສາກົນ. ການຈັດຕັ້ງປະຕິບັດຂອງແຕ່ລະພາກສ່ວນ ພາກສ່ວນທີ  ວຽກງານຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ: ກຳນົດໃຫ້ໄດ້ຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ກໍ່ຄືຜູ້ການຄຸ້ມຄອງການປະຕິບັດພັນທະຂອງຕົນພາຍໃຕ້ວຽກງານ AML/CFT ເພື່ອຮັບປະກັນໃຫ້ລະບົບການດຳເນີນທຸລະກິດຂອງ ສປປ ລາວ ມີ ຄວາມປອດໃສ ປາສະຈາກອາຊະຍາກຳ; ພາກສ່ວນທີ  ວຽກງານດຳເນີນຄະດີ: ຮັບປະກັນການຈັດຕັ້ງປະຕິບັດວຽກງານສືບສວນ-ສອບສວນການກະທຳຜິດຕົ້ນ ຂອງເຈົ້າໜ້າທີ່ ມີການສືບສວນ-ສອບສວນທາງການເງິນໄປຄຽງຄູ່ກັນ ເພື່ອນຳໄປສູ່ການຕັດສິນຄະດີ ສະຖານຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ພາກສ່ວນທີ  ວຽກງານນິຕິກຳ ແລະ ກົນໄກ: ທົບທວນຄືນ ແລະ ສ້າງບັນດານິຕິກຳທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃຫ້ສອດຄ່ອງກັບມາດຕະຖານຂອງອົງການ FATF ແລະ ຮັບປະກັນກົນໄກການຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ; ພາກສ່ວນທີ  ວຽກງານເຜີຍແຜ່ ແລະ ເຊື່ອມຊືມ: ສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ບັນດາພາກສ່ວນ ແລະ ອົງການກ່ຽວຂ້ອງ ກັບພັນທະ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ກັບວຽກງານ AML/CFT ໃນລວງເລິກ, ພ້ອມທັງເຜີຍແຜ່ ແລະ ເຊື່ອມຊຶມວຽກງານ AML/CFT ໃຫ້ຮັບຮູ້ ແລະ ເຂົ້າໃຈທົ່ວສັງຄົມ. ໃນໄລຍະການກະກຽມການປະເມີນຜ່ານມາ ເຈົ້າໜ້າທີ່ທີ່ນອນໃນຄະນະກະກຽມການປະເມີນ ໄດ້ເອົາໃຈໃສ່ກະກຽມຄວາມພ້ອມ ດ້ານນິຕິກຳ, ຂໍ້ມູນ ແລະ ສະຖິຕິ ເພື່ອຊີ້ແຈງ ຕໍ່ຄະນະປະເມີນຈາກສາກົນ; ໄດ້ກະກຽມ ແລະ ເຮັດວຽກກັບຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ນອນໃນເປົ້າໝາຍຂອງຄະນະປະເມີນສາກົນ (ໂດຍສະເພາະ ກາຊິໂນ ແລະ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ນອນໃນຄວາມສ່ຽງ); ຊຸກຍູ້ໃຫ້ພາກສ່ວນສື່ມ່ວນຊົນໃນທົ່ວສັງຄົມ ເປັນກະບອກສຽງຊ່ວຍລັດຖະບານສ້າງຂະບວນການເຜີຍແຜ່ໃຫ້ມີລັກສະນະຕໍ່ເນື່ອງ ເພື່ອຮັບປະກັນຄວາມເຂົ້າໃຈຂອງປະຊາຊົນ ກໍ່ຄືຫົວໜ່ວຍທີ່ມີໜ້າທີ່ລາຍງານທັງໝົດ ໃນວຽກງານ AML/CFT ແລະ ປະຕິບັດໜ້າວຽກອື່ນໆ ເພື່ອເຮັດໃຫ້ການປະເມີນຮອບດ້ານວຽກງານ AML/CFT ຂອງ ສປປ ລາວ ຄັ້ງທີ II ຄັ້ງນີ້ ໃຫ້ໄດ້ຮັບຜົນການປະເມີນຢູ່ໃນລະດັບຄາດໝາຍທີ່ວາງໄວ້.


ກອງປະຊຸມເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງກັບວຽກງານ AML/CFT ໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ(ທະນາຄານທຸລະກິດ, ບໍລິສັດເຊົ່າສິນເຊື່ອ, ແລະ ໂຮງຊວດຈໍາ) ວັນທີ 16-17 ສິງຫາ 2022 ທີ່ ສາຂາທະນາຄານ ແຫ່ງ ສປປ ລາວ ແຂວງຫຼວງພະບາງ

ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (Institute for Legal Support and Technical Assistance “ILSTA”) ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບການປະຕິບັດພັນທະດ້ານວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Anti--Money Laundering and Counter-Financing of Terrorism “ວຽກງານ AML/CFT”) ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ຢູ່ຂັ້ນທ້ອງຖິ່ນ (ທະນາ ຄານທຸລະກິດ, ບໍລິສັດເຊົ່າສິນເຊື່ອ ແລະ ໂຮງຊວດຈໍາ) ຂຶ້ນໃນວັນທີ 16-17 ສິງຫາ 2022 ທີ່ ສາຂາ ທະນາຄານ ແຫ່ງ ສປປ ລາວ ແຂວງຫຼວງພະບາງ ໃຫ້ກຽດເປັນປະທານໂດຍ ທ່ານ ຈິນດາໄມ ວິໄລຫົງສ໌ ວ່າການຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ ນາງ ພຸດດາວັນ ສິຣິສົມບັດ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຫຼວງພະບາງ ແລະ ທ່ານ Mike Brocklehurst, ຜູ້ຕາງໜ້າຈາກ ILSTA. ຈຸດປະສົງຂອງກອງປະຊຸມສໍາມະນາ ເພື່ອເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບ ການຈັດຕັ້ງປະຕິບັດພັນທະດ້ານວຽກງານ AML/CFT ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ໄດ້ຮັບການປັບປຸງໃໝ່ ເປັນຕົ້ນ: ຂໍ້ຕົກລົງວ່າດ້ວຍມາດຕະການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາລັບຫົວໜ່ວຍທີ່ມີໜ້າທີ່ລາຍງານ (ສະບັບປັບປຸງ) ເລກທີ 10/ຄຕຟງ, ລົງວັນທີ 25 ສິງຫາ 2021 ແລະ ຄໍາສັ່ງວ່າດ້ວຍ ການກັກ, ການຍຶດ ແລະ ການອາຍັດ ທຶນ ທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ ສະບັບເລກທີ 20/ນຍ ລົງວັນທີ 26 ພະຈິກ 2020. ນອກຈາກນີ້, ກໍ່ໄດ້ນໍາສະເໜີກ່ຽວກັບສະພາບລວມຂອງການກະກຽມການປະເມີນຜົນ ຮອບທີ2 ຂອງ ສປປ ລາວ ແລະ ທົບທວນຄວາມເຂົ້າໃນຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃນການຈັດຕັ້ງປະຕິບັດສິດ ແລະ ພັນທະ ດ້ານວຽກງານ AML/CFT ໂດຍໄດ້ເໜັ້ນໜັກ ການລາຍງານທຸລະກໍາທີ່ສົງໃສວ່າເປັນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການນໍາໃຊ້ມາດຕະການ ການກັກ, ການຍຶດ ແລະ ການອາຍັດ ທຶນທີ່ພົວພັນກັບຜູ່ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ທັງນີ້, ກໍ່ເພື່ອແນໃສ່ການສ້າງຂີດຄວາມສາມາດໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານດັ່ງກ່າວ ແລະ ເພື່ອກະກຽມຄວາມພ້ອມຮອບດ້ານຮອງຮັບໃຫ້ແກ່ການປະເມີນຜົນຮອບດ້ານວຽກງານ AML/CFT ຂອງ ສປປ ລາວ ໃນປີ 2020-2022.


ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ສະຖາບັນການທະນາຄານໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດວ້ຍຮ່ວມມືທາງດ້ານວິຊາການ, ໃນວັນທີ 25 ສິງຫາ 2022 ທີ່ສະຖາບັນການທະນາຄານ.

ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ສະຖາບັນການທະນາຄານໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດວ້ຍຮ່ວມມືທາງດ້ານວິຊາການ, ໃນວັນທີ 25 ສິງຫາ 2022 ທີ່ສະຖາບັນການທະນາຄານ. ຈຸດປະສົງໃນການຮ່ວມມືທາງດ້ານວິຊາການໃນຄັ້ງນີ້ແມ່ນ: 1. ຈັດຕັ້ງຜັນຂະຫຍາຍຢ່າງເລິກເຊິ່ງ, ພ້ອມທັງຫັນເປັນແຜນງານ-ໂຄງການອັນລະອຽດ, ຈະແຈ້ງ, ວາງຄາດໝາຍສູ້ຊົນແຕ່ລະດ້ານ ເພື່ອຈັດຕັ້ງປະຕິບັດດ້ວຍຈິດໃຈບຸກທະລຸສູງ ແລະ ມີປະສິດທິຜົນ; 2. ຍົກລະດັບຄວາມຮູ້-ຄວາມສາມາດ ກ່ຽວກັບນະໂຍບາຍ ແລະ ແນວທາງໃນການຈັດຕັ້ງປະຕິບັດ, ສິດ ແລະ ພັນທະ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ, ມາດຕະການລົງໂທດ ໃນກໍລະນີທີ່ບໍ່ສາມາດປະຕິບັດໄດ້ ຕາມກົດໝາຍວ່າດ້ວຍ ການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ ພ້ອມທັງມາດຕະຖານສາກົນດ້ານ.AML/CFT.ທີ່.ສປປ.ລາວ.ຕ້ອງປະຕິບັດ; 3. ເພີ່ມທະວີການບໍາລຸງກໍ່ສ້າງພະນັກງານ ແລະ ຫລັກສູດການຮຽນ-ການສອນ ແລະ ອຸປະກອບຮັບໃຊ້ຕ່າງໆ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາປີ 2022, ໃນວັນທີ 8 ສິງຫາ 2022 ທີ່ຫ້ອງປະຊຸມສໍານັກງານນາຍົກລັດຖະມົນຕີ

ໃນວັນທີ 8 ສິງຫາ 2022, ເວລາ 13:30-16:00 ໂມງ, ທີ່ຫ້ອງປະຊຸມສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາປີ 2022 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ(ຄຕຟງ). ພ້ອມນີ້, ກໍມີບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ພະນັກງານຂອງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ ຈຳນວນ 50 ກວ່າທ່ານ. ກອງປະຊຸມໃນຄັ້ງນີ້ ກອງເລຂາ ກໍ່ຄື ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ນໍາສະເໜີກ່ຽວກັບ ການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມຂອງ ຄຕຟງ ສະໄໝສາມັນ ຄັ້ງທີ I ວັນທີ 30 ມີນາ 2022 ແລະ ການກະກຽມການປະເມີນຕົວຈິງຮອບດ້ານ (Mutual Evaluation “ME” On-site Visit) ວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈາກສາກົນ ຕໍ່ ສປປ ລາວ ຊຶ່ງຄາດວ່າຈະຈັດຂຶ້ນລະຫວ່າງ ເດືອນສິງຫາ - ກັນຍາ 2022. ຊຶ່ງການມາເຮັດວຽກຂອງສາກົນຄັ້ງນີ້ ມີຄວາມສໍາຄັນຫຼາຍ, ເພື່ອໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ໃຫ້ຂໍ້ມູນ ແລະ ຊີ້ແຈງ ຕໍ່ຄະນະປະເມີນຈາກສາກົນນຳໄປພິຈາລະນາຈັດອັນດັບ ສປປ ລາວ ໃນການຈັດຕ້ັງປະຕິບັດວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໂດຍສົມທຽບຕາມມາດຖານຂອງສາກົນ. ໃນທີ່ປະຊຸມໄດ້ຕີລາຄາສູງ ຕໍ່ກັບ ການກະກຽມ, ຄວາມພ້ອມ ແລະ ຄວາມຄືບໜ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ພ້ອມທັງໃຫ້ສືບຕໍ່ບາງໜ້າວຽກເຊັ່ນ: 1) ເຈົ້າໜ້າທີ່ທີ່ນອນໃນຄະນະກະກຽມການ ປະເມີນຮອບດ້ານວຽກງານ ຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂອງ ສປປ ລາວ ຄັ້ງທີ II ໃຫ້ເອົາໃຈໃສ່ກະກຽມຄວາມພ້ອມດ້ານ ຂໍ້ມູນ ແລະ ສະຖິຕິ ເພື່ອຊີ້ແຈງ ຕໍ່ທີມປະເມີນສາກົນ ທີ່ຈະມາກວດກາຕົວຈິງ (Onsite-Visit) ໃນວັັນທີ 12-23 ກັນຍາ 2022 ທີ່ຈະມາເຖິງນີ້; 2) ກະກຽມເຮັດວຽກກັບ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ນອນໃນເປົ້າໝາຍເຮັດວຽກຂອງທີມປະເມີນສາກົນ (ໂດຍສະເພາະກາຊິໂນ ແລະ ຫົວໜ່ວຍທີ່ນອນໃນຄວາມສ່ຽງ); 3) ຊຸກຍູ້ໃຫ້ພາກສ່ວນສື່ມວນຊົນໃນທົ່ວສັງຄົມ ເປັນກະບອກສຽງຊ່ວຍລັດຖະບານສ້າງຂະບວນການເຜີຍແຜ່ໃຫ້ມີລັກສະນະຕໍ່ເນື່ອງ ເພື່ອຄວາມເຂົ້າໃຈຂອງປະຊາຊົນ ກໍ່ຄືຫົວໜ່ວຍທີ່ມີໜ້າທີ່ລາຍງານທັງໝົດ ໃນວຽກງານ ຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ AML/CFT ແລະ 4) ສືບຕໍ່ປະຕິບັດໜ້າວຽກອື່ນໆ ເພື່ອເຮັດໃຫ້ການປະເມີນຮອບດ້ານວຽກງານຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ AML/CFT ຂອງ ສປປ ລາວ ຄັ້ງທີ II ປີ 2022 ຈາກສາກົນ ໄດ້ຮັບຜົນການປະເມີນຢູ່ໃນລະດັບຄາດໝາຍທີ່ວາງໄວ້.


ກອງປະຊຸມເຜີຍແຜ່ຄຳສັ່ງວ່າດ້ວຍ ການກັກ ການຍຶດ ແລະ ອາຍັດ ທຶນທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ ສະບັບເລກທີ 20/ນຍ ແລະ ນິຕິກໍາ ທີ່ຕິດພັນກັບພັນທະຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ຫ້ອງປະຊຸມໂຮງແຮມແກລນຫຼວງພະບາງ

ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ໃນນາມກອງເລຂາຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ໄດ້ຈັດກອງປະຊຸມການເຜີຍແຜ່ຄຳສັ່ງວ່າດ້ວຍ ການກັກ ການຍຶດ ແລະ ອາຍັດ ທຶນທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜານອາວຸດທຳລາຍລ້າງຜານ ສະບັບເລກທີ 20/ນຍ, ລົງວັນທີ 26 ພະຈິກ 2020 ແລະ ນິຕິກໍາອີກຈໍານວນໜຶ່ງ ທີ່ຕິດພັນກັບພັນທະຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ຫ້ອງປະຊຸມໂຮງແຮມແກລນຫຼວງພະບາງໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ນ ສີລີພອນ ສຸພັນທອງ ຮອງເຈົ້າແຂວງ ແຂວງຫຼວງພະບາງ ແລະ ທ່ານ ເດວິດ ເຟລນ, ຊ່ຽວຊານຈາກໂຄງການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ກໍ່ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມກອງປະຊຸມ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາບັນດາທ່ານ ຄະນະກົມ, ຄະນະພະແນກ ແລະ ວິຊາການ ຕາງໜ້າຈາກ ຄະນະສະເພາະກິດ, ພະແນກການ, ຫ້ອງການ ແລະ ຂະ ແໜງການ ເຈົ້າໜ້າທີ່ທະຫານ, ເຈົ້້າທີ່ຕໍາຫຼວດ, ເຈົ້າໜ້າທີ່ພາສີ, ອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ກໍ່ໄດ້ເຂົ້າຮ່ວມຢ່າງ ພ້ອມພຽງ ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ເຂົ້າຮ່ວມທັງໝົດຈໍານວນ 65 ທ່ານ. ການຈັດກອງປະຊຸມດັ່ງກ່າວ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕໍ່ກັບເນື້ອໃນ ແລະ ຫຼັກການທີ່ໄດ້ກໍານົດໄວ້ໃນຄໍາສັ່ງດັ່ງກ່າວ ຮັບປະກັນໃຫ້ພາກສ່ວນກ່ຽວຂ້ອງສາມາດນໍາເອົາຂໍ້ກໍານົດ ແລະ ຫຼັກການ ໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນຢ່າງເປັນຮູບປະທໍາ ຊຶ່ງມີທັງໝົດ 04 ເນື້ອໃນຄື: 1) ພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ, 2). ຄຳສັ່ງວ່າດ້ວຍ ການກັກ ການຍຶດ ແລະ ອາຍັດ ທຶນທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງຜານ ສະບັບເລກທີ 20/ນຍ, ລົງວັນທີ 26 ພະຈິກ 2020; 3). ຄໍາສັ່ງວ່າດ້ວຍ ການກັກ ການຍຶດ ແລະ ການອາຍັດ ທຶນທີ່ພົວພັນກັບຜູ້ກໍ່ການຮ້າຍ ແລະ ການສະນອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 03/ນຍ, ລົງວັນທີ 11 ກຸມພາ 2016 ແລະ 4). ຄຳແນະນຳວ່າດ້ວຍການຂຶ້ນບັນຊີລາຍຊື່່ຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ສະບັບເລກທີ 03/ຄຕຟງ, ລົງວັນທີ 27 ເມສາ 2022, ພ້ອມດຽວກັນນີ້, ກໍ່ເປັນການຈັດຕັ້ງປະຕິບັດແຜນວຽກໃນການກະກຽມຄວາມພ້ອມຮອງຮັບໃຫ້ແກ່ການປະເມີນການຈັດຕັ້ງປະຕິບັດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມພັນທະນາກົນ ຂອງ ສປປ ລາວ ໃນຄັ້ງທີ 02 (ລະຫວ່າງ ປີ 2021-2022).


ພິທີມອບຮັບເຄື່ອງອຸປະກອນຈາກ ສໍານັກງານຂໍ້ມູນຕ້ານການຟອກເງິນໃຫ້ແກ່ ພະແນກກົດຫມາຍ ຫ້ອງການເມືອງ ກອງພົນທະຫານຮາບທີ່ 1

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດ “ພິທີ ມອບ-ຮັບ ເຄື່ອງອຸປະກອນ ຈາກ ສໍານັກງານຂໍ້ມູນຕ້ານການຟອກເງິນ ໃຫ້ແກ່ ພະແນກກົດຫມາຍ ຫ້ອງການເມືອງ ກອງພົນທະຫານຮາບທີ່ 1” ໃນວັນທີ 27 ກໍລະກົດ 2022 ຢູ່ທີ່ ສໍານັກງານຂໍ້ມູນຕ້ານການຟອກເງິນ ໃຫ້ກຽດມອບໂດຍ ທ່ານ ນ ຂັນທະລີ ວົງໄຊຍະລາດ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ກ່າວຮັບໂດຍ ທ່ານ ຮ້ອຍເອກ ຈັນສະຖິດ ອຸນາພົມ ຮອງພະແນກກົດໝາຍ ຫ້ອງການເມືອງ ກອງພົນທະຫານຮາບທີ 1, ພ້ອມດ້ວຍຄະນະທີ່ຂຶ້ນກັບທັງສອງພາກສ່ວນເຂົ້າຮ່ວມ. ຈຸດປະສົງ ຂອງການ ມອບ-ຮັບ ເຄື່ອງອຸປະກອນຄັ້ງນີ້ ກໍ່ເພື່ອຊຸກຍູ້ບັນດາເຄື່ອງອຸປະກອນ ໃຫ້ແກ່ ພະແນກກົດຫມາຍ ຫ້ອງການເມືອງ ກອງພົນທະຫານຮາບທີ່ 1 ນຳໄປປະກອບເຂົ້າການໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ ຢູ່ບັນດາ: 5 ອົງການ, 2 ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍ, ກອງພັນນ້ອຍ ແລະ ກອງຮ້ອຍເອກະລາດ ທີ່ຂື້ນກັບ ກອງພົນທະຫານຮາບທີ່ 1 ລວມທັງໝົດ 32 ຫົວໜ່ວຍກົມກອງ ໃຫ້ ຮັບຮູ້-ເຂົ້າໃຈ ຕໍ່ກັບກົດໝາຍວ່າດ້ວຍການວຽກງານ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ຢ່າງເລີກເຊິ່ງ ແລະ ສາມາດນຳໄປປະຕິບັດໄດ້.


ສ້າງຂະບວນການຮັດແໜັນຄວາມສາມາຄີຂອງສາມຝ່າຍ ແລະ ຊົມເຊີຍຜົນສຳເລັດໃນການມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021

ໃນຕອນແລງ ເວລາ 17:00 ວັນທີ 29 ມິຖຸນາ 2022 ທີ່ຜ່ານມາ ໄດ້ຈັດຂະບວນການກິລາມິດຕະພາບ “ບານເຕະ ແລະ ເປຕັງ” ທ່ານ ຊາຍ ພົບກັບ ທ່ານ ຊາຍ ແລະ ທ່ານຍິງ ພົບກັບ ທ່ານຍິງ ພາຍໃນທະນາຄານແຫ່ງ ສປປ ລາວ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ກົມຮ່ວມມືສາກົນ” ເພື່ອເປັນການສ້າງຂະບວນການ ຮັດແໜັນຄວາມສາມາຄີຂອງທັງສາມຝ່າຍ ແລະ ຊົມເຊີຍຜົນສຳເລັດໃນການມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021.


ກອງປະຊຸມສໍາມະນາກ່ຽວກັບການປະຕິບັດພັນທະດ້ານວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ” ວັນທີ 04-05 ກໍລະກົດ 2022, ທີ່ໂຮງແຮມ ເໝືອງແທັງ

ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (Institute for Legal Support and Technical Assistance “ILSTA”) ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບການປະຕິບັດພັນທະດ້ານວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ຂຶ້ນໃນວັນທີ 04-05 ກໍລະກົດ 2022 ທີ່ໂຮງແຮມ ເໝືອງແທັງ, ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ຂັນທະລີ ວົງໄຊຍະລາດ, ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ. ຈຸດປະສົງຂອງກອງປະຊຸມສໍາມະນາ ເພື່ອເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍມາດຕະການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາລັບຫົວໜ່ວຍທີ່ມີໜ້າທີ່ລາຍງານ (ສະບັບປັບປຸງ) ເລກທີ 10/ຄຕຟງ, ລົງວັນທີ 25 ສິງຫາ 2021 (ຊຶ່ງໄດ້ປັບປຸງຈາກ ຂໍ້ຕົກລົງວ່າດ້ວຍ ການຊອກຮູ້ລູກຄ້າ ແລະ ການເພີ່ມທະວີຄວາມເອົາໃຈໃສ່ລູກຄ້າ, ສະບັບເລກທີ 01/ຄຕຟງ, ລົງວັນທີ 15 ມັງກອນ 2016) ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງ ເປັນຕົ້ນ: ຄໍາແນະນໍາວ່າດ້ວຍການຂຶ້ນບັນຊີລາຍຊື່ ຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 03/ຄຕຟງ, ລົງວັນທີ 27 ເມສາ 2022, ແນໃສ່ສ້າງຂີດຄວາມສາມາດໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານດັ່ງກ່າວ.


ກອງປະຊຸມການຝຶກອົບຮົມແນະນໍາການຕອບຄໍາຖາມເຈາະຈີ້ມ ກ່ຽວກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນວັນທີ 21-24 ມິຖຸນາ 2022 ທີ່ ແຂວງວຽງຈັນ

ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ກໍຄືຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄດ້ຈັດກອງປະຊຸມການຝຶກອົບຮົມແນະນໍາການຕອບຄໍາຖາມເຈາະຈີ້ມ ກ່ຽວກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນວັນທີ 21-24 ມິຖຸນາ 2022 ທີ່ ແຂວງວຽງຈັນ, ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າຄະນະກຳມະການຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ວຽກງານເຜີຍແຜ່ ແລະ ເຊື່ອມຊືມ ແລະ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າຄະນະກຳມະການຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ວຽກງານການດຳເນີນຄະດີ. ກອງປະຊຸມຝຶກອົບຮົມ ດັ່ງກ່າວ ໄດ້ມີເຈົ້າໜ້າທີ່ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງການຕ່າງປະເທດ, ກະຊວງອຸດສະຫະກໍາ ແລະ ການຄ້າ, ກະຊວງການເງິນທະນາຄານ ແຫ່ງ ສປປ ລາວ ແລະ ບັນດາ ພາກສ່ວນກ່ຽວຂ້ອງ ຜູ້ເຂົ້າຮ່ວມ 90 ທ່ານ. ການຝຶກອົບຮົມແນະນຳໃນຄັ້ງນີ້ແມ່ນ ຈະໄດ້ດຳເນີນໄປເປັນເວລາ 04 ວັນ ໂດຍຈູດປະສົງແມ່ນເນັ້ນໃສ່ແນະນໍາວິທີການ, ຂະບວນການປະເມີນ ແລະ ຄໍາຖາມເຈາະຈີ້ມຂອງຄະນະປະເມີນຈາກສາກົນ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກວິຊາສະເພາະຂອງແຕ່ລະພາກສ່ວນ ເພື່ອສ້າງຄວາມເຂົ້າໃຈ ເອກະພາບ ແລະ ຄວາມສອດຄ່ອງດ້ານເນື້ອໃນ ແລະ ເປັນການກະກຽມການທົດລອງ ໃນເດືອນກໍລະກົດ 2022 ແລະ ກວດກາຕົວຈິງ (On-site visit) ຂອງຄະນະປະເມີນສາກົນໃນກາງເດືອນກັນຍາ 2022. ການປະເມີນຮອບທີ II ຂອງສາກົນຄັ້ງນີ້ມີຄວາມສຳຄັນຫຼາຍ, ຄຕຟງ ກໍຄືລັດຖະບານໄດ້ເອົາໃຈໃສ່ມີການກະກຽມຄວາມພ້ອມ ໂດຍການແຕ່ງຕັ້ງຄະນະສະເພາະກິດທັງຂັ້ນສູງ ແລະ ວິຊາການ ກໍຄືບັນທ່ານທີ່ເຂົ້າຮ່ວມໃນມື້ນີ້, ໄດ້ມີການຄົ້ນຄ້ວາຄຳຖາມ, ປະສານງານ, ແລກປ່ຽນຂໍ້ມູນ, ເພື່ອເຮັດໃຫ້ການປະກອບຂໍ້ມູນໃສ່ຄຳຖາມທີ່ມີຫຼາຍກວ່າ 300 ຂໍ້ ແລະ ຄໍາຖາມເພີ່ມຕື່ມອີກ 800 ກວ່າຂໍ້ ເພື່ອໃຫ້ສາມາດສ້າງເປັນບົດລາຍງານສອງສະບັບ ດ້ານນິຕິກຳ ແລະ ດ້ານປະສິດທິຜົນການຈັດຕັ້ງປະຕິບັດສົ່ງໃຫ້ສາກົນ, ພ້ອມທັງເປັນການສ້າງບົດແນະນຳທີ່ພວກເຮົາຈະມາແລກປ່ຽນບົດຮຽນກັນ. ທັງໝົດນັ້ນ ກໍ່ເພື່ອລີກລ້ຽງການຕົກຢູ່ໃນບັນຊີຕິດຕາມ ແລະ ຮັບປະກັນປະສິດທິຜົນການປະເມີນຕົວຈິງໃນເດືອນກັນຍາ 2022 ຂອງຄະນະທີມປະເມີນສາກົນ ໃນຄັ້ງນີ້.


ກອງປະຊຸມເປີດກວ້າງເນື້ອໃນຕໍ່ຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ວັນທີ 13 ພຶດສະພາ 2022

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມເປີດກວ້າງເນື້ອໃນຕໍ່ຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄລຍະ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035 ໃນວັນທີ 13 ພຶດສະພາ 2022 ທີ່ຫ້ອງປະຊຸມຊັ້ນ 7 ທະນາຄານແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າຄະນະຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ພ້ອມດ້ວຍ ຄະນະ ແລະ ບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງ ໃນການຈັດກອງປະຊຸມຄັ້ງນີ້ ກໍ່ເພື່ອ ເປີດກວ້າງເນື້ອໃນຕໍ່ຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄລຍະ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035 ຕໍ່ກອງປະຊຸມ ແລະ ລາຍງານບາງ ເນື້ອໃນ ຫຼື ບັນຫາ ທີ່ຈະຕ້ອງໄດ້ປຶກສາຫາລື ແລະ ມີຄຳເຫັນເປັນຕົ້ນ: 1.) ເນື້ອໃນຕໍ່ຮ່າງຍຸດທະສາດແຫ່ງຊາດ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄລຍະ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035; 2.) ກາລະໂອກາດ, ສິ່ງທ້າທາຍ ແລະ ວິໄສທັດ ຂອງແຜນຍຸດທະສາດ; 3.) ເນື້ອໃນທີ່ເປັນຍຸດທະສາດ ແລະ ແຜນງານ. ເພື່ອໃຫ້ ບັນດາທ່ານທີ່ມາຈາກບັນດາກະຊວງທີ່ກ່ຽວຂ້ອງ ຊ່ວຍໃນການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ແຕ່ລະເນື້ອໃນຢ່າງລະອຽດ, ພາວະວິໄສ, ກົງໄປກົງມາ ແລະ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບສູງ ພ້ອມທັງມີຜົນສໍາເລັດຕາມແຜນ. ຜ່ານການ ດຳເນີນກອງປະຊຸມເຫັນໄດ້ເຖິງ ຄວາມຮັບຜິດຊອບສູງຂອງບັນດາທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມ ຊຶ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປະກອບຄໍາຄິດເຫັນ ເປີດກວ້າງເນື້ອໃນຕໍ່ຮ່າງຍຸດທະສາດແຫ່ງຊາດ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄລຍະ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035 ເພື່ອໃຫ້ຄະນະຄົ້ນຄວ້ານໍາເອົາຄໍາຄິດເຫັນໃນກອງປະຊຸມມາປັບປຸງ ແລະ ລາຍງານ ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອສະເໜີລັດຖະບານຮັບຮອງແຜນດັ່ງກ່າວໃນຕໍ່ໜ້າ.


ພິທີມອບ-ຮັບ ເຄື່ອງອຸປະກອນວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (The Institute for Legal Support and Technical Assistance “ILSTA”)

ໃນຕອນບ່າຍ ວັນທີ 23 ກຸມພາ 2022, ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (The Institute for Legal Support and Technical Assistance “ILSTA”) ໄດ້ຈັດພິທີມອບ-ຮັບ ເຄື່ອງອຸປະກອນວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT). ເຂົ້າຮ່ວມພິທີໃນຄັ້ງນີ້ ປະກອບມີ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ John Connolly, ຜູ້ອໍານວຍການ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ຄະນະກົມ, ຄະນະພະແນກ ແລະ ວິຊາການ. ນັບແຕ່ປີ 2015 ເປັນຕົ້ນມາ, ສະຖາບັນ ILSTA ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນໃນການສ້າງຄວາມອາດສາມາດ ວຽກງານ AML/CFT ໃຫ້ແກ່ ສຕຟງ ກໍ່ຄື ສປປ ລາວ ຢ່າງຮອບດ້ານ ເປັນຕົ້ນ: ສ້າງວິດີໂອ ເພື່ອສ້າງຄວາມເຂົ້າໃຈໃນວຽກງານ AML/CFT, ຈັດພິມອຸປະກອນຮັບໃຊ້ການເຜີຍແຜ່ ແລະ ຈັດສໍາມະນາກ່ຽວກັບການຈັດຕັ້ງປະຕິບັດວຽກງານ AML/CFT (ປື້ມກົດໝາຍ, ແຜ່ນພັບ, ປ້າຍໂຄສະນາ, ເສື້ອ, ຖົງຜ້າ, ບິກ, ປື້ມບັນທຶກ...), ພ້ອມທັງ ຈັດຫຼັກສູດສອນພາສາອັງກິດເພື່ອຍົກລະດັບວິຊາສະເພາະທາງດ້ານພາສາອັງກິດໃຫ້ແກ່ ພະນັກງານ ສຕຟງ, ອົງການດໍາເນີນຄະດີ ແລະ ພາກສ່ວນຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ. ນອກຈາກນີ້, ສະຖາບັນ ILSTA ຍັງສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ໄດ້ເສີມຂະຫຍາຍການຊ່ວຍເຫຼືອໃນລວງກວ້າງໄປຫາບັນດາຂະ ແໜງການອື່ນທີ່ເຄື່ອນໄຫວວຽກງານ AML/CFT ເຊັ່ນ: ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ.


ກອງປະຊຸມຄະນະຊີ້ນຳ ຄະນະກໍາມະການຮັບຜິດຊອບວຽກງານນິຕິ ແລະ ກົນໄກ (ພາກສ່ວນທີ 3)

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມຄະນະຊີ້ນຳ ຄະນະກໍາມະການຮັບຜິດຊອບວຽກງານນິຕິ ແລະ ກົນໄກ (ພາກສ່ວນທີ 3) ເພື່ອກະກຽມປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ໃນວັນທີ 02 ກຸມພາ 2022 ທີ່ຫ້ອງປະຊຸມໃຫ່ຍຊັ້ນ IV ທະນາຄານແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານໂດຍ ທ່ານ ກົງຈີ ຢ່າງຈື່, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຫົວໜ້າຄະນະຊີ້ນໍາຄະນະກໍາມະການຮັບຜິດຊອບວຽກງານນິຕິກໍາ ແລະ ກົນໄກ, ຕາງໜ້າກົມກົດໝາຍ ກະຊວງຍຸຕິທໍາ. ນອກຈາກນີ້ຍັງມີ ກົມແຜນການ ແລະ ຮ່ວມມືຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ, ກົມອົງການຈັດຕັ້ງສາກົນ ແລະ ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ກົມຕໍາຫຼວດສາກົນ ກົມໃຫ່ຍຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ, ກົມນິຕິກໍາ ແລະ ກົດໝາຍ ຫ້ອງວ່າການ, ກະຊວງປ້ອງກັນຄວາມສະຫງົບ ແລະ ພະນັກງານສຳນັກງານຂໍ້ມູນຕ້ານການຟອກເງິນຈຳນວນໜຶ່ງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈັດຂຶ້ນກໍ່ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນວຽກງານໄລຍະຜ່ານມາຂອງຄະນະ ແລະ ປຶກສາຫາລືແຜນການກະກຽມຮອງຮັບການປະເມີນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ຄັ້ງທີ 02 ຕົວຈິງ (On-site visit) ທີ່ຈະຈັດຂຶ້ນໃນຕົ້ນປີ 2022. ຜ່ານການປຶກສາຫາລື ເຫັນວ່າຍັງມີບາງໜ້າວຽກ ແລະ ສິ່ງທ້າທາຍ ທີ່ຄະນະນິຕິກໍາ ແລະ ກົນໄກ ຈະຕ້ອງໄດ້ມີການແກ້ໄຂ, ຈັດຕັ້ງປະຕິບັດໃຫ້ທັນສະພາບ ແລະ ຮັບປະກັນໃຫ້ທັນຕາມກຳນົດເວລາ ຫຼື ຕາມແຜນທີ່ວາງໄວ້ ເຊັ່ນ: 1) ວຽກງານດ້ານນິຕິກໍາ, 2) ວຽກງານການປະສານງານພາຍໃນຄະນະຫາພາກສ່ວນທີ່ກ່ຽວຂ້ອງໃນການຮ່ວມມືລະຫວ່າງປະເທດທາງອາຍາ, 3) ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ 4) ບັນດາຂໍ້ສະເໜີຕ່າງໆທີ່ຕິດພັນກັບວຽກງານ. ໂດຍຜ່ານການດຳເນີນກອງປະຊຸມ ເຫັນໄດ້ວ່າ: ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ແຕ່ລະເນື້ອໃນຕາມວາລະກອງປະຊຸມຢ່າງລະອຽດ, ພາວະວິໄສ, ກົງໄປກົງມາ ແລະ ໃຫ້ແທດເໝາະກັບສະພາບຕົວຈິງ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບສູງ ພ້ອມທັງມີຜົນສໍາເລັດຢ່າງຈົບງາມ.


ກອງປະຊຸມເຜີຍແຜ່ວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳທີ່ຕິດພັນ ໃຫ້ແກ່ພາກສ່ວນດຳເນີນຄະດີອາຍາ

ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ກໍຄືຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄດ້ຈັດການເຜີຍແຜ່ເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນລະຫວ່າງວັນທີ 08-14 ມັງກອນ 2022 ທີ່ 3 ແຂວງ ພາກກາງ (ແຂວງສະຫວັນນະເຂດ, ແຂວງຄໍາມ່ວນ ແລະ ແຂວງບໍລິຄຳໄຊ )ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແລະ ຮອງເຈົ້າແຂວງ ໃນແຕ່ລະແຂວງ ໃນກອງປະຊຸມດັ່ງກ່າວມີເຈົ້າໜ້າທີ່ຈາກພາກສ່ວນອົງການສຶບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ, ພ້ອມທັງຄະນະອະນຸກໍາມະການຮັບຜິດຊອບໃນການກະກຽມການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມ. ການເຜີຍແຜ່ວຽກງານດັ່ງກ່າວໃນຄັ້ງນີ້ ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ໂດຍສະເພາະ ຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແນໃສ່ສ້າງຄວາມຮັບຮູ້ໃຫ້ກັບພາກສ່ວນອົງການສຶບສວນ-ສອບສວນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າໃຈ ຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ, ໂດຍລົງເລິກສະເພາະໜ້າວຽກທີ່ຕິດພັນເປັນຕົ້ນພັນທະຂອງເຈົ້າໜ້າທີ່ຕໍ່ວຽກງານດັ່ງກ່າວ, ການສຶບສວນ-ສອບສວນຄະດີຟອກເງິນ ຄຽງຄູ່ກັບຄະດີສະຖານການກະທໍາຜິດທາງອາຍາ, ບັນດາໄພຂົ່ມຂູ່ທີ່ເປັນຜົນມາຈາກການການເມີນຄວາມສ່ຽງທີ່ຕ້ອງເອົາໃຈໃສ່, ໃຫ້ກັບເຈົ້າໜ້າທີ່ ເພື່ອຮັບຮູ້-ເຂົ້າໃຈຢ່າງລຶກເຊີ່ງ ແລະ ສາມາດນໍາໄປຜັນຂະຫຍາຍເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 ໃນປີ 2022. ຄະນະຮັບຜິດຊອບໄດ້ນໍາສະເໜີພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃນ ສປປ ລາວ ໃນໄລຍະຜ່ານມາ, ສິດ ແລະ ໜ້າທີ່ຂອງສໍານັກງານຂໍ້ມູນຕ້ານການຟອກເງິນ, ການຈັດຕັ້ງປະຕິບັດຂອງອົງການສືບສວນສອບສວນ ແລະ ອົງການຕຸລາການ ໂດຍສະເພາະແມ່ນການດໍາເນີນຄະດີສະຖານການຟອກເງິນຄຽງຄູ່ກັບການດໍາເນີນຄະດີສະຖານຄວາມຜິດທາງອາຍາຕ່າງໆ ກໍຄືການປະຕິບັດຕາມຄຳສັ່ງແນະນຳຂອງປະທານ ຄຕຟງ ວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອໃຫ້ສາມາດມີສະຖິຕິຄະດີຟອກເງິນສົມຄູ່ກັບຄະດີການກະທຳຜິດຕົ້ນທີ່ເປັນການຟອກເງິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ພ້ອມທັງເປັນການກະກຽມໃຫ້ແກ່ການປະເມີນຜົນຮອບດ້ານ ໃນປີ 2022 ຂອງ ສປປ ລາວ ກ່ຽວກັບວຽກງານຕ້ານການຟອກເງິນ. ການຟອກເງິນແມ່ນການປ່ຽນຮູບ, ນຳໃຊ້, ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນ ທີ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນ ນັ້ນມາຈາກການກະທໍາຜິດຕົ້ນ ເພື່ອປົກ ປິດ ຫຼື ຊຸກເຊື່ອງ ຄຸນລັກສະນະ, ທີ່ມາຂອງເງິນ, ທີ່ຕັ້ງ ຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ ແລະການກະທຳທີ່ເປັນການຟອກເງິນແມ່ນການປ່ຽນຮູບ, ການໂອນເງິນ ຫຼື ຊັບສິນອື່ນໂດຍມີຈຸດປະສົງປົກປິດ ຫຼື ເຊື່ອງອໍາຜົນຈາກການກະທຳຜິດຕົ້ນ, ໃຫ້ການຊ່ວຍເຫຼືອຜູ້ກະທຳຜິດຕົ້ນ ເພື່ອຫຼົບຫຼີກຈາກຜົນສະທ້ອນທາງດ້ານກົດໝາຍ; ໄພຂົ່ມຂູ່ດ້ານການຟອກເງິນທີ່ ເປັນບູລິມະສິດມີ 7 ລາຍການ ຈາກການກະທໍາຜິດຕົ້ນ ຈາກ 29 ລາຍການໃນນີ້ມີ: ການຜະລິດ ແລະ ຄ້າຂາຍຢາເສບຕິດ, ການປອມແປງແຊັກ ການນໍາໃຊ້ແຊັກ ຫຼື ພັນທະບັດອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍ, ອາຊະຍາກໍາສິ່ງແວດລ້ອມ, ການລັກຊັບພົນລະເມືອງ, ການປອມແປງເງິນ ຫຼື ການໃຊ້ເງິນປອມ, ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ ແລະ ການສໍ້ໂກງຊັບພົນລະເມືອງ.


ກອງປະຊຸມຄະນະຊີ້ນຳ ຄະນະຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ພາກສ່ວນທີ 01) ຜ່ານທາງອອນລາຍ

ໃນວັນທີ 14 ມັງກອນ 2022, ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມຄະນະຊີ້ນຳ ຄະນະຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ພາກສ່ວນທີ 01) ຜ່ານທາງອອນລາຍ (ລະບົບ Zoom) ພາຍໃຕ້ການເປັນປະທານຂອງ ທ່ານ ພຸດທະໄຊ ສີວິໄລ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ; ພ້ອມນີ້, ຍັງມີ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບັນດາຄະນະກົມກ່ຽວຂ້ອງ ຈາກ ກະຊວງການເງິນ, ການແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພະນັກງານສຳນັກງານຂໍ້ມູນຕ້ານການຟອກເງິນຈຳນວນໜຶ່ງເຂົ້າຮ່ວມ. ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ກໍ່ເພື່ອປຶກສາຫາລືໃນການຈັດຕັ້ງປະຕິບັດແຜນວຽກຂອງພາກ ສ່ວນຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ເປັນຕົ້ນ: 1) ບໍລິສັດປະກັນໄພ (ກະຊວງການເງິນ), 2) ບໍລິສັດຕົວແທນຊື້-ຂາຍອະສັງຫາລິມະຊັບ (ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ), 3) ທຸລະກິດຊື້-ຂາຍວັດຖຸມີຄ່າ (ກະຊວງອຸດສາຫະກໍາ ແລະ ການຄ້າ), 4) ກາຊິໂນ (ກະຊວງແຜນການ ແລະ ການລົງທຶນ ກໍ່ຄື ກະຊວງການເງິນ ໃນຕໍ່ໜ້າ) ແລະ ສະມາຄົມ ແລະ ມູນິທິ (ກະຊວງພາຍໃນ) ເພື່ອກຽມຄວາມພ້ອມຮອບດ້ານຮອງຮັບໃຫ້ແກ່ການປະເມີນວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ທີ່ຈະຈັດຂື້ນ ໃນປີ 2022 ທີ່ຈະມາເຖິງນີ້, ຊຶ່ງວຽກງານດັ່ງກ່າວ ກໍ່ເປັນວຽກງານໜຶ່ງທີ່ສາກົນໃຫ້ຄວາມສໍໍາຄັນ ແລະ ຈະມີການເຈາະຈີ້ມຫຼາຍພໍສົມຄວນກ່ຽວກັບກົນໄກ ການຄຸ້ມຄອງ, ການຕິດຕາມ-ກວດກາ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ໂດຍສະເພາະຂະແໜງການຂ້າງເທິງ. ສະນັ້ນ, ສຕຟງ ໃນນາມກອງເລຂາ ຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈະໄດ້ປະສານສົມທົບ ແລະ ເຮັດວຽກຮ່ວມກັບແຕ່ລະພາກສ່ວນຢ່າງໃກ້ຊິດ ເພື່ອໃຫ້ແຕ່ລະໜ້າວຽກສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້.


ກອງປະຊຸມຄະນະຊີ້ນຳ ເຜີຍແຜ່ແລະເຊື່ອມຊືມ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃນວັນທີ 10 ມັງກອນ 2022

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມຄະນະຊີ້ນຳ ຄະນະເຜີຍແຜ່ ແລະ ເຊື່ອມຊືມ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍພາກສ່ວນທີ 04. ໃນວັນທີ 10 ມັງກອນ 2022 ທີ່ຫ້ອງປະຊຸມຊັ້ນ 4 ທະນາຄານແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ວັດທະນາ ດາລາລອຍ ຫົວໜ້າຄະນະເຜີຍແຜ່ ແລະ ເຊື່ອມຊືມ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ; ພ້ອມນີ້, ຍັງມີ ທ່ານ ບຸນປອນ ວັນນະຈິດ ຮອງຫົວໜ້າຄະນະເຜີຍແຜ່ ແລະ ເຊື່ອມຊືມ, ຮອງລັດຖະມົນຕີກະຊວງການເງິນ, ຕ່າງໜ້າກົມປະຊາສຳພັນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຕ່າງໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພະນັກງານສຳນັກງານຂໍ້ມູນຕ້ານການຟອກເງິນຈຳນວນໜຶ່ງ ເຂົ້າຮ່ວມ. ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ກໍ່ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາຂອງຄະນະ ແລະ ປຶກສາຫາລືແຜນການກະກຽມຮອງຮັບການປະເມີນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ຄັ້ງທີ 02 ຕົວຈິງ (On-site visit) ໃນຕົ້ນປີ 2022 ເຫັນວ່າມີຫຼາຍໜ້າວຽກ ແລະ ຫຼາຍບັນຫາ ທີ່ຄະນະເຜີຍແຜ່ແລະເຊື່ອມຊືມ ຈະຕ້ອງໄດ້ມີກົນໄກແກ້ໄຂ, ຈັດຕັ້ງປະຕິບັດໃຫ້ທັນສະພາບ ແລະ ທັນຕາມກຳນົດເວລາ ຫຼື ຕາມແຜນທີ່ວາງໄວ້ ເພື່ອຮອງຮັບໃຫ້ແກ່ການກະກຽມການປະເມີນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ທີ່ຈະມີວາລະປະເມີນໃນ ອີກບໍ່ເທົ່າໃດເດືອນຂ້າງໜ້າ ເຊັ່ນ 1) ວຽກງານເຜີຍແຜ່ເຊື່ອມຊືມກັບທີ່ ແລະ ຜ່ານສື່, 2) ວຽກງານການທົບທວນຄວາມສ່ຽງແຫ່ງຊາດ, 3) ວຽກງານການຮ່າງບົດຍຸດທະສາດແຫ່ງຊາດ ແລະ 4) ວຽກງານການກະກຽມການຈັດຝຶກອົບຮົມການຕອບຄໍາຖາມໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນເວລາເຂົ້າເຮັດວຽກກັບທີມປະເມີນ. ໂດຍຜ່ານການດຳເນີນກອງປະຊຸມ. ເຫັນໄດ້ວ່າ: ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ແຕ່ລະເນື້ອໃນຕາມວາລະກອງປະຊຸມຢ່າງລະອຽດ, ພາວະວິໄສ, ກົງໄປກົງມາ ແລະ ໃຫ້ແທດເໝາະກັບສະພາບຕົວຈິງ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບສູງ ພ້ອມທັງມີຜົນສໍາເລັດຢ່າງຈົບງາມ.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ III ປະຈໍາປີ 2021, ໃນວັນທີ 22 ທັນວາ 2021 ທີ່ຫ້ອງປະຊຸມ ກະຊວງແຜນການ ແລະ ການລົງທຶນ ໂດຍຜ່ານລະບົບກອງປະຊຸມທາງໄກ (Video Conference).

ໃນຕອນເຊົ້າຂອງ ວັນທີ 22 ທັນວາ 2021, ເວລາ 8:00-11:45 ໂມງ, ທີ່ຫ້ອງປະຊຸມ ກະຊວງແຜນການ ແລະ ການລົງທຶນໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ III ປະຈໍາປີ 2021 ຜ່ານລະບົບກອງປະຊຸມທາງໄກ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານ ຄຕຟງ. ພ້ອມນີ້, ກໍມີບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ພະນັກງານຂອງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ ຈຳນວນ 80 ກວ່າທ່ານ. ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາເຊັ່ນ: ສະພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍສະເພາະແມ່ນຄວາມຄືບໜ້າການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍຮອບທີ 2 ຂອງ ສປປ ລາວ ຈາກ APG. ພ້ອມດຽວກັນ ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຕຟງ ຄັ້ງຜ່ານມາ ກ່ຽວກັບການກະກຽມການປະເມີນຮອບດ້ານຂອງ ສປປ ລາວ ທາງດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຄະນະກຳມະການໄດ້ຮັບຮອງເອົາແຜນວຽກບູລິມະສິດຂອງ 04 ພາກສ່ວນ (1. ວຽກງານຄຸ້ມຄອງ; 2. ວຽກງານການດຳເນີນຄະດີ; 3. ວຽກງານນິຕິກຳ ແລະ ກົນໄກ ແລະ 4. ວຽກງານເຜີຍແຜ່ ແລະ ເຊື່ອມຊືມ). ສປປ ລາວ ໄດ້ສຳເລັດການນຳສົ່ງບົດລາຍງານດ້ານນິນິກຳ ຮອບທີ 2 ແລະ ບົດລາຍງານດ້ານປະສິດທິຜົນ ຮອບທີ 1 ພ້ອມທັງ ບັນດາ ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຫຼາຍກວ່າ 200 ສະບັບ ໃຫ້ທີມປະເມີນ. ປະຈຸບັນ ສປປ ລາວ ພວມຢູ່ໃນຂັ້ນຕອນການຄົ້ນຄວ້າຕອບຄຳຖາມເຈາະຈີ້ມ ຈາກຄະນະປະເມີນສາກົນຕໍ່ກັບບົດລາຍງານດ້ານປະສິດທິຜົນ ທີ ສປປ ລາວ ສົ່ງໃຫ້ໃນຮອບທຳອິດ, ສ່ວນການລົງມາກວດກາຕົວຈິງຂອງສາກົນ ແມ່ນຄາດຄະເນ ຈະຂຶ້ນໃນຕົ້ນປີ 2022 ທີ່ຈະມາເຖິງນີ້. ໃນໄລຍະການປະເມີນ ສປປ ລາວ ຍັງຕ້ອງໄດ້ສືບເລັ່ງສ້າງ ແລະ ປັບປຸງນິຕິກໍາຈໍານວນໜື່ງທີ່ຕິດພັນກັບພາກສ່ວນຄຸ້ມຄອງ ກໍ່ຄືຫົວໜ່ວຍທີ່ມີໜ້າທີ່ລາຍງານ, ການກະທຳຜິດຕົ້ນທີ່ຕິດພັນກັບການຟອກເງິນຈຳນວນໜຶ່ງ ແລະ ສືບຕໍ່ຄົ້ນຄວ້າສ້າງແຜນຍຸດທະສາດແຫ່ງຊາດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ປີ 2021-2025 ເພື່ອໃຫ້ ສປປ ລາວ ເປັນບ່ອນອີງ ໃນການຊີ້ແຈງຕໍ່ສາກົນ ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນບັນຊີການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະ ຮັບປະກັນໄດ້ກັບວຽກງານ AML/CFT ຂອງ ສປປ ລາວ ໃຫ້ເປັນລະບົບ ແລະ ຍັບເຂົ້າໃກ້ມາດຖານສາກົນກົນເທື່ອລະກ້າວ.


ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງພິທີປະກາດການປັບປຸງໂຄງສ້າງ ແລະ ການຈັດຕັ້ງ ຂອງ ສຕຟງ

ໃນຕອນເຊົ້າຂອງວັນທີ 29 ຕຸລາ 2021 ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງພິທີປະກາດການປັບປຸງໂຄງສ້າງ ແລະ ການຈັດຕັ້ງ ຂອງ ສຕຟງ ພາຍໃຕ້ການ ເປັນປະທານຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາ ກົມພາຍໃນ ທຫລ ປະກອບມີ ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາພາຍໃນ, ຫ້ອງການ ແລະ ພະນັກງານ ສຕຟງ ຈໍານວນໜຶ່ງເຂົ້າຮ່ວມຢ່າງພ້ອມພຽງ. ການປັບປຸງໂຄງສ້າງ ແລະ ການຈັດຕັ້ງ ຂອງ ສຕຟງ ປະກອບມີ 04 ພະແນກຄື: 1) ພະແນກບໍລິຫານ ແລະ ການເງິນ (Administration Division), 2) ພະແນກວິເຄາະຂ່າວກອງ (Analysis Division), 3) ພະແນກຕິດຕາມ ແລະ ກວດກາ (Monitoring and Inspection Division) ແລະ 4) ພະແນກນິຕິກຳ ແລະ ຮ່ວມມືສາກົນ (Legal and International Cooperation Division), ພ້ອມທັງໄດ້ແຕ່ງຕັ້ງຮອງຫົວໜ້າ ສຕຝງ 01 ທ່ານ ແລະ ພະນັກງານຂັ້ນພະແນກຈຳນວນໜຶ່ງ ເຂົ້າໃນໂຄງສ້າງໃໝ່ຂອງ ສໍານັກງານ ຂໍ້ມູນຕ້ານການຟອເງິນ ເພື່ອຮັບປະກັນໃຫ້ແກ່ການຂັບເຄື່ອນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສອດຄ່ອງກັບຫຼັກການພາຍໃນ ມາດຖານຂອງສາກົນ ແລະ ມີຜົນສຳເລັດໃນແຕ່ລະໄລຍະ.


ສະຖານທູດແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ສປປ ລາວ ໄດ້ຈັດພິທີປະດັບຫຼຽນກາກຽດຕິຄຸນ ແຫ່ງຊາດຝຣັ່ງ ໃຫ້ແກ່ ທ່ານ ນ. ວັດທະນາ ດາລາລອຍ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ.

ໃນວັນທີ 15 ກັນຍາ 2021, ເວລາ 17:30 ໂມງ ທີ່ ເຮືອນພັກ ທ່ານເອກອັກຄະລັດຖະວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ສປປ ລາວ, ທ່ານ ນ. Florence Jeanblanc-Risler, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ສປປ ລາວ, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ສາທາລະນະລັດ ຝຣັ່ງ, ໄດ້ຈັດພິທີ ແລະ ປະດັບຫຼຽນກາກຽດຕິຄຸນແຫ່ງຊາດຝຣັ່ງ ຂັ້ນ Chevalier (“Chevalier de l’ordre national du Mérite” French décorations) ໃຫ້ແກ່ ທ່ານ ນ. ວັດທະນາ ດາລາລອຍ, ຮອງຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ. ອີງຕາມ ລັດຖະດຳລັດ ສະບັບລົງວັນທີ 09 ສິງຫາ 2019 ຂອງ ພະນະທ່ານປະທານາທິບໍດີແຫ່ງ ສາທາລະນະລັດ ຝຣັ່ງ ໄດ້ຕົກລົງເຫັນດີປະດັບຫຼຽນກາກຽດຕິຄຸນແຫ່ງຊາດຝຣັ່ງ ຂັ້ນ Chevalier (“Chevalier de l’ordre national du Mérite” French décoration) ໃຫ້ແກ່ ທ່ານ ນ. ວັດທະນາ ດາລາລອຍ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານການພັດທະນາຂະແໜງການເງິນຂອງລາວ ໃນຊ່ວງໄລຍະການຫັນຈາກເສດຖະກິດທີ່ວາງແຜນໄປສູ່ກົນໄກຕະຫຼາດ, ການສ້າງຕັ້ງຕະຫຼາດທຶນ, ການພັດທະນາຕະຫຼາດເງິນ, ນະໂຍບາຍສິນເຊື່ອ, ນະໂຍບາຍການເງິນ, ສະເຖຍລະພາບທາງດ້ານການເງິນ, ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ລວມທັງວຽກງານການຮ່ວມມືສາກົນ ອື່ນໆ. ຫຼຽນດັ່ງກ່າວ ຖືເປັນຫຼຽນທີ່ມີຄຸນຄ່າ ແລະ ເປັນຫຼຽນທີ່ສະແດງໃຫ້ເຫັນເຖິງການພົວພັນຮ່ວມມືທີ່ດີຂອງສອງ ລັດຖະບານ ສປປ ລາວ ແລະ ສາທາລະນະລັດ ຝຣັ່ງ ທີ່ມີສາຍພົວພັນການທູດ ຄົບຮອບ 70 ປີ (31 ມັງກອນ 1951 -31 ມັງກອນ 2021), ທັງເປັນສິ່ງຢັ້ງຢືນເຖິງຄວາມເອົາໃຈໃສ່ຂອງສອງຝ່າຍ ກໍ່ຄື ທະນາຄານ ແຫ່ງ ສປປ ລາວ ແລະ ສະຖານທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ສປປ ລາວ ໃນວຽກການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ອັນເປັນຜົນຊ່ວຍໃຫ້ ສປປ ລາວ ສາມາດຫຼຸດພົ້ນອອກຈາກບັນຊີສີເທົາຂອງ ອົງການ FATF ໄດ້ໃນເດືອນ ມິຖຸນາ ປີ 2017 ແລະ ຖອນລາຍຊື່ ສປປ ລາວ ອອກຈາກບັນບັນຊີເຝົ້າລະວັງກ່ຽວກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ອີຢູ ໃນປີ 2019.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາປີ 2021, ໃນວັນທີ 12 ສິງຫາ 2021 ທີ່ຫ້ອງປະຊຸມ ຕຶກຕະຫຼາດຫຼັກຊັບລາວ

ໃນຕອນເຊົ້າຂອງ ວັນທີ 12 ສິງຫາ 2021, ເວລາ 8:00-11:45 ໂມງ, ທີ່ຫ້ອງປະຊຸມ ຊັ້ນ VIII ຕຶກຕະຫຼາດຫຼັກຊັບລາວ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາປີ 2021 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານ ຄຕຟງ. ພ້ອມນີ້, ກໍມີບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ພະນັກງານຂອງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ ຈຳນວນ 60 ທ່ານ. ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາເຊັ່ນ: ສະພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍສະເພາະແມ່ນຄວາມຄືບໜ້າການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກ່ການຮ້າຍຮອບທີ 2 ຂອງ ສປປ ລາວ ຈາກ APG. ພ້ອມດຽວກັນ ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຕຟງ ຄັ້ງໃນວັນທີ 17 ກຸມພາ 2021 ກ່ຽວກັບການກະກຽມການປະເມີນຮອບດ້ານຂອງ ສປປ ລາວ ທາງດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຄະນະກຳມະການໄດ້ຮັບຮອງເອົາແຜນວຽກບູລິມະສິດຂອງ 04 ພາກສ່ວນ (1. ວຽກງານຄຸ້ມຄອງ; 2. ວຽກງານການດຳເນີນຄະດີ; 3. ວຽກງານນິຕິກຳ ແລະ ກົນໄກ ແລະ 4. ວຽກງານເຜີຍແຜ່ ແລະ ເຊື່ອມຊືມ). ການປະເມີນດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນ ມີນາ ປີ 2020, ປະຈຸບັນ ສປປ ລາວ ໄດ້ສຳເລັດການນຳສົ່ງບົດລາຍງານດ້ານນິນິກຳ ຮອບທີ 2 ແລະ ບົດລາຍງານດ້ານປະສິດທິຜົນ ຮອບທີ 1 ພ້ອມທັງ ບັນດາ ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຫຼາຍກວ່າ 200 ສະບັບ ໃຫ້ທີມປະເມີນ. ຊຶ່ງການກວດກາຕົວຈິງຂອງສາກົນ ແມ່ນຄາດຄະເນ ຈະຂຶ້ນໃນເດືອນ ພະຈິກ 2021 ທີ່ຈະມາເຖິງນີ້ ໃນໄລຍະການປະເມີນຕໍ່ ສປປ ລາວ ຍັງຕ້ອງໄດ້ສືບເລັ່ງສ້າງ ແລະ ປັບປຸງນິຕິກໍາຈໍານວນໜື່ງທີ່ຕິດພັນກັບພາກສ່ວນຄຸ້ມຄອງ ກໍ່ຄືຫົວໜ່ວຍທີ່ມີໜ້າທີ່ລາຍງານ, ການກະທຳຜິດຕົ້ນທີ່ຕິດພັນກັບການຟອກເງິນຈຳນວນໜຶ່ງ ແລະ ສືບຕໍ່ຄົ້ນຄວ້າສ້າງແຜນຍຸດທະສາດແຫ່ງຊາດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ປີ 2021-2025 ເພື່ອໃຫ້ ສປປ ລາວ ເປັນບ່ອນອີງ ໃນການຊີ້ແຈງຕໍ່ສາກົນ ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນບັນຊີການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະ ຮັບປະກັນໄດ້ກັບວຽກງານ AML/CFT ຂອງ ສປປ ລາວ ໃຫ້ເປັນລະບົບ ແລະ ຍັບເຂົ້າໃກ້ມາດຖານສາກົນກົນເທື່ອລະກ້າວ. ທັງໝົດນີ້, ແມ່ນຄວາມຄືບໜ້າ ທີ່ ສປປ ລາວ ໄດ້ມີການຈັດຕັ້ງປະຕິບັດກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມແຜນການທີ່ວາງໄວ້. ເວົ້າລວມແລ້ວກໍ່ເພື່ອເຮັດໃຫ້ ລະບົບເສດຖະກິດ-ການເງິນ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.


ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ກົມຄຸ້ມຄອງລະບົບຊຳລະສະສາງ, ທະນາຄານ ແຫ່ງ ສປປ ລາວ ໃນວັນທີ 17 ມິຖຸນາ 2021

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ກົມຄຸ້ມຄອງລະບົບຊຳລະສະສາງ (ຄລຊ), ທະນາຄານ ແຫ່ງ ສປປ ລາວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (Memorandum of Understanding “MOU”) ໃນວັນທີ 17 ມິຖຸນາ 2021 ທີ່ສຳນັກງານຂໍ້ມູນຕ້ານການຟອກເງິນ, ຊຶ່ງລົງນາມໂດຍທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ສຸລິສັກ ທຳນຸວົງ, ຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ. ໃຫ້ກຽດເຂົ້າຮ່ວມ ແລະ ເປັນສັກຂີພະຍານໂດຍ ທ່ານ ພຸດທະໄຊ ສີວິໄລ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ. ນອກຈາກນີ້, ຍັງປະກອບມີຕາງໜ້າບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານກ່ຽວຂ້ອງ ຈາກທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານອີກດ້ວຍ. ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເປັນການເພີ່ມທະວີການຮ່ວມມື ເຊິ່ງກັນ ແລະ ກັນ ລະຫວ່າງ ສຕຟງ ແລະ ຄລຊ ໃນການຈັດຕັ້ງປະຕິບັດວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນຂົງເຂດວຽກງານການເງິນ, ການຄຸ້ມຄອງ ເເລະ ຕິດຕາມກວດກາລະບົບການຊຳລະ ຢູ່ ສປປ ລາວ, ການຮັກສາຄວາມລັບ ແລະ ຄວາມຮັບຜິດຊອບ ໃນການຮ່ວມມື ຂອງທັງສອງຝ່າຍ ໃຫ້ເປັນຂັ້ນຕອນ, ຮູບປະທຳ ແລະ ແນໃສ່ການຊຳລະສະສາງໃນລະບົບທະນາຄານໃຫ້ມີຄວາມທັນສະໄໝ ມີຄວາມໂປ່ງໃສ ບໍ່ຕົກເປັນແຫຼ່ງ ຫຼື ເປັນເຄື່ອງມື ໃນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ພ້ອມດຽວກັນນີ້, ກໍ່ເປັນການສ້າງກົນໄກການເຮັດວຽກຮ່ວມກັນລະຫວ່າງ 2 ກົມໃຫ້ມີຄວາມຄ່ອງຕົວຫຼາຍຂຶ້ນ ສາມາດກໍານົດໄດ້ບັນດາຊ່ອງວ່າງທີ່ເກີດຂື້ນໃນແຕ່ລະໄລຍະ ແລະ ຫາວິທີທາງແກ້ໄຂໃຫ້ທັນສະພາບການ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງທັງສອງຝ່າຍມີປະສິດທິພາບຍິ່ງຂຶ້ນ.


ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU)

ໃນຕອນເຊົ້າຂອງ ວັນພະຫັດ ວັນທີ 27 ພຶດສະພາ 2021 ທີ່ສຳນັກງານຂໍ້ມູນຕ້ານການຟອກເງິນ ທະນາຄານແຫ່ງ ສປປ ລາວ, ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຈຳນວນ 2 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ໜ່ວຍງານຂ່າວກອງທາງດ້ານການເງິນ ປະເທດອົດສະຕຣາລີ; 2) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ໜ່ວຍງານຂ່າວກອງທາງດ້ານການເງິນ ປະເທດພູຖານ. ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ແມ່ນເພື່ອແລກປ່ຽນຂໍ້ມູນຂ່າວກອງທາງດ້າການເງິນກ່ຽວກັບ ວຽກງານຕ້ານ ສະກັດກັັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ກໍ່ການຮ້າຍ (AML/CFT) ລະຫວ່າງ ສປປ ລາວ ຮ່ວມກັບ ປະເທດອົດສະຕຣາລີ ແລະ ລະຫວ່າງ ສປປ ລາວ ຮ່ວມກັບ ປະເທດພູຖານ. ເນື່ອງຈາກສະພາບການແຜ່ລະບາດພະຍາດ Covid-19 ໃນປະຈຸບັນ ເພື່ອໃຫ້ສາມາດດໍາເນີນການເຊັນ MOU ໄດ້ ຈຶ່ງເປັນການເຊັນໃນຮູບແບບທາງໄກ ໂດຍຜ່ານຊ່ອງທາງການທູດ ແລະ ທາງໄປສະນີ. ຊຶຶ່ງໃນໄລຍະຜ່ານມາ ຈົນຮອດປະຈູບັນ ສຕຟງ ໄດ້ເຊັນ MOU ຮ່ວມກັບປະເທດຄູ່ຮ່ວມງານຕ່າງປະເທດ ທັງໝົດ 16 ປະເທດ ແລະ ພວມເຈລະຈາສືບຕໍ່ເຊັນກັບປະເທດຄູ່ຮ່ວມງານຕ່າງປະເທດອີກ ເພື່ອໃຫ້ສາມາດແລກປ່ຽນຂໍ້ມູນໄດ້ໃຫ້ທັນກັບສະພາບການ. ຊຶຶ່ງໃນໄລຍະຜ່ານມາ ສປປ ລາວ ໄດ້ເຂົ້າສະມາຊິກຂອງກຸ່ມອາຊີ-ປາຊີຟິກເພື່ອຕ້ານການຟອກເງິນ (Asia Pacific Group on Money Laundering “APG”) ເປັນອັບດັບທີ່ 36 ໃນເດືອນກໍລະກົດ ປີ 2007. ເພື່ອເປັນການຈັດຕັ້ງປະຕິບັດວຽກງານ AML/CFT ໃຫ້ໄດ້ຕາມມາດຕະຖານສາກົນ ພ້ອມທັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຄັ້ງທີ 2 (2020-2021) ສປປ ລາວ, ລັດຖະບານໄດ້ເຫັນຄວາມສໍາຄັນ ແລະ ສ້າງຄະນະກໍາມະການລະດັບຊາດ ໂດຍປະກອບມີການນໍາລະດັບສູງຈາກ 13 ກະຊວງ-ທຽບເທົ່າ ເຂົ້າຮ່ວມໃນຄະນະ ແລະ ສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ບົນພື້ນຖານເງື່ອນໄຂ 40 ຂໍ້ແນະນໍາຂອງອົງການຕ້ານການຟອກເງິນສາກົນ (Financial Action Task Force), ໃນນັ້ນ ລວມທັງການສ້າງກົນໄກການຮ່ວມມືືທັງພາຍໃນ ແລະ ຕ່າງປະເທດ ໃນການແລກປ່ຽນຂໍ້ມູນທາງດ້ານການເງິນເຊິ່ງກັນ ແລະ ກັນ ເພື່ອໃຫ້ການຈັດຕັ້ງປະຕິບັດວຽການດັ່ງກ່າວມີຜົນສໍາເລັດຕາມຄາດໝາຍ.


ເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ກັບ(ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກ ແລະ ຮ້ານແລກປ່ຽນເງິນຕາ) ແລະ ສະມາຄົມ ແລະ ມູນນິທິ ຂອງແຂວງຈຳປາສັກ 29 ແລະ 30 ມີນາ 2021

ໃນວັນທີ 29 ແລະ 30 ມີນາ 2021 ທີ່ຫ້ອງປະຊຸມຊັ້ນ 5 ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງຈຳປາສັກ. ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຕ້ານສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ຫົວໜ່ວຍທີ່ມີໜ້າທີລາຍງານ (ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກ ແລະ ຮ້ານແລກປ່ຽນເງິນຕາ) ແລະ ສະມາຄົມ ແລະ ມູນນິທິ ຂອງແຂວງຈຳປາສັກ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຂັນທະລີ ວົງໄຊຍະລາດ ຮອງຫົວຫນ້າສຳນັກງານຂໍ້ມູນຕ້ານການຟອກເງິນ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍເພືີອສ້າງຄວາມ ຮັບຮູ້ ແລະ ເຂົ້າໃຈ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ ເຫັນໄດ້ເຖິງ (1) ພາບລວມຂອງວຽກງານດັ່ງກ່າວ, (2) ກົນໄກການຈັດຕັ້ງປະຕິບັດ, (3) ສິດ ແລະ ພັນທະຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ, (4) ວິທີການປະເມີນຕາມຫຼັກການບໍລິຫານຄວາມສ່ຽງ ແລະ (5) ການກຽມປະເມີນຜົນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການຫໍ່ການຮ້ານ ຂອງ ສປປ ລາວ ຄັ້ງທີ 2 (2020-2021) ຊຶ່ງປະຈຸບັນລັດຖະບານໄດ້ແຕ່ງຕັ້ງຄະນະສະເພາະກິດການກະກຽມການປະເມີນຜົນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການຫໍ່ການຮ້າຍ ສປປ ລາວ ຄັ້ງທີ 2 (2020-2021) ຊຶ່ງພາຍໃນຄະນະປະກອບມີຂັ້ນລັດຖະມົນຕີ ແລະ ຮອງລົດຖະມົນຕີ 25 ທ່ານ ແລະ ໄດ້ແບ່ງອອກເປັນ 4 ໜ້າວຽກ: 1,ວຽກງານເຜີຍແຜ່ແລະເຊື່ອມຊຶມ; 2,ວຽກງານກົນໄກແລະນິຕິກຳ; 3,ວຽກງານຄຸ້ມຄອງ ແລະ 4,ວຽກງານດຳເນີນຄະດີ. ຜ່ານການດໍາເນີນກອງປະຊຸມໃນຄັ້ງນີ້ ເຫັນໄດ້ວ່າຜູ້ເຂົ້າຮ່ວມກອງປະຊຸມແມ່ນໄດ້ເອົາໃຈໃສ່ໃນການຕັ້ງຄໍາຖາມ ແລະ ແລກປ່ຽນຄຳຄິດເຫັນໃນວຽກງານດັ່ງກ່າວດ້ວຍພາວະວິໃສ ກົງໄປ ກົງມາ. ພ້ອມນີ້ ໃນຕອນທ້າຍກອງປະຊຸມ ທ່ານປະທານກອງປະຊຸມໄດ້ມີຄຳເຫັນ: ການຈັດກອງຊຸມຂື້ນໃນຄັ້ງນີ້ກໍ່ເພື່ອໃຫ້ຫົວໜ່ວຍທີ່ມີຫນ້າທີ່ລາຍງານ ເຫັນໄດ້ເຖິງຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານດັ່ງກ່າວ ແລະ ເມື່ອກັບໄປອົງກອນຂອງຕົນໃຫ້ນຳເອົາວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍເຂົ້າຜັນຂະຫຍາຍເຂົ້າໃນການດຳເນີນທຸລະກິດຂອງອົງກອນທີ່ຕົນສັງກັດຢູ່ ຕາມສິດ ແລະ ພັນທະຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ, ສະມາຄົມ ແລະ ມູນນິທິ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ນິຕິກຳລຸ່ມກົດໝາຍທີ່ຜັນຂະຫຍາຍອອກມາຈາກກົດໝາຍດັ່ງກ່າວ.


ກອງປະຊຸມເຜີຍແຜ່, ລົງຕິດຕາມ ແລະ ກວດກາຂະແໜງການທີ່ມີຄວາມສ່ຽງ ກ່ຽວກັບວຽກງານຕ້ານສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນລະຫວ່າງວັນທີ 22-27 ມີນາ 2021

ໃນລະຫວ່າງວັນທີ 22 - 27 ມີນາ 2021 ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ລົງເຄື່ອນໄຫວຢູ່ທ້ອງຖິ່ນ ແຂວງສະຫວັນນະເຂດ ເພື່ອເຜີຍແຜ່, ລົງຕິດຕາມ ແລະ ກວດກາຂະແໜງການທີ່ມີຄວາມສ່ຽງ ກ່ຽວກັບວຽກງານຕ້ານສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT). ຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ເພື່ອເຜີຍແຜ່ ແລະ ເຊື່ອມຊຶມວຽກງານ AML/CFT ໂດຍສະເພາະພາບລວມວຽກງານຕ້ານການຟອກເງິນ, ການປະເມີນຄວາມສ່ຽງແຫ່ງຊາດວຽກງານ AML/CFT, ສິດ ແລະ ພັນທະຂອງຫົວໜ່ວຍທີ່ມີໜ້າທີີ່ລາຍງານ ແລະ ການຈັດຕັ້ງປະຕິບັດການປະເມີນຄວາມສ່ຽງ ຕາມຫຼັກການບໍລິຫານຄວາມສ່ຽງ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ນອກຈາກນັ້ນຍັງໄດ້ຊຸກຍູ້ໃຫ້ບັນດາສາຂາທະນາຄານທຸລະກິດເປັນກະບອກສຽງໃນການເຜີຍແຜ່ວຽກງານ AML/CFT ຕາມຊ່ອງທາງຕ່າງໆຂອງຕົນ ແລະ ການລົງຕິດຕາມ ແລະ ກວດກາຫົວໜ່ວຍທີ່ມີຄວາມສ່ຽງ ເພື່ອຫຼຸດຜ່ອນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ.


ກອງປະຊຸມຄະນະວິຊາການຄົ້ນຄວ້າແຜນຍຸດທະສາດແຫ່ງຊາດວຽກງານຕ້ານສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ປີ 2021 - 2025 ໃນວັນທີ 19 ມີນາ 2021

ໃນຕອນເຊົ້າ ຂອງວັນທີ 19 ມີນາ 2021 ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມຄະນະວິຊາການຄົ້ນຄວ້າແຜນຍຸດທະສາດແຫ່ງຊາດວຽກງານຕ້ານສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ປີ 2021 - 2025 ທີ່ ຫ້ອງປະຊຸມຊັ້ນ IV ທະນາຄານແຫ່ງ ສປປ ລາວ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ແພງສີ ແພງເມືອງ ຫົວຫນ້າສຳນັກງານຂໍ້ມູນຕ້ານການຟອກເງິນ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍເພື່ອປືກສາຫາລືຄວາມເປັນເອກະພາບເບື້ອງຕົ້ນ (1) ກຳນົດແນວທາງການສ້າງຮ່າງແຜນຍຸດທະສາດແຫ່ງຊາດວຽກງານຕ້ານສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ປີ 2021 - 2025, (2) ແບ່ງຄວາມຮັບຜິດຊອບພາຍໃນຄະນະຄົ້ນຄວ້າຮ່າງແຜນຍຸດທະສາດແຫ່ງຊາດວຽກງານຕ້ານສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ປີ 2021 - 2025 ແລະ (3) ແຜນວິທີການຈັດຕັ້ງປະຕິບັດຄົ້ນຄວ້າແຕ່ລະຫນ້າວຽກ ແລະ ຄາດຄະເນຄວາມເປັນໄປໄດ້ຂອງແຜນວຽກດັ່ງກ່າວ ຕາມກອບກຳນົດເວລາ. ຜ່ານການດຳເນີນກອງປະຊຸມຄັ້ງນີ້ ເຫັນໄດ້ວ່າຜູ້ເຂົ້າຮ່ວມກອງປະຊຸມ ໄດ້ເອົາໃຈໃສ່ໃນການປະກອບຄຳເຫັນດ້ານວິຊາການແບບກົງໄປ ກົງມາ ເພື່ອເຮັດໃຫ້ກອງປະຊຸມ ໄດ້ຮັບໝາກຜົນສູງສຸດຕາມຄາດໝາຍຂອງລັດຖະບານ ແລະ ເພື່ອເປັນການກະກຽມຄວາມພ້ອມຮອບດ້ານໃນການປະເມີນວຽກງານຕ້ານສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຄັ້ງທີ 2 ຂອງ ສປປ ລາວ (2020 -2021) ໃນເດືອນ ມີຖຸນາ 2021 ທີ່ຈະມາເຖິງນີ້.


ກອງປະຊຸມເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ກັບຄູອາຈານ ແລະ ນັກສືກສາ ສະຖາບັນການທະນາຄານ (ສທຄ) ໃນວັນທີ 17 ມີນາ 2021.

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ຈັດກອງເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ບັນດາຄູອາຈານ ແລະ ນັກສືກສາ ສະຖາບັນການທະນາຄານ (ສທຄ) ໃນວັນທີ 17 ມີນາ 2021 ໂດຍການເປັນປະທານຮ່ວມຂອງ ທ່ານ ຈິນດາໄມ ວິໄລຫົງສ໌ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ທ່ານ ປອ. ນາງ ທອນມີ ແກ້ວກິນນາລີ ຮອງອຳນວຍການສະຖາບັນການທະນາຄານ (ສທຄ); ພ້ອມນີ້, ທັງມີ ຄູອາຈານ ແລະ ນັກສືກສາ ສະຖາບັນການທະນາຄານ (ສທຄ) ແລະ ສຳນັກງານຂໍ້ມູນຕ້ານການຟອກ ເຂົ້າຮ່ວມ. ຈຸດປະສົງໃນກອງປະຊຸມຄັ້ງນີ້ ກໍ່ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ຄູອາຈານ ແລະ ນັກສືກສາໄດ້ຮັບຊາບ ແລະ ການກະກຽມການປະເມີນຜົນຮອບດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃນປີ 2020 -2021.


ກອງປະຊຸມເຜີຍແຜ່ ຄໍາສັ່ງວ່າດ້ວຍ ການກັກ ການຍຶດ ແລະ ການອາຍັດ ທຶນກ່ຽວກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງຜານ ສະບັບເລກທີ 20/ນຍ, ລົງວັນທີ 26 ພະຈິກ 2020 ແລະ ນິຕິກໍາອື່ນ ທີ່ຕິດພັນກັບພັນທະຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃນຄັ້ງວັນທີ 05 ມີນາ 2021 ທີ່ຫ້ອງປະຊຸມສະໂມສອນໃຫ່ຍ, ສະຖາບັນການທະນາຄານ.

ໃນວັນທີ 05 ມິນາ 2021, ເວລາ 08:00-11:30 ທີ່ຜ່ານມາ ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ໃນນາມກອງເລຂາຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ໄດ້ຈັດກອງປະຊຸມການເຜີຍແຜ່ຄຳສັ່ງວ່າດ້ວຍ ການກັກ ການຍຶດ ແລະ ອາຍັດ ທຶນທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜານອາວຸດທຳລາຍລ້າງຜານ ສະບັບເລກທີ 20/ນຍ, ລົງວັນທີ 26 ພະຈິກ 2020 ແລະ ນິຕິກໍາອີກຈໍານວນໜຶ່ງ ທີ່ຕິດພັນກັບພັນທະຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ຫ້ອງປະຊຸມສະໂມສອນໃຫ່ຍ, ສະຖາບັນການທະນາຄານ. ໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ໄຊສີ ສັນຕິວົງ, ລັັດຖະມົນຕີ ກະຊວງຍຸຕິທຳ ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກທີ່ຮັບຝາກເງີນ, ບໍລິສັດໂອນເງິນດ່ວນ ແລະ ວິສາຫະກິດໄປສະນີ ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ເຂົ້າຮ່ວມທັງໝົດຈໍານວນ 180 ທ່ານ. ການຈັດກອງປະຊຸມດັ່ງກ່າວ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕໍ່ກັບເນື້ອໃນ ແລະ ຫຼັກການທີ່ໄດ້ກໍານົດໄວ້ໃນຄໍາສັ່ງດັ່ງກ່າວ ຮັບປະກັນໃຫ້ພາກສ່ວນກ່ຽວຂ້ອງສາມາດນໍາເອົາຂໍ້ກໍານົດ ແລະ ຫຼັກການ ໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນຢ່າງເປັນຮູບປະທໍາ ຊຶ່ງມີທັງໝົດ 04 ເນື້ອໃນຄື: 1). ຄຳສັ່ງວ່າດ້ວຍ ການກັກ ການຍຶດ ແລະ ອາຍັດ ທຶນທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງຜານ ສະບັບເລກທີ 20/ນຍ, ລົງວັນທີ 26 ພະຈິກ 2020; 2). ຄໍາສັ່ງວ່າດ້ວຍ ການກັກ ການຍຶດ ແລະ ການອາຍັດ ທຶນທີ່ພົວພັນກັບຜູ້ກໍ່ການຮ້າຍ ແລະ ການສະນອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 03/ນຍ, ລົງວັນທີ 11 ກຸມພາ 2016 ແລະ 3). ຮ່າງຂໍ້ຕົກລົງວ່າດ້ວຍ ການຊອກຮູ້ລູກຄ້າ ແລະ ການເພີ່ມທະວີການເອົາໃຈໃສ່ລູກຄ້າ (ສະບັບປັບປຸງ). ພ້ອມດຽວກັນນີ້, ກໍ່ເປັນການຈັດຕັ້ງປະຕິບັດແຜນວຽກໃນການກະກຽມຄວາມພ້ອມຮອງຮັບໃຫ້ແກ່ການປະເມີນການຈັດຕັ້ງປະຕິບັດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມພັນທະນາກົນ ຂອງ ສປປ ລາວ ໃນຄັ້ງທີ 02 (ລະຫວ່າງ ປີ 2020-2021).


ກອງປະຊຸມເຜີຍແຜ່ ວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳທີ່ຕິດພັນ ໃຫ້ແກ່ພາກສ່ວນດຳເນີນຄະດີອາຍາ

ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ກໍຄືຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ 2 (2020-2021) ໄດ້ຈັດການເຜີຍແຜ່ເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນວັນທີ 18 ກຸມພາ 2021 ທີ່ຫ້ອງປະຊຸມສະໂມສອນ ສະຖາບັນການທະນາຄານ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳພາ ແສງດາລາ ປະທານສານປະຊາຊົນສູງສຸດ, ກອງປະຊຸມດັ່ງກ່າວ ມີເຈົ້າໜ້າທີ່ຈາກພາກສ່ວນອົງການສຶບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນນະຄອນຫຼວງວຽງຈັນ, ພ້ອມທັງຄະນະອະນຸກໍາມະການຮັບຜິດຊອບໃນການກະກຽມການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມ. ການເຜີຍແຜ່ວຽກງານດັ່ງກ່າວໃນຄັ້ງນີ້ ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ໂດຍສະເພາະ ຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແນໃສ່ສ້າງຄວາມຮັບຮູ້ໃຫ້ກັບພາກສ່ວນອົງການສຶບສວນ-ສອບສວນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າໃຈ ຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ, ໂດຍລົງເລິກສະເພາະໜ້າວຽກທີ່ຕິດພັນເປັນຕົ້ນພັນທະຂອງເຈົ້າໜ້າທີ່ຕໍ່ວຽກງານດັ່ງກ່າວ, ການສຶບສວນ-ສອບສວນຄະດີຟອກເງິນ ຄຽງຄູ່ກັບຄະດີສະຖານການກະທໍາຜິດທາງອາຍາ, ບັນດາໄພຂົ່ມຂູ່ທີ່ເປັນຜົນມາຈາກການການເມີນຄວາມສ່ຽງທີ່ຕ້ອງເອົາໃຈໃສ່, ໃຫ້ກັບເຈົ້າໜ້າທີ່ ເພື່ອຮັບຮູ້-ເຂົ້າໃຈຢ່າງລຶກເຊີ່ງ ແລະ ສາມາດນໍາໄປຜັນຂະຫຍາຍເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 (2020-2021). ຄະນະຮັບຜິດຊອບໄດ້ນໍາສະເໜີພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃນ ສປປ ລາວ ໃນໄລຍະຜ່ານມາ, ສິດ ແລະ ໜ້າທີ່ຂອງສໍານັກງານຂໍ້ມູນຕ້ານການຟອກເງິນ, ການຈັດຕັ້ງປະຕິບັດຂອງອົງການສືບສວນສອບສວນ ແລະ ອົງການຕຸລາການ ໂດຍສະເພາະແມ່ນການດໍາເນີນຄະດີສະຖານການຟອກເງິນຄຽງຄູ່ກັບການດໍາເນີນຄະດີສະຖານຄວາມຜິດທາງອາຍາຕ່າງໆ ກໍຄືການປະຕິບັດຕາມຄຳສັ່ງແນະນຳຂອງປະທານ ຄຕຟງ ວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອໃຫ້ສາມາດມີສະຖິຕິຄະດີຟອກເງິນສົມຄູ່ກັບຄະດີການກະທຳຜິດຕົ້ນທີ່ເປັນການຟອກເງິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ພ້ອມທັງເປັນການກະກຽມໃຫ້ແກ່ການປະເມີນຜົນຮອບດ້ານ ໃນປີ 2020-2021 ຂອງ ສປປ ລາວ ກ່ຽວກັບວຽກງານຕ້ານການຟອກເງິນ. ການຟອກເງິນແມ່ນການປ່ຽນຮູບ, ນຳໃຊ້, ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນ ທີ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນ ນັ້ນມາຈາກການກະທໍາຜິດຕົ້ນ ເພື່ອປົກ ປິດ ຫຼື ຊຸກເຊື່ອງ ຄຸນລັກສະນະ, ທີ່ມາຂອງເງິນ, ທີ່ຕັ້ງ ຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ ແລະການກະທຳທີ່ເປັນການຟອກເງິນແມ່ນການປ່ຽນຮູບ, ການໂອນເງິນ ຫຼື ຊັບສິນອື່ນໂດຍມີຈຸດປະສົງປົກປິດ ຫຼື ເຊື່ອງອໍາຜົນຈາກການກະທຳຜິດຕົ້ນ, ໃຫ້ການຊ່ວຍເຫຼືອຜູ້ກະທຳຜິດຕົ້ນ ເພື່ອຫຼົບຫຼີກຈາກຜົນສະທ້ອນທາງດ້ານກົດໝາຍ; ໄພຂົ່ມຂູ່ດ້ານການຟອກເງິນທີ່ ເປັນບູລິມະສິດມີ 7 ລາຍການ ຈາກການກະທໍາຜິດຕົ້ນ ຈາກ 29 ລາຍການໃນນີ້ມີ: ການຜະລິດ ແລະ ຄ້າຂາຍຢາເສບຕິດ, ການປອມແປງແຊັກ ການນໍາໃຊ້ແຊັກ ຫຼື ພັນທະບັດອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍ, ອາຊະຍາກໍາສິ່ງແວດລ້ອມ, ການລັກຊັບພົນລະເມືອງ, ການປອມແປງເງິນ ຫຼື ການໃຊ້ເງິນປອມ, ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ ແລະ ການສໍ້ໂກງຊັບພົນລະເມືອງ.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2021, ໃນວັນທີ 17 ກຸມພາ 2021 ທີ່ ທະນາຄານແຫ່ງ ສປປ ລາວ.

ໃນຕອນບ່າຍຂອງ ວັນທີ 17 ກຸມພາ 2021, ເວລາ 13:30-:16:00 ໂມງ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ IV ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2021 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຕຟງ. ພ້ອມນີ້, ກໍມີບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ພະນັກງານຂອງບາງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ. ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາ ເຊັ່ນ: ບັນດານິຕິກໍາໃນການຄຸ້ມຄອງ ແລະ ຕິດຕາມ-ກວດກາວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂອງຂະແໜງການຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ, ການດຳເນີນການປະເມີນຄວາມສ່ຽງໂດຍນຳໃຊ້ຫຼັກການ ການບໍລິຫານຄວາມສ່ຽງ (Risk Based Approach “RBA” ຕໍ່ກັບອົງການບໍ່ຫວັງຜົນກໍາໄລ ແລະ ການສ້າງແຜນຍຸດທະສາດແຫ່ງຊາດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ປີ 2021-2025 ລວມທັງບັນຫາອື່ນທີ່ຕິດພັນກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໂດຍສະເພາະແມ່ນຄວາມຄືບໜ້າການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະຫນອງທຶນແກ່ການກໍການຮ້າຍຂອງ ສປປ ລາວ ຈາກ APG. ການປະເມີນດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນ ມີນາ ປີ 2020, ປະຈຸບັນຢູ່ໃນ ສປປ ລາວ ໄດ້ສຳເລັດການນຳສົ່ງບົດລາຍງານດ້ານນິນິກຳ ຮອບທີ 2 ແລະ ບົດລາຍງານດ້ານປະສິດທິຜົນ ຮອບທີ 1 ພ້ອມທັງ ບັນດານິຕິກໍຳທີ່ຕິດພັນ ເປັນຕົ້ນແມ່ນ ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຫຼາຍກວ່າ 200 ສະບັບ ໃຫ້ທີມປະເມີນ. ຊື່ງໄລຍະການປະເມີນ ສປປ ລາວ ຍັງຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ບັນດາຫນ້າວຽກທີ່ຈຳເປັນ ເຊັ່ນ: ວຽກງານທົບທວນຄືນນິຕິກຳ ແລະ ສ້າງກົກໄກຮອງຮັບຂອງບັນດາພາກສ່ວນທີ່ກ່ຽວຂ້ອງ, ວຽກງານຄຸ້ມຄອງ ບັນດາຫົວຫນ່ວຍທີ່ມີຫນ້າທີ່ລາຍງານ ໃຫ້ມີເຄື່ອງມື ແລະ ມາດຕະການທີ່ໄດ້ມາດຖານສາກົນ ໂດຍສະເພາະ ຄູ່ມືວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ (Mutual Legal Assistance “MLA”) ແລະ ນິຕິກຳກ່ຽວກັບຂັ້ນຕອນການກຳນົດ ແລະ ຖອດຖອນ ບັນຊີລາຍຊື່ຜູ້ມີສ່ວນກ່ຽວຂ້ອງກັບການກໍ່ການການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ສືບຕໍ່ຄົ້ນຄວ້າສ້າງແຜນຍຸດທະສາດແຫ່ງຊາດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ປີ 2021-2025 ເປັນຕົ້ນ. ນອກນັ້ນ ຍັງຕ້ອງໄດ້ເພີ່ມທະວີການຈັດເຜີຍແຜ່ ແລະ ເຊື່ອມຊຶມ ວຽກງງານການຕ້ານການຟອກເງິນໃຫ້ ທັງພາກລັດ ແລະ ເອກະຊົນເຂົ້້າໃຈ ແລະ ຮັບຮູ້ຄວາມສ່ຽງ ກໍ່ຄືການປ້ອງການຟອກເງິນ ແລະ ສະຫນອງທຶນແກ່ການກໍການຮ້າຍ ແລະ ວຽກງານການດຳເນີນຄະດີ ຕ້ອງຮັບປະການການສືບສວຍສອບສວນທາງການເງິນ ຄຽງຄູ່ກັບການ ສືບສວນ-ສອບສວຍ ການກະທຳຜິດຕົ້ນ. ທັງໝົດນັ້ນກໍ່ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນບັນຊີການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະ ຮັບປະກັນໄດ້ກັບວຽກງານ AML/CFT ຂອງ ສປປ ລາວ ໃຫ້ເປັນລະບົບ ໄດ້ມາດຖານ ພ້ອມທັງຮັບປະກັນການຈັດຕັ້ງປະຕິບັດໄດ້. ທັງໝົດນີ້, ແມ່ນຄວາມຄືບໜ້າ ທີ່ ສປປ ລາວ ໄດ້ມີການຈັດຕັ້ງປະຕິບັດກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມແຜນການທີ່ວາງໄວ້. ເວົ້າລວມແລ້ວກໍ່ເພື່ອເຮັດໃຫ້ ລະບົບເສດຖະກິດ-ການເງິນ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.


ກອງປະຊຸມຄະນະຊີ້ນຳ ຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມຄະນະຊີ້ນຳ ຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃນວັນທີ 4 ກຸມພາ 2021 ທີ່ຫ້ອງປະຊຸມຊັ້ນ 4 ທະນາຄານແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າຄະນະຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ພ້ອມນີ້, ກໍ່ມີ ທ່ານ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ຮອງປະທານສານປະຊາຊົນສູງສຸດ, ກົມຕຳຫຼວດເສດຖະກິດ ກະຊວງປ້ອງກັນຄວາມສະຫງົບ ແລະ ກົມແຜນການແລະການຮ່ວມມື ກະຊວງອຸດສາຫະກຳແລະການຄ້າເຂົ້າຮ່ວມ. ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ກໍ່ເພື່ອປຶກສາຫາລື 1.) ແຕ່ງຕັ້ງຄະນະວິຊາການ ຮັບຜິດຊອບຄົ້ນຄວ້າແຜນຍຸດທະສາດແຫ່ງຊາດວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ປີ 2021 – 2025; 2.) ຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ປີ 2021 – 2025 ແລະ 3.) ແຜນການຈັດປະຕິບັດການຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ປີ 2021 – 2025.


ການລົງເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ກັບບໍລິສັດຕົວແທນຊື້-ຂາຍ ອະສັງຫາລິມະຊັບ 28 ມັງກອນ 2021

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນວັນທີ 28 ມັງກອນ 2021 ທີ່ສະຖາບັນການທະນາຄານໂດຍການເປັນປະທານຂອງ ທ່ານ ນາງ ຂັນທະລີ ວົງໄຊຍະລາດ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ); ພ້ອມນີ້, ກໍ່ມີ ພະນັກງານຈາກກົມທີ່ດີນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ຕາງໜ້າຈາກບໍລິສັດຕົວແທນຊື້ຂາຍອະສັງຫາລິມະຊັບ ເຂົ້າຮ່ວມ. ຈຸດປະສົງໃນກອງປະຊຸມຄັ້ງນີ້ ກໍ່ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ການປະເມີນຄວາມສ່ຽງ ຕາມຫຼັກການບໍລິຫານຄວາມສ່ຽງ (RBA) ດ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ກົນໄກການປະສານງານລະຫວ່າງເຈົ້າໜ້າທີ່ຜູ້ຄຸ້ມຄອງກັບຂະແໜງການຕົວແທນຊື້ຂາຍອະສັງຫາລິມະຊັບ ແລະ ໃຫ້ພາກສ່ວນດັ່ງກ່າວສະໜອງຂໍ້ມູນຢ່າງຮິບດ່ວນ ເພື່ອນຳໄປເຮັດການປະເມີນຕາມຫຼັກການບໍລິຫານຄວາມສ່ຽງ.


ກອງປະຊຸມການເຜີຍແຜ່ຄຳສັ່ງວ່າດ້ວຍ ການກັກ ການຍຶດ ແລະ ອາຍັດ ທຶນທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜານອາວຸດທຳລາຍລ້າງຜານ

ໃນວັນທີ 20 ມັງກອນ 2021, ເວລາ 08:00-11:30 ທີ່ຜ່ານມາ ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ໃນນາມກອງເລຂາຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ໄດ້ຈັດກອງປະຊຸມການເຜີຍແຜ່ຄຳສັ່ງວ່າດ້ວຍ ການກັກ ການຍຶດ ແລະ ອາຍັດ ທຶນທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜານອາວຸດທຳລາຍລ້າງຜານ ສະບັບເລກທີ 20/ນຍ, ລົງວັນທີ 26 ພະຈິກ 2020 ທີ່ຫ້ອງປະຊຸມໃຫ່ຍຊັ້ນ VI ທຫລ. ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ໄຊສີ ສັນຕິວົງ, ລັັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງ/ອົງການຈັດຕັ້ງລັດ ທີ່ກ່ຽວຂ້ອງ ແລະ ປິ້ນອ້ອມ ໃນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ. ການຈັດກອງປະຊຸມດັ່ງກ່າວ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕໍ່ກັບເນື້ອໃນ ແລະ ຫຼັກການທີ່ໄດ້ກໍານົດໄວ້ໃນຄໍາສັ່ງດັ່ງກ່າວ ຮັບປະກັນໃຫ້ພາກສ່ວນກ່ຽວຂ້ອງສາມາດນໍາເອົາຂໍ້ກໍານົດ ແລະ ຫຼັກການ ໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນຢ່າງເປັນຮູບປະທໍາ ຊຶ່ງມີທັງໝົດ 04 ເນື້ອໃນຄື: 1). ພາບລວມ ແລະ ຄວາມຈໍາເປັນ; 2). ເນື້ອໃນຂອງຄໍາສັ່ງ ສະບັບເລກທີ 20/ນຍ, ລົງວັນທີ 26/11/2020; 3). ພັນທະທີ່ຕ້ອງຈັດຕັ້ງປະຕິບັດ ແລະ 4). ຄາດຄະເນແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ III ປະຈໍາປີ 2020, ໃນວັນທີ 18 ທັນວາ 2020 ທີ່ ທະນາຄານແຫ່ງ ສປປ ລາວ.

ໃນຕອນເຊົ້າຂອງ ວັນທີ 18 ທັນວາ 2020, ເວລາ 08:30-11:30 ໂມງ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ IV ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ III ປະຈໍາປີ 2020 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຕຟງ. ພ້ອມນີ້, ກໍມີບັນດາສະມາຊິກຄະນະກຳມະການເເຫ່ງຊາດ, ກອງເລຂາ ແລະ ພະນັກງານຂອງບາງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ. ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂອງ ສປປ ລາວ ໂດຍສະເພາະແມ່ນຄວາມຄືບໜ້າການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະຫນອງທຶນແກ່ການກໍການຮ້າຍຂອງ ສປປ ລາວ ຈາກ APG ແລະ ຜູ້ປະເມີນຈາກ 6 ປະເທດ (ສປ ຈີນ, ອິນໂດເນເຊຍ, ມາເລເຊຍ, ນິວຊີແລນ, ສີລັງກາ ແລະ ໄທ). ການປະເມີນດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນ ມີນາ ປີ 2020, ປະຈຸບັນຢູ່ໃນລະຫວ່າງການສັງລວມບັນດານິຕິກຳທີ່ກ່ຽວຂ້ອງ ແລະ ຂັ້ນຕອນການຈັງຕັ້ງປະຕິບັດ ລວມທັງຜົນການຈັດຕັ້ງປະຕິບັດ ວຽກງງານການຕ້ານການຟອກເງິນ ແລະ ສະຫນອງທຶນແຫ່ການກໍການຮ້າຍ ສະຫນອງໃຫ້ ທີມປະເມີນ. ຊື່ງໄລຍະການປະເມີນ ສປປ ລາວ ຍັງຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ບັນຫນ້າວຽກທີ່ຈຳເປັນ ເຊັ່ນ: ວຽກງານເຜີຍແຜ່ ແລະ ເຊື່ອມຊຶມ ວຽກງງານການຕ້ານການຟອກເງິນໃຫ້ ທັງພາກລັດ ແລະເອກຊົນເຂົ້້າໃຈ ແລະ ຮັບຮູ້ຄວາມສ່ຽງ ກໍ່ຄືການປ້ອງການຟອກເງິນ ແລະ ສະຫນອງທຶນແກ່ການກໍການຮ້າຍ, ວຽກງານທົບທວນຄືນນິຕິກຳ ແລະ ສ້າງກົກໄກຮອງຮັບຂອງບັນດາພາກສ່ວນທີ່ກ່ຽວຂ້ອງ, ວຽກງານຄຸ້ມຄອງ ບັນດາຫົວຫນ່ວຍທີ່ມີຫນ້າທີ່ລາຍງານ ໃຫ້ມີເຄື່ອງມື ແລະ ມາດຕະການທີ່ໄດ້ມາດຖານສາກົນ, ແລະ ວຽກງານການດຳເນີນຄະດີ ຕ້ອງຮັບປະການການສືບສວຍສອບສວນທາງການເງິນ ຄຽງຄູ່ກັບການ ສືບສວຍສອບສວຍ ການກະທຳຜິດຕົ້ນ. ທັງໝົດນັ້ນກໍ່ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນບັນຊີການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະ ຮັບປະກັນໄດ້ກັບວຽກງານ AML/CFT ຂອງ ສປປ ລາວ ໃຫ້ເປັນລະບົບ ໄດ້ມາດຖານ ພ້ອມທັງຮັບປະກັນການຈັດຕັ້ງປະຕິບັດໄດ້. ທັງໝົດນີ້, ແມ່ນຄວາມຄືບໜ້າ ທີ່ ສປປ ລາວ ໄດ້ມີການຈັດຕັ້ງປະຕິບັດກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມແຜນການທີ່ວາງໄວ້. ເວົ້າລວມແລ້ວກໍ່ເພື່ອເຮັດໃຫ້ ລະບົບເສດຖະກິດ-ການເງິນ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.


ກອງປະຊຸມຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ພາກສ່ວນ 4 ວຽກງານການດຳເນີນຄະດີ ຄັ້ງທີ III ປະຈໍາປີ 2020, ໃນວັນທີ 8 ທັນວາ 2020 ທີ່ ຫ້ອງປະຊຸມຊັ້ນ IV, ສານປະຊາຊົນສູງສຸດ.

ໃນຕອນເຊົ້າຂອງ ວັນທີ 8 ທັນວາ 2020, ເວລາ 08:30-11:30 ໂມງ, ທີ່ ຫ້ອງປະຊຸມໃຫຍ່ຊັ້ນ IV ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ພາກສ່ວນ 04 ວຽກງານການດຳເນີນຄະດີ ຄັ້ງທີ III ປະຈໍາປີ 2020 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ຄຳພາ ແສງດາຣາ, ປະທານສານປະຊາຊົນສູງສຸດ, ຄະນະ ຄຕຟງ, ຫົວໜ້າກຳມະການຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພາກສ່ວນທີ 4 ວຽກງານການດຳເນີນຄະດີ. ພ້ອມນີ້, ຍັງມີຄະນະລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ, ເຈົ້າໜ້າທີ່ຈາກອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ຫ້ອງການປະຕິບັດຄຳຕັດສີນຂອງສານ ແລະ ກອງເລຂາ ເຂົ້າຮ່ວມໃນກອງປະຊຸມ. ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂອງ ສປປ ລາວ ໂດຍສະເພາະແມ່ນ: ຄວາມຄືບໜ້າການກະກຽມຄວາມພ້ອມວຽກງານການປະເມີນຮອບດ້ານຂອງ ສປປ ລາວ ໃນປີ 2020-2021 ເພື່ອຮັບປະກັນ ການປະເມີນດ້ານນິຕິກໍາ ກົນໄກ ແລະ ປະສິດທິຜົນ ໃຫ້ສຳເລັດຕາມແຜນທີ່ວາງໄວ້.


ໄອຍະການ-ສານປະຊາຊົນ ເຜີຍແຜ່ວຽກງານຕ້ານການຟອກເງິນ

ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ໄດ້ຈັດຕັ້ງການເຜີຍແຜ່ວຽກງານຕ້ານການຟອກເງິນ ເເລະ ການສະໜອງທຶນໃຫ້ເເກ່ການກໍ່ການຮ້າຍ (AML/CFT) ແລະ ບັນດານິຕິກໍາທີ່ຕິດພັນ ໃນວັນທີ 1 ທັນວາ 2020 ທີ່ຫ້ອງ ປະຊຸມອົງການໄອຍະການສູງສຸດ ໂດຍການໃຫ້ກຽດເປັນປະທານຮ່ວມຂອງທ່ານ ບຸນຍັງ ຈັນດາລາສານ ຮອງຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ ແລະ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ; ພ້ອມນີ້, ກໍ່ມີບັນດາພະນັກງານຂັ້ນນຳ ແລະ ວິຊາການຂອງ 2 ພາກສ່ວນ ແລະ ມີນັກວິທະຍາກອນຈາກສຳນັກງານຂໍ້ມູນຕ້ານການຟອກເງິນ ເຂົ້າຮ່ວມ. ການເຜີຍແຜ່ໃນຄັ້ງນີ້ ເພື່ອເຮັດໃຫ້ບັນດາຄະນະນໍາ ແລະ ພະນັກງານຂອງອົງການໄອຍະການປະຊາຊົນສູງສຸດ ຊຶ່ງເປັນ ອົງການລັດ ທີ່ເຮັດໜ້າທີ່ຕິດຕາມ, ກວດກາການເຄົາລົບ ແລະ ປະຕິບັດໜ້າທີ່ກົດໝາຍໃນຂອບເຂດທົ່ວປະເທດ ແລະ ສັ່ງຟ້ອງຜູ້ ຕ້ອງຫາຂຶ້ນສານຕາມກົດໝາຍ ແລະ ສານປະຊາຊົນສູງສຸດ ແມ່ນອົງການຕຸລາການ ທີ່ເຮັດໜ້າທີ່ພິຈາລະນາ ແລະ ຕັດສິນຄະດີຢູ່ ສປປ ລາວ ມີແຕ່ສານເທົ່ານັ້ນ ຈຶ່ງມີສິດອຳນາດພິຈາລະນາຕັດສີນ, ພິຈາລະນາຄະດີບົນພື້ນຖານຫຼັກຖານ, ການເຄົາລົບ ແລະ ປະຕິບັດ ກົດໝາຍຢ່າງເຂັ້ມງວດ ໃນນີ້ລວມທັງບັນດາລະບຽບການ ກໍ່ຄືຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ຮັບຮອງໃນຕົ້ນປີນີ້ ໂດຍ 2 ອົງການ ຊຶ່ງໃນນາມເປັນອົງການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍເຂົ້າ ໃຈຢ່າງເລິກເຊິ່ງ, ມີຄວາມຮັບຜິດຊອບສູງ, ມີການປຶກສາຫາລື ແລະ ແລກປ່ຽນຄຳເຫັນ ຢ່າງພາວະວິໄສ, ກົງໄປກົງມາ ເພື່ອໃຫ້ສາ ມາດນໍາໄປຈັດຕັ້ງປະຕິບັດຕົວຈິງໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບສູງ. ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນວຽກງານທີ່ມີຄວາມສໍາຄັນ ຕໍ່ສະ ພາບການດໍາເນີນເສດຖະກິດໃນປະເທດ; ສປປ ລາວ ກໍ່ຄືລັດຖະບານເຮົາ ໄດ້ໃຫ້ຄວາມສໍາຄັນໃນວຽກງານດັ່ງກ່າວ ໂດຍໄດ້ສ້າງຕັ້ງ ຄະນະກໍາມະການລະດັບຊາດຂຶ້ນ ໂດຍປະກອບມີຮອງນາຍົກລັດຖະມົນຕີ ເປັນປະທານ; ບັນດາລັດຖະມົນຕີ-ຮອງລັດຖະມົນຕີຈາກ 13 ກະຊວງ/ທຽບເທົ່າເຂົ້າຮ່ວມໃນຄະນະ ແນໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວບົນພື້ນຖານເງື່ອນໄຂ 40 ຂໍ້ ແນະນໍາຂອງສາກົນທີ່ ສປປ ລາວ ເປັນພາຄີ. ໃນຜ່ານມາ ສປປ ລາວ ໄດ້ຮັບການປະເມີນຜົນຮອບດ້ານຄັ້ງທໍາອິດ ໃນປີ 2010 ຊຶ່ງຜົນການປະເມີນໃນຄັ້ງ ນັ້ນແມ່ນຕົກຢູ່ໃນບັນຊີເທົາ ເຮັດໃຫ້ ສປປ ລາວພົບຄວາມຫຍຸ້ງຍາກຫຼາຍດ້ານ. ເຖິງຢ່າງໃດກໍດີ, ສປປ ລາວ ໄດ້ສູ້ຊົນ, ປັບປຸງແກ້ໄຂ ຂໍ້ຄົງຄ້າງຕ່າງໆ ໂດຍໄດ້ອອກບັນດານິຕິກໍາທີ່ຕິດພັນຈໍານວນ 24 ສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ້ານ ການຟອກເງິນໃຫ້ສອດຄ່ອງຕາມມາດຖານສາກົນ, ສ້າງກົນໄກ ແລະ ຂັ້ນຕອນຕ່າງໆ ເພື່ອນໍາໄປປະຕິບັດໃຫ້ເກີດປະສິດທິຜົນ ຕາມນິ ຕິກໍາທີ່ວາງອອກໄດ້ຈໍານວນໜຶ່ງ ຈຶ່ງເຮັດໃຫ້ ສປປ ລາວ ສາມາດອອກຈາກບັນຊີເທົາຂອງສາກົນ ໃນປີ 2017. ຫຼັງຈາກນັ້ນ, ກໍ່ໄດ້ມີການດໍາເນີນການປະເມີນຄວາມສ່ຽງລະດັບຊາດຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍສໍາເລັດໃນກາງປີ 2018 ຊຶ່ງ ສາມາດກໍານົດໄດ້ໄພຂົ່ມຂູ່ຂອງການຟອກເງິນ, ຂະແໜງການທຸລະກິດທີ່ມີຄວາມສ່ຽງ ຈະຖືກສວຍໃຊ້ໃນຂະບວນການ ຟອກເງິນ ແລະ ເລັ່ງແກ້ໄຂຂໍ້ຄົງຄ້າງທີ່ໄດ້ຈາກຜົນການປະເມີນ ເພື່ອປັບປຸງປະສິດທິພາບຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ ສອດຄ່ອງ ແລະ ຮັບປະກັນໄດ້ຕາມມາດຖານສາກົນຍິ່ງຂຶ້ນ. ເພື່ອກະກຽມການປະເມີນຜົນຮອບດ້ານ ຄັ້ງທີ 2 ໃນສົກປີ 2020-2021, ລັດຖະບານ ໄດ້ສ້າງຕັ້ງຄະນະສະເພາະກິດ ຂຶ້ນ ໂດຍມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ/ຮອງລັດຖະມົນຕີ ຈໍານວນ 25 ທ່ານ ປະກອບຢູ່ໃນຄະນະກໍາມະການ ແລະ ໄດ້ແບ່ງ ເປັນ 4 ກຸ່ມວຽກຄື: ວຽກງານເຜີຍແຜ່ ແລະ ເຊື່ອມຊືມ, ວຽກງານນິຕິກໍາ ແລະ ກົນໄກ, ວຽກງານຄຸ້ມຄອງ ແລະ ວຽກງານການດໍາ ເນີນຄະດີ. ໃນນັ້ນ, ສໍາລັບກຸ່ມວຽກງານເຜີຍແຜ່ ແລະ ເຊື່ອມຊຶມ ລວມມີຄະນະຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສໍານັກງານ ນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ກົມກອງທີ່ກ່ຽວຂ້ອງປະກອບຢູ່ ໃນຄະນະ ຊຶ່ງມີສໍານັກງານຂໍ້ມູນຕ້ານການຟອກເງິນ ເປັນກອງເລຂາທີ່ເຮັດວຽກໃນການປະສານງານ ແລະ ມາຮອດປະຈຸບັນ 4 ກຸ່ມວຽກດັ່ງກ່າວໄດ້ດຳເນີນການຕາມພາລະບົດບາດ, ໜ້າທີ່ຂອງຕົນຢ່າງເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະ ມີຜົນຄືບໜ້າດີຂຶ້ນຕາມລຳດັບ. ສະນັ້ນ, ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວດໍາເນີນໄປດ້ວຍຜົນສໍາເລັດນັ້ນ ມັນຈຶ່ງເລັ່ງທວງໃຫ້ທຸກພາກສ່ວນໃນສັງຄົມ ໂດຍສະເພາະອົງການປົກປ້ອງ ແລະ ນໍາໃຊ້ກົດໝາຍ ໃນນີ້ລວມທັງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນກ່ວາເກົ່າ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງພົນລະເມືອງກໍ່ຄືການປະຕິບັດພັນທະໜ້າທີ່ຂອງຕົນຕໍ່ສາກົນ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍ່ຄືການປະຕິບັດພັນທະສາກົນຂອງ ສປປ ລາວ.


ຄະນະກວດກາສູນກາງພັກ ເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ

ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຈັດຕັ້ງການເຜີຍແຜ່ວຽກງານຕ້ານການຟອກເງິນ ເເລະ ການສະໜອງທຶນໃຫ້ເເກ່ການກໍ່ການຮ້າຍ (AML/CFT) ແລະ ບັນດານິຕິກໍາທີ່ຕິດພັນ ໃນວັນທີ 29 ຕຸລາ 2020 ທີ່ ຫ້ອງປະຊຸມຂອງຄະນະດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານຄະນະ ກວດກາ ສູນກາງພັກ ແລະ ອົງການກວດກາລັດຖະບານ ແລະ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ; ພ້ອມ ນີ້, ກໍ່ມີບັນດາພະນັກງານຂັ້ນນຳ ແລະ ວິຊາການຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ພ້ອມດ້ວຍນັກວິທະຍາກອນຈາກສຳນັກງານຂໍ້ມູນຕ້ານການຟອກເງິນ ທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ. ການເຜີຍແຜ່ວຽກງານຕ້ານການຟອກເງິນ ເເລະ ການສະໜອງທຶນໃຫ້ເເກ່ການກໍ່ການຮ້າຍ (AML/CFT) ແລະ ບັນດານິຕິກໍາທີ່ຕິດພັນໃນຄັ້ງນີ້ ໄດ້ນຳສະເໜີພາບລວມ; ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ; ການກະກຽມການປະເມີນຜົນຮອບດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ດຳລັດວ່າດ້ວຍຄວາມຮັບຜິດຊອບ AML/CFT; ຄຳສັ່ງແນະນຳ ວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 01/ຄຕຟງ, ລົງວັນທີ 08 ມັງກອນ 2020 ແລະ ແຜນວຽກໃນຕໍ່ໜ້າ. ການເຜີຍແຜ່ໃນເທື່ອນີ້ ມີຄວາມໝາຍຄວາມສໍາ ຄັນຍິ່ງ, ເປັນໂອກາດທີ່ດີ ເພື່ອເພີ່ມຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຄືເຈົ້າໜ້າທີ່ຕ້ານການສໍ້ລາດ ບັງຫຼວງ ທີ່ເປັນຜູ້ຮັບຜິດຊອບໃນການສືບສວນ-ສອບສວນ, ເປັນການແລກປ່ຽນຄວາມຮູ້ ແລະ ນຳໄປໝູນໃຊ້ເຂົ້າໃນການປະຕິ ບັດວຽກງານຂອງຕົນຢ່າງມີປະສິດທິຜົນສູງສຸດ ໂດຍສະເພາະການສ້າງຄວາມຮັບຮູ້ຄວາມເຂົ້າໃຈວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ໂດຍສະເພາະຄຳສັ່ງແນະນຳ ວ່າດ້ວຍ ການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກ ເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ຮັບຮອງໃນຕົ້ນປີນີ້. ການເຜີຍແຜ່ ຍັງໄດ້ສ່ອງແສງໃຫ້ເຫັນຄວາມຄືບໜ້າການກະກຽມຄວາມພ້ອມວຽກງານການປະເມີນຮອບດ້ານຂອງ ສປປ ລາວ ໃນປີ 2020-2021 ທີ່ມີ 4 ແຜນວຽກບູລິມະສິດຂອງ 4 ພາກສ່ວນ ໃນນີ້ແມ່ນວຽກງານເຜີຍແຜ່ ແລະ ເຊື່ອມຊຶມ; ວຽກງານນິຕິກຳ ແລະ ກົນໄກ; ວຽກງານຄຸ້ມຄອງ ແລະ ວຽກງານການດຳເນີນຄະດີ ແນໃສ່ເພື່ອຮັບປະກັນການປະເມີນດ້ານນິຕິ ກໍາ, ກົນໄກ ແລະ ປະສິດທິຜົນ ຊຶ່ງຂະບວນການປະເມີນນອກຈາກດ້ານເອກະສານທີ່ໄດ້ສົ່ງໃຫ້ທີມປະເມີນ ສປປ ລາວ ກ່ຽວກັບ ດ້ານນິຕິກໍາແຕ່ເດືອນມີນາ 2020 ແລະ ໄດ້ມີການປະເມີນຕົວຈິງຜ່ານທາງວິດິໂອໃນເດືອນສິງຫາ 2020 ເພື່ອຊີ້ແຈງດ້ານນິຕິ ກໍາ. ສິ່ງທີ່ກ່າວມາທາງເທິງນີ້, ໄດ້ຊີ້ໃຫ້ເຫັນໝາກຜົນຄວາມຄືບໜ້າທີ່ ສປປ ລາວ ໄດ້ມີການຈັດຕັ້ງປະຕິບັດກ່ຽວກັບວຽກ ງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມແຜນການທີ່ວາງໄວ້. ທັງນີ້ ກໍ່ເພື່ອເຮັດໃຫ້ລະບົບເສດ ຖະກິດ-ການເງິນ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.


ກອງປະຊຸມເຜີຍແຜ່ ວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳທີ່ຕິດພັນ ໃຫ້ແກ່ພາກສ່ວນດຳເນີນຄະດີອາຍາ

ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ກໍຄືຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ 2 (2020-2021) ໄດ້ຈັດການເຜີຍແຜ່ເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນວັນທີ 13 ຕຸລາ 2020 ທີ່ແຂວງຊຽງຂວາງ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ບຸນຈັນ ສີວົງພັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ແຂວງຊຽງຂວາງ, ກອງປະຊຸມດັ່ງກ່າວ ມີເຈົ້າໜ້າທີ່ຈາກພາກສ່ວນອົງການສຶບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ, ພ້ອມທັງຄະນະອະນຸກໍາມະການຮັບຜິດຊອບໃນການກະກຽມການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມ. ການເຜີຍແຜ່ວຽກງານດັ່ງກ່າວໃນຄັ້ງນີ້ ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ໂດຍສະເພາະ ຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແນໃສ່ສ້າງຄວາມຮັບຮູ້ໃຫ້ກັບພາກສ່ວນອົງການສຶບສວນ-ສອບສວນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າໃຈ ຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ, ໂດຍລົງເລິກສະເພາະໜ້າວຽກທີ່ຕິດພັນເປັນຕົ້ນພັນທະຂອງເຈົ້າໜ້າທີ່ຕໍ່ວຽກງານດັ່ງກ່າວ, ການສຶບສວນ-ສອບສວນຄະດີຟອກເງິນ ຄຽງຄູ່ກັບຄະດີສະຖານການກະທໍາຜິດທາງອາຍາ, ບັນດາໄພຂົ່ມຂູ່ທີ່ເປັນຜົນມາຈາກການການເມີນຄວາມສ່ຽງທີ່ຕ້ອງເອົາໃຈໃສ່, ໃຫ້ກັບເຈົ້າໜ້າທີ່ ເພື່ອຮັບຮູ້-ເຂົ້າໃຈຢ່າງລຶກເຊີ່ງ ແລະ ສາມາດນໍາໄປຜັນຂະຫຍາຍເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 (2020-2021). ຄະນະຮັບຜິດຊອບໄດ້ນໍາສະເໜີພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃນ ສປປ ລາວ ໃນໄລຍະຜ່ານມາ, ສິດ ແລະ ໜ້າທີ່ຂອງສໍານັກງານຂໍ້ມູນຕ້ານການຟອກເງິນ, ການຈັດຕັ້ງປະຕິບັດຂອງອົງການສືບສວນສອບສວນ ແລະ ອົງການຕຸລາການ ໂດຍສະເພາະແມ່ນການດໍາເນີນຄະດີສະຖານການຟອກເງິນຄຽງຄູ່ກັບການດໍາເນີນຄະດີສະຖານຄວາມຜິດທາງອາຍາຕ່າງໆ ກໍຄືການປະຕິບັດຕາມຄຳສັ່ງແນະນຳຂອງປະທານ ຄຕຟງ ວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອໃຫ້ສາມາດມີສະຖິຕິຄະດີຟອກເງິນສົມຄູ່ກັບຄະດີການກະທຳຜິດຕົ້ນທີ່ເປັນການຟອກເງິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ພ້ອມທັງເປັນການກະກຽມໃຫ້ແກ່ການປະເມີນຜົນຮອບດ້ານ ໃນປີ 2020-2021 ຂອງ ສປປ ລາວ ກ່ຽວກັບວຽກງານຕ້ານການຟອກເງິນ.


ການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ

ກອງປະຊຸມການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໄດ້ຈັດຂຶ້ນໃນຮູບແບບທາງໄກ ໃນລະຫວ່າງວັນທີ 31 ສິງຫາ ຫາ ວັນທີ 03 ກັນຍາ 2020 ທີ່ຫ້ອງປະຊຸມໃຫຍ່ ຕຶກຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ລະຫວ່າງຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ຂອງ ສປປ ລາວ ກັບ ກອງເລຂາກຸ່ມອາຊີປາຊີຟິກ ເພື່ອຕ້ານການຟອກເງິນ (APG) ແລະ ຄະນະປະເມີນຈາກປະເທດ ສປ ຈີນ, ອິນໂດເນເຊຍ, ມາເລເຊຍ, ນິວຊີແລນ, ສີລັງກາ ແລະ ໄທ ໂດຍການໃຫ້ກຽດເປັນປະທານຂອງທ່ານ ນາງ ວັດທະນາ ດາລາລອຍ, ຄະນະ ຄຕຟງ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ພ້ອມນີ້, ກໍ່ມີບັນດາມີບັນດາຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ 14 ກະຊວງ ເຂົ້າຮ່ວມ. ທ່ານ ນາງ ວັດທະນາ ດາລາລອຍ, ຄະນະ ຄຕຟງ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ກ່າວວ່າ: ປະຈຸບັນ, ສປປ ລາວ ພວມຢູ່ໃນຂັ້ນຕອນການປະເມີນຜົນຮອບດ້ານຮອບທີ 3 ຂອງກຸ່ມ APG (ຊຶ່ງເປັນການປະເມີນຮອບດ້ານຄັ້ງທີ່ 2 ຂອງ ສປປ ລາວ), ລັດຖະບານຂອງພວກເຮົາໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການຊີ້ນໍາວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍຖືເອົາວຽກງານດັ່ງກ່າວເປັນວຽກງານບູລິມະສິດໜຶ່ງ ທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂ ລວມເຖິງການວາງນະໂຍບາຍ ແລະ ການນໍາໃຊ້ມາດຕະການປ້ອງກັນ ແລະ ສະກັດກັ້ນບັນຫາດັ່ງກ່າວ. ແຕ່ພວກເຮົາເຫັນໄດ້ເຖິງຄວາມສໍາຄັນ ແລະ ຜົນກະທົບຂອງໄພຂົ່ມຂູ່ຂອງການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງຖືເປັນອາຊະຍາກໍາທີ່ຮ້າຍແຮງ ທີ່ອາດຈະກໍ່ໃຫ້ເກີດຜົນກະທົບໃຫຍ່ຫຼວງ ແລະ ເປັນອັນຕະລາຍຕໍ່ການພັດທະນາເສດຖະກິດສັງຄົມຂອງພວກເຮົາ. ໃນໄລຍະຜ່ານມາ, ລັດຖະບານຂອງ ສປປ ລາວ ໄດ້ຮັບຮອງ ແລະ ຈັດຕັ້ງປະຕິບັດນິຕິກໍາຫຼາຍສະບັບ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ນອກຈາກນີ້ຍັງໄດ້ເຜີຍແຜ່ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທັງໃນລວງກວ້າງ ແລະ ລວງເລິກ, ມີການແລກປ່ຽນຂໍ້ມູນທີ່ຕິດພັນກັບການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງ, ພາກສ່ວນຜູ້ຄຸ້ມຄອງ ແລະ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຊຶ່ງໄດ້ຄ່ອຍໆພັດທະນາ ແລະ ຫັນເປັນລະບົບທັນສະໄໝຂຶ້ນເລື້ອຍໆ. ເພື່ອກະກຽມຄວາມພ້ອມຮອງຮັບໃຫ້ແກ່ການປະເມີນຜົນຮອບດ້ານ/ຮອບທີ 3 ຂອງ ສປປ ລາວ, ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ເຮັດວຽກຢ່າງໃກ້ຊິດກັບບັນດາພາກສ່ວນທີ່ກ່ຽວຂ້ອງ, ເອົາໃຈໃສ່ຈັດຕັ້ງປະຕິບັດບັນດານິຕິກໍາທີ່ກ່ຽວຂ້ອງ ແລະ ສາມາດນໍາສົ່ງບົດລາຍງານດ້ານນິຕິກໍາໃຫ້ແກ່ຄະນະປະເມີນທັນຕາມກໍານົດເວລາ. ທ່ານ ນາງ ວັດທະນາ ດາລາລອຍ, ຄະນະ ຄຕຟງ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍັງໄດ້ຢັ້ງຢືນວ່າການທີ່ ສປປ ລາວ ໄດ້ພະຍາຍາມລວບລວມຂໍ້ມູນທີ່ກ່ຽວຂ້ອງ, ປະກອບຂໍ້ມູນໃຫ້ຄົບຖ້ວນ ຕາມຄໍາແນະນໍາຂອງ ຄະນະປະເມີນ ລວມເຖິງການທໍາຄວາມເຂົ້າໃຈຕໍ່ກັບ 40 ຂໍ້ແນະນໍາຂອງອົງການຕ້ານການຟອກເງິນສາກົນ. ເຖິງຢ່າງໃດກໍ່ຕາມ, ນັບຕັ້ງແຕ່ ສປປ ລາວ ໄດ້ສົ່ງບົດລາຍງານດ້ານນິຕິກໍາໃຫ້ຄະນະປະເມີນໃນທ້າຍເດືອນມີນາ 2020 ຜ່ານມາ, ພວກເຮົາໄດ້ພົບບັນຫາທ້າທາຍຫຼາຍຢ່າງທີ່ເກີດຂຶ້ນ ເປັນຕົ້ນກໍ່ແມ່ນການແຜ່ລະບາດຂອງເຊື້ອພະຍາດປອດອັກເສບ (COVID-19) ຊຶ່ງໄດ້ສົ່ງຜົນກະທົບຕໍ່ທຸກໆແຜນວຽກ ເຮັດໃຫ້ການເຄື່ອນໄຫວວຽກງານຕົວຈິງຂອງຫຼາຍພາກສ່ວນຖືກຢຸດສະງັກ ບໍ່ມີຄວາມຄືບໜ້າດ້ານປະສິດທິຜົນ. ດ້ວຍສິ່ງທ້າທາຍດັ່ງກ່າວ ເຮັດໃຫ້ພວກເຮົາຈໍາເປັນຕ້ອງເວັ້ນໄລຍະຫ່າງ ແລະ ຈໍາຕ້ອງເຮັດວຽກໃນສະພາບແວດລ້ອມແບບໃໝ່ ເຊັ່ນດຽວກັບທີ່ພວກເຮົາຈໍາເປັນຕ້ອງໄດ້ຈັດກອງປະຊຸມທາງໄກແບບນີ້ກັບ ກອງເລຂາ APG ແລະ 6 ປະເທດຄະນະປະເມີນຮອບດ້ານ.


ກອງປະຊຸມເຜີຍແຜ່ວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳທີ່ຕິດພັນ ໃຫ້ແກ່ພາກສ່ວນດຳເນີນຄະດີອາຍາ (ທີ່ແຂວງບໍ່ແກ້ວ)

ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ກໍຄືຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ 2 (2020-2021) ໄດ້ຈັດການເຜີຍແຜ່ເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນວັນທີ 21 ສິງຫາ 2020 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງບໍ່ແກ້ວ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ຈອມສີ ລັດຕະນະປັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ, ກອງປະຊຸມດັ່ງກ່າວ ມີເຈົ້າໜ້າທີ່ຈາກພາກສ່ວນອົງການສຶບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ, ພ້ອມທັງຄະນະອະນຸກໍາມະການຮັບຜິດຊອບໃນການກະກຽມການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມ. ການເຜີຍແຜ່ວຽກງານດັ່ງກ່າວໃນຄັ້ງນີ້ ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ໂດຍສະເພາະ ຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແນໃສ່ສ້າງຄວາມຮັບຮູ້ໃຫ້ກັບພາກສ່ວນອົງການສຶບສວນ-ສອບສວນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າໃຈ ຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ, ໂດຍລົງເລິກສະເພາະໜ້າວຽກທີ່ຕິດພັນເປັນຕົ້ນພັນທະຂອງເຈົ້າໜ້າທີ່ຕໍ່ວຽກງານດັ່ງກ່າວ, ການສຶບສວນ-ສອບສວນຄະດີຟອກເງິນ ຄຽງຄູ່ກັບຄະດີສະຖານການກະທໍາຜິດທາງອາຍາ, ບັນດາໄພຂົ່ມຂູ່ທີ່ເປັນຜົນມາຈາກການການເມີນຄວາມສ່ຽງທີ່ຕ້ອງເອົາໃຈໃສ່, ໃຫ້ກັບເຈົ້າໜ້າທີ່ ເພື່ອຮັບຮູ້-ເຂົ້າໃຈຢ່າງລຶກເຊີ່ງ ແລະ ສາມາດນໍາໄປຜັນຂະຫຍາຍເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 (2020-2021). ຄະນະຮັບຜິດຊອບໄດ້ນໍາສະເໜີພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃນ ສປປ ລາວ ໃນໄລຍະຜ່ານມາ, ສິດ ແລະ ໜ້າທີ່ຂອງສໍານັກງານຂໍ້ມູນຕ້ານການຟອກເງິນ, ການຈັດຕັ້ງປະຕິບັດຂອງອົງການສືບສວນສອບສວນ ແລະ ອົງການຕຸລາການ ໂດຍສະເພາະແມ່ນການດໍາເນີນຄະດີສະຖານການຟອກເງິນຄຽງຄູ່ກັບການດໍາເນີນຄະດີສະຖານຄວາມຜິດທາງອາຍາຕ່າງໆ ກໍຄືການປະຕິບັດຕາມຄຳສັ່ງແນະນຳຂອງປະທານ ຄຕຟງ ວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອໃຫ້ສາມາດມີສະຖິຕິຄະດີຟອກເງິນສົມຄູ່ກັບຄະດີການກະທຳຜິດຕົ້ນທີ່ເປັນການຟອກເງິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ພ້ອມທັງເປັນການກະກຽມໃຫ້ແກ່ການປະເມີນຜົນຮອບດ້ານ ໃນປີ 2020-2021 ຂອງ ສປປ ລາວ ກ່ຽວກັບວຽກງານຕ້ານການຟອກເງິນ. ການຟອກເງິນແມ່ນການປ່ຽນຮູບ, ນຳໃຊ້, ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນ ທີ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນ ນັ້ນມາຈາກການກະທໍາຜິດຕົ້ນ ເພື່ອປົກ ປິດ ຫຼື ຊຸກເຊື່ອງ ຄຸນລັກສະນະ, ທີ່ມາຂອງເງິນ, ທີ່ຕັ້ງ ຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ ແລະການກະທຳທີ່ເປັນການຟອກເງິນແມ່ນການປ່ຽນຮູບ, ການໂອນເງິນ ຫຼື ຊັບສິນອື່ນໂດຍມີຈຸດປະສົງປົກປິດ ຫຼື ເຊື່ອງອໍາຜົນຈາກການກະທຳຜິດຕົ້ນ, ໃຫ້ການຊ່ວຍເຫຼືອຜູ້ກະທຳຜິດຕົ້ນ ເພື່ອຫຼົບຫຼີກຈາກຜົນສະທ້ອນທາງດ້ານກົດໝາຍ; ໄພຂົ່ມຂູ່ດ້ານການຟອກເງິນທີ່ ເປັນບູລິມະສິດມີ 7 ລາຍການ ຈາກການກະທໍາຜິດຕົ້ນ ຈາກ 29 ລາຍການໃນນີ້ມີ: ການຜະລິດ ແລະ ຄ້າຂາຍຢາເສບຕິດ, ການປອມແປງແຊັກ ການນໍາໃຊ້ແຊັກ ຫຼື ພັນທະບັດອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍ, ອາຊະຍາກໍາສິ່ງແວດລ້ອມ, ການລັກຊັບພົນລະເມືອງ, ການປອມແປງເງິນ ຫຼື ການໃຊ້ເງິນປອມ, ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ ແລະ ການສໍ້ໂກງຊັບພົນລະເມືອງ.


ກອງປະຊຸມເຜີຍແຜ່ວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳທີ່ຕິດພັນ ໃຫ້ແກ່ພາກສ່ວນດຳເນີນຄະດີອາຍາ (ທີ່ແຂວງຫລວງນຳ້ທາ)

ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ກໍຄືຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ 2 (2020-2021) ໄດ້ຈັດການເຜີຍແຜ່ເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນວັນທີ 19 ສິງຫາ 2020 ທີ່ຫ້ອງປະຊຸມສະໂມສອນ ແຂວງຫຼວງນ້ຳທາ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ໄຊພອນ ຄຸນສີລິເຮືອງ ປະທານສະພາປະຊາຊົນແຂວງຫຼວງນ້ຳທາ, ຜູ້ຊີ້ນຳວຽກງານຍຸຕິທຳ, ກອງປະຊຸມດັ່ງກ່າວ ມີເຈົ້າໜ້າທີ່ຈາກພາກສ່ວນອົງການສຶບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ, ພ້ອມທັງຄະນະອະນຸກໍາມະການຮັບຜິດຊອບໃນການກະກຽມການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມ. ການເຜີຍແຜ່ວຽກງານດັ່ງກ່າວໃນຄັ້ງນີ້ ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ໂດຍສະເພາະ ຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແນໃສ່ສ້າງຄວາມຮັບຮູ້ໃຫ້ກັບພາກສ່ວນອົງການສຶບສວນ-ສອບສວນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າໃຈ ຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ, ໂດຍລົງເລິກສະເພາະໜ້າວຽກທີ່ຕິດພັນເປັນຕົ້ນພັນທະຂອງເຈົ້າໜ້າທີ່ຕໍ່ວຽກງານດັ່ງກ່າວ, ການສຶບສວນ-ສອບສວນຄະດີຟອກເງິນ ຄຽງຄູ່ກັບຄະດີສະຖານການກະທໍາຜິດທາງອາຍາ, ບັນດາໄພຂົ່ມຂູ່ທີ່ເປັນຜົນມາຈາກການການເມີນຄວາມສ່ຽງທີ່ຕ້ອງເອົາໃຈໃສ່, ໃຫ້ກັບເຈົ້າໜ້າທີ່ ເພື່ອຮັບຮູ້-ເຂົ້າໃຈຢ່າງລຶກເຊີ່ງ ແລະ ສາມາດນໍາໄປຜັນຂະຫຍາຍເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 (2020-2021). ຄະນະຮັບຜິດຊອບໄດ້ນໍາສະເໜີພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃນ ສປປ ລາວ ໃນໄລຍະຜ່ານມາ, ສິດ ແລະ ໜ້າທີ່ຂອງສໍານັກງານຂໍ້ມູນຕ້ານການຟອກເງິນ, ການຈັດຕັ້ງປະຕິບັດຂອງອົງການສືບສວນສອບສວນ ແລະ ອົງການຕຸລາການ ໂດຍສະເພາະແມ່ນການດໍາເນີນຄະດີສະຖານການຟອກເງິນຄຽງຄູ່ກັບການດໍາເນີນຄະດີສະຖານຄວາມຜິດທາງອາຍາຕ່າງໆ ກໍຄືການປະຕິບັດຕາມຄຳສັ່ງແນະນຳຂອງປະທານ ຄຕຟງ ວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອໃຫ້ສາມາດມີສະຖິຕິຄະດີຟອກເງິນສົມຄູ່ກັບຄະດີການກະທຳຜິດຕົ້ນທີ່ເປັນການຟອກເງິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ພ້ອມທັງເປັນການກະກຽມໃຫ້ແກ່ການປະເມີນຜົນຮອບດ້ານ ໃນປີ 2020-2021 ຂອງ ສປປ ລາວ ກ່ຽວກັບວຽກງານຕ້ານການຟອກເງິນ.


ກອງປະຊຸມເຜີຍແຜ່ວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳທີ່ຕິດພັນ ໃຫ້ແກ່ພາກສ່ວນດຳເນີນຄະດີອາຍາ (ທີ່ແຂວງອຸດົມໄຊ)

ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ກໍຄືຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ 2 (2020-2021) ໄດ້ຈັດການເຜີຍແຜ່ເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນວັນທີ 17 ສິງຫາ 2020 ທີ່ຫ້ອງປະຊຸມ ຊັ້ນ 4 ສາຂາ ທຫລ ພາກເໜືອ ແຂວງ ອຸດົມໄຊ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ແຂວງອຸດົມໄຊ, ກອງປະຊຸມດັ່ງກ່າວ ມີເຈົ້າໜ້າທີ່ຈາກພາກສ່ວນອົງການສຶບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ, ພ້ອມທັງຄະນະອະນຸກໍາມະການຮັບຜິດຊອບໃນການກະກຽມການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມ. ການເຜີຍແຜ່ວຽກງານດັ່ງກ່າວໃນຄັ້ງນີ້ ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ໂດຍສະເພາະ ຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແນໃສ່ສ້າງຄວາມຮັບຮູ້ໃຫ້ກັບພາກສ່ວນອົງການສຶບສວນ-ສອບສວນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າໃຈ ຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ, ໂດຍລົງເລິກສະເພາະໜ້າວຽກທີ່ຕິດພັນເປັນຕົ້ນພັນທະຂອງເຈົ້າໜ້າທີ່ຕໍ່ວຽກງານດັ່ງກ່າວ, ການສຶບສວນ-ສອບສວນຄະດີຟອກເງິນ ຄຽງຄູ່ກັບຄະດີສະຖານການກະທໍາຜິດທາງອາຍາ, ບັນດາໄພຂົ່ມຂູ່ທີ່ເປັນຜົນມາຈາກການການເມີນຄວາມສ່ຽງທີ່ຕ້ອງເອົາໃຈໃສ່, ໃຫ້ກັບເຈົ້າໜ້າທີ່ ເພື່ອຮັບຮູ້-ເຂົ້າໃຈຢ່າງລຶກເຊີ່ງ ແລະ ສາມາດນໍາໄປຜັນຂະຫຍາຍເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 (2020-2021). ຄະນະຮັບຜິດຊອບໄດ້ນໍາສະເໜີພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃນ ສປປ ລາວ ໃນໄລຍະຜ່ານມາ, ສິດ ແລະ ໜ້າທີ່ຂອງສໍານັກງານຂໍ້ມູນຕ້ານການຟອກເງິນ, ການຈັດຕັ້ງປະຕິບັດຂອງອົງການສືບສວນສອບສວນ ແລະ ອົງການຕຸລາການ ໂດຍສະເພາະແມ່ນການດໍາເນີນຄະດີສະຖານການຟອກເງິນຄຽງຄູ່ກັບການດໍາເນີນຄະດີສະຖານຄວາມຜິດທາງອາຍາຕ່າງໆ ກໍຄືການປະຕິບັດຕາມຄຳສັ່ງແນະນຳຂອງປະທານ ຄຕຟງ ວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອໃຫ້ສາມາດມີສະຖິຕິຄະດີຟອກເງິນສົມຄູ່ກັບຄະດີການກະທຳຜິດຕົ້ນທີ່ເປັນການຟອກເງິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ພ້ອມທັງເປັນການກະກຽມໃຫ້ແກ່ການປະເມີນຜົນຮອບດ້ານ ໃນປີ 2020-2021 ຂອງ ສປປ ລາວ ກ່ຽວກັບວຽກງານຕ້ານການຟອກເງິນ.


ກົມໃຫຍ່ຕຳຫຼວດ ເຜີຍແຜ່ວຽກງານຕ້ານການຟອກເງິນ

ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງການເຜີຍແຜ່ ແລະ ເຊື່ອມຊຶມວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ນິຕິກຳ ທີ່ຕິດພັນ ໃນວັນທີ 11 ສິງຫາ 2020 ທີ່ຫ້ອງປະຊຸມຂອງກົມໃຫຍ່ດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ພົນຈັດຕະວາ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ; ພ້ອມນີ້, ກໍ່ມີບັນດານາຍຕຳຫຼວດ ທີ່ມາຈາກບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ຕຳຫຼວດ ເຂົ້າຮ່ວມ. ທ່ານ ຈິນດາໄມ ວິໄລຫົງສ໌ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ທ່ານ ພັນເອກ ປອ. ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ແລະ ທ່ານ ພົມສຸວັນ ພິລາຈັນ ຫົວໜ້າຄະນະສານການຄ້າ ສານປະຊາຊົນສູງສຸດ ໄດ້ພັດປ່ຽນກັນເຜີຍແຜ່ວຽກງານດັ່ງກ່າວ ແນໃສ່ເພື່ອໃຫ້ນາຍຕຳຫຼວດທີ່ເຮັດໜ້າທີ່ດຳເນີນຄະດີຮັບຮູ້ເຂົ້າໃຈກ່ຽວກັບພາບລວມການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ກົດໝາຍ, ລະບຽບການ ແລະ ການກະກຽມໃຫ້ແກ່ການປະເມີນຜົນຮອບດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນປີ 2020-2021 ຊຶ່ງວຽກງານດັ່ງກ່າວ ເປັນວຽກງານທີ່ມີຄວາມສໍາຄັນຕໍ່ສະພາບການດໍາເນີນເສດຖະກິດໃນປະເທດ; ລັດ ຖະບານ ສປປ ລາວ ໄດ້ເອົາໃຈໃສ່ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ໄດ້ສ້າງຕັ້ງຄະນະກໍາມະການລະດັບຊາດຂຶ້ນ ໂດຍປະກອບມີຮອງນາຍົກລັດຖະມົນຕີ ເປັນປະທານ ແລະ ຍັງປະກອບມີລັດຖະມົນຕີ ແລະ ຮອງລັດຖະມົນຕີຈາກກະຊວງ ແລະ ທຽບເທົ່າຕ່າງໆເຂົ້າຮ່ວມໃນຄະນະ ເພື່ອສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ບົນພື້ນຖານເງື່ອນໄຂ 40 ຂໍ້ແນະນໍາຂອງອົງການຕ້ານການຟອກເງິນສາກົນ ທີ່ ສປປ ລາວ ເຂົ້າຮ່ວມເປັນສະມາຊິກ. ໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການປະເມີນຜົນຮອບດ້ານຄັ້ງທໍາອິດ ໃນປີ 2010 ຊຶ່ງຜົນການປະເມີນໃນ ຄັ້ງນັ້ນ ສປປ ລາວ ແມ່ນຕົກຢູ່ໃນບັນຊີເທົາ ເຮັດໃຫ້ ສປປ ລາວ ພົບຄວາມຫຍຸ້ງຍາກຫຼາຍດ້ານ. ຢ່າງໃດກໍດີ, ສປປ ລາວ ໄດ້ສູ້ຊົນ, ປັບປຸງແກ້ໄຂຂໍ້ຄົງຄ້າງຕ່າງໆ ເປັນຕົ້ນ ອອກບັນດານິຕິກໍາທີ່ຕິດພັນ ຈໍານວນ 28 ສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ສອດຄ່ອງຕາມມາດ ຖານສາກົນ, ສ້າງກົນໄກ ແລະ ຂັ້ນຕອນຕ່າງໆ ປະຕິບັດໃຫ້ເກີດປະສິດທິຜົນຕາມນິຕິກໍາທີ່ວາງອອກໄດ້ຈໍານວນໜຶ່ງ ມາຮອດປີ 2017 ຈຶ່ງເຮັດໃຫ້ ສປປ ລາວ ສາມາດອອກຈາກບັນຊີເທົາຂອງສາກົນ. ຫຼັງຈາກນັ້ນ, ໄດ້ດໍາເນີນການປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ ແກ່ການກໍ່ການຮ້າຍສໍາເລັດໃນກາງປີ 2018 ຊຶ່ງສາມາດກໍານົດໄດ້ 8 ຂະແໜງການທຸລະກິດ ທີ່ມີຄວາມສ່ຽງຈະຖືກສວຍ ໃຊ້ໃນຂະບວນການຟອກເງິນ ແລະ 7 ຄວາມຜິດຕົ້ນ ທີ່ເປັນໄພຂົ່ມຂູ່ຕໍ່ການຟອກເງິນ ເປັນຕົ້ນການຜະລິດ ແລະ ຄ້າຂາຍ ຢາເສດຕິດ; ການປອມແປງແຊັກ, ການນຳໃຊ້ທະນະບັດປອມ ຫຼື ທະນະບັດປອມ ທີ່ຜິດກົດໝາຍ; ອາຊະຍະກໍາສິ່ງແວດລ້ອມ; ການລັກຊັບພົນລະເມືອງ; ການປອມແປງເງິນ ຫຼື ການນໍາ ໃຊ້ເງິນປອມ; ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ ແລະ ການສໍ້ໂກງຊັບພົນລະເມືອງ ທີ່ຕ້ອງເລັ່ງແກ້ໄຂຫຼຸດຜ່ອນຄວາມສ່ຽງ ທີ່ໄດ້ຈາກຜົນການປະເມີນກໍ່ຄືອົງການດຳເນີນຄະດີອາຍາ ຕ້ອງດຳເນີນການສືບສວນ-ສອບສວນໃນຂໍ້ຫາຄວາມຜິດຕົ້ນ ຄຽງຄູ່ກັບການຟອກເງິນ ທີ່ສອດຄ່ອງກັບໄພຂົ່ມຂູ່ ແລະ ເປັນຄວາມສ່ຽງການຟອກເງິນ ຂອງ ສປປ ລາວໃຫ້ມີຈຳນວນສະຖິຕິ 50 ຄະດີ ຫຼື ຫຼາຍກວ່າໃນປີ 2020. ເພື່ອກະກຽມການປະເມີນຜົນຮອບດ້ານ ຄັ້ງທີ 2 ໃນສົກປີ 2020-2021; ພ້ອມດຽວກັນນີ້, ລັດຖະບານ ໄດ້ ສ້າງຕັ້ງຄະນະສະເພາະກິດຂຶ້ນ ຊຶ່ງມີລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈໍານວນ 25 ທ່ານ ຈາກ 14 ກະຊວງ ປະກອບ ຢູ່ໃນຄະນະກໍາມະການ ແລະ ໄດ້ແບ່ງອອກເປັນ 4 ກຸ່ມວຽກໃນນີ້ມີ ວຽກງານເຜີຍແຜ່ ແລະ ເຊື່ອມຊືມ; ວຽກງານນິຕິກໍາ ແລະ ກົນໄກ; ວຽກງານຄຸ້ມຄອງ ແລະ ວຽກງານການດໍາເນີນຄະດີ ໃນນັ້ນ ສໍາລັບກຸ່ມວຽກງານການດໍາເນີນຄະດີ ພາຍ ໃຕ້ເປັນຫົວໜ້າກຳມະການຂອງປະທານສານປະຊາຊົນສູງສຸດ ພ້ອມທັງຄະນະກຳມະການຂັ້ນລັດຖະມົນຕີຈາກກະຊວງ ປ້ອງກັນຄວາມສະຫງົບ, ກະຊວງກະສິກຳ ແລະ ປ່າໄມ້, ອົງການກວດກາລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ມີສິດ ແລະ ໜ້າທີ່ຊີ້ນຳກົມກອງ ແລະ ພະແນກການ ທີ່ຂຶ້ນກັບຄວາມຮັບຊອບຂອງຕົນ ໃນຂັ້ນສູນກາງ ແລະ ທ້ອງຖິ່ນດຳເນີນຄະດີຄວາມຜິດຕົ້ນ ຄຽງຄູ່ກັບການຟອກເງິນ ທີ່ໄດ້ກ່າວຂ້າງກ່ອນໜ້ານີ້ ໂດຍແມ່ນສໍານັກງານຂໍ້ມູນຕ້ານການຟອກເງິນ ເປັນກອງເລຂາ ເຮັດວຽກໃນການປະສານງານ. ທ່ານຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເນັ້ນວ່າ: ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍສະເພາະກົດໝາຍ, ລະບຽບການທີ່ກ່ຽວຂ້ອງ, ຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ປະທານຄະນະກຳມະການ ແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຮັບຮອງໃນຕົ້ນປີນີ້ໃຫ້ແກ່ບັນດາທ່ານໃນນາມເປັນອົງ ການດຳເນີນຄະດີອາຍາໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ຮຽກຮ້ອງມາຍັງບັນດາທ່ານຕ້ອງມີຄວາມຮັບຜິດຊອບສູງໃນການແລກປ່ຽນຄຳເຫັນຢ່າງພາວະວິໄສ, ກົງໄປກົງມາ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດຕົວຈິງໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບສູງ ພ້ອມທັງມີຜົນສໍາເລັດຢ່າງຈົບງາມ.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາປີ 2020, ໃນວັນທີ 28 ກໍລະກົດ 2020 ທີ່ ທະນາຄານແຫ່ງ ສປປ ລາວ.

ໃນຕອນເຊົ້າຂອງ ວັນທີ 28 ກໍລະກົດ 2020, ເວລາ 08:30-11:30 ໂມງ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ IV ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາປີ 2020 ວັນທີ 28 ກໍລະກົດ 2020 ທີ່ ທະນາຄານແຫ່ງ ສປປ ລາວ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຕຟງ. ພ້ອມນີ້, ກອງເລຂາ ແລະ ບັນດາກົມ ກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ. ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂອງ ສປປ ລາວ ໂດຍສະເພາະແມ່ນ: ຄວາມຄືບໜ້າການກະກຽມຄວາມພ້ອມວຽກງານການປະເມີນຮອບດ້ານຂອງ ສປປ ລາວ ໃນປີ 2020-2021 ທີ່ມີ 4 ແຜນວຽກບູລິມະສິດຂອງ 04 ພາກສ່ວນ (1. ວຽກງານເຜີຍແຜ່ ແລະ ເຊື່ອມຊຶມ, 2. ວຽກງານນິຕິກຳ ແລະ ກົນໄກ, 3. ວຽກງານຄຸ້ມຄອງ ແລະ 4. ວຽກງານການດຳເນີນຄະດີ) ເພື່ອຮັບປະກັນ ການປະເມີນດ້ານນິຕິກໍາ ກົນໄກ ແລະ ປະສິດທິຜົນ, ຊຶ່ງຂະບວນການປະເມີນ ນອກຈາກດ້ານເອກະສານທີ່ໄດ້ສົ່ງໃຫ້ທີມປະເມີນ ສປປ ລາວ ສະບັບທໍາອິດກ່ຽວກັບດ້ານນິຕິກໍາ ແຕ່ເດືອນມີນາ 2020 ແລະ ຈະມີການປະເມີນຕົວຈິງຜ່ານທາງວິດິໂອໃນເດືອນສິງຫາ 2020 ເພື່ອຊີ້ແຈງດ້ານນິຕິກໍາ, ທີ່ປະຊຸມຍັງໄດ້ປຶກສາຫາລື ແລະ ຮັບຮອງບາງແຜນວຽກ ເຊັ່ນ: ສ້າງຂະບວນການໃນການເຜີຍແຜ່ເຊື່ອມຊຶມວຽກງານ AML/CFT, ລົງເລິກການຝຶກອົບຮົມດ້ານເຕັກນິກການສືບສວນ-ສອບສວນ ໃຫ້ເຈົ້າໜ້າທີທີ່ກ່ຽວຂ້ອງ, ດໍາເນີນການຈັດຕັ້ງປະຕິບັດການຫຼຸດຜ່ອນຄວາມສ່ຽງ ໂດຍສະເພາະຂະແໜງການທີ່ມີຄວາມສ່ຽງ ແລະ ຮັບປະກັນວຽກງານຮ່ວມມືລະຫວ່າງປະເທດທາງອາຍາ ເພື່ອກະກຽມໃຫ້ການສົ່ງບົດລາຍງານສະບັບທີ່ 02 ດ້ານປະສິດທິຜົນໃນທ້າຍປີ 2020 ແລະ ຈະມີການປະມີນຕົວຈິງໃນຕົ້ນປີ 2021. ທັງໝົດນີ້, ແມ່ນຄວາມຄືບໜ້າ ທີ່ ສປປ ລາວ ໄດ້ມີການຈັດຕັ້ງປະຕິບັດກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມແຜນການທີ່ວາງໄວ້. ເວົ້າລວມແລ້ວກໍ່ເພື່ອເຮັດໃຫ້ ລະບົບເສດຖະກິດ-ການເງິນ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.


ກອງປະຊຸມ ເຜີຍແຜ່ ແລະ ເຊື່ອມຊືມ ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ AML/CFT ໃຫ້ແກ່ພະນັກງານ - ນັກຮົບ ກົມໃຫຍ່ເຕັກນິກກອງທັບ.

ໃນວັນທີ 11 ມິຖຸນາ 2020, ເວລາ 8:00 – 11:00 ທີ່ຜ່ານມາ ກົມກົດໝາຍ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂຶ້ນທີ່ ສະໂມສອນຂອງ ກົມໃຫຍ່ເຕັກນິກກອງທັບ, ໂດຍພາຍໃຕ້ການເປັນປະທານກອງປະຊຸມ ຂອງທ່ານ ພົວ ທອງພັນ ສຸທຳມະວົງ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ. ຊື່ງມີຜູ້ເຂົ້າຮ່ວມຈາກກົມກອງອ້ອມຂ້າງກົມໃຫຍ່ເສນາທິການກອງທັບ ຈຳນວນ 136 ທ່ານ. ຈຸດປະສົງຂອງກອງປະຊຸມດັ່ງກ່າວ ກໍ່ເພື່ອເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈພື້ນຖານຕໍ່ກັບວຽກງານ AML/CFT ຂອງ ສປປ ລາວ ເປັນຕົ້ນແມ່ນ ພາບລວມ, ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ນິຕິກຳທີ່ຕິດພັນກັບວຽກງານ AML/CFT ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນຮອບດ້ານວຽກງານຕ້ານການຟອກເງິນຂອງ ສປປ ລາວ ຄັ້ງທີ 2 (2020-2021).


ກອງປະຊຸມ ເຜີຍແຜ່ ແລະ ເຊື່ອມຊືມ ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ AML/CFT ໃຫ້ແກ່ພະນັກງານ - ນັກຮົບ ກົມໃຫຍ່ພະລາທິການກອງທັບ.

ໃນວັນທີ 08 ມິຖຸນາ 2020, ເວລາ 8:00 – 11:45 ທີ່ຜ່ານມາ ກົມກົດໝາຍ, ກະຊວງປ້ອງກັນປະເທດ ໄດ້ຮ່ວມກັບ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານແຫ່ງ ສປປ ລາວ ຈັດກອງປະຊຸມເຜີຍແຜ່ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂຶ້ນທີ່ ສະໂມສອນຂອງ ກົມໃຫຍ່ພະລາທິການກອງທັບ, ໂດຍພາຍໃຕ້ການເປັນປະທານກອງປະຊຸມຮ່ວມ ຂອງທ່ານ ພົ.ວ ຄຳເພັດ ສີຊານົນ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຳນັກງານຂໍ້ມູນຕ້ານການຟອກເງິນ. ຊື່ງມີຜູ້ເຂົ້າຮ່ວມຈາກກົມກອງອ້ອມຂ້າງກົມໃຫຍ່ພະລາທິການກອງທັບ ຈຳນວນ 270 ທ່ານ. ຈຸດປະສົງຂອງກອງປະຊຸມດັ່ງກ່າວ ກໍ່ເພື່ອເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈພື້ນຖານຕໍ່ກັບວຽກງານ AML/CFT ຂອງ ສປປ ລາວ ເປັນຕົ້ນແມ່ນ ພາບລວມ, ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ນິຕິກຳທີ່ຕິດພັນກັບວຽກງານ AML/CFT ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍເນັ້ນໃສ່ບາງພາລະບົດບາດທີ່ ຕິດພັນກັບການດຳເນີນຄະດີທາງອາຍາ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ມີປະສິດຕິຜົນ ແລະ ສາມາດນຳເອົາບາງຫຼັກການ ຫຼື ກົນໄກທີ່ກ່ຽວຂ້ອງກັບໜ້າວຽກຂອງຕົນມານຳໃຊ້ຢ່າງມີປະສິດຕິພາບ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 (2020-2021).


ສປປ ລາວ ຖືກຖອດຖອນລາຍຊື່ ອອກຈາກບັນຊີເຝົ້າລະວັງ ກ່ຽວກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສະຫະພາບເອີຣົບ.

ໃນວັນທີ 7 ພຶດສະພາ 2020, ຄະນະກໍາມະການເອີຣົບ (European Commission) ໄດ້ປະກາດນໍາໃຊ້ລະບຽບການໃໝ່ ກ່ຽວກັບການກໍານົດປະເທດທີ່ມີຂໍ້ບົກຜ່ອງດ້ານຍຸດທະສາດ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ບັນຊີເຝົ້າລະວັງ) ຊຶ່ງຖືເປັນໄພຂົ່ມຂູ່ສໍາຄັນຕໍ່ລະບົບການເງິນຂອງສະຫະພາບເອີຣົບ. ພ້ອມດຽວນີ້, ຄະນະກໍາມະການເອີຣົບ ໄດ້ແຈ້ງປັບປຸງລາຍຊື່ບັນຊີເຝົ້າລະວັງໃໝ່ຂອງສະຫະພາບເອີຣົບ, ພ້ອມທັງຖອດຖອນ ສປປ ລາວ ອອກຈາກບັນຊີດັ່ງກ່າວ (ທີ່ເຄີຍຖືກກໍານົົດໃນປີ 2016) ເນື່ອງຈາກເຫັນວ່າ ສປປ ລາວ ມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍທີ່ສາມາດຈັດຕັ້ງປະຕິບັດໄດ້ເປັນສ່ວນໃຫຍ່ ແລະ ບໍ່ມີຂໍ້ບົກຜ່ອງດ້ານຍຸດທະສາດ ກ່ຽວກັບວຽກງານດັ່ງກ່າວ.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2020, ໃນວັນທີ 25 ກຸມພາ 2020 ທີ່ ທະນາຄານແຫ່ງ ສປປ ລາວ.

ໃນຕອນເຊົ້າຂອງ ວັນທີ 25 ກຸມພາ 2020, ເວລາ 08:30-11:30 ໂມງ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ IV ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2020ວັນທີ 25 ກຸມພາ 2020, ທີ່ ທະນາຄານແຫ່ງ ສປປ ລາວ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຕຟງ. ພ້ອມນີ້, ກໍມີບັນສະມາຊິກຄະນະກຳມະການເເຫ່ງຊາດ, ຄະນະສະເພາະກິດ ຮັບຜິດຊອບການປະເມີນຜົນຮອບດ້ານ, ກອງເລຂາ ແລະ ບາງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ. ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໂດຍສະເພາະແມ່ນການກະກຽມຄວາມພ້ອມເພື່ອປະເມີນຜົນຮອບດ້ານ ຂອງ ສປປ ລາວ ໃນປີ 2020-2021. ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂອງບັນດາຄະນະກໍາມະການ ຂອງ 04 ພາກສ່ວນທີ່ຮັບຜິດຊອບການປະເມີນຜົນຮອບດ້ານ ຊຶ່ງປະກອບມີ: ພາກສ່ວນທີ 1 ຮັບຜິດຊອບວຽກງານເຜີຍແຜ່ ແລະ ເຊື່ອມຊຶມ, ພາກສ່ວນທີ 2 ຮັບຜິດຊອບວຽກງານນິຕິກໍາ ແລະ ກົນໄກ, ພາກສ່ວນທີ 3 ຮັບຜິດຊອບວຽກງານຄຸ້ມຄອງ ແລະ ພາກສ່ວນທີ 4 ຮັບຜິດຊອບວຽກງານດໍາເນີນຄະດີ. ນອກຈາກນີ້, ກອງເລຂາ ຍັງໄດ້ລາຍງານກ່ຽວກັບວາລະການປະເມີນຜົນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການປະກອບຂໍ້ມູນໃສ່ບົດລາຍງານດ້ານນິຕິກໍາ ແລະ ກົນໄກຂອງ ສປປ ລາວ ແລະ ແຜນວຽກອື່ນໆ ໂດຍສຸມໃສ່: 1. ຊຸກຍູ້ພາກສ່ວນກ່ຽວຂ້ອງໃຫ້ຮັບຮອງນິຕິກໍາໄປຕາມແຜນ ແລະ ສະໜອງເອກະສານທີ່ກ່ຽວຂ້ອງໃຫ້ກອງເລຂາ ເພື່ອຄັດຕິດໃສ່ບົດລາຍງານ ແລະ ນໍາສົ່ງໃຫ້ສາກົນ ໃຫ້ທັນຕາມກໍານົດເວລາ; 2. ກະກຽມສ້າງແຜນເຮັດວຽກນໍາແຕ່ລະພາກສ່ວນ ເພື່ອຮັບປະກັນການຄົ້ນຄວ້າປະກອບຂໍ້ມູນໃສ່ບົດລາຍງານດ້ານປະສິດທິຜົນ ການຈັດຕັ້ງປະຕິບັດວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຕອບຄໍາຖາມກັບຜູ້ປະເມີນ ໃນເວລາມີການປະເມີນຕົວຈິງ; 3. ກະກຽມຄວາມພ້ອມຮອບດ້ານ ເພື່ອເຮັດວຽກກັບທີມປະເມີນທີ່ຈະມາປະເມີນ ສປປ ລາວ ໃນກາງປີ 2020 ຫາຕົ້ນປີ 2021.


ກອງປະຊຸມ ເຜີຍແຜ່ ແລະ ເຊື່ອມຊືມ ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ AML/CFT ໃຫ້ແກ່ຄະນະໂຄສະນາອົບຮົມ ສູນກາງພັກ.

ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງການເຜີຍແຜ່ ແລະ ເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນວັນທີ 21 ກຸມພາ 2020 ທີ່ຫ້ອງປະຊຸມຂອງ ຄອສພ ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ຄຳເຈນ ວົງໂພສີ ຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າຄະນະສະເພາະກິດ-ຮັບຜິດຊອບວຽກງານເຜີຍແຜ່ ແລະ ເຊື່ອມຊຶມ ແລະ ມີບັນດາພະນັກງານຈາກກົມກອງວິຊາການທີ່ກ່ຽວຂ້ອງຄະນະໂຄສະນາອົບຮົມ ສູນກາງພັກ, ຊີ່ງກອງປະຊຸມໃນຄັ້ງນີ້ມີຜູ້ເຂົ້າຮ່ວມຈຳນວນທັງໝົດ 142 ທ່ານ. ການເຜີຍແຜ່ວຽກງານດັ່ງກ່າວ ຖືໄດ້ວ່າເປັນຄັ້ງທໍາອິດທີ່ຈັດໃຫ້ພາກສ່ວນຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດເພື່ອຕ້ານການຟອກເງິນ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ກັບ ພະນັກງານຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ຕໍ່ກັບຜົນການປະເມີນຄວາມສ່ຽງລະດັບຊາດກ່ຽວກັບວຽກງານຕ້ານການຟອກເງິນ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂຂໍ້ຄົງຄ້າງໃນຕໍ່ໜ້າ, ໃນນາມເປັນອົງການຂັ້ນສູງຂອງພັກ ກ່ຽວກັບວຽກງານໂຄສະນາ, ເຜີຍແຜ່ ທິດສະດີ ແລະ ພຶດຕິກຳຂອງພັກ, ລັດ ໃຫ້ແກ່ທຸກຂົງເຂດຂອງສັງຄົມ ແລະ ເປັນກະບອກສຽງຂອງສັງຄົມທີ່ຖືໄດ້ວ່າເປັນພາກສ່ວນທີ່ເຮັດວຽກງານເຜີຍແຜ່ຕ້ອງໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ອນທີ່ຈະເຮັດການເຜີຍແຜ່ໃຫ້ທົ່ວສັງຄົມ ກໍ່ຄື ພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ໄດ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບຄວາມສໍາຄັນວຽກງານດັ່ງກ່າວ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 ຂອງ ສປປ ລາວ (2020-2021).


ກອງປະຊຸມເຜີຍແຜ່ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ແລະ ບັນດານິຕິກໍາທີ່ຕິດພັນໃຫ້ແກ່ອົງການດໍາເນີນຄະດີອາຍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ແຂວງຫຼວງພະບາງ.

ໃນວັນທີ 30 ມັງກອນ 2020, ເວລາ 8:00 - 16:00 ທີ່ຫ້ອງປະຊຸມໃຫຍ່ ຂອງທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ແລະ ບັນດານິຕິກໍາທີ່ຕິດພັນໃຫ້ແກ່ອົງການດໍາເນີນຄະດີອາຍາ ແລະ ພາກສ່ວນທີ່ກ່ຽວຂ້ອງ, ໂດຍການເປັນປະທານຮ່ວມຂອງ ພົຕ ກົງທອງ ພົງວິຈິດ, ຮອງລັັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ສາຍສະໝອນ ຄົມທະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ. ກອງປະຊຸມໃນຄັ້ງນີ້ປະກອບມີ ເຈົ້າໜ້າທີ່ ທະຫານ, ເຈົ້າໜ້າທີ່ຕຳຫຼວດ, ເຈົ້າໜ້າທີ່ກວດກາປ່າໄມ້, ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕ້ານການສໍ້ລາດບັງຫຼວງ, ອົງການໄອຍະການ, ສານປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງຄະນະອະນຸກໍາມະການຮັບຜິດຊອບໃນການກະກຽມການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນ ຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດເພື່ອຕ້ານການຟອກເງິນ ແນໃສ່ສ້າງຄວາມຮັບຮູ້ໃຫ້ກັບເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງ ພາຍໃນແຂວງຫຼວງພະບາງ ຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ, ໂດຍລົງເລິກສະເພາະ ໜ້າວຽກທີ່ຕິດພັນ ເປັນຕົ້ນ: ພັນທະຂອງເຈົ້າໜ້າທີ່ຕໍ່ວຽກງານດັ່ງກ່າວ, ການສືບສວນ-ສອບສວນຄະດີຟອກເງິນ ຄຽງຄູ່ກັບຄະດີສະຖານການກະທໍາຜິດທາງອາຍາ, ບັນດາໄພຂົ່ມຂູ່ທີ່ເປັນຜົນມາຈາກການການເມີນຄວາມສ່ຽງທີ່ຕ້ອງເອົາໃຈໃສ່, ໃຫ້ກັບເຈົ້າໜ້າທີ່ ເພື່ອຮັບຮູ້-ເຂົ້າໃຈຢ່າງເລິກເຊີ່ງ ແລະ ສາມາດນຳໄປຜັນຂະຫຍາຍເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນ ຢ່າງມີປະສິດທິຜົນ, ທັງນີ້ກໍ່ເພື່ອກະກຽມຄວາມພ້ອມຮອງຮັບໃຫ້ແກ່ການກະກຽມການປະເມີນຜົນຮອບດ້ານ ຂອງ ສປປ ລາວ ທີ່ຈະມີວາລະປະເມີນໃນປີ 2020-2021.


ກອງປະຊຸມເຜີຍແຜ່ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ແລະ ບັນດານິຕິກໍາທີ່ຕິດພັນໃຫ້ແກ່ອົງການດໍາເນີນຄະດີອາຍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ແຂວງຈຳປາສັກ.

ໃນວັນທີ 27 ມັງກອນ 2020, ເວລາ 8:00 - 16:00 ທີ່ຫ້ອງປະຊຸມໃຫ່ຍຂອງທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້ ແຂວງຈຳປາສັກ ໄດ້ຈັດກອງປະຊຸມຄະນະສະເພາະກິດ ຮັບຜິດຊອບການປະເມີນຮອບດ້ານວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ 2 ໃນປີ 2020-2021 ຂອງພາກສ່ວນທີ 4 ວຽກງານດຳເນີນຄະດີ, ໂດຍການເປັນປະທານຂອງ ທ່ານ ຄຳພາ ແສງດາຣາ, ປະທານສານປະຊາຊົນສູງສຸດ ແລະ ທ່ານ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປະສັກ, ກອງປະຊຸມໃນຄັ້ງນີ້ປະກອບມີ ເຈົ້າໜ້າທີ່ ທະຫານ, ເຈົ້າໜ້າທີ່ຕຳຫຼວດ, ເຈົ້າໜ້າທີ່ກວດກາປ່າໄມ້, ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕ້ານການສໍ້ລາດບັງຫຼວງ, ອົງການໄອຍະການ, ສານປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງຄະນະອະນຸກໍາມະການຮັບຜິດຊອບໃນການກະກຽມການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນ ຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດເພື່ອຕ້ານການຟອກເງິນ ແນໃສ່ສ້າງຄວາມຮັບຮູ້ໃຫ້ກັບເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງ ພາຍໃນແຂວງຈຳປາສັກ ຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ, ໂດຍລົງເລິກສະເພາະ ໜ້າວຽກທີ່ຕິດພັນເປັນຕົ້ນ ພັນທະຂອງເຈົ້າໜ້າທີ່ຕໍ່ວຽກງານດັ່ງກ່າວ, ການສືບສວນ-ສອບສວນຄະດີຟອກເງິນ ຄຽງຄູ່ກັບຄະດີສະຖານການກະທໍາຜິດທາງອາຍາ, ບັນດາໄພຂົ່ມຂູ່ທີ່ເປັນຜົນມາຈາກການການເມີນຄວາມສ່ຽງທີ່ຕ້ອງເອົາໃຈໃສ່, ໃຫ້ກັບເຈົ້າໜ້າທີ່ ເພື່ອຮັບຮູ້-ເຂົ້າໃຈຢ່າງລຶກເຊີ່ງ ແລະ ສາມາດນຳໄປຜັນຂະຫຍາຍເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນ ຢ່າງມີປະສິດທິຜົນ, ທັງນີ້ກໍ່ເພື່ອກະກຽມຄວາມພ້ອມຮອງຮັບໃຫ້ແກ່ການກະກຽມການປະເມີນຜົນຮອບດ້ານ ຂອງ ສປປ ລາວ ທີ່ຈະມີວາລະປະເມີນໃນປີ 2020-2021.


ກອງປະຊຸມ ເຜີຍແຜ່ ແລະ ເຊື່ອມຊືມ ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ AML/CFT ໃຫ້ແກ່ໃຫ້ແກ່ພາກສ່ວນສື່ມວນຊົນ.

ກະຊວງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງການເຜີຍແຜ່ ແລະ ເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນວັນທີ 13 ມັງກອນ 2020 ທີ່ຫ້ອງປະຊຸມຊັ້ນ 4 ທະນາຄານແຫ່ງ ສປປ ລາວ ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ສະຫວັນຄອນ ຣາສມຸນຕີ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ພຸດທະໄຊ ສີວິໄລ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ມີບັນດາພະນັກງານຈາກກົມກອງວິຊາການທີ່ກ່ຽວຂ້ອງກະຊວງ ລວມທັງ ນັກຂ່າວ ແລະ ສື່ມ່ວນຊົນ, ພ້ອມດ້ວຍຄະນະອະນຸກໍາມະການຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມ.
ການເຜີຍແຜ່ວຽກງານດັ່ງກ່າວ ຖືໄດ້ວ່າເປັນຄັ້ງທໍາອິດທີ່ຈັດໃຫ້ພາກສ່ວນສື່ມວນຊົນ ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດເພື່ອຕ້ານການຟອກເງິນ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ກັບ ພະນັກງານກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ນັກຂ່າວ ແລະ ສື່ມ່ວນຊົນ ຕໍ່ກັບຜົນການປະເມີນຄວາມສ່ຽງລະດັບຊາດກ່ຽວກັບວຽກງານຕ້ານການຟອກເງິນ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂຂໍ້ຄົງຄ້າງໃນຕໍ່ໜ້າ, ໃນນາມເປັນກະບອກສຽງຂອງສັງຄົມທີ່ຖືໄດ້ວ່າເປັນພາກສ່ວນທີ່ເຮັດວຽກງານເຜີຍແຜ່ຕ້ອງໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ອນທີ່ຈະເຮັດການເຜີຍແຜ່ໃຫ້ທົ່ວສັງຄົມ ກໍ່ຄື ພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ໄດ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບຄວາມສໍາຄັນວຽກງານດັ່ງກ່າວ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 (2020-2021).


ກອງປະຊຸມ ເຜີຍແຜ່ ແລະ ເຊື່ອມຊືມ ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ AML/CFT ໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບ.

ກະຊວງປ້ອງກັນຄວາມສະຫງົບ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງການເຜີຍແຜ່ ແລະເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນວັນທີ 8 ມັງກອນ 2020 ທີ່ຫ້ອງປະຊຸມໃຫຍ່ກະຊວງດັ່ງກ່າວ ໂດຍການໃຫ້ກຽດເປັນປະທານຂອງທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ມີ ບັນດານາຍຕໍາຫຼວດຈາກກົມກອງວິຊາການທີ່ກ່ຽວຂ້ອງອ້ອມຂ້າງກະຊວງ, ພ້ອມທັງຄະນະອະນຸກໍາມະການຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວເຂົ້າຮ່ວມ.ການເຜີຍແຜ່ວຽກງານດັ່ງກ່າວໃນຄັ້ງນີ້ ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດເພື່ອຕ້ານການຟອກເງິນ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ກັບນາຍ ແລະ ພົນຕໍາຫຼວດທົ່ວກະຊວງປ້ອງກັນຄວາມສະຫງົບ ຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ, ໂດຍລົງເລິກສະເພາະໜ້າວຽກທີ່ຕິດພັນເປັນຕົ້ນພັນທະຂອງເຈົ້າໜ້າທີ່ຕໍ່ວຽກງານດັ່ງກ່າວ, ການສຶບສວນ-ສອບສວນຄະດີຟອກເງິນ ຄຽງຄູ່ກັບຄະດີສະຖານການກະທໍາຜິດທາງອາຍາ, ບັນດາໄພຂົ່ມຂູ່ທີ່ເປັນຜົນມາຈາກການການເມີນຄວາມສ່ຽງທີ່ຕ້ອງເອົາໃຈໃສ່, ໃຫ້ກັບເຈົ້າໜ້າທີ່ ເພື່ອຮັບຮູ້-ເຂົ້າໃຈຢ່າງລຶກເຊີ່ງ ແລະສາມາດນໍາໄປຜັນຂະຫຍາຍເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 (2020-2021).


ກອງປະຊຸມ ເຜີຍແຜ່ ແລະ ເຊື່ອມຊືມ ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ AML/CFT ໃຫ້ແກ່ພາກສ່ວນຫົວໜ່ວຍທີ່ມີໜ້າທີ່ລາຍງານ

ໃນວັນທີ 26 ທັນວາ 2019, ເວລາ 08:30-11:10 ໂມງ, ທີ່ຫ້ອງປະຊຸມຊັ້ນ IV ທະນາຄານແຫ່ງ ສປປ ລາວ, ໄດ້ມີການຈັດກອງປະຊຸມ ເຜີຍແຜ່ ແລະ ເຊື່ອມຊືມ ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ AML/CFT ໃຫ້ແກ່ພາກສ່ວນຫົວໜ່ວຍທີ່ມີໜ້າທີ່ລາຍງານ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ. ຊຶ່ງກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 109 ທ່ານ ທີ່ມາຈາກ 5 ຂະແໜງການຫົວໜ່ວນຍທີ່ມີໜ້າທີລາຍງານ ປະກອບມີ: ທະນາຄານທຸລະກິດ, ສະຖາບັນການເງິນ, ບໍລິສັດຫຼັກຊັບ, ບໍລິສັດປະກັນໄພ ແລະ ບໍລິສັດເຊົ່າສິນເຊື່ອ. ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ແມ່ນເພື່ອ ສ້າງຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດວຽກງານ AML/CFT ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ແຜນການກະກຽມການປະເມີນຜົນຮອບດ້ານ ຂອງ ສປປ ລາວ ທີ່ຈະມີວາລະປະເມີນໃນປີ 2020-2021 ໃກ້ຈະມາເຖິງນີ້ ຈາກອົງການຕ້ານການຟອກເງິນສາກົນ (Financial Action Task Force “FATF”) ແລະ ພັນທະຕ່າງໆ ເປັນຕົ້ນການເຜີຍແຜ່ວຽກງານ AML/CFT ສະເພາະ ຢູ່ໃນຫົວໜ່ວຍທີ່ມີໜ້າທີລາຍງານ ເພື່ອປະກອບສ່ວນກະກຽມຄວາມພ້ອມໃນວາລະການປະເມີນໃນຄັ້ງນີ້.


ການຈັດຝຶກອົບຮົມ ແລະ ເຮັດທົດລອງການປະເມີນຜົນຮອບດ້ານວຽກງານ AML/CFT (Mock Interview) ຂອງກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ (Asia/Pacific Group on Money Laundering “APG”) ໃຫ້ ສປປ ລາວ.

ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ (Asia/Pacific Group on Money Laundering “APG”) ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ຮ່ວມກັນຈັດຝຶກອົບຮົມ ແລະ ເຮັດທົດລອງການປະເມີນຜົນຮອບດ້ານວຽກງານ AML/CFT ໃນລະຫວ່າງວັນທີ 10-13 ທັນວາ 2019 ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ. ໂດຍໃຫ້ກຽດເປັນປະທານໃນການເປີດການຝຶກອົບຮົມໃນຄັ້ງນີ້ ໂດຍ ທ່ານ ນາງ ຂັນທະລີ ວົງໄຊຍະລາດ, ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ນາງ ເອລີນ ລູໂບວິກ, ຮອງເລຂາທິການກອງເລຂາ APG (ERIN LUBOWICZ, Deputy Executive Secretary), ຕາງໜ້າຈາກກຸ່ມ APG, ພ້ອມທັງ ຕາງໜ້າຈາກອົງການ UNODC ທ່ານ ຄິສໂຕເຟີ ແບັທ, (Christopher BATT) ແລະ ທ່ານ ທອມ ຮັນເຊັນ (Tom Hansen), ຊ່ຽວຊານທາງດ້ານວຽກງານ AML/CFT ແລະ ບັນດາບັນດາທ່ານຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການ ຈາກພາກສ່ວນກ່ຽວຂ້ອງ ເປັນຕົ້ນແມ່ນ ສໍານັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ກະຊວງການເງິນ, ອົງການໄອຍະການ, ສານປະຊາຊົນສູງສຸດ, ກະຊວງຖະແຫຼງຂ່າວວັດຖະນະທໍາ ແລະ ທ່ອງທ່ຽວ ແລະ ທະນາຄານ ແຫ່ງ ສປປ ລາວ ແລະ ພາກສ່ວນອື່ນໆ ທີ່ຕິດພັນ ກໍ່ໄດ້ເຂົ້າຮ່ວມໃນການຝຶກອົບຮົມໃນຄັ້ງນີ້. ຈຸດປະສົງ ທີ່ທາງ APG ມາຈັດຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອຊ່ວຍ ສປປ ລາວ ໃນການກະກຽມຄວາມພ້ອມເພື່ອຮອງຮັບການປະເມີນຜົນຮອບດ້ານ ຂອງ ສປປ ລາວ ທີ່ໃກ້ຈະມາເຖິງນີ້. ໂດຍສະເພາະ ເນັ້ນໜັກການສ້າງຄວາມເຂົ້າໃຈໃຫ້ກັບພາກສ່ວນກ່ຽວຂ້ອງຕໍ່ກັບພາລະບົດບາດຂອງພາກສ່ວນຕົນທີ່ຕ້ອງຮັບຜິດຊອບ ເພື່ອໃຫ້ແນ່ໃຈວ່າພາກສ່ວນດັ່ງກ່າວ ມີຄວາມເຂົ້າໃຈຕໍ່ກັບວິທີການ ແລະ ຂະບວນການປະເມີນຜ່ານການເຮັດບົດຝຶກຫັດຕົວຈິງ ເພື່ອສ້າງຄວາມເຂົ້າໃຈຕໍ່ການຈັດຕັ້ງປະຕິບັດບັນດາມາດຖານຂອງອົງການຕ້ານການຟອກເງິນສາກົນ (Financial Action Task Force “FATF”) ກໍ່ຄືການຈັດຕັ້ງປະຕິບັດ 40 ຂໍ້ແນະນໍາ ແລະ 11 ປະສິດທິຜົນ ທີ່ຕິດພັນກັບພາລະບົດບາດຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ແລະ ອັນເປັນພື້ນຖານໃນການກະກຽມການເມີນໃຫ້ແກ່ຜູ້ຈັດຕັ້ງປະຕິບັດຕົວຈິງທີ່ຈະໄດ້ເຮັດວຽກຮ່ວມກັບຜູ້ປະເມີນ, ເພື່ອເປັນການກະກຽມຄວາມພ້ອມຂອງ ສປປ ລາວ. ພ້ອມດຽວກັນນີ້ ທາງກອງເລຂາ APG ກໍ່ໄດ້ຖືໂອກາດການມາຢ້ຽມຢາມໃນຄັ້ງນີ້ ເຂົ້າຢ້ຽມຄໍານັບຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ບາງທ່ານທີ່ຕິດພັນກັບ 04 ວຽກຕົ້ນຕໍ ເຊັ່ນ: ຄະນະວຽກງານເຜີຍແຜ່ ແລະ ເຊື່ອມຊຶມ, ວຽກງານນິຕິກໍາ ແລະ ກົນໄກ, ວຽກງານຄຸ້ມຄອງ ແລະ ວຽກງານດໍາເນີນຄະດີ ເພື່ອລາຍງານຜົນການຝຶກອົບຮົມ ພ້ອມທັງ ແນະນໍາຂັ້ນຕອນ, ຂະບວນການປະເມີນ. ລວມທັງ ຈຸດປະສົງ, ຄວາມໝາຍ ແລະ ຄວາມສໍາຄັນ ຂອງການປະເມີນຮອບດ້ານກ່ຽວກັບວຽກງານ AML/CFT ໃນຄັ້ງນີ້ໃຫ້ຂັ້ນນໍາ.


ຂະບວນການກິລາບານເຕະມິດຕະພາບ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ພົບກັບ ທະນາຄານແຄນນາເດຍລາວ.

ໃນຕອນແລ້ງ ຂອງວັນທີ 29 ພະຈິກ 2019 ເວລາ 17:00 ທີ່ຜ່ານມາ ສຳນັກງານຂໍ້ມູນຕ້ານການຟອກເງິນ “ໄດ້ຈັດຂະບວນການກິລາບານເຕະມິດຕະພາບ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ພົບກັບ ທະນາຄານແຄນນາເດຍລາວ” ເພື່ອເປັນການຮັດແໜັນຄວາມສາມາຄີຂອງ 2 ພາກສ່ວນໃນການປະສານງານກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ວຽກງານອື່ນໆ


ການຈັດຫຼັກສູດຝຶກອົບຮົມຄວາມຮູ້ພື້ນຖານການວິເຄາະຂໍ້ມູນຂ່າວກອງລະຫວ່າງປະເທດ ຮ່ວມກັບ ໜ່ວຍງານຂ່າວກອງທາງດ້ານການເງິນຂອງປະເທດ ອົດສະຕາລີ.

ໜ່ວຍງານຂ່າວກອງທາງດ້ານການເງິນຂອງປະເທດ ອົດສະຕາລີ (Australian Transaction Report and Analysis Centre “AUSTRAC”) ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ຈັດຫຼັກສູດຝຶກອົບຮົມຄວາມຮູ້ພື້ນຖານການວິເຄາະຂໍ້ມູນຂ່າວກອງລະຫວ່າງປະເທດ (International Intelligence Fundamentals Course “IIFC”) ໃນລະຫວ່າງວັນທີ 20-22 ພະຈິກ 2019 ຢູ່ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ. ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້, ແມ່ນເພື່ອແບ່ງປັນຄວາມຮູ້ເບື້ອງຕົ້ນໃຫ້ແກ່ເຈົ້າໜ້າທີ່ອົງການບັງຄົບໃຊ້ກົດໝາຍທີ່ກ່ຽວຂ້ອງ ໃຫ້ມີຄວາມເຂົ້າໃຈໃນຂັ້ນຕອນ, ວິທີການ ແລະ ເຕັກນິກໃນການວິເຄາະຂໍ້ມູນຂ່າວກອງ. ຊຶ່ງໃນໄລຍະຜ່ານມາ AUSTRAC ໄດ້ຈັດຫຼັກສູດ IIFC ມາແລ້ວໃນຫຼາຍປະເທດໃນອາຊຽນ ຕົວຢ່າງ: ປະເທດອິນໂດເນເຊຍ, ຟີລິບປິນ, ໄທ ແລະ ອື່ນໆ.


ກອງປະຊຸມຄັ້ງປະຖົມມະລຶກຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວຄັ້ງທີ 02 (2019-2021) ວັນທີ 25 ພະຈິກ 2019, ທີ່ ທະນາຄານແຫ່ງ ສປປ ລາວ.

ໃນຕອນບ່າຍຂອງ ວັນທີ 25 ພະຈິກ 2019, ເວລາ 14:00-16:30 ໂມງ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ IV ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກຄະນະສະເພາະກິຮັບຜິດຊອບການປະເມີນວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວຄັ້ງທີ 02 (2019-2021) ວັນທີ 25 ພະຈິກ 2019, ທີ່ ທະນາຄານແຫ່ງ ສປປ ລາວ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຕຟງ. ພ້ອມນີ້,ກໍມີບັນສະມາຊິກຄະນະສະເພາະກິດ, ກອງເລຂາແລະ ບາງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ. ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໂດຍສະເພາະແມ່ນ ການກະກຽມຄວາມພ້ອມເພື່ອປະເມີນຮອບດ້ານ ຂອງ ສປປ ລາວ ໃນປີ 2020-2021. ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງບັນດາອານຸກໍາມະການຂອງ 04 ພາກສ່ວນທີ່ຮັບຜິດຊອບການປະເມີນຜົນຮອບດ້ານກ່ຽວກັບການຈັດຕັ້ງປະຕິບັດວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນນັ້ນປະກອບມີ: ພາກສ່ວນທີ 1 ຮັບຜິດຊອບວຽກງານເຜີຍແຜ່ ແລະ ເຊື່ອມຊຶມ, ພາກສ່ວນທີ 2 ຮັບຜິດຊອບວຽກງານນິຕິກໍາ ແລະ ກົນໄກ, ພາກສ່ວນທີ 3 ຮັບຜິດຊອບວຽກງານຄຸ້ມຄອງ ແລະ ພາກສ່ວນທີ 4 ຮັບຜິດຊອບວຽກງານດໍາເນີນຄະດີ, ທັງ 4 ພາກສ່ວນໄດ້ລາຍງານຄວາມຄືບໜ້າ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າຂອງຕົນ ໂດຍສຸມໃສ:
1. ສ້າງຄວາມເຂົ້າໃຈໃຫ້ບັນດາພາກສ່ວນ ແລະ ອົງການທີ່ຕິດພັນກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ກ່ຽວກັບພັນທະ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ກັບວຽກງານດັ່ງກ່າວໃນລວງເລິກ, ເຜີຍແຜເຊື່ອມຊຶມໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;
2. ກວດກາຄືນບັນດານິຕິກຳທີ່ກ່ຽວຂ້ອງ ຂອງ ສປປ ລາວ ກັບມາດຖານອົງການຕ້ານການຟອກເງິນສາກົນ (FATF) ອັນໃດທີ່ມີແລ້ວ ແລະ ຖືກຈັດຕັ້ງປະຕິບັດແລ້ວ ສ່ວນອັນຄົງຄ້າງຈະຕ້ອງໄດ້ສ້າງ ແລະ ຂຶ້ນແຜນພັດທະນາ;
3. ກຳນົດໃຫ້ໄດ້ຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ກໍ່ຄືຜູ້ຄຸ້ມຄອງການປະຕິບັດພັນທະຂອງຕົນພາຍໃຕ້ວຽກງານ AML/CFT ເພື່ອຮັບປະກັນໃຫ້ລະບົບການດຳເນີນທຸລະກິດຂອງ ສປປ ລາວມີ ຄວາມປອດໃສຈາກອາສະຍາກຳ;
4. ຮັບປະກັນການຈັດຕັ້ງປະຕິບັດວຽກງານ ສືບສວນ-ສອບສວນການກະທຳຜິດຕົ້ນ ຂອງເຈົ້າໜ້າທີ່ ມີການມີການສືບສວນ-ສອບສວນ ທາງການເງິນໄປຄຽງຄູ່ກັນ ເພື່ອນຳໄປສູ່ການຕັດສິນຄະດີ ສະຖານຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.


ຂະບວນການກິລາມິດຕະພາບ ບານເຕະ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ພົບກັບ ກົມກົດໝາຍ ກະຊວງຍຸດຕິທຳ.

ໃນຕອນແລງ ຂອງວັນທີ 15 ພະຈິກ 2019 ເວລາ 17:30 ທີ່ຜ່ານມາ ສຳນັກງານຂໍ້ມູນຕ້ານການຟອກເງິນ “ໄດ້ຈັດຂະບວນການກິລາມິດຕະພາບ ບານເຕະ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ພົບກັບ ກົມກົດໝາຍ ກະຊວງຍຸດຕິທຳ” ເພື່ອເປັນການເພື່ອເປັນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກກົມກົດໝາຍ ແລະ ກອງປະຊຸມໃຫຍ່ອົງຄະນະພັກກະຊວງຍຸຕິທຳ ຄັ້ງທີ V ພ້ອມທັງເປັນການຮັດແໜັນຄວາມສາມາຄີຂອງ 2 ພາກສ່ວນໃນການປະສານງານກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ວຽກງານອື່ນໆ.


ກອງປະຊຸມຄະນະສະເພາະກິດ ຮັບຜິດຊອບການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ່ 2 ໃນປີ 2020-2021 ຂອງພາກສ່ວນທີ່ 3 ຄະນະຮັບຜິດຊອບວຽກງານຄຸ້ມຄອງ.

ຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ II (2019-2021) ຂອງພາກສ່ວນທີ 3 (ຄະນະຮັບຜິດຊອບວຽກງານຄຸ້ມຄອງ)ໄດ້ຈັດກອງປະຊຸມຄົບຄະນະ ຂຶ້ນເປັນຄັ້ງທຳອິດ, ໃນວັນທີ 18 ພະຈິກ 2019 ທີ່ຫ້ອງປະຊຸມໃຫ່ຍຊັ້ນ IV ທະນາຄານ ແຫ່ງ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ພຸດທະໄຊ ສີວິໄລ, ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ. ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອນໍາສະເໜີພາບລວມ ແລະ ປຶກສາຫາລືກັນ ກ່ຽວກັບການກະກຽມຄວາມພ້ອມໃນການປະເມີນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ II.


ກອງປະຊຸມຄະນະສະເພາະກິດ ຮັບຜິດຊອບການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ່ 2 ໃນປີ 2020-2021 ຂອງພາກສ່ວນທີ່ 4 ວຽກງານການດໍາເນີນ ຄະດີ.

ໃນວັນທີ 8 ພະຈິກ 2019, ທີ່ ຫ້ອງປະຊຸມສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະສະເພາະກິດ ຮັບຜິດຊອບການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ່ 2 ໃນປີ 2020-2021 ພາຍໃຕ້ການເປັນປະທານ ຂອງທ່ານ ຄໍາພາ ແສງດາຣາ ປະທານສານປະຊາຊົນສູງສຸດ, ຄະນະ ຄຕຟງ, ຫົວໜ້າກຳມະການພາກສ່ວນທີ 04 ແລະ ເຂົ້າຮ່ວມໂດຍບັນດາຄະນະກຳມະການຈາກພາກສ່ວນກ່ຽວຂ້ອງ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລືຕໍ່ກັບແຜນວຽກບູລິມະສິດທຽບໃສ່ມາດຖານຂອງອົງການຕ້ານການຟອກເງິນສາກົນ ພາຍໃຕ້ປະສິດທິຜົນ ແລະ ຂໍ້ແນະນຳທີ່ຕິດພັນກັບພາກສ່ວນດຳເນີນຄະດີ, ທັງນີ້ກໍ່ເພື່ອກະກຽມຄວາມພ້ອມຮອງຮັບໃຫ້ແກ່ການກະກຽມການປະເມີນຜົນຮອບດ້ານ ຂອງ ສປປ ລາວ ທີ່ຈະມີວາລະປະເມີນໃນປີ 2020-2021.


ກອງປະຊຸມຄະນະສະເພາະກິດ ຮັບຜິດຊອບການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ່ 2 ໃນປີ 2020-2021 ຂອງພາກສ່ວນທີ່ 1 ວຽກງານເຜີຍແຜ່ ແລະ ເຊື່ອມຊືມ.

 ໃນວັນທີ 8 ພະຈິກ 2019, ເວລາ 8:30-11:30 ທີ່ ຫ້ອງປະຊຸມຊັ້ນ 7 ຕືກຕະຫຼາດຫຼັກຊັບ ລາວ ໄດ້ຈັດກອງປະຊຸມຄະນະສະເພາະກິດ ຮັບຜິດຊອບການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ່ 2 ໃນປີ 2020-2021 ຂອງພາກສ່ວນທີ່ 1 ວຽກງານເຜີຍແຜ່ ແລະ ເຊື່ອມຊືມ ຊຶ່ງຈັດເປັນຄັ້ງທໍາອິດ, ໂດຍການເປັນປະທານຂອງ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າຄະນະພາກສ່ວນທີ 1. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບມີ ທ່ານຮອງລັດຖະມົນຕີກະຊວງການເງິນ, ຮອງຫົວໜ້າຄະນະ, ບັນດາຄະນະກໍາມະການ ແລະ ອະນຸກໍາມະການ ຈາກກົມກ່ຽວຂ້ອງ ຂອງບັນດາກະຊວງອົງການອ້ອມຂ້າງ ແລະ ພາຍໃນ ສຕຟງ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ເປັນເອກະພາບກັນກ່ຽວກັບແຜນວຽກລະອຽດ ແລະ ກໍານົດໄລຍະເວລາຈັດຕັ້ງປະຕິບັດຂອງການເຜີຍແຜ່ ແລະ ເຊື່ອມຊຶມວຽກງານ AML/CFT, ທັງນີ້ກໍ່ເພື່ອກະກຽມຄວາມພ້ອມຮອງຮັບໃຫ້ແກ່ການກະກຽມການປະເມີນຜົນຮອບດ້ານ ຂອງ ສປປ ລາວ ທີ່ຈະມີວາລະປະເມີນໃນປີ 2020-2021.


ການເຂົ້າຮ່ວມການຝຶກອົມຮົມໃນຫົວຂໍ້: ມາດຕະຖານຂອງອົງການຕ້ານການຟອກເງິນສາກົນ (FATF Standards Training Course) ກ່ຽວກັບວຽກງານ AML/CFT ທີ່ເມືອງປູຊານ ປະເທດ ສ. ເກົາຫຼີ ໃນລະຫວ່າງວັນທີ 28 ຕຸລາ - 01 ພະຈິກ 2019.

ໃນລະຫວ່າງ ວັນທີ 28 ຕຸລາ - 1 ພະຈິກ 2019 ໄດ້ມີຄະນະຕົວແທນຈາກສານປະຊາຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ສຳນັກງານຄະນະກຳມະການຄຸ້ມຫຼັກຊັບ ແລະ ສຕຟງ ໄດ້ເຂົ້າຮ່ວມຝຶກອົມຮົມໃນຫົວຂໍ້: ມາດຕະຖານຂອງອົງການຕ້ານການຟອກເງິນສາກົນ (FATF Standards Training Course)ກ່ຽວກັບວຽກງານ AML/CFT ທີ່ເມືອງປູຊານ ປະເທດ ສ. ເກົາຫຼີ. ການຈັດຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອເປັນການສ້າງຂີດຄວາມອາດສາມາດກ່ຽວກັບມາດຕະຖານສາກົນ ກໍ່ຄື 40 ຂໍ້ແນະນໍາ ແລະ 11 ປະສິດທິຜົນ ຂອງອົງການຕ້ານການຟອກເງິນສາກົນ FATF ວາງອອກ ໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງບັນດາປະເທດທີ່ມີແຜນຈະໄດ້ຮັບການປະເມີນໃນປີ 2020-2021.


ກອງປະຊຸມປຶກສາຫາລື ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO) ແລະ ໜ່ວຍຂ່າວກອງທາງດ້ານການເງິນ ຂອງ ອິນໂດເນເຊຍ (PPATK) ກ່ຽວກັບການກະກຽມເຂົ້າເປັນສະມາຊິກກຸ່ມແອັດມອນ ຂອງ ສປປ ລາວ.

ໃນລະຫວ່າງວັນທີ 4-6 ພະຈິກ 2019 ຜ່ານມານີ້ ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO) ແລະ ໜ່ວຍຂ່າວກອງທາງດານການເງິນ ຂອງ ອິນໂດເນເຊຍ (PPATK) ໄດ້ປະຊຸມປຶກສາຫາລືກ່ຽວກັບການກະກຽມຂອງ ສປປ ລາວ ໃນການຈະເຂົ້າເປັນສະມາຊິກກຸ່ມແອັດມອນ (Egmont Group) ກອງປະຊຸມໄດ້ປຶກສາຫາລື ເພື່ອປະເມີນຄວາມພ້ອມທາງດ້ານນິຕິກຳ, ກົນໄກການຈັດຕັ້ງປະຕິບັດວຽກງານພາຍໃນ ແລະ ປະສິດທິພາບຂອງລະບົບເຕັກໂນໂລຊີທີ່ໃຊ້ເຂົ້າໃນການເກັບກຳຂໍ້ມູນເພື່ອໃຫ້ໄດ້ ຕາມມາດຖານ ແລະ ເງື່ອນໄຂຕາມທີ່ກຳນົດໄວ້.


ການຈັດຝຶກອົບຮົມ ໃນຫົວຂໍ້ “ການບໍລິຫານຄວາມສ່ຽງ ທີ່ຕິດພັນກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ” ໃນວັນທີ 24 ຕຸລາ 2019 ຢູ່ທີ່ໂຮງແຮມ ຄຣາວພາຊ່າ.

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານ ອົດສະຕຣາລີ ແລະ ນິວຊີແລນ ຈໍາກັດ ສາຂາລາວ ໄດ້ຮ່ວມກັນຈັດຝຶກອົບຮົມ ໃນຫົວຂໍ້ “ການບໍລິຫານຄວາມສ່ຽງ ທີ່ຕິດພັນກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Managing Risk through an AML/CFT Program)” ໃຫ້ແກ່ ທະນາຄານທຸລະກິດທັງໝົດ, ສະຖານບັນການເງິນອື່ນໆ ລວມພາກສ່ວນຜູ້ຄຸ້ມຄອງ ໃນວັນທີ 24 ຕຸລາ 2019 ທີ່ໂຮງແຮມ ຄຣາວພາຊ່າ ໂດຍການເປັນປະທານຂອງພະນະທ່ານ Jean-Bernard Carrasco, ເອກອັກຄະລັດຖະທູດ ສະຖານທູດອົດສະຕາລີ ປະຈໍາ ສປປ ລາວ, ທ່ານ Rufus Pinto ຜູ້ຈັດການສາຂາ ກຸ່ມທະນາຄານ ອົດສະຕຣາລີ ແລະ ນິວຊີແລນ ຈໍາກັດ ສາຂາລາວ ແລະ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ. ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ເຂົ້າໃຈກ່ຽວກັບວຽກງານ AML/CFT ໂດຍສະເພາະການບໍລິຫານຄວາມສ່ຽງ. ນອກຈາກນີ້, ໄດ້ມີການຈັດໂຕະປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວຽກງານ AML/CFT ຂອງ ສປປ ລາວ ແລະ ຄວາມຄືບໜ້າໃນການກະກຽມການປະເມີນຜົນຮອບດ້ານ ປີ 2020-2021ໂດຍປະກອບມີຊ່ຽວຊານຈາກກຸ່ມທະນາຄານ ANZ, ຫົວໜ້າ ສຕຟງ ແລະ ທ່ານ Joseph Narus ຫົວໜ້າພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ, ສະຖານທູດ ສ. ອາເມລິກາ ປະຈຳ ສປປ ລາວ ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມທີ່ມາຈາກບັນດາພາກສ່ວນໄດ້ຮ່ວມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດຂອງຕົນຮ່ວມກັນ.


ກອງປະຊຸມສຳມະນາປຶກສາຫາລື ເພື່ອທົບທວນກ່ຽວກັບຜົນການວິເຄາະຄວາມສ່ຽງຂອງຂະແໜງການ ທະນາຄານ, ປະກັນໄພ ແລະ ຫຼັກຊັບ.

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານແຫ່ງ ສປປ ລາວ ແລະ ກົມທີ່ດິນ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກົມພັດທະນາວິສະຫະກິດ ແລະ ປະກັນໄພ ກະຊວງການເງິນ, ກົມຄຸ້ມຄອງທະນາຄານ ທຸລະກິດ ທະນາຄານແຫ່ງ ສປປ ລາວ ແລະ ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນຮ່ວມກັບຊ່ຽວຊານ ທ່ານ (Stuart) ແລະ ທ່ານ ນາງ (Moni) ຊ່ຽວຊານສະເພາະດ້ານ ຂະແໜງການເງິນ. ໃນລະຫວ່າງວັນທີ 21-24 ຕຸລາ ປີ 2019 ຜ່ານມານີ້ ທີ່ຕຶກຕະຫຼາດຫຼັກຊັບລາວ ຈຸດປະສົງໃນການຈັດກອງປະຊຸມສຳມະນາປຶກສາຫາລື ໃນຄັ້ງນີ້, ເພື່ອສະຫຼຸບຜົນການວິເຄາະຄວາມສ່ຽງ ແລະ ທົບທວນຄວາມຄົບຖ້ວນທາງດ້ານກົນໄກ ເຄື່ອງມືໃນການວິເຄາະຄວາມສ່ຽງຂອງ 3 ຂະແໜງບູລິມະສິດໃນການຈັດຕັ້ງປະຕິບັດການຫຼຸດຜ່ອນຄວາມສ່ຽງຄື: ຂະແໜງການ ທະນາຄານ, ປະກັນໄພ ແລະ ຫຼັກຊັບ. ໃນທີ່ປະຊຸມກໍ່ໄດ້ຍົກຄຳຖາມແລກປ່ຽນໃນທີ່ປະຊຸມຕໍ່ກັບກົນໄກໃນການທີ່ຈະນຳມາຈັດຕັ້ງປະຕິບັດຄຸ້ມຄອງຫົວໜ່ວຍ ກາຊີໂນໃຫ້ມີປະສິດທິພາບ ແລະ ສອດຄ່ອງຕາມມາດຕະຖານສາກົນ ແລະ ແຜນການຈັດຕັ້ງປະຕິບັດຕໍ່ໜ້າເພື່ອກະກຽມຄວາມພ້ອມໃນການປະເມີນ ME ປີ 2020 ທີ່ຈະມາເຖິງນີ້.


ກອງປະຊຸມເຜີຍແຜ່ວຽກງານ ຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ແລະ ການປະຕິບັດຫຼັກການ ການປະເມີນ ແລະ ບໍລິຫານຄວາມສ່ຽງວຽກງານ AML/CFT.

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານແຫ່ງ ສປປ ລາວ ໄດ້ມີການຈັດກອງປະຊຸມເຜີຍແຜ່ວຽກງານ ຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ແລະ ການປະຕິບັດຫຼັກການ ການປະເມີນ ແລະ ບໍລິຫານຄວາມສ່ຽງວຽກງານ AML/CFT ໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານກໍ່ຄື ບໍລິສັດຕົວແທນໂອນເງິນດ່ວນ, ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ແລະ ບໍ່ຮັບຝາກເງິນ, ໃນວັນທີ 18 ຕຸລາ 2019 ທີ່ຫ້ອງປະຊຸມຊັ້ນ 7 ຂອງກົມຄຸ້ມຄອງສະຖາບັນການເງິນ, ຊຶ່ງເປັນປະທານໂດຍ ທ່ານ ນາງ ຂັນທະລີ ວົງໄຊຍະລາດ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ. ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້, ແມ່ນເພື່ອໃຫ້ບັນດາຫົວໜ່ວຍທີ່ມີໜ້າທີ່ລາຍງານເຂົ້າໃຈເຖິງສິດ ແລະ ພັນທະຂອງຕົນທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ ທີ່ຕິດພັນກັບວຽກງານ AML/CFT ໂດຍສະເພາະແມ່ນການສົ່ງບົດລາຍງານທຸລະກຳທີ່ໜ້າສົງໃສ (STR) ແລະ ບົດລາຍງານທຸລະກຳເງິນສົດທີ່ມີມູນຄ່າເກີນກຳນົດ (CTR) ຜ່ານທາງລະບົບອອນລາຍທີ່ທາງ ສຕຟງ ໄດ້ພັດທະນາຂຶ້ນມາໃໝ່ ເພື່ອເຮັດໃຫ້ການລາຍງານມີຄວາມສະດວກ, ປອດໄພ ແລະ ວ່ອງໄວທັນຕໍ່ກັບສະພາບການຫຼາຍຂຶ້ນ. ນອກຈາກນີ້ ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງໄດ້ປະຕິບັດຕາມຫຼັກການປະເມີນ ແລະ ບໍລິຫານຄວາມສ່ຽງດ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຈະຕ້ອງປັບປຸງນະໂຍບາຍ, ຫຼັກການ, ຂັ້ນຕອນ ຫຼື ລະບຽບການຂອງຕົນຕາມເງື່ອນໄຂມາດຖານທີ່ ສຕຟງ ກຳນົດໃນແຕ່ລະໄລຍະ. ພ້ອມດຽວກັນນັ້ນ, ສຕຟງ ຍັງຈະສືບຕໍ່ເຜີຍແຜ່ໃຫ່ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານອື່ນຕໍ່ໄປ.


ຂະບວນການກິລາມິດຕະພາບບານເຕະ ລະຫວ່າງ ສຕຟງ + ICBC ພົບປະກັບ ໄອຍະການນະຄອນຫຼວງ.

ໃນວັນທີ 04 ຕຸລາ 2019 ທີ່ຜ່ານມາ ໄດ້ມີການຈັດຂະບວນການກິລາມິດຕະພາບ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ + ທະນາຄານອຸດສະຫະກຳ ແລະ ການຄ້າຈີນ ຈຳກັດ ICBC ພົບປະກັບ ໄອຍະການນະຄອນຫຼວງ ເພື່ອຂຳນັບຮັບຕ້ອນ ກອງປະຊຸມໜ່ວຍພັກສຳນັກງານຂໍ້ມູນຕ້ານການຟອກເງິນຄັ້ງທີ II. ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີຂອງທັງສາມຝ່າຍໃນການປະສານງານກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ວຽກງານອື່ນໆ


ກອງປະຊຸມສະໄໝສາມັນຄັ້ງທີ II ປະຈໍາປີ 2019 ຂອງຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ).

ໃນຕອນເຊົ້າ ເວລາ 10:00 - 11:30 ຂອງວັນທີ 1 ຕຸລາ 2019 ທີ່ຫ້ອງປະຊຸມກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ II ປະຈໍາປີ 2019 ຂອງຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຕຟງ. ພ້ອມນີ້,ກໍມີບັນດາຄະນະ ຄຕຟງ ແລະ ບາງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ. ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໂດຍສະເພາະແມ່ນການກະກຽມຄວາມພ້ອມໃນການປະເມີນຮອບດ້ານ ຂອງ ສປປ ລາວ ໃນປີ 2020-2021. ກອງປະຊຸມໄດ້ຜ່ານແຜນວຽກໃນການກະກຽມຄວາມພ້ອມການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂອງ ສປປ ລາວ ໂດຍສຸມໃສ່ດ້ານນິຕິກຳທີ່ຍັງບໍ່ທັນໄດ້ຕາມມາດຖານສາກົນ, ປັບປຸງບັນດາກົນໄກໃຫ້ສອດຄ່ອງ ພ້ອມດຽວກັນນັ້ນຍັງໄດ້ສຸມໃສ່ແກ້ໄຂຈຸດຄົງຄ້າງບັນດາຂະແໜງການທີ່ມີຄວາມສ່ຽງ ຕໍ່ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂ ເພື່ອຮອງຮັບການປະເມີນຈາກກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (APG)ໃນລະຫວ່າງເດືອນມີນາ 2020 ຫາ ເດືອນ ກໍລະກົດ 2021. ທີ່ປະຊຸມຍັງໄດ້ຊຸກຍູ້ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນໃນວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃຫ້ສຳເລັດຕາມແຜນ ແລະ ຄາດໝາຍທີ່ວາງໄວ້.


ພິທີມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານໃນການຈັດຕັ້ງປະຕິບັດວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອອອກຈາກບັນຊີເທົາ ຂອງ ສປປ ລາວ.

ໃນຕອນເຊົ້າ ເວລາ 08:00 - 09:30 ຂອງວັນທີ 1 ຕຸລາ 2019 ທີ່ຫ້ອງປະຊຸມກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ມີພິທີມອບໃບຍ້ອງຍໍໃຫ້ກັບຜູ້ທີ່ມີຜົນງານໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອອອກຈາກບັນຊີສີເທົາຂອງສາກົນ ໃນປີ 2017 ຈຳນວນທັງໝົດ 129 ທ່ານ ຈາກທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ທີ່ໄດ້ປະກອບສ່ວນໃນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ພິທີດັ່ງກ່າວໄດ້ຮັບກຽດເປັນປະທານ ແລະ ໃຫ້ການໂອ້ລົມໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຕຟງ.


ສຳນັກງານຂໍ້ມູນຕ້ານການຟອກເງິນເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ IV ຂອງ British High Commission ໃນຫົວຂໍ້ “ຄວາມໂປ່ງໃສ ແລະ ການປະຕິບັດຕາມ” ທີ່ປະເທດສິງກະໂປ.

ໃນລະຫວ່າງ ວັນທີ 23-27 ກັນຍາ 2019 ທີ່ປະເທດ ສິງກະໂປ, ສຳນັກງານຂໍ້ມູນຕ້ານການເງິນໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ IV ໃນຫົວຂໍ້ “ຄວາມໂປ່ງໃສ ແລະ ການປະຕິບັດຕາມ (Compliance and Transparency Week) ທີ່ປະເທດສິງກະໂປ,ຊຶ່ງຈັດໂດຍ British High Commission ປະຈໍາ ສິງກະໂປ.ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ເພື່ອແລກປ່ຽນບົດຮຽນ ແລະ ຍົກລະດັບຄວາມຮູ້ທາງດ້ານວຽກງານການຈັດຕັ້ງປະຕິບັດຄວາມໂປ່ງໃສ ແລະ ການປະຕິບັດຕາມ ໃຫ້ແກ່ຜູ້ເຂົ້າຮ່ວມໃນພາກພື້ນໂດຍສະເພາະການຕ້ານອາຊະຍາກໍາທາງດ້ານການເງິນ, ການຕ້ານການຟອກເງິນ, ການຕ້ານການຕິດສິນບົນ ແລະ ການສໍ້ລາດບັງຫຼວງ, ການຫຼີກລ່ຽງພາສີ, RegTech, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການລົງໂທດ ແລະ ໄພຂົ່ມຂູ່ທີ່ເກິດຂຶ້ນໃໝ່.


ການມາເຮັດວຽກ ຂອງ ທ່ານ ນາງ ລໍເຣັນ ເຮີດ, ຮອງຫົວໜ້າກອງເລຂາກຸ່ມອາຊີປາຊີຟິກ ເພື່ອຕ້ານການຟອກເງິນ, ຜູ້ປະເມີນ ສປປ ລາວ ກັບ ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະຫນອງທຶນ ແກ່ການກໍ່ການຮ້າຍ ກ່ຽວກັບ ການກະກຽມປະເມີນຮອບດ້ານ ວຽກງານ ຕ້ານການຟອກເງິນ ແລະ ສະຫນອງທຶນ ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃນປີ 2020-2021


ການຝຶກອົບຮົມຂອງ ITMCFM ຂອງຣັດເຊຍກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແກ່ ສປປ ລາວ ໃນລະຫວ່າງ ວັນທີ 26-30 ສິງຫາ 2019 ທີ່ ມົສກູ, ປະເທດຣັດເຊຍ.

ສຳນັກງານຂໍ້ມູນຕ້ານການຟອກເງິນໄດ້ເຂົ້າຮ່ວມການຝຶກອົບຮົມຂອງ ITMCFM ຂອງຣັດເຊຍກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແກ່ ສປປ ລາວ ໃນລະຫວ່າງ ວັນທີ 26-30 ສິງຫາ 2019 ທີ່ ມົສກູ, ປະເທດຣັດເຊຍ.ການຈັດຝຶກອົບຮົມໃນຄັ້ງນີ້ ຈັດຂຶ້້ນ ເພື່ອເປັນການສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຈັດຕັ້ງຜັນຂະຫຍາຍ ບົດບັນທຶກການຮ່ວມມື (Memorandum Of Cooperation “MOC”) ທີ່ໄດ້ເຊັນກັນ ລະຫວ່າງ 3 ອົງກອນ ຄື:ທະນາຄານແຫ່ງ ສປປ ລາວ (ສໍານັກງານຂໍ້ມູນຕ້ານການຟອກເງິນ), ອົງການຄຸ້ມຄອງການເງິນ ເເຫ່ງສະຫະພັນຣັດເຊຍ “Rosfinmonitering” ກໍ່ຄື ໜ່ວຍງານຂ່າວກອງທາງດ້ານການເງິນ (FIU) ຂອງສະຫະພັນຣັດເຊຍ, ແລະ ສູນເຕັກນິກ ແລະ ການຈັດຝຶກອົບຮົມສາກົນຂອງອົງການທີ່ບໍ່ຫວັງຜົນກຳໄລເອກະລາດ ໃນການກວດສອບທາງດ້ານການເງິນ, ສະຫະພັນຣັດເຊຍ (ITMCFM),ໃນການສ້າງຄວາມສາມາດໃຫ້ແກ່ພະນັກງານໃນຂອບເຂດທາງດ້ານກົດໝາຍ ທີ່ພົວພັນກັບການຟອກເງິນ ທີ່ໄດ້ມາຈາກການກະທໍາຜິດຕົ້ນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍທີ່ໄດ້ເຊັນກັນ.


ການເຂົ້າຮ່ວມກອງປະຊຸມປະຈຳປີຂອງກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ (22th Asia/Pacific Group on Money Laundering “APG” Annual Meeting in Canberra, Australia) ທີ່ຈັດຂຶ້ນໃນວັນທີ 18-23 ສິງຫາ 2019, ທີ່ນະຄອນຫຼວງແຄນເບີຣາ, ປະເທດ ອົດສະຕຣາລີ.

ການເຂົ້າຮ່ວມກອງປະຊຸມປະຈໍາປີກຸ່ມ APG ແມ່ນເປັນພັນທະຂອງປະເທດສະມາຊິກ ແລະເປັນຂະບວນການກອງປະຊຸມຄົບຄະນະບໍລິຫານງານຂອງ APG ທີ່ຈັດຂຶ້ນ 01 ຄັ້ງຕໍ່ປີເພື່ອ: 1)ການພິຈາລະນາແຜນບໍລິຫານ ແລະ ແຜນວຽກປະຈຳປີ 2019-2020, 2).ຜ່ານຜົນການປະເມີນຮອບດ້ານວຽກງານຕ້ານການຟອກເງິນແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍຂອງບັນດາປະເທດທີ່ໄດ້ຮັບການປະເມີນ(Mutual Everlution Report“ME”)ໃນໄລຍະປີຜ່ານມາ ແລະ 3)ວຽກງານອື່ນໆ.


ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ສຕຟງ ໄດ້ເປັນປະທານຮ່ວມ (Co-Chair) ກັບປະເທດອິນໂດເນເຊຍ ແລະ ກອງເລຂາ APG ໃນກອງປະຊຸມພາກພື້ນຂອງ ກຸ່ມອາຊີຕາເວັນອອກສ່ຽງໃຕ້ (SOUTH EAST ASIA SUB-REGIONAL COORDINATION MEETING), ພົບປະກັບຄະນະທີມປະເມີນ,ເຮັດວຽກສອງຝ່າຍກັບຄູ່ຮ່ວມງານໜ່ວຍງານຂ່າວກອງທາງດ້ານການເງິນ ແລະ ຕາງໜ້າທະນາຄານໂລກ ເພື່ອຊ່ວຍແນະນຳ, ຖອດຖອນບົດຮຽນກ່ຽວກັບການກະກຽມກ່ອນການປະເມີນໃນສົກປີ 2020-2021 ແລະ ການບໍລິຫານຄວາມສ່ຽງທີ່ເປັນຜົນມາຈາກການປະເມີນຄວາມສ່ຽງແຫ່ງຊາດກ່ຽວກັບວຽກງານການຕ້ານການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ.ນອກຈາກນີ້, ພາຍໃຕ້ກອງປະຊຸມດັ່ງກ່າວ ສຕຟງ ຍັງໄດ້ສຳເລັດການຮ່ວມເຊັນບົດບັນທຶກຄວາມເຂົ້າໃຈກັບໜ່ວຍງານຂ່າວກອງທາງດ້ານການເງິນ ປະເທດມາເລເຊຍ.


ການຈັດຝຶກອົບຮົມເຜີຍແຜ່ ລະບົບລາຍງານ ທາງເອເລັກໂຕຣນິກ ລະຫວ່າງ ເຈົ້າໜ້າທີ່ພາສີ ກັບ ສຳນັກງານຂໍ້ມູນຕ້ານການຟອກເງິນກ່ຽວກັບ ການແຈ້ງເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ຂອງບຸກຄົນ ໃນເວລາເຂົ້າອອກ ສປປ ລາວ.

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ຮ່ວມກັບ ກົມພາສີ (ກພສ), ກະຊວງການເງິນ ໄດ້ຈັດຝຶກອົບຮົມເຜີຍແຜ່ ລະບົບລາຍງານ ທາງເອເລັກໂຕຣນິກ ລະຫວ່າງ ເຈົ້າໜ້າທີ່ພາສີ ກັບ ສຳນັກງານຂໍ້ມູນຕ້ານການຟອກເງິນ ກ່ຽວກັບ ການແຈ້ງເງິນສົດ,ວັດຖຸມີຄ່າແລະເຄື່ອງມືທາງດ້ານການເງິນ ຂອງບຸກຄົນ ໃນເວລາເຂົ້າ - ອອກ ສປປ ລາວ ໃຫ້ກັບເຈົ້າໜ້າທີ່ພາສີ ປະຈຳດ່ານສາກົນ.

ຝຶກອົບຮົມເຜີຍແຜ່ໃຫ້ກັບເຈົ້າໜ້າທີ່ພາສີ ກອງຄຸ້ມຄອງພາສີ VII ໃນວັນທີ 12 ສິງຫາ 2019 ທີ່ ດ່ານພາສີສາກົນ ວັງເຕົ່າ ແຂວງ ຈຳປາສັກ.

ຝຶກອົບຮົມເຜີຍແຜ່ໃຫ້ກັບເຈົ້າໜ້າທີ່ພາສີດ່ານພາສີສາກົນ ແດນສະຫວັນ ໃນວັນທີ 15 ສິງຫາ 2019 ທີ່ ດ່ານພາສີສາກົນ ແດນສະຫວັນ ແຂວງ ສະຫວັນນະເຂດ.

ຝຶກອົບຮົມເຜີຍແຜ່ໃຫ້ກັບເຈົ້າໜ້າທີ່ພາສີດ່ານພາສີສາກົນ ຂົວມິດຕະພາບ 2 ແລະ ສະໜາມບິນສະຫວັນນະເຂດ ໃນວັນທີ 19 ສິງຫາ 2019 ທີ່ ດ່ານພາສີສາກົນ ຂົວມິດຕະພາບ 2 ແຂວງ ສະຫວັນນະເຂດ.

ຝຶກອົບຮົມເຜີຍແຜ່ໃຫ້ກັບເຈົ້າໜ້າທີ່ພາສີດ່ານພາສີສາກົນ ຂົວມິດຕະພາບ 3 ໃນວັນທີ 04 ກັນຍາ 2019 ທີ່ ດ່ານພາສີສາກົນ ຂົວມິດຕະພາບ 3 ແຂວງ ຄຳມ່ວນ.

ຝຶກອົບຮົມເຜີຍແຜ່ໃຫ້ກັບເຈົ້າໜ້າທີ່ພາສີດ່ານພາສີສາກົນ ນ້ຳພາວ ໃນວັນທີ 06 ກັນຍາ 2019 ແຂວງບໍລິຄຳໄຊ.

ຝຶກອົບຮົມເຜີຍແຜ່ໃຫ້ກັບເຈົ້າໜ້າທີ່ພາສີດ່ານພາສີສາກົນ ປາກຊັນ ໃນວັນທີ 09 ກັນຍາ 2019 ແຂວງບໍລິຄຳໄຊ.

ຝຶກອົບຮົມເຜີຍແຜ່ໃຫ້ກັບເຈົ້າໜ້າທີ່ພາສີດ່ານພາສີສາກົນ ຂົວມິດຕະພາບ 4 ໃນວັນທີ 16 ກັນຍາ 2019 ແຂວງບໍ່ແກ້ວ.

ຝຶກອົບຮົມເຜີຍແຜ່ໃຫ້ກັບເຈົ້າໜ້າທີ່ພາສີ ກອງຄຸ້ມຄອງພາສີ V ໃນວັນທີ 04 ຕຸລາ 2019 ນະຄອນຫຼວງວຽງຈັນ.


ກອງປະຊຸມໃຫຍ່ໜ່ວຍກໍາມະບານສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ຄັ້ງທີ I.

ກອງປະຊຸມໃຫຍ່ໜ່ວຍກຳມະບານສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ໄຂຂື້ນໃນຕອນເຊົ້າຂອງ ວັນທີ 26 ມິຖຸນາ 2019 ທີ່ຫ້ອງປະຊຸມ ຊັ້ນ 4 ທະນາຄານແຫ່ງ ສປປ ລາວ, ໂດຍການເປັນປະທານຂອງ ສະຫາຍ ພອນສະຫວັນ ຄຳພາວົງ ຄະນະກຳມະບານຮາກຖານ ທຫລ ແລະ ໄດ້ມີຄະນະໜ່ວຍກຳມະບານ ພ້ອມດ້ວຍສະມາຊິກພາຍໃນສຳນັກງານຂໍ້ມູນຕ້ານການຟອກເງິນທັງໝົດເຂົ້າຮ່ວມ ຈຳນວນ 32 ສະຫາຍ.


ການຝຶກອົບຮົມແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດ ວຽກງານ ສືບສວນ - ສອບສວນ ແລະ ການດຳເນີນຄະດີ ຄວາມຜິດທາງອາຍາ ກ້າວໄປສູ່ຄວາມຜິດສະຖານການຟອກເງິນ ຄັ້ງວັນທີ 17 - 21 ມິຖຸນາ 2019, ທີ່ ສຳນັກງານຂໍ້ມູນຕ້ານການຟອກເງິນ ຊັ້ນ 07 ຕຶກຕະຫຼາດຫຼັກຊັບລາວ.


ກອງປະຊຸມສະໄໝສາມັນຄັ້ງທີ I ປະຈໍາປີ 2019 ຂອງຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ).

ກອງປະຊຸມສະໄໝສາມັນຄັ້ງທີ I ປະຈໍາປີ 2019 ຂອງຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ໄດ້ໄຂຂຶ້ນໃນວັນທີ 21 ມິຖຸນາ 2019 ທີ່ຫ້ອງປະຊຸມຊັ້ນ IV ທະນາຄານແຫ່ງສປປລາວນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄຕຟງ.ພ້ອມນີ້,ກໍມີບັນດາສະມາຊິກ ຄຕຟງ ເຂົ້າຮ່ວມໃນກອງປະຊຸມ. ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເປັນຕົ້ນແມ່ນຄວາມຄືບໜ້າໃນການແກ້ໄຂຂໍ້ບົກຜ່ອງ ແລະ ແຜນການກະກຽມການປະເມີນຮອບດ້ານ ສປປ ລາວ ໃນປີ 2020-2021, ກອງປະຊຸມຍັງໄດ້ຮັບຊາບຜົນຄວາມຄືບຫນ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃນຄັ້ງກ່ອນໂດຍສະເພາະແມ່ນການສ້າງກົນໄກສືບສວນ-ສອບສວນທາງດ້ານການເງິນ, ການດຳເນີນນການປະເມີນການຄຸ້ມຄອງ ຕາມຄວາມສ່ຽງ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານແລະ ການຮ່ວມມືກັບສາກົນກ່ຽວກັບວຽກງານ AML/CFT. ນອກນັ້ນ ກອງປະຊຸມຍັງໄດ້ຮັບຮອງເອົາແຜນກະກຽມການປະເມີນຮອບດ້ານວຽກງານ AML/ CFT ໃນປີ 2020 ຂອງ ສປປ ລາວ, ແຜນຂະຫຍາຍກອບການຮ່ວມມືກັບຜູ້ຄຸ້ມຄອງ ແລະ ພາກສ່ວນດຳເນີນຄະດີ ໂດຍສະເພາະຂະແໜງການທີ່ມີຄວາມສ່ຽງຕໍ່ວຽກງານຕ້ານການຟອກເງິນ ແລະ ການຊ່ວຍເຫຼືອຈາກສາກົນ ໃນການສະໜອງແຫຼ່ງທຶນໃນການສ້າງຄວາມສາມາດໃຫ້ກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບວຽກງານ AML/CFT ອີກດ້ວຍ.


ສຳນັກງານຂໍ້ມູນຕ້ານການຟອກເງິນເຂົ້າຮ່ວມຝືກອົບຮົມ ຫົວຂໍ້ ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມມາດຕະຖານສາກົນ ທີ່ປະເທດ ສິງກະໂປ.

ໃນລະຫວ່າງວັນທີ 03-07 ມິຖຸນາ 2019 ທີ່ປະເທດ ສິງກະໂປ, ສຳນັກງານຂໍ້ມູນຕ້ານການຟອກເງິນໄດ້ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: “ ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມມາດຕະຖານສາກົນ ” ຊຶ່ງຈັດໂດຍລັດຖະບານສິງກະໂປ ແລະ ກອງທຶນລະຫວ່າງປະເທດ (International Monetary Fund “IMF”); ຈຸດປະສົງເພື່ອ: ເພີ່ມລະດັບຄວາມສາມາດໃນການຈັດຕັ້ງປະຕິບັດຕາມຄໍາແນະນໍາ 40 ຂໍ້ໃຫມ່ຂອງ FATF ໂດຍສະເພາະຫຼັກການຈັດຕັ້ງປະຕິບັດການກວດກາຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ການບໍລິຫານຄວາມສ່ຽງພາຍໃນຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ.


ສຳນັກງານຂໍ້ມູນຕ້ານການຟອກເງິນເຂົ້າຮ່ວມຝືກອົບຮົມໃນໂຄງການແລກປ່ຽນຂອງນັກວິເຄາະຫຼາຍຝ່າຍ-ສູນຝຶກອົບຮົມນັກວິເຄາະ ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ.

ໃນລະຫວ່າງວັນທີ 29 ເມສາ - 03 ພຶດສະພາ 2019 ທີ່ ນະຄອນຫຼວງກົວລາລຳເປີ ປະເທດ ມາເລເຊຍ, ສຳນັກງານຂໍ້ມູນຕ້ານການເງິນໄດ້ເຂົ້າຮ່ວມຝຶກອົບຮົມໃນໂຄງການແລກປ່ຽນຂອງນັກວິເຄາະຫຼາຍຝ່າຍ-ສູນຝຶກອົບຮົມນັກວິເຄາະ (Multilateral Analyst Exchange Program “MAEP” - Analyst Hubbing Exercise) ໃນຫົວຂໍ້: “ການເຄື່ອນໄຫວຂອງບໍລິການໂອນເງິນດ່ວນ ທີ່ຍັງບໍ່ໄດ້ຂຶ້ນທະບຽນ ແລະ ການໂອນເງິນແບບຮາວາລາ (Hawala) ທີ່ເຄື່ອນໄຫວໜ້າສົງໄສໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້” ຊຶ່ງຈັດໂດຍໜ່ວຍຂ່າວກອງທາງດ້ານການເງິນ ຂອງປະເທດ ອົດສະຕາລີ(AUSTRAC); ຈຸດປະສົງເພື່ອ: ເພີ່ມລະດັບຄວາມສາມາດໃນການວິເຄາະ ແລະ ການແລກປ່ຽນຂໍ້ມູນລະຫວ່າງບັນດາປະເທດທີ່ເຂົ້າຮ່ວມ, ເພີ່ມທະວີຄວາມເຂົ້າໃຈຂອງນັກວິເຄາະກ່ຽວກັບເຄື່ອງມືທີ່ນຳໃຊ້ເຂົ້າໃນການຕ້ານການກໍ່ການຮ້າຍ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ລະຫວ່າງປະເທດ ແລະນຳບົດຮຽນດັ່ງກ່າວມາໝູນໃຊ້ໃນປະເທດຂອງຕົນເພື່ອສ້າງຄວາມເຂັ້ມແຂງໃນການຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນ.


ຂະບວນການກິລາມິດຕະພາບບານເຕະ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ພົບກັບ ກົມຕຳຫຼວດສາກົນ, ກະຊວງປ້ອງກັນຄວາມສະຫງົບ.

ໃນຕອນແລງ ຂອງວັນທີ 30 ເມສາ 2019 ເວລາ 16:30 ທີ່ຜ່ານມາ ສຳນັກງານຂໍ້ມູນຕ້ານການຟອກເງິນ “ໄດ້ຈັດຂະບວນການກິລາມິດຕະພາບບານເຕະລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ພົບກັບ ກົມຕຳຫຼວດສາກົນ ກະຊວງປ້ອງກັນຄວາມສະຫງົບ”ເພື່ອເປັນການ ສະເຫຼີມສະຫຼອງຕ້ອນຮັບວັນກຳມະກອນສາກົນພ້ອມທັງເປັນການຮັດແໜັນຄວາມສາມາຄີຂອງ 2 ພາກສ່ວນໃນການປະສານງານກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ວຽກງານອື່ນໆ.


ຂະບວນການກິລາມິດຕະພາບບານເຕະ ແລະ ກິລາ ເປຕັງ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ພົບກັບ ກົມຕິດຕາມກວດກາດຳເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ ຮ່ວມກັບ ກົມຕຳຫຼວດເສດຖະກິດ, ກະຊວງປ້ອງກັນຄວາມສະຫງົບ.

ໃນຕອນແລງ ຂອງວັນທີ 05 ເມສາ 2019 ເວລາ 17:00 ທີ່ຜ່ານມາ ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດຂະບວນການກິລາມິດຕະພາບບານເຕະ ແລະ ກິລາ ເປຕັງ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ພົບກັບ ກົມຕິດຕາມກວດກາດຳເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ ຮ່ວມກັບ ກົມຕຳຫຼວດເສດຖະກິດ, ກະຊວງປ້ອງກັນຄວາມສະຫງົບ ເພື່ອເປັນການສະເຫຼີມສະຫຼອງຕ້ອນຮັບວັນບຸນປີໃຫມ່ລາວ ປີ ພສ 2562 ພ້ອມທັງເປັນການຮັດແໜັນຄວາມສາມັກຄີຂອງ 3 ພາກສ່ວນໃນການປະສານງານກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ວຽກງານອື່ນໆ.


ການສຳມະນາໃນຫົວຂໍ້ " Thailand-Chilean Joint Triangular Cooperation Project for ASEAN 2019."

ໃນລະຫວ່າງວັນທີ 25– 29 ມີນາ 2019 ທີ່ບາງກອກ, ປະເທດໄທ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ເຂົ້າຮ່ວມການສຳມະນາໃນຫົວຂໍ້ " Thailand-Chilean Joint Triangular Cooperation Project for ASEAN 2019 " ຈຸດປະສົງຂອງການຈັດສຳມະນາໃນຄັ້ງນີ້ແມ່ນເພຶ່ອເພີ່ມທະວີຂີດຄວາມສາມາດ ແລະ ພາລະບົດບາດຂອງໜ່ວຍງານຂ່າວກອງທາງດ້ານການເງິນໃນການປ້ອງກັນ ແລະ ກວດສອບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ”). ຊຶ່ງຮ່ວມຈັດໂດຍ ກົມຮ່ວມມືລະຫວ່າງປະເທດ, ກະຊວງກະຊວງການຕ່າງປະເທດ, ປະເທດໄທ (Thailand International Cooperation Agency "TICA") ຮ່ວມກັບກົມຮ່ວມມືລະຫວ່າງປະເທດ, ປະເທດຊີລີ (Chilean Agency for International Cooperation "AGCT") ແລະ ສຳນັກງານ ປາບປາມການຟອກເງິນ ຂອງປະເທດໄທ (Anti-Money Laundering Intelligence Office "AMLO").


ການສຳມະນາໃນຫົວຂໍ້ “ການສົ່ງເສີມການຮ່ວມມືການຕ້ານອາຊະຍາກຳຂ້າມຊາດ ໃນພາກພື້ນອາຊຽນ”.

ໃນລະຫວ່າງວັນທີ 26– 28 ມີນາ 2019 ທີ່ບາງກອກ, ປະເທດໄທສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ເຂົ້າຮ່ວມການສຳມະນາໃນຫົວຂໍ້ “ການສົ່ງເສີມການຮ່ວມມືການຕ້ານອາຊະຍາກຳຂ້າມຊາດ ໃນພາກພື້ນອາຊຽນ” ຊື່ງຈັດຮ່ວມໂດຍອົງການ UNODC ແລະ ສຳນັກງານພາກພື້ນອາຊີຕາເວັນສຽງໃຕ້ ແລະ ປາຊີຟິກ (Regional Office for Southeast Asia and Pacific “ROSEAP”). ຈຸດປະສົງຂອງການສຳມະນາຄັ້ງນີ້ແມ່ນມີຄວາມສຳຄັນ ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຄວາມຮູ້ ແລະ ປະສົບການເບື້ອງຕົ້ນຈາກຊ່ຽວຊານກ່ຽວກັບການຮ່ວມມືກົດໝາຍລະຫວ່າງປະເທດ, ຂັ້ນຕອນການປະຕິບັດລະບົບກົດໝາຍຂອງບັນດາປະເທດອາຊຽນ (ປະເທດກຳປູເຈຍ, ສສ ຫວຽດນາມ, ມຽນມາ ແລະ ອື່ນໆ) ແລະ ການຊ່ວຍເຫຼືອເຊີ່ງກັນ ແລະ ກັນທາງດ້ານກົດໝາຍ (Mutual legal assistance) ລະຫວ່າງປະເທດເພື່ອຕ້ານອາຊະຍາກຳຂ້າມຊາດ ຈາກປະເທດອາຊຽນ.


ຂະບວນການກິລາມິດຕະພາບ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ພົບກັບ ໂຮງພິມທະນະບັດ.

ໃນຕອນແລງຂອງວັນທີ 22 ມີນາ 2019 ເວລາ 17:00 ທີ່ຜ່ານມາ ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດຂະບວນການກິລາມິດຕະພາບບານເຕະ ພາຍໃນທະນາຄານແຫ່ງ ສປປ ລາວ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ພົບກັບ ໂຮງພິມທະນະບັດ ເພື່ອເປັນການສ້າງຂະບວນການຮັດແໜ້ນຄວາມສາມັກຄີຂອງທັງສອງຝ່າຍ.


ສຳມະນາກ່ຽວກັບບົດຮຽນການຈັດຕັ້ງປະຕິບັດກົດໝາຍ ແລະ ມາດຕະການສໍາລັບການຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການສະໜອງທຶນໃຫ້ແກ່ຜູ້ທີ່ຖືຄອງອາວຸດຊີວະພາບ, ສານເຄມີ ແລະ ອາວຸດນິວເຄຼຍ(BCN)

ສຳມະນາກ່ຽວກັບບົດຮຽນການຈັດຕັ້ງປະຕິບັດກົດໝາຍ ແລະ ມາດຕະການສໍາລັບການຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການສະໜອງທຶນໃຫ້ແກ່ຜູ້ທີ່ຖືຄອງອາວຸດຊີວະພາບ, ສານເຄມີ ແລະ ອາວຸດນິວເຄຼຍ(BCN)ຮ່ວມຈັດໂດຍ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ກັບ ອົງການທາງທະເລລະຫວ່າງ ປະເທດຂອງອົງການສະຫະປະຊາຊາດ(International Maritime Organization “IMO”)ລະຫວ່າງວັນທີ 5-8 ກຸມພາ 2019 ທີ່ເມືອງບາຫຼີ, ປະເທດ ອິນໂດເນເຊຍ.


ກອງປະຊຸມສະໄໝສາມັນຄັ້ງທີ II ປະຈໍາປີ 2018 ຂອງຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ).

ກອງປະຊຸມສະໄຫມສາມັນຄັ້ງທີ II ປະຈຳປີ 2018 ຂອງຄະນະກຳມະການແຫ່ງຊາດເພື່ອຕ້ານກນຟອກເງິນແລະສະຫນອງທືນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ໄດ້ໄຂຂື້ນຕອນບ່າຍຂອງວັນທີ 27 ທັນວາ 2018 ທີ່ຫ້ອງປະຊຸມຊັ້ນ IV ທະນາຄານແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເປັນທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງການ ເງິນ, ປະທານຄຕຟງ. ພ້ອມນີ້, ກໍມີບັນດາສະມາຊິກ ຄຕຟງ ເຂົ້າຮ່ວມກອງປະຊຸມ.
ກອງປະຊຸມໄດ້ຕີລາຄາສູງ ຜົນສຳເລັດວຽກງານການປະເມີນຄວມສ່ຽງລະດັບຊາດ ຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ ຄັ້ງທຳອິດຂອງ ສປປ ລາວ, ພ້ອມທັງຮັບຮອງເອົາແຜນປະຕິບັດງານ ເພື່ອແກ້ໄຂຄວາມສ່ຽງ ຈາກຜົນການປະເມີນຄວາມສ່ຽງທີ່ໄດ້ຮັບ. ກອງປະຊຸມຍັງໄດ້ຮັບຊາບຜົນຄວາມຄືບຫນ້າໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ສະໜອງທືນແກ່ການກໍ່ການຮ້າຍ ໂດຍສະເພາະ ການຂະຫຍາຍກົນໄກການຮ່ວມມືລະຫວ່າງອົງການສຶບສວນ-ສວບສວນ, ຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ເພື່ອໃຫ້ສາມາດ ມີຂໍ້ມູນ ແລະ ເຂົ້າເຖິງແຫລ່ງຂໍ້ມູນຂອງບັນດາພາກສ່ວນຕ່າງໆນຳໄປເຖິງການດຳເນີນຄະດີອາສະຍາກຳທີ່ເປັນຄວາມຜິດຕົ້ນຂອງການຟອກເງິນໃຫ້ມີປະສິດທິຜົນຍິ່ງຂື້ນ ພ້ອມກັບການສ້າງເຄື່ອຂ່າຍການຮ່ວມມືລະຫວ່າງອົງກອນທີ່ກ່ຽວຂ້ອງໃຫ້ກວ້າງອອກ, ນອກຈາກນີ້ຍັງສືບຕໍ່ໃນການສ້າງຄວາມສາມາດໃນລວງເລິກໃຫ້ກັບເຈົ້າໜ້າທີ່ກ່ຽວຂ້ອງກ່ຽວກັບວຽກຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ. ກອງປະຊຸມໄດ້ຮັບຮອງເອົາແຜນວຽກການຕ້ານການຟອກເງິນ ແລະ ສະໜອງທືນແກ່ການກໍ່ການຮ້າຍຂອງ ສປປ ລາວ ປະຈຳປີ 2019 ແມ່ນການກະກຽມຮອບດ້ານ ເພື່ອຣັບຮອງການປະເມີນຮ່ວມຮອບທີ່2(ME) ຂອງ ສປປ ລາວ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນແກ່ການກໍ່ການຮ້າຍ 2020-2021ໂດຍ ກຸ່ມອາຊີປາຊີຟິກ (APG).


ກອງປະຊຸມເຜີຍແຜ່ເຕັກນິກການລາຍງານທຸລະກຳທີ່ໜ້າສົງໄສ(STR)ແລະທຸລະກຳເງິນສົດທີ່ມີມູນຄ່າເກີນກຳນົດ CTR Online

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານແຫ່ງ ສປປ ລາວ ໄດ້ມີການຈັດກອງປະຊຸມເຜີຍແຜ່ເຕັກນິກການລາຍງານທຸລະກຳທີ່ໜ້າສົງໄສ(STR)ແລະທຸລະກຳເງິນສົດທີ່ມີມູນຄ່າເກີນກຳນົດCTR Onlineສຳລັບຫົວໜ່ວຍທີ່ມີໜ້າທີ່ລາຍງານໃນວັນທີ 18 ທັນວາ 2018 ທີ່ສະຖາບັນການທະນາຄານ,ຊຶ່ງການເປັນປະທານໂດຍ ທ່ານ ຈິນດາໄມ ວິໄລຫົງສ໌ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ.ການປະຊຸມຄັ້ງນີ້ແມ່ນເປັນການເຜີຍແຜ່ຄູ່ມືແລະ ຝຶກອົບຮົມການລາຍງານSTRແລະ CTR ຕາມແບບພິມລາຍງານໃໝ່ ໃຫ້ບັນດາທະນາຄານທຸລະກິດຈຳນວນ42 ແຫ່ງ,ຈຸດປະສົງເພື່ອເປັນການສ້າງຄວາມເຂົ້າໃຈຕໍ່ກັບລະບົບການລາຍງານ STRແລະ CTROnlineທີ່ທາງ ສຕຟງ ໄດ້ພັດທະນາຂຶ້ນມາໃໝ່ (ແບບພິມໃໝ່)ເພື່ອເຮັດໃຫ້ການລາຍງານມີຄວາມສະດວກ, ປອດໄພ ແລະວ່ອງໄວທັນຕໍ່ກັບສະພາບການຫຼາຍຂຶ້ນ. ນອກຈາກນີ້, ສຕຟງ ຍັງຈະສືບຕໍ່ເຜີຍແຜ່ໃຫ່ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານອື່ນຕໍ່ໄປ.


ກອງປະຊຸມໜ່ວຍງານວິຊາການເພື່ອປະສານງານ ກ່ຽວກັບວຽກງານການຕ້ານການຟອກເງິນ (AML Working Group)

ໃນວັນທີ 13 ທັນວາ 2018, ເວລາ 8:00-11:40 ໂມງ, ທີ່ ໂຮງແຮມເມີກຽວ, ສຳນັກງານຂໍ້ມູນຕ້ານການຟອກເງິນໄດ້ຈັດກອງປະຊຸມໜ່ວຍງານວິຊາການເພື່ອປະສານງານ ກ່ຽວກັບການຕ້ານການຟອກເງິນ (AML Working Group) ພາຍໃຕ້ການເປັນປະທານຂອງທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ປຶກສາຫາລືກ່ຽວກັບການສ້າງນິຕິກຳ ທີ່ຜັນຂະຫຍາຍຈາກກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ປຶກສາຫາລືບັນຫາອື່ນໆປິ່ນອ້ອມວຽກງານ AML/CFT.


ຂະບວນການກິລາມິດຕະພາບ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ພົບກັບ ຄະນະສະເພາະກິດ ສືບສວນ - ສອບສວນ ເພື່ອຕ້ານການຟອກເງິນ.

ໃນວັນທີ 07 ທັນວາ 2018 ທີ່ຜ່ານມາ "ໄດ້ຈັດຂະບວນການກິລາມິດຕະພາບ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ພົບກັບ ຄະນະສະເພາະກິດ ສືບສວນ - ສອບສວນ ເພື່ອຕ້ານການຟອກເງິນ" ພ້ອມທັງເປັນການຮັດແໜ້ນຄວາມສາມາຄີຂອງທັງສອງຝ່າຍໃນການປະສານງານກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ວຽກງານອື່ນໆ.


ກອງປະຊຸມປຶກສາຫາລືກ່ຽວກັບການບັງຄັບໃຊ້ກົດໝາຍສັດປ່າລະຫວ່າງພາກພື້ນ ທີ່ ປະເທດ ເຄນຢາ.

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການບັງຄັບໃຊ້ກົດໝາຍສັດປ່າລະຫວ່າງພາກພື້ນ (Wildlife Inter – Regional Enforcement “WIRE” ) ໃນລະຫວ່າງວັນທີ 19 – 21 ພະຈິກ 2018 ທີ່ນະຄອນຫຼວງໄນໂຣບີ, ປະເທດເຄນຢ່າ. ຊຶ່ງຈັດຮ່ວມໂດຍກະຊວງທ່ອງທ່ຽວ ແລະ ສັດປ່າຂອງປະເທດ ເຄນຢ່າ ແລະ ຫ້ອງການອົງການ UNODC ປະຈຳພາກພື້ນອາຟຣິກາຕາເວັນອອກ. ຈຸດປະສົງຂອງກອງປະຊຸມດັ່ງກ່າວກໍ່ເພື່ອປັບປຸງຄວາມຮ່ວມມືລະຫວ່າງອາຟຣິກາ ແລະ ອາຊີໃນການສະກັດກັ້ນ, ການສືບສວນ - ສອບສວນ ແລະ ການສັ່ງຟ້ອງຄະດີອາຍາກ່ຽວກັບການຄ້າສັດປ່າ ໂດຍຜ່ານການລະບຸຕົວຊີ້ວັດຄວາມສ່ຽງ, ການສົ່ງເສີມການແລກປ່ຽນຂໍ້ມູນ ແລະ ການຈັດຕັ້ງປະຕິບັດທີ່ດີ, ການມີສ່ວນຮ່ວມໃນການຕອບສະໜອງຕໍ່ການບັງຄັບໃຊ້ກົດໝາຍເພີ່ມເຕີມກ່ຽວກັບການຄ້າສັດປ່າ. ເປົ້າໝາຍຜູ້ເຂົ້າຮ່ວມມີ ພາກສ່ວນໜ່ວຍງານຂໍ້ມູນຂ່າວກອງທາງດ້ານການເງິນ, ຕຳຫຼວດ, ພາສີ, ໄອຍະການ ແລະ ເຈົ້າໜ້າທີ່ສືບສວນ - ສອບສວນທາງດ້ານການເງິນ ທີ່ມາຈາກ 20 ກ່ວາປະເທດໃນອາຟຣິກາ ແລະ ອາຊີ ທີ່ເປັນປະເທດຕົ້ນທາງ, ທາງຜ່ານ ແລະ ປາຍທາງ ສຳລັບການຄ້າຜະລິດຕະພັນສັດປ່າທີ່ຜິດກົດໝາຍ.


ການແລກປ່ຽນບົດຮຽນ ລະຫວ່າງສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ສູນວິເຄາະຂ່າວກອງທາງດ້ານການເງິນ ຂອງ ສປ. ຈີນ ລະຫວ່າງວັນທີ 26 ພະຈິກ - 1 ທັນວາ 2018 ຢູ່ປະເທດ ສປ.ຈີນ.

ການແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດຂອງບົດບັນທຶກຊ່ວຍຈໍາ (Memorandum Of Understanding“MOU”)ທີ່ໄດ້ເຊັນຮ່ວມກັນໃນເດືອນ ກັນຍາ ປີ 2016 ທີ່ຜ່ານມາ ລະຫວ່າງ 2ອົງກອນ (ລວມມີ: ສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ສູນວິເຄາະຂ່າວກອງຂອງ ສປ. ຈີນ (China Anti-Money Laundering Monitoring and Analysis Center “CAMLMAC”) ແນໃສ່ເພື່ອເພີ່ມຂີດຄວາມສາມາດໃຫ້ແກ່ພະນັກງານ ຂອງ ສຕຟງ ໂດຍສະເພາະ ການຮັບ, ວິເຄາະທຸລະກໍາທີ່ສົງໄສວ່າເປັນການຟອກເງິນ ກໍ່ຄື ການປະຕິບັດສິດ ແລະ ໜ້າທີ່ຂອງໜ່ວຍງານຂ່າວກອງທາງການເງິນຂອງ ສປ. ຈີນ ລວມທັງບັນຫາການຄຸ້ມຄອງຕິດຕາມ, ກວດກາ ແລະ ການຈັດຕັ້ງປະຕິບັດຕົວຈິງຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ທັງສະຖາບັນການເງິນ ແລະ ສະຖາບັນທີ່ບໍ່ນອນໃນຂະແໜງການ ການເງິນ.


ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບ ສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ໃນວັນທີ 23 ພະຈິກ 2018, ທີ່ຫ້ອງປະຊຸມຊັ້ນ IV ທຫລ.

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານ ແຫ່ງ ສປປ ລາວ ແລະ ກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (Memorandum of Understanding “MOU”) ວ່າດ້ວຍການແລກປ່ຽນຂໍ້ມູນຊຶ່ງກັນ ແລະ ກັນ ຊຶ່ງໄດ້ຈັດຂື້ໃນວັນທີ 23 ພະຈິກ 2018 ທີ່ທະນາຄານແຫ່ງ ສປປ ລາວ ຊຶ່ງລົງນາມໂດຍທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ວົງເດືອນ ວົງສີຫາລາດ, ຫົວໜ້າກົມທີ່ດິນ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນສັກຂີພະຍານ ໂດຍທ່ານ ບຸນມີ ພຸດທະວົງ, ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ການ ທະນາຄານ ແຫ່ງ ສປປ ລາວ. ນອກຈາກນີ້, ຍັງປະກອບມີຕາງໜ້າບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານກ່ຽວຂ້ອງ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທະນາຄານ ແຫ່ງ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານອີກດ້ວຍ. ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເປັນການເພີ່ມທະວີການຮ່ວມມື ເພື່ອໃຫ້ສອງພາກສ່ວນໄດ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍຜ່ານການແລກປ່ຽນຂໍ້ມູນວຽກງານຂອງກົມທີ່ດິນ ເປັນຕົ້ນແມ່ນຂໍ້ມູນການຄຸ້ມຄອງ-ບໍລິການທີ່ດິນ, ການຂື້ນທະບຽນທີ່ດິນ ແລະ ອະສັງຫາລິມະຊັບ, ການໃຫ້ເຊົ່າ ຫຼື ສຳປະທານທີ່ດິນຂອງບຸນຄົນແລະ ຂໍ້ມູນອື່ນໆ ທີ່ຕິດພັນກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ຍັງແລກປ່ຽນຂໍ້ມູນຂ່າວກອງ ຂອງບຸກຄົນ ແລະ ນິຕິບຸກຄົນທີ່ສົງໄສວ່າເປັນການຟອກເງິນ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ລາຍຊື່ບຸກຄົນ ແລະ ນິຕິບຸກຄົນທີ່ຖືກຂື້ນບັນຊີ, ແລກປ່ຽນບົດຮຽນກ່ຽວກັບການນຳໃຊ້ລະບົບເຕັກໂນໂລຊີ ຂອງ ສຕຟງ ແລະ ອື່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ້ານສະກັດກັ້ນ ການຟອກເງິນ ກໍ່ຄືການຕິດຕາມກວດກາ ທີ່ດິນໃຫ້ມີປະສິທິພາບຍິ່ງຂື້ນ.


ການເຂົ້າຮ່ວມກອງປະຊຸມສຸດຍອດລະດັບພາກພື້ນ ເພື່ອຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນລະຫວ່າງວັນທີ 05 – 08 ພະຈິກ 2018 ທີ່ປະເທດໄທ.

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດລະດັບພາກພື້ນ ເພື່ອຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນລະຫວ່າງວັນທີ 05 – 08 ພະຈິກ 2018 ທີ່ປະເທດໄທ. ໂດຍຮ່ວມກັນຈັດຂຶ້ນໂດຍ ຄະນະຈັດກອງປະຊຸມສຸດຍອດລະດັບພາກພື້ນ ເພື່ອຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (CTF Summit)ເຊີ່ງລວມມີ ສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ ປະເທດໄທ(AMLO), ໜ່ວຍງານຂ່າວກອງທາງດ້ານການເງິນ ປະເທດອິນໂດເນເຊຍ (PPATK) ແລະ ໜ່ວຍງານຂ່າວກອງທາງດ້ານການເງິນ ປະເທດອົດສຕຣາລີ (AUSTRAC). ກອງປະຊຸມດັ່ງກ່າວແມ່ນມີຈຸດປະສົງ ເພື່ອນຳສະເໜີຜົນສຳເລັດໄລຍະຜ່ານມາ ແລະ ພັດທະນາວິທີແກ້ໄຂບັນຫາກ່ຽວກັບການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ການແລກປ່ຽນບົດຮຽນກ່ຽວກັບຄວາມສ່ຽງໃນພາກພື້ນຜ່ານຂະແໜງການເງິນ, ບັນຫາທາງດ້ານເຕັກໂນໂລຊີ, ບົດບາດຂອງ FIU ໃນການສະໜັບສະໜູນອົງການຈັດຕັ້ງປະຕິບັດກົດ ໝາຍລວມໄປເຖິງຄວາມສ່ຽງກ່ຽວກັບການກໍ່ການຮ້າຍ. ນອກຈາກນັ້ນໃນໂອກາດດັ່ງກ່າວສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ເຊັນ MOU ຮ່ວມກັບໜ່ວຍງານຂ່າວກອງທາງການເງິນ ຂອງປະເທດສິງກະໂປນຳອີກດ້ວຍ.


ພິທີມອບອຸປະກອນຄອມພິວເຕີ ໂດຍສະຖານທູດ ສ.ອາເມລິກາ ແລະ ອົງການສະຫະປະຊາຊາດເພື່ອບໍລິຫານໂຄງການໃຫ້ແກ່ສຳນັກງານຂໍ້ມູນຕ້ານການຟອກເງິນ.

ໃນວັນທີ 01 ພະຈິກ 2018 ເວລາ 10:00 ໂມງ ທີ່ສໍານັກງານຂໍ້ມູນຕ້ານການຟອກເງິນ, ໄດ້ຈັດພິທີມອບ - ຮັບອຸປະກອນເຕັກໂນໂລຊີລະຫວ່າງ ສະຖານທູດອາເມກາ ປະຈໍາ ສປປ ລາວ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ຊຶ່ງໃນພິທີດັ່ງກ່າວ ໄດ້ຮັບກຽດຕ້ອນຮັບ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ແລະ ທ່ານ ນາງ Ekaterina Koposhilko ຈາກອົງການ ສະຫະປະຊາຊາດ ເພື່ອບໍລິຫານໂຄງການ (UNOPS) ແລະ ທ່ານ ນາງແພງສີ ແພງເມືອງ ຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ.ການຊ່ວຍເຫຼືອດັ່ງກ່າວປະກອບດ້ວຍ: ຄອມພິວເຕີ, ຄອມພິວເຕີພົກພາ ແລະ ເຄື່ອງພິ້ນເຕີ ແນໃສ່ຍົກລະດັບຄວາມສາມາດດ້ານໄອທີຂອງ ສຕຟງ ແລະ ຮັບໃຊ້ເຂົ້າໃນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການຮ້າຍຂອງ ສປປ ລາວ.ໂຄງການດັ່ງກ່າວກໍາລັງຈັດຕັ້ງປະຕິບັດໂດຍ UNOPS ເຊິ່ງສະໜັບສະໜູນພະນັກງານວິຊາການຂອງ ສຕຟງ ໃຫ້ໄປຝຶກອົບຮົມຢູ່ຕ່າງປະເທດ, ສະໜັບສະໜູນດ້ານກົດໝາຍໃຫ້ການຮ່າງບັນດາດໍາລັດ ແລະ ກົດລະບຽບ ແລະ ການໃຫ້ຄໍາປຶກສາດ້ານໄອທີ ໃຫ້ແກ່ສໍານັກງານຂໍ້ມູນຕ້ານການຟອກເງິນ.


"ການຈັດຝຶກອົບຮົມໃນຫົວຂໍ້: ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການຮ້າຍ (AML/CFT ) ເຂົ້າໃນຂະບວນການສືບສວນ - ສອບສວນ ຄະດີການກະທໍາຜິດຕົ້ນ ທີ່ຕິດພັນກັບສະຖານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ ແຂວງ ໄຊຍະບູລີ "

ສໍານັກງານຂໍ້ມູນຕ້ານການຟອກເງິນ ຊຶ່ງເປັນກອງເລຂາໃຫ້ແກ່ ຄະນະກໍາມະການແຫ່ງຊາດດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ຮ່ວມມືກັບອົງການຕຸລາການ ແລະ ອົງການສືບສວນ - ສອບສວນ (ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ອົງການກວດກາລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ,ສານປະຊາຊົນສູງສຸດ ແລະ ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ) ໄດ້ຈັດຝຶກອົບຮົມໃນຫົວຂໍ້: ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການຮ້າຍ (AML/CFT ) ເຂົ້າໃນຂະບວນການສືບສວນ - ສອບສວນ ຄະດີການກະທໍາຜິດຕົ້ນ ທີ່ຕິດພັນກັບສະຖານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ເຈົ້າໜ້າທີ່ ສືບສວນ - ສອບສວນ ໃນຂອບເຂດທົ່ວປະເທດ ໃນວັນທີ່ 19 ຕຸລາ 2018 ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ, ໂດຍມີຜູ້ເຂົ້າຮ່ວມທັງໝົດ 48 ທ່ານ ຕາງໜ້າຈາກອົງການຕຸລາການ ແລະ ອົງການສືບສວນ - ສອບສວນພາຍໃນແຂວງ ໄຊຍະບູລີ.


"ການຈັດຝຶກອົບຮົມໃນຫົວຂໍ້: ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການຮ້າຍ (AML/CFT ) ເຂົ້າໃນຂະບວນການສືບສວນ - ສອບສວນ ຄະດີການກະທໍາຜິດຕົ້ນ ທີ່ຕິດພັນກັບສະຖານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ ແຂວງ ຫຼວງພະບາງ "

ສໍານັກງານຂໍ້ມູນຕ້ານການຟອກເງິນ ຊຶ່ງເປັນກອງເລຂາໃຫ້ແກ່ ຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ຮ່ວມມືກັບອົງການຕຸລາການ ແລະ ອົງການສືບສວນ - ສອບສວນ (ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ອົງການກວດກາລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ,ສານປະຊາຊົນສູງສຸດ ແລະ ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ) ໄດ້ຈັດຝຶກອົບຮົມໃນຫົວຂໍ້: ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການຮ້າຍ (AML/CFT ) ເຂົ້າໃນຂະບວນການສືບສວນ - ສອບສວນ ຄະດີການກະທໍາຜິດຕົ້ນ ທີ່ຕິດພັນກັບສະຖານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ເຈົ້າໜ້າທີ່ ສືບສວນ - ສອບສວນ ໃນຂອບເຂດທົ່ວປະເທດ ໃນວັນທີ່ 16 ຕຸລາ 2018 ທີ່ຫ້ອງປະຊຸມ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຫຼວງພະບາງ, ໂດຍມີຜູ້ເຂົ້າຮ່ວມທັງໝົດ 38 ທ່ານ ຕາງໜ້າຈາກອົງການຕຸລາການ ແລະ ອົງການສືບສວນ - ສອບສວນພາຍໃນແຂວງ ຫຼວງພະບາງ.


ໃນວັນທີ 12 ຕຸລາ 2018 ທີ່ຜ່ານມາ ສຳນັກງານຂໍ້ມູນຕ້ານການຟອກເງິນ "ໄດ້ຈັດຂະບວນການກິລາມິດຕະພາບບານເຕະຊາຍ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ພົບກັບ ກົມປ້ອງກັນພາຍໃນ, ກະຊວງປ້ອງກັນປະເທດ".

ໃນວັນທີ 12 ຕຸລາ 2018 ທີ່ຜ່ານມາ ສຳນັກງານຂໍ້ມູນຕ້ານການຟອກເງິນ "ໄດ້ຈັດຂະບວນການກິລາມິດຕະພາບບານເຕະຊາຍ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ພົບກັບ ກົມປ້ອງກັນພາຍໃນ, ກະຊວງປ້ອງກັນປະເທດ" ເພື່ອເປັນການສ້າງຂະບວນການຊົມເຊີຍວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ, ວັນສ້າງຕັ້ງກອງທັບປະຊາຊົນຄົບຮອບ 70 ປີ ແລະ ວັນສ້າງຕັ້ງກົມປ້ອງກັນພາຍໃນກອງທັບຄົບຮອບ 54 ປີ ພ້ອມທັງເປັນການຮັດແໜ້ນຄວາມສາມາຄີຂອງທັງສອງຝ່າຍໃນການປະສານງານກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ວຽກງານອື່ນໆ.


ການໄປຖອດຖອນບົດຮຽນກ່ຽວກັບລະບົບໄອທີທີ່ໃຊ້ໃນວຽກງານ AML/CFT.

ໃນລະຫວ່າງວັນທີ 18 – 22 ກັນຍາ 2018 ທີ່ນະຄອນຫຼວງພະນົມເປັນ ປະເທດກໍຳປູເຈຍ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ໄປຢ້ຽມຢາມ ແລະ ຖອດຖອນບົດຮຽນກັບໜ່ວຍຂ່າວກອງທາງດ້ານການເງິນຂອງປະເທດກຳປູເຈຍ (The Cambodia of Financial Intelligence Unit -CAFIU) ທາງດ້ານການພັດທະນາລະບົບຂໍ້ມູນຂ່າວສານທີ່ທັນສະໄໝຊ່ວຍໃນວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍເປັນຕົ້ນແມ່ນ ລະບົບພື້ນຖານໂຄງລ່າງທາງດ້ານໄອທີ, ລະບົບໃນການຊ່ວຍວິເຄາະຂ່າວກອງ ແລະ ອື່ນໆ ເພື່ອສາມາດຕອບສະໜອງໄດ້ຕາມມາດຕະຖານສາກົນ.


ການຝຶກອົບຮົມໃນຫົວຂໍ້ “ການປັບປຸງຄຸນນະພາບຂອງລະບົບການຈັດຕັ້ງປະຕິບັດວຽກງານ AML/CFT ແຫ່ງຊາດໃຫ້ແກ່ເຈົ້າໜ້າທີ່ຈາກ ສປປ ລາວ” ຊຶ່ງຈັດຂຶ້ນໃນວັນທີ 28-30 ສິງຫາ 2018 ທີ່ນະຄອນຫຼວງມົດສະກູ, ສະຫະພັນຣັດເຊຍ.

ອົງການຄຸ້ມຄອງການເງິນ ເເຫ່ງສະຫະພັນຣັດເຊຍ (Rosfinmonitoring) ແລະ ສູນເຕັກນິກ ແລະ ການຈັດຝຶກອົບຮົມສາກົນ ຂອງອົງການທີ່ບໍ່ຫວັງຜົນກຳໄລເອກະລາດ ໃນການກວດສອບທາງດ້ານການເງິນ (ITMCFM) ຂອງສະຫະພັນ ຣັດເຊຍ ໄດ້ຈັດຫຼັກສູດຝຶກອົບຮົມ ໃນຫົວຂໍ້ “ການປັບປຸງຄຸນນະພາບຂອງລະບົບການຈັດຕັ້ງປະຕິບັດວຽກງານ AML/CFT ແຫ່ງຊາດໃຫ້ແກ່ເຈົ້າໜ້າທີ່ຈາກ ສປປ ລາວ” ຊຶ່ງຈັດຂຶ້ນໃນວັນທີ 28-30 ສິງຫາ 2018 ທີ່ນະຄອນຫຼວງມົດສະກູ, ສະຫະພັນຣັດເຊຍ. ໂດຍມີເຈົ້າໜ້າທີ່ຕາງໜ້າຈາກສໍານັກງານຂໍ້ມູນຕ້ານການຟອກເງິນ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ເຂົ້າຮ່ວມ ຈໍານວນ 07 ທ່ານ. ຈຸດປະສົງ ເພື່ອເປັນການແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານ AML/CFT ລະຫວ່າງໜ່ວຍງານຂໍ້ມູນຂ່າວກອງທາງດ້ານການເງິນຂອງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃນຂົງເຂດວຽກງານການສືບສວນ-ສອບສວນທາງດ້ານການເງິນ, ກິດຈະກໍາການຄົ້ນຄວ້າທາງດ້ານການວິເຄາະ ແລະ ການຄຸ້ມຄອງການນໍາເຂົ້າແຫຼ່ງທຶນ, ພ້ອມທັງປຶກສາຫາລືກ່ຽວກັບເປົ້າໝາຍໃນການພັດທະນາສາຍສໍາພັນຂອງທັງສອງຝ່າຍ ໂດຍສະເພາະການແລກປ່ຽນບົດຮຽນ ແລະ ປະສົບການທີ່ດີໃນການຈັດຕັ້ງປະຕິບັດວຽກງານ AML/CFT ແຫ່ງຊາດ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ.


ຝຶກອົບຮົມໃນຫົວຂໍ້ “ການວິເຄາະ ແລະ ການສືບສວນ-ສອບສວນ ທາງດ້ານການເງິນ” ຂຶ້ນໃນລະຫວ່າງວັນທີ 30 - 31 ສິງຫາ 2018 ທີ່ ນະຄອນຫຼວງວຽງຈັນ.

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ (ປປງ) ແຫ່ງປະເທດໄທໄດ້ຈັດການຝຶກອົບຮົມ ໃນຫົວຂໍ້ “ການວິເຄາະ ແລະ ການສືບສວນ-ສອບສວນ ທາງດ້ານການເງິນ” ຂຶ້ນໃນລະຫວ່າງວັນທີ 30 - 31 ສິງຫາ 2018 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຂັນທະລີ ວົງໄຊຍະລາດ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ພິລະທອນ ວິມົນໂລຫະການ (MR. PEERATHORN VIMOLLOHAKARN) ຜູ້ອຳນວຍການກອງກົດໝາຍສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ (ປປງ) ແຫ່ງປະເທດໄທ; ໂດຍມີ ຊ່ຽວຊານ ພ້ອມດ້ວຍຄະນະຈາກສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ (ປປງ) ແຫ່ງປະເທດໄທ, ຄະນະພະແນກ ແລະ ພະນັກງານວິຊາການຈາກ ສຕຟງ ເຂົ້າຮ່ວມ.


ການເຂົ້າຮ່ວມກອງປະຊຸມກ່ຽວກັບການຕ້ານການສະໜອງທຶນໃຫ້ແກ່ການແຜ່ຂະຫຍາຍອາວຸດທີ່ມີອານຸພາບທໍາລາຍລ້າງສູງ ໃນລະດັບພາກພື້ນ (RUSI Regional Conference on Countering Proliferation Finance) ຢູ່ທີ່ເມືອງ ກົວລາລໍາເປີ ປະເທດ ມາເລເຊຍ ໃນລະຫວ່າງວັນທີ 27-31 ສິງຫາ 2018.

ສະຖາບັນເພື່ອການຄົ້ນຄວ້າວິໄຈກ່ຽວກັບການປ້ອງກັນ ແລະ ການຮັກສາ ຄວາມປອດໄພ (Royal United Services Institute for Defence and Security Studies “RUSI”) ປະເທດອັງກິດ ໄດ້ຈັດກອງປະຊຸມ ໃນຫົວຂໍ້ “ຕ້ານການສະໜອງທຶນໃຫ້ແກ່ການແຜ່ຂະຫຍາຍອາວຸດທີ່ມີອານຸພາບທໍາລາຍລ້າງສູງ ໃນລະດັບພາກພື້ນ” ຂຶ້ນໃນລະຫວ່າງວັນທີ 27-31 ສິງຫາ 2018 ໂດຍມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ ລວມທັງ ຜູ້ແທນຈາກ ສປປ ລາວ (ຫົວໜ້າ ສຕຟງ, ຮອງຫົວໜ້າກົມປ້ອງກັນພາຍໃນ ກະຊວງ ປກຊ ແລະ ກົມວິທະຍາສາດ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ແລະ ຈາກບັນດາປະເທດໃນພູມມິພາກອາຊີປາຊິຟິກ ທີ່ເຂົ້າຮ່ວມຕົວຈິງ ປະກອບມີ ປະເທດ: ມາເລເຊຍ, ສິງກະໂປ, ອິນໂດເນເຊຍ, ຟິລິປິນ, ກໍາປູເຈ້ຍ ແລະ ໄທ ເຂົ້າຮ່ວມ.ທັງນີ້ກອງປະຊຸມດັ່ງກ່າວ ກໍ່ເພື່ອນໍາສະເໜີມາດຖານສາກົນ ກ່ຽວກັບການຕ້ານ ແຜ່ຂະຫຍາຍອາວຸດ ທີ່ມີອານຸ ພາບທໍາລາຍລ້າງສູງ ແລະ ການສະໜອງທຶນໃຫ້ແກ່ການກະທໍາດັ່ງກ່າວ (Countering Proliferation Finance) ໂດຍການນໍາສະເໜີ ການວິເຄາະຄວາມສ່ຽງຕໍ່ບັນຫາດັ່ງກ່າວ ໃນລະດັບພາກພື້ນອາຊີອາຊິຟິກ ຊຶ່ງໄດ້ເນັ້ນໃສ່ ການລະດົມຄໍາເຫັນກ່ຽວກັບແນວທາງປະຕິບັດ ເພື່ອປ້ອງກັນບໍ່ໃຫ້ມີ ການໄຫລວຽນຂອງເງິນທຶນທີ່ຜິດກົດໝາຍ ທີ່ຕິດພັນກັບໂຄງການແຜ່ຂະຫຍາຍອາວຸດທີ່ມີອານຸພາບທໍາລາຍລ້າງສູງ ແລະ ການລະກໍານົດຄວາມເປັນໄປໄດ້ ກ່ຽວກັບວິທີການເພີ່ມການຮ່ວມມືສາກົນ ລະຫວ່າງກັນຂອງບັນດາປະເທດ ໃນລະພູມມີພາກອາຊີປາຊິຟິກ.


ກອງປະຊຸມສໍາມະນາ “ສະຫຼຸບບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ”(National Money Laundering and Terrorist Financing Risk Assessment “NRA”) ລະຫວ່າງວັນທີ 21-23 ສິງຫາ 2018 ທີ່ໂຮງແຮມດອນຈັນພາເລດຊ, ນະຄອນຫຼວງວຽງຈັນ.

ຄະນະສະເພາະກິດເພື່ອການປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຮ່ວມກັບ ທະນາຄານໂລກ ໄດ້ຈັດກອງປະຊຸມສໍາມະນາ“ສະຫຼຸບບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ”(National Money Laundering and Terrorist Financing Risk Assessment “NRA”) ລະຫວ່າງວັນທີ 21-23 ສິງຫາ 2018 ທີ່ໂຮງແຮມດອນຈັນພາເລດຊ, ນະຄອນຫຼວງວຽງຈັນໂດຍການເປັນປະທານຮ່ວມ ຂອງ ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງປະທານ ຄຕຟງ, ຫົວໜ້າຄະນະສະເພາະກິດ ຊີ້ນໍາລວມກ່ຽວກັບວຽກງານNRAແລະ ທ່ານ ນິໂກລາ ປອນຕາຣາ (Nicola Pontara) ຫົວໜ້າທະນາຄານໂລກ ປະຈຳ ສປປ ລາວ ແລະ ມີສະມາຊິກຄະນະຊີ້ນໍາລວມວຽກງານ NRA, ຄະນະຊ່ຽວຊານຈາກທະນາຄານໂລກ ແລະ ຄະນະອະນຸກຳມະການ ປະເມີນຄວາມສ່ຽງລະດັບຊາດ ແລະ ວິຊາການຕາງໜ້າຈາກພາກສ່ວນກ່ຽວຂ້ອງກໍໄດ້ເຂົ້າຮ່ວມ ຈໍານວນ 100 ກວ່າທ່ານ.


ກອງປະຊຸມແບບຊ່ອງໜ້າຂອງກຸ່ມທີ່ປຶກສາທາງດ້ານຂໍ້ມູນຂ່າວກອງທາງການເງິນ ລະຫວ່າງວັນທີ 04 – 09 ສິງຫາ 2018 ທີ່ປະເທດ ບຣູໄນ ດາຣູສາລາມ.

ກອງປະຊຸມແບບຊ່ອງໜ້າຂອງກຸ່ມທີ່ປຶກສາທາງດ້ານຂໍ້ມູນຂ່າວກອງທາງດ້ານການເງິນຄັ້ງນີ້ ແມ່ນຖືກຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບວຽກງານທີ່ປິ່ນອ້ອມການຕ້ານ ແລະ ສະກັດກັ້ນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງກຸ່ມດັ່ງກ່າວ ໂດຍສະເພາະແມ່ນ 10 ປະເທດອາຊຽນ, ອົດສະຕາລີ ແລະ ນິວຊີແລນ.


ຝຶກອົບຮົມໃນຫົວຂໍ້ “ເຕັກນິກການສືບສວນ-ສອບສວນ ການສັ່ງຟ້ອງຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ” ຂຶ້ນລະຫວ່າງວັນທີ 13-15 ມິຖຸນາ 2018 ທີ່ ແຂວງຫຼວງພະບາງ

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານ ແຫ່ງ ສປປ ລາວ ຮ່ວມກັບ ສະຖານທູດ ສ.ອາເມລິກາ ປະຈໍາ ສປປ ລາວ ແລະ ສະຖາບັນການທະຫານ ສຳລັບການສຶກສາກົດໝາຍສາກົນ ໄດ້ຈັດການຝຶກອົບຮົມໃນຫົວຂໍ້ “ເຕັກນິກການສືບສວນ-ສອບສວນ ການສັ່ງຟ້ອງຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ” ຂຶ້ນລະຫວ່າງວັນທີ 13-15 ມິຖຸນາ 2018 ທີ່ ແຂວງຫຼວງພະບາງ ຊຶ່ງການເປັນປະທານໂດຍ ທ່ານ ນາງແພງສີ ແພງເມືອງ ຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ໂດຍມີ ຫົວໜ້າສະຖາບັນການທະຫານ ສໍາລັບການສຶກສາກົດໝາຍສາກົນ ແລະ ຊ່ຽວຊານ ພ້ອມດ້ວຍທີມງານ ຈາກ ສະຖານທູດ ສ.ອາເມລິກາ ພ້ອມດ້ວຍ ບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ກອງປະຊຸມຄະນະສະເພາະກິດຊີ້ນໍາລວມ ເພື່ອປະເມີນຄວາມສ່ຽງລະດັບຊາດກ່ຽວກັບການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (NRA) ຄັ້ງທີ 2 ປະຈໍາປີ 2018

ໃນວັນທີ 30 ພຶດສະພາ 2018 ທີ່ຫ້ອງປະຊຸມຊັ້ນ 7 ຂອງກົມຄຸ້ມຄອງສະຖາບັນການເງິນ, ຕຶກຕະຫຼາດຫຼັກຊັບ ໄດ້ມີການຈັດກອງປະຊຸມຄະນະສະເພາະກິດຊີ້ນໍາລວມ ເພື່ອປະເມີນຄວາມສ່ຽງລະດັບຊາດກ່ຽວກັບການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (NRA) ຄັ້ງທີ 2 ປະຈໍາປີ 2018 ໂດຍການເປັນປະທານຂອງທ່ານ ພົຕ ກົງທອງ ພົງວິຈິດ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງປະທານ ຄຕຟງ, ຫົວໜ້າຄະນະສະເພາະກິດຊີ້ນໍາລວມການປະເມີນ NRA; ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີບັນດາຄະນະຊີ້ນຳລວມ NRA, ຫົວໜ້າຄະນະອານຸກໍາມະການ ແລະ ກອງເລຂາ NRA ເຂົ້າຮ່ວມທັງໝົດຈໍານວນ 32 ທ່ານ. ທັງນີ້ກໍ່ເພື່ອຕີລາຄາຜົນການຈັດຕັ້ງປະຕິບັດ ແລະ ແຜນການເຄື່ອນໄຫວວຽກງານໃນໄລຍະຕໍ່ໜ້າ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານປະເມີນຄວາມສ່ຽງລະດັບຊາດ ໃຫ້ສໍາເລັດຕາມແຜນທີ່ໄດ້ກໍານົດໄວ້.


ກອງປະຊຸມຄະນະ AML Working Group

ກອງປະຊຸມຄະນະ AML Working Group ຈັດຂຶ້ນວັນທີ 17 ມັງກອນ 2018 ທີ່ ທະນາຄານແຫ່ງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ນອກຈາກນີ້ຍັງມີແຂກຖືກເຊີນຈາກກະຊວງອ້ອມຂ້າງ ແລະ ພະນັກງານພາຍໃນ ສຕຟງ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ.


ກອງປະຊຸມຄະນະສະເພາະກິດເພື່ອປະເມີນຄວາມສ່ຽງລະດັບຊາດ NRA

ໃນວັນທີ 09 ມັງກອນ 2018 ທີ່ຫ້ອງປະຊຸມຊັ້ນ 4 ທະນາຄານແຫ່ງ ສປປ ລາວ ໄດ້ມີການຈັດກອງປະຊຸມຄະນະສະເພາະກິດເພື່ອປະເມີນຄວາມສ່ຽງລະດັບຊາດ ກ່ຽວກັບການຟອກເງີນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ໂດຍການເປັນປະທານຂອງທ່ານ ພົຕ ກົງທອງ ພົງວິຈິດ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງປະທານ ຄຕຟງ ພ້ອມດ້ວຍຄະນະຊີ້ນຳລວມວຽກງານປະເມີນຄວາມສ່ຽງລະດັບຊາດ, ຄະນະກົມ, ຄະນະພະແນກ ທີ່ມາຈາກທະນາຄານແຫ່ງ ສປປ ລາວ ແລະ ກະຊວງອ້ອມຂ້າງ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ທັງນີ້ກໍ່ເພື່ອລາຍງານຜົນການຈັດຕັ້ງປະຕິບັດວຽກງານປະເມີນຄວາມສ່ຽງລະດັບຊາດ ໄລຍະ 03 ເດືອນທີ່ຜ່ານມາ ພ້ອມທັງປືກສາຫາລື ແລະ ຂໍທິດຊີ້ນຳຈາກ ຄະນະຊີ້ນຳລວມ ກ່ຽວກັບຂໍ້ຄົງຄ້າງ ເພື່ອປັບປຸງ-ແກ້ໄຂ ແລະ ສືບຕໍ່ຈັດຕັ້ງປະຕິບັດແຜນການໃນຕໍ່ໜ້າ ໃຫ້ທັນຕາມກຳນົດໄລຍະເວລາ ແລະ ໃຫ້ໄດ້ຮັບຜົນສຳເລັດ.


ກອງປະຊຸມລົງເຜີຍແຜ່ກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ໃນວັນທີ 15 ພະຈິກ 2017 ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນການທະນາຄານ ໄດ້ມີການຈັດກອງປະຊຸມລົງເຜີຍແຜ່ກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳທີ່ຕິດພັນ, ໂດຍການເປັນປະທານຂອງທ່ານ ນາງ ຂັນທະລີ ວົງໄຊຍະລາດ, ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ພ້ອມດ້ວຍຄະນະພະແນກ ແລະ ວິຊາການ ສຕຟງ ນອກຈາກນັ້ນຍັງມີອາຈານ ແລະ ນັກຮຽນຈາກມະຫາວິທະຍາໄລແຫ່ງຊາດ ແລະ ຈາກສະຖາບັນການທະນາຄານ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ທັງນີ້ກໍ່ເພື່ອໃຫ້ບັນດາຄູອາຈານ ແລະ ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອທີ່ຈະເປັນຜູ້ນຳເອົາໄປຈັດຕັ້ງປະຕິບັດຄຽງຄູ່ກັບວຽກງານຂອງຕົນເອງໃນອານາຄົດໃຫ້ໄປໃນລວງດຽວກັນ ແລະ ໃຫ້ໄດ້ຮັບຜົນດີ.


ກອງປະຊຸມສໍາມະນາ ໃນຫົວຂໍ້ “ການຝຶກອົບຮົມຂັ້ນສູງ ກ່ຽວກັບເຕັກນິການສືບສວນ-ສອບສວນ ດ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ”

ໃນລະຫວ່າງວັນທີ 27 ພະຈິກ - 01 ທັນວາ 2017 ທີ່ໂຮງແຮມເສດຖາ ປາລາສ ໄດ້ມີການຈັດກອງປະຊຸມສໍາມະນາ ໃນຫົວຂໍ້ “ການຝຶກອົບຮົມຂັ້ນສູງ ກ່ຽວກັບເຕັກນິການສືບສວນ-ສອບສວນ ດ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ” ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຂັນທະລີ ວົງໄຊຍະລາດ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ ນາງ Lee-Anne Hermann ອຸປະທູດຈາກສະຖານທູດການາດາ ແລະ ທ່ານ ນາງ Erlend Audunson FALCH ຮັກສາການ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ພ້ອມດ້ວຍຄະນະກົມ, ຄະນະພະແນກ ທີ່ມາຈາກທະນາຄານແຫ່ງ ສປປ ລາວ ແລະ ກະຊວງອ້ອມຂ້າງ ເຂົ້າຮ່ວມໃນການຝຶກອົບຮົມດັ່ງກ່າວ


ກອງປະຊຸມລົງເຜີຍແຜ່ກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ໃນວັນທີີ 25 ຕຸລາ 2017 ທີ່ສະຖາບັນເສດຖະກິດການເງິນດົງຄຳຊ້າງ ໄດ້ມີການຈັດກອງປະຊຸມລົງເຜີຍແຜ່ກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳທີ່ຕິດພັນ, ໂດຍການເປັນປະທານຂອງທ່ານ ນາງ ຂັນທະລີ ວົງໄຊຍະລາດ, ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ພ້ອມດ້ວຍຄະນະພະແນກ ແລະ ວິຊາການ ສຕຟງ, ນອກຈາກນັ້ນ ຍັງມີອາຈານ ແລະ ນັກຮຽນຈາກສະຖາບັນການເສດທະກິດດົງຄຳຊ້າງເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ທັງນີ້ ກໍ່ເພື່ອໃຫ້ບັນດາຄູອາຈານ ແລະ ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອທີ່ຈະເປັນຜູ້ນຳເອົາໄປຈັດຕັ້ງປະຕິບັດຄຽງຄູ່ກັບວຽກງານຂອງຕົນເອງໃນອານາຄົດໃຫ້ໄປໃນລວງດຽວກັນ ແລະ ໃຫ້ໄດ້ຮັບຜົນດີ.


ກອງປະຊຸມລົງເຜີຍແຜ່ກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ໃນວັນທີ 04/10/2017 ທີ່ກະຊວງການເງິນ, ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ເຜີຍແຜ່ການຈັດຕັ້ງປະຕິບັດວຽກງານການປະເມີນຄວາມສ່ຽງແຫ່ງຊາດກ່ຽວກັບວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ບັນດາບໍລິສັດປະກັນໄພ ຢູ່ ສປປ ລາວ.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ)

ໃນວັນທີ 2 ຕຸລາ 2017 ທີ່ ທະນາຄານແຫ່ງ ສປປ ລາວ ໄດ້ມີການຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນຄັ້ງທີ III ປະຈຳປີ 2017 ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ປະທານ ຄຕຟງ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍ ຄະນະ ຄຕຟງ ນອກຈາກນັ້ນຍັງມີ ແຂກຖືກເຊີນຈາກກະຊວງອ້ອມຂ້າງ ແລະ ພະນັກງານພາຍໃນ ສຕຟງ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ.


ກອງປະຊຸມ ຄະນະສະເພາະກິດ ເພື່ອປະເມີນຄວາມສ່ຽງລະດັບຊາດ

ກອງປະຊຸມ ຄະນະສະເພາະກິດ ເພື່ອປະເມີນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃນວັນທີ 29 ກັນຍາ 2017 ທີ່ ທະນາຄານແຫ່ງ ສປປ ລາວ.


ການຈັດຝຶກອົມຮົບກ່ຽວກັບ ລະບົບຂໍ້ມູນຂ່າວສານທີ່ທັນສະໄໝກ່ຽວກັບວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ໃນວັນທີ 11-13 ກັນຍາ 2017, ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ຮ່ວມກັບ ສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນແຫ່ງປະເທດໄທ (ປປງ) ຈັດຝຶກອົບຮົມ ກ່ຽວກັບລະບົບຂໍ້ມູນຂ່າວສານທີ່ທັນສະໄໝໃນວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ພະນັກງານ ສຕຟງ ແລະ ພາກສ່ວນກ່ຽວຂ້ອງ.


ກອງປະຊຸມຄະນະ AML Working Group ຈັດຂຶ້ນວັນທີ 20 ກັນຍາ 2017 ທີ່ ທະນາຄານແຫ່ງ ສປປ ລາວ

ກອງປະຊຸມຄະນະ AML Working Group ຈັດຂຶ້ນວັນທີ 20 ກັນຍາ 2017 ທີ່ ທະນາຄານແຫ່ງ ສປປ ລາວ.


ກອງປະຊຸມເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດວຽກງານ AML/CFT

ກອງປະຊຸມເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດວຽກງານ AML/CFT ແລະ ນິຕິກຳທີ່ຕິດພັນໃຫ້ແກ່ ຮ້ານແລກປ່ຽນເງິນຕາຕ່າງປະເທດ ແລະ ວິສາຫະກິດກວດສອບ(ບໍລິສັດກວດສອບບັນຊີ) ຄັ້ງວັນທີ 01 ກັນຍາ 2017 ທີ່ ສະຖາບັນການທະນາຄານ ທຫລ..


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນຄັ້ງທີ II ປະຈຳປີ 2017

ໃນວັນທີ 11 ກໍລະກົດ 2017 ທີ່ ທະນາຄານແຫ່ງ ສປປ ລາວ ໄດ້ມີການຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນຄັ້ງທີ II ປະຈຳປີ 2017 ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ປະທານ ຄຕຟງ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍ ຄະນະ ຄຕຟງ ນອກຈາກນັ້ນຍັງມີ ແຂກຖືກເຊີນຈາກກະຊວງອ້ອມຂ້າງ ແລະ ພະນັກງານພາຍໃນ ສຕຟງ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ.


ສປປ ລາວ ອອກຈາກບັນຊີສີເທົາ

ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2017, ໃນວາລະກອງປະຊຸມຂອງ ICRG (ກອງປະຊຸມຄະນະທົບທວນບັນປະເທດທີ່ບໍ່ສາມາດປະຕີບັດຂໍ້ແນະນຳ FATF ແລະ ຖືກກຳນົດໃນບັນຊີຕິດຕາມ), ປະທານຮ່ວມຂອງກຸ່ມທົບທວນລະດັບພາກພື່ນອາຊີປາຊີຟິກ (Asia Pacific/ Regional Review Group “RRG”) ໄດ້ສະຫຼຸບໂດຍຫຍໍ້ກ່ຽວກັບຄວາມຄືບໜ້າຂອງປະເທດທີ່ຖືກຕິດຕາມໃນກຸ່ມ APG, ກອງປະຊຸມໄດ້ພິຈາລະນາໃຫ້ ສປປ ລາວ ທີ່ໄດ້ຮັບການກວດສອບຕົວຈິ່ງ (On-site Visit) ໃນເດືອນ ເມສາ 2017 ເຊີ່ງເຫັນວ່າ ສປປ ລາວ ສາມາດ ມີຄວາມຄືບໜ້າພຽງພໍໃນການແກ້ຂໍ້ບົກຜ່ອງຂອງຕົນຕາມແຜນການດໍາເນີນງານ (Action Plan) ແລະ ສອດຄ່ອງກັບຂໍ້ແນະນໍາຂອງ FATF ໂດຍສະເພາະ ແມ່ນພິຈາລະນາໃຫ້ ສປປ ລາວ ໃຫ້ ອອກຈາກບັນຊີເທົາ.


ກອງປະຊຸມ ລິເລີ່ມຂັ້ນຕອນການຈັດຕັ້ງປະຕິບັດການປະເມີນຄວາມສ່ຽງລະດັບຊາດ ດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ວັນທີ 4-7 ກໍລະກົດ 2017 ທີ່ໂຮງແຮມດອນຈັນ ພາເລດ, ໄດ້ມີການຈັດກອງປະຊຸມລິເລີ່ມຂັ້ນຕອນການຈັດຕັ້ງປະຕິບັດການປະເມີນຄວາມສ່ຽງລະດັບຊາດ ດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂຶ້ນ ຊື່ງໃຫ້ກຽດເປັນປະທານໂດຍ ທ່ານພົຕ ກົງທອງ ພົງວິຈິດຮອງປະທານ ຄຕຟງ,ຫົວໜ້າຄະນະຊີ້ນຳລວມ ການປະເມີນຄວາມສ່ຽງລະດັບຊາດ, ພ້ອມນີ້ ກໍຍັງມີທ່ານນາຍເຈວບາເລັດຊ່ຽວຊານຈາກທະນາຄານໂລກ ພ້ອມດ້ວຍຄະນະ, ຄະນະອະນຸກຳມະການ ປະເມີນຄວາມສ່ຽງລະດັບຊາດ ແລະ ວິຊາການຕາງໜ້າຈາກພາກສ່ວນກ່ຽວຂ້ອງກໍໄດ້ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ແມ່ນເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈກ່ຽວກັບການປະເມີນຄວາມສ່ຽງລະດັບຊາດໃນການສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດຕໍ່ກັບປ້ອງກັນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.


ກອງປະຊຸມ ຄະນະສະເພາະກິດ ເພື່ອປະເມີນຄວາມສ່ຽງລະດັບຊາດ

ກອງປະຊຸມ ຄະນະສະເພາະກິດ ເພື່ອປະເມີນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃນວັນທີ 2 ມິຖຸນາ 2017 ທີ່ ທະນາຄານແຫ່ງ ສປປ ລາວ.


ກອງປະຊຸມ ຜ່ານລະບົບອິນເຕີເນັດ (Video Conference) ກັບທະນາຄານໂລກ

ກອງປະຊຸມ ຜ່ານລະບົບອິນເຕີເນັດ (Video Conference) ກັບທະນາຄານໂລກ ປະຈຳຢູ່ວໍຊິງຕັນດີຊີ ກ່ຽວກັບຄວາມສຳຄັນ ແລະ ຄວາມຈຳເປັນ ໃນການປະເມີນຄວາມສ່ຽງລະດັບຊາດ, ຄັ້ງວັນທີ 17 ພຶດສະພາ 2017, ທີ່ຫ້ອງປະຊຸມທະນາຄານໂລກ.