ສຳນັກງານຂໍ້ມູນຕ້ານການຟອກເງິນ

    ສຳນັກງານຂໍ້ມູນຕ້ານການຟອກເງິນ ແມ່ນ ການຈັດຕັ້ງໜຶ່ງໃນກົງຈັກການຈັດຕັ້ງ ຂອງທະນາຄານ ແຫ່ງ ສປປ ລາວ ແລະ ມີຄວາມເປັນເອກະລາດທາງດ້ານການເຄື່ອນໄຫວວຽກງານວິຊາສະເພາະ.

    ສຳນັກງານຂໍ້ມູນຕ້ານການຟອກເງິນ ມີພາລະບົດບາດຕົ້ນຕໍ ໃນການເກັບກຳຂໍ້ມູນ, ວິເຄາະ, ເຜີຍແຜ່, ປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

    ສຳນັກງານຂໍ້ມູນຕ້ານການຟອກເງິນ ນຳໃຊ້ງົບປະມານຂອງທະນາຄານ ແຫ່ງ ສປປ ລາວ.

    ສໍານັກງານຂໍ້ມູນຕ້ານການຟອກເງິນປະກອບມີ 4 ພະແນກທີ່ເປັນເສນາທິການຊ່ວຍວຽກດັ່ງນີ້:

       1. ພະແນກບໍລິຫານ ແລະ ການເງິນ;

       2. ພະແນກວິເຄາະຂ່າວກອງ;

       3. ພະແນກຕິດຕາມ ແລະ ກວດກາ;

       4. ພະແນກນິຕິກຳ ແລະ ຮ່ວມມືສາກົນ.

ພາລະບົດບາດ

    ສໍານັກງານຂໍ້ມູນຕ້ານການຟອກເງິນຂຽນຫຍໍ້ວ່າ: “ສຕຟງ” ແລະ ຂຽນເປັນພາສາອັງກິດ Anti Money Laundering Intelligence Office ຂຽນຫຍໍ້ວ່າ: “AMLIO” ແມ່ນການຈັດຕັ້ງໜຶ່ງທີ່ມີຖານະທຽບເທົ່າກົມ ການເຄື່ອນໄຫວດ້ານວິຊາການແມ່ນ ຢູ່ພາຍໃຕ້ການຊີ້ນຳ-ນຳພາໂດຍກົງຂອງຄະນະກໍາມະການແຫ່ງຊາດເພື່ອຕ້ານ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ແລະ ໄດ້ຮັບການຊີ້ນຳ-ນໍາພາ ດ້ານການເມືອງແນວຄິດ ແລະ ງົບປະມານຈາກທະນາຄານແຫ່ງ ສປປ ລາວ.
    ສໍານັກງານຂໍ້ມູນຕ້ານການຟອກເງິນ ມີພາລະບົດບາດເປັນເສນາທິການ ແລະ ຊ່ວຍວຽກໃຫ້ແກ່ ຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນການຈັດຕັ້ງປະຕິບັດການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສອດຄ່ອງກັບລະບຽບກົດໝາຍ ແລະ ມາດຕະຖານສາກົນ.

ໂຄງຮ່າງການຈັດຕັ້ງ.

ປະຫວັດຄວາມເປັນມາ

    ປີ 2004 ທະນາຄານແຫ່ງ ສປປ ລາວ ໄດ້ແຕ່ງຕັ້ງຄະນະກໍາມະການສະເພາະກິດ ເພື່ອຮັບຜິດຊອບວຽກງານຕ້ານການຟອກເງິນ ໂດຍມີຜູ້ຕາງໜ້າຈາກບັນດາກົມພາຍໃນ ທຫລ ຄື: ກົມຄຸ້ມຄອງທະນາຄານທຸລະກິດ, ກົມກວດກາ, ກົມເງິນຕາຕ່າງປະເທດ, ກົມບໍລິການ ແລະ ຫ້ອງການ. ຫຼັງຈາກນັ້ນ ໃນປີ 2006 ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກດໍາລັດວ່າດ້ວຍການຕ້ານການຟອກເງິນ ສະບັບເລກທີ 55/ນຍ, ລົງວັນທີ 27 ມີນາ 2006. ພ້ອມດຽວກັນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດໍາລັດດັ່ງກ່າວ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ກໍໄດ້ສ້າງຕັ້ງໜ່ວຍງານຂໍ້ມູນຕ້ານການຟອກເງິນ ຕາມຂໍ້ຕົກລົງ ສະບັບເລກທີ 229/ທຫລ, ລົງວັນທີ 14 ພຶດສະພາ 2007 ແລະ ອອກຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການເຮັດວຽກຕ້ານການຟອກເງິນ (AML W-G) ຂຶ້ນໃນປີ 2008, ຊຶ່ງມີຜູ້ຕາງໜ້າຈາກ 14 ກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢູ່ໃນຄະນະດັ່ງກ່າວ.

ການເຂົ້າເປັນສະມາຊິກຂອງກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ (Asia/Pacific Group on Money Laundering "APG"):

    ກ່ອນການສະໝັກເຂົ້າເປັນສະມາຊິກ APG ສປປ ລາວ ເປັນປະເທດສັງເກດການເປັນເວລາ 2 ປີ, ຫຼັງຈາກທີ່ເປັນປະເທດສັງເກດການແລ້ວ ສປປ ລາວ ແມ່ນມີພັນທະຕ້ອງໄດ້ສະໝັກເຂົ້າເປັນສະມາຊິກຂອງກຸ່ມ APG, ຊຶ່ງ ສປປ ລາວ ກໍ່ໄດ້ຍື່ນໜັງສື ເພື່ອສະໝັກເຂົ້າເປັນສະມາຊິກຂອງກຸ່ມ APG ໃນກອງປະຊຸມປະຈໍາປີ 2007 ຢູ່ທີ່ເມືອງ Perth, ປະເທດ ອົດສະຕຣາລີ (Australia) ແລະ ກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາ ສປປ ລາວ ເປັນສະມາຊິກອັນດັບທີ 36 ແລະ ພັນທະຂອງບັນດາປະເທດສະມາຊິກແມ່ນຕ້ອງປະຕິບັດດັ່ງລຸ່ມນີ້:

      1. ຕ້ອງໄດ້ປະຕິບັດຕາມຂໍ້ແນະນໍາ 40+9 ຂອງ FATF ວາງອອກ;

      2. ຕ້ອງໄດ້ຖືກຮັບການປະເມີນຜົນ ເປັນແຕ່ລະໄລຍະ;

      3. ເຂົ້າຮ່ວມກອງປະຊຸມປະຈໍາປີຂອງກຸ່ມ APG;

      4. ເສຍຄ່າທໍານຽມປະຈໍາປີ.

ການປະເມີນຜົນຂອງກຸ່ມ APG ຕໍ່ ສປປ ລາວ:

   ໄຕມາດ III ຂອງປີ 2010 ທີມງານປະເມີນຜົນຂອງກຸ່ມ APG ໄດ້ເດີນທາງມາປະເມີນ ສປປ ລາວ ໂດຍອີງໃສ່ຂໍ້ແນະນໍາ 40+9 ຂອງ FATF ໂດຍສະເພາະ 16 ຂໍ້ແນະນໍາຕົ້ນຕໍ ແລະ ສໍາຄັນ, ຊຶ່ງການປະເມີນດັ່ງກ່າວ ແມ່ນປະເມີນຜົນຕາມບົດລາຍງານການປະເມີນ ຜົນ (Mutual Evaluation Report) ທີ່ ສປປ ລາວ ໄດ້ຕອບສະໜອງໃຫ້ກອງເລຂາກຸ່ມ APG ແລະ ບົດລາຍງານດັ່ງກ່າວໄດ້ຖືກຮັບ ຮອງໃນກອງປະຊຸມປະຈຳປີຂອງກຸ່ມ APG ໃນເດືອນກໍລະກົດ ປີ 2011 ແລະ ຊີ້ໃຫ້ເຫັນວ່າ ສປປ ລາວ ຍັງບໍ່ສາມາດປະຕິບັດພັນທະ ທັງໝົດຂອງສາກົນ ຈຶ່ງໄດ້ໃຫ້ ສປປ ລາວ ຕົກຢູ່ໃນປະເທດຕິດຕາມແບບເພີ່ມທະວີ (Enhance Follow up).

   ຕໍ່ກັບຜົນຂອງການປະເມີນດັ່ງກ່າວ, ກຸ່ມ APG ໄດ້ໃຫ້ທັດສະນະວ່າ ດຳລັດວ່າດ້ວຍການຕ້ານການຟອກເງິນ ຍັງບໍ່ທັນເປັນບ່ອນອີງ ທີ່ໜັກແໜ້ນ ແລະ ພຽງພໍໃນການຈັດຕັ້ງປະຕິບັດວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຍັງບໍ່ຫຍັບເຂົ້າໃກ້ມາດຖານສາກົນ. ດັ່ງນັ້ນ, ສປປ ລາວ ຈຶ່ງໄດ້ສ້າງກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈົນມາເຖິງ ປີ 2014 ສະພາແຫ່ງຊາດ ຈຶ່ງໄດ້ຮັບຮອງກົດໝາຍດັ່ງກ່າວ ສະບັບເລກທີ 50/ສພຊ ລົງວັນທີ 21 ກໍລະກົດ 2014. ພ້ອມດຽວກັນ ເພື່ອເປັນການຜັນຂະຍາຍກົດໝາຍດັ່ງກ່າວ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ອອກດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 364/ນຍ ລົງວັນທີ 13 ຕຸລາ 2014 ແລະ ປະທານ ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ກໍ່ໄດ້ອອກຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສຳນັກງານຂໍ້ມູນຕ້ານການຟອກເງິນ ສະບັບເລກທີ 08/ຄຕຟງ ລົງວັນທີ 19 ພຶດສະພາ 2015.

ການຮ່ວມມືພາຍໃນ ແລະ ສາກົນ

    ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ມີການຮ່ວມມື ແລະ ເຊັນບົດບັນທຶກຄວາມເຂົ້າໃຈກັບພາກສ່ວນທີ່ ກ່ຽວຂ້ອງ ເຊັ່ນ: ກົມກອງພາຍໃນ ທຫລ, ກະຊວງກ່ຽວຂ້ອງ ແລະ ໜ່ວຍງານຂ່າວກອງທາງດ້ານ ການເງິນປະເທດຕ່າງໆ ເພື່ອຈັດຕັ້ງປະຕິບັດວຽກງານການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

ການເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ສຕຟງ ແລະ ກົມກ້ອງກ່ຽວຂ້ອງ ພາຍໃນ ສປປ ລາວ:
1. ກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ ລາວ;
2. ກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ;
3. ກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ;
4. ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫລາດຫຼັກຊັບ, ທະນາຄານແຫ່ງ ສປປ ລາວ;
5. ກົມຕຳຫຼວດເສດຖະກິດ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ;
6. ກົມພາສີ, ກະຊວງການເງິນ;
7. ກົມກວດກາຕ້ານການສໍ້ລາດບັງຫຼວງ, ອົງການກວດກາລັດຖະບານ;
8. ກົມສວຍສາອາກອນ, ກະຊວງການເງິນ;
9. ກົມຕຳຫຼວດກວດຄົນເຂົ່າ-ອອກເມືອງ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ;
10. ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ;
11. ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ;
12. ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ;
13. ຫ້ອງການສານປະຊາຊົນສູງສຸດ, ສານປະຊາຊົນສູງສຸດ;
14. ບໍລິສັດລັດວິສາຫະກິດລາວໂທລະຄົມ, ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ;
15. ກົມຄຸ້ມຄອງລະບົບຊໍາລະສະສາງ, ທະນາຄານແຫ່ງ ສປປ ລາວ;
16. ກົມທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

ການເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ສຕຟງ ແລະ ໜ່ວຍງານຂ່າວກອງທາງດ້ານການເງິນປະເທດຕ່າງໆ:
1. The State Bank of Vietnam;
2. The Cambodia Financial Intelligence Unit "CAFIU";
3. The Korea Financial Intelligence Unit of the Republic of Korea "KoFIU";
4. The Anti Money Laundering Office (AMLO), The Kingdom of Thailand;
5. The Indonesian Financial Transaction Report and Analysis Centre "INTRAC";
6. Federal Financial Monitoring Service (Russian Federation);
7. China Anti-Money Laundering Monitoring and Analysis Center;
8. The Japan Financial Intelligence Center "JAFIC" of the National Public Safety Commission of Japan;
9. Financial Intelligence Unit of the Republic of the Union of Myanmar "MFIU";
10. Bangladesh Financial Intelligence Unit "BFIU";
11. Financial Intelligence Unit, Autoriti Monetari Brunei Daruaalam "Brunei FIU";
12. Anti-Money Laundering Council of the Republic of the Philippines "AMLC";
13. The Suspicious Transaction Reporting Office of Singapore (STRO);
14. Bank Negara Malaysia;
15. Financial Intelligence Unit-India;
16. The Australian Transaction Reports and Analysis Centre;
17. The Financial Intelligence Department, Royal Monetary Bhutan;
18. The financial Intelligence Department, Fiji;
19. The financial Intelligence Department, the democratic republic of Timor-Leste;
20. The financial Intelligence Department, Papua New.

ບົດສະຫຼຸບປະຈຳປີ.

ຢູ່ໃນຂັ້ນຕອນປັບປຸງ