ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ຮ່ວມກັບ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ຈັດກອງປະຊຸມປຶກສາຫາລືທາງດ້ານວິຊາການຮ່ວມກັນ.
ໃນລະຫວ່າງວັນທີ 12–16 ຕຸລາ 2026, ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ຮ່ວມກັບ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ຈັດກອງປະຊຸມປຶກສາຫາລືທາງດ້ານວິຊາການຮ່ວມກັນ. ຈຸດປະສົງ ເພື່ອປຶກສາຫາລືການຊ່ວຍເຫຼືອທາງດ້ານວິຊາການ ແລະ ໃຫ້ຄໍາແນະນໍາໃນການແກ້ໄຂຂໍ້ຄົງຄ້າງວຽກງານຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທໍາລາຍລ້າງຜານ (AML/CFT/ CPF) ຂອງ ສປປ ລາວ. ນອກຈາກນີ້, ຍັງມີບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ ເປັນຕົ້ນແມ່ນ ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງຍຸຕິທໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ. ພ້ອມດຽວກັນນີ້, ກໍໄດ້ເຂົ້າພົບ ທ່ານ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ (ຜູ້ຊີ້ນໍາ), ເພື່ອລາຍງານຄວາມຄືບໜ້າ ແລະ ວາງແຜນການດໍາເນີນງານໃນຕໍ່ໜ້າຢ່າງຊັດເຈນ. ກອງປະຊຸມຄັ້ງນີ້ໄດ້ເລັ່ງໃສ່ການແກ້ໄຂຂໍ້ຄົງຄ້າງ ຂອງ ສປປ ລາວ ໃນຊ່ວງໄລຍະຢູ່ໃນບັນຊີເທົ່າ, ເພື່ອໃຫ້ສອດ ຄ່ອງຕາມຄໍາແນະນໍາທາງດ້ານວິຊາການ (Technical Compliance - TC) ແລະ ບົດລາຍງານຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດມາດຕະຖານສາກົນ. ລວມເຖິງບັນດາປະສິດທິຜົນ (Immediate Outcomes - IOs) ທີ່ເລັ່ງດ່ວນ ເຊັ່ນ: IO-1, IO-3, IO-4, IO-6, IO-7, IO-8, IO-10 ແລະ IO-11. ພ້ອມກັນນັ້ນ, ຍັງໄດ້ຮ່ວມກັນທົບທວນດ້ານກົດໝາຍໃນການຮ່າງດໍາລັດ ການ ຍຶດ, ອາຍັດ ແລະ ຮິບ ທຶນ ຫຼື ຊັບສິນ ທີ່ພົວພັນກັບການກະທໍາຜິດຕົ້ນ, ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແລະ ຮ່າງຍຸດທະສາດກ່ຽວກັບການຕິດຕາມ, ນໍາຮອຍ ແລະ ກູ້ຄືນຊັບສິນ ເພື່ອໃຫ້ສອດຄ່ອງຕາມມາດຕະຖານສາກົນ. ຜົນຂອງກອງປະຊຸມຄັ້ງນີ້, ທັງສອງຝ່າຍສາມາດກໍານົດຈຸດສຸມ ແລະ ແຜນການດໍາເນີນງານຢ່າງເປັນຮູບປະທໍາ ເພື່ອນໍາລາຍງານຄວາມຄືບໜ້າໃນການແກ້ໄຂຂໍ້ຄົງຄ້າງຕໍ່ສາກົນໃນຮອບວຽນຕໍ່ໄປ. ພ້ອມດຽວກັນ, ຍັງໄດ້ຮັບການປະ ກອບຄໍາເຫັນຕໍ່ເນື້ອໃນຂອງຮ່າງດໍາລັດ ການ ຍຶດ, ອາຍັດ ແລະ ຮິບ ທຶນ ຫຼື ຊັບສິນ ທີ່ພົວພັນກັບການກະທໍາຜິດຕົ້ນ, ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຮ່າງຍຸດທະສາດກ່ຽວກັບການຕິດຕາມ, ນໍາຮອຍ ແລະ ກູ້ຄືນຊັບສິນ ເພື່ອເພີ່ມປະສິດທິພາບຂອງລະບົບ AML/CFT/CPF ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ໄດ້ມາດຕະຖານສາກົນຢ່າງແທ້ຈິງ.





