ຫົວໜ່ວຍທີ່ມີໜ້າທີ່ລາຍງານ.

   ຫົວໜ່ວຍທີ່ມີໜ້າທີ່ລາຍງານ ແມ່ນ ນິຕິບຸກຄົນ ແລະ ບຸກຄົນ ທີ່ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງມີ ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກ, ໂຮງຊວດຈຳ, ບໍລິສັດເຊົ່າສິນເຊື່ອ, ຜູ້ໃຫ້ບໍລິການຊໍາລະເງິນ, ບໍລິສັດປະກັນໄພ, ບໍລິສັດຫຼັກຊັບ, ບໍລິສັດບໍລິຫານກອງທຶນເພື່ອການລົງທຶນ, ກອງທຶນເພື່ອການລົງທຶນ, ຜູ້ໃຫ້ບໍລິການ ຊັບສິນເໝືອນຈິງ, ທຸລະກິດ ຊື້ ຂາຍ ອະສັງຫາລິມະຊັບ, ທຸລະກິດ ຊື້ ຂາຍ ວັດຖຸມີຄ່າ, ວິສາຫະກິດບັນຊີ, ວິສາຫະກິດກວດສອບ, ທຸລະກິດກາຊີໂນ, ວິສາຫະກິດກົດໝາຍ, ທະນາຍຄວາມ, ຫົວໜ່ວຍ ແລະ ບຸກຄົນອື່ນ ຕາມການກໍານົດຂອງຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

ການລາຍງານ.

    ຫົວໜ່ວຍທີ່ມີໜ້າທີ່ລາຍງານ ມີພັນທະຕ້ອງລາຍງານທຸລະກຳຕ່າງໆ ຕາມທີ່ໄດ້ກຳນົດໃນກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ສຳນັກງານຂໍ້ມູນຕ້ານການຟອກເງິນ ເຊັ່ນ:

 1. ທຸລະກຳສົງໄສວ່າເປັນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;

 2. ທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ;

 3. ທຸລະກຳອື່ນຕາມການກຳນົດຂອງສຳນັກງານຂໍ້ມູນຕ້ານການຟອກເງິນ.

ດາວໂຫຼດແບບພິມ ແລະ ຄູ່ມື ການລາຍງານ.

ແບບພິມ ການລາຍງານທຸລະກຳທີ່ສົງໄສ (Suspicious Transaction Report - STR)  

ໜ້າປົກການລາຍງານທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ (Cash Transaction Report - CTR)  

ແບບພິມ ການລາຍງານທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ (Cash Transaction Report - CTR) ສຳລັບບຸກຄົນ  

ແບບພິມ ການລາຍງານທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ (Cash Transaction Report - CTR) ສຳລັບນິຕິບຸກຄົນ  

ແບບພິມ ການລາຍງານ ການແຈ້ງ ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນໃນເວລາ ເຂົ້າ-ອອກ ສປປ ລາວ (Cross Border Report - CBR)    

ຄູ່ມືການນຳໃຊ້ລະບົບການລາຍງານ ຜ່ານລະບົບອອນລາຍ ຂອງ ສຕຟງ  

* ທ່ານສາມາດລາຍງານທຸລະກຳທີ່ສົງໄສ ແລະ ການລາຍງານອື່ນໆຜ່ານລະບົບອອນລາຍໄດ້ທີ່ :