ກອງປະຊຸມຝຶກອົບຮົມເຜີຍແຜ່ກ່ຽວກັບຄູ່ມືການດຳເນີນຄະດີອາຍາຄຽງຄູ່ກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຕຟງ ແລະ ຕສຮ)
ໃນລະຫວ່າງວັນທີ 30 ກັນຍາ ຫາ 02 ຕຸລາ ປີ 2026 ຄະນະອານຸກໍາມະການດໍາເນີນຄະດີ ຊື່ງຕາງໜ້າຈາກຄະນະກຳມະການແຫ່ງຊາດວ່າດ້ວຍການຕ້ານຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍທີ່ປະກອບຈາກ ກະຊວງປ້ອງກັນຄວາມສະຫງົບ, ອົງການກວດກາແຫ່ງລັດ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງການເງິນ, ອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ ຈາກຂັ້ນສູນກາງມາເຜີຍແຜ່, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບ ໃນລວງເລິກຕໍ່ກົນໄກຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນ ພັນທະ ທີ່ຕ້ອງຈັດຕັ້ງປະຕິບັດ ຕາມທີ່ໄດ້ກໍານົດໄວ້ໃນນິຕິກຳ ທີ່ກ່ຽວຂ້ອງກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຕຟງ ແລະ ຕສຮ) ໃຫ້ກັບເຈົ້າໜ້າທີ່ດໍາເນີນຄະດີ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ຄຳແສງ ອາລີ, ຮອງປະທານຄະນະກຳມະການປົກຄອງແຂວງ. ຊຶ່ງມີຜູ້ເຂົ້າຮ່ວມປະກອບຈາກຂັ້ນສູນກາງຈໍານວນ 23 ທ່ານ ແລະ ຜູ້ເຂົ້າຮ່ວມຈາກບັນດາອົງການຈັດຕັ້ງລັດທີ່ກ່ຽວຂ້ອງໃນທ້ອງຖີ່ນມີ: ເຈົ້າໜ້າທີ່ຕຳຫຼວດ, ເຈົ້າໜ້າທີ່ກວດກາແຫ່ງລັດ, ເຈົ້າໜ້າທີ່ປ່າໄມ້, ເຈົ້າໜ້າທີ່ພາສີ, ອາກອນ, ໄອຍາການ, ສານ ແລະ ບັນດາພະແນກການອື່ນໆ ທີ່ຢູ່ແຂວງອຸດົມໄຊ ແລະ ແຂວງອອ້ມຂ້າງ 05 ແຂວງມີ: ຫຼວງພະບາງ, ໄຊຍະບູລີ, ຜົ້ງສາລີ, ບໍ່ແກ້ວ ແລະ ຫຼວງນໍ້າທາ ລວມທັງໝົດ 145 ທ່ານ. ກອງປະຊຸມ ຄັ້ງນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ສຳລັບເຈົ້າໜ້າທີ່ໃນການດຳເນີນຄະດີອາຍາຂັ້ນຕົ້ນທີ່ຕິດພັນກັບການຟອກເງິນ. ທັງນີ້ ກໍເພື່ອເຮັດໃຫ້ເຈົ້າໜ້າທີ່ອົງການສືບສວນ-ສອບສວນ ແຕ່ລະຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ ມີຄວາມເຂົ້າໃຈເອກະພາບກັນທາງດ້ານນິຕິກຳ, ຫຼັກການວິຊາສະເພາະ ແລະ ຂະບວນການຍຸດຕິທຳ ເພື່ອນຳໄປຈັດຕັ້ງປະຕິບັດໃນວຽກງານຕົວຈິງໃຫ້ມີຜົນສຳເລັດ ແລະ ເຂົ້າເຖິງຄວາມເລິກເຊິ່ງ. ໃນວາລະກອງປະຊຸມ, ທ່ານ ທ່ານ ຄຳແສງ ອາລີ, ຮອງປະທານຄະນະກຳມະການປົກຄອງແຂວງ ໄດ້ເນັ້ນໃຫ້ເຫັນວ່າ: ບັນຫາອາຊະຍາກຳຂ້າມຊາດ ເປັນຕົ້ນແມ່ນ ການລັກລອບຄ້າຂາຍຢາເສບຕິດ, ການຄ້າມະນຸດ, ອາຊະຍາກຳທາງສິ່ງແວດລ້ອມ, ອາຊະຍາກຳທາງຄອມພິວເຕີ ທີ່ຕິດພັນກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ກາຍເປັນບັນຫາລວມໃນພາກພື້ນ ແລະ ສາກົນ ທີ່ທຸກປະເທດຕ້ອງໄດ້ຮ່ວມມືກັນຕ້ານ ແລະ ສະກັດກັ້ນ. ສະນັ້ນ, ລັດຖະບານ ສປປ ລາວ ຈຶ່ງໄດ້ໃຫ້ຄວາມສຳຄັນ ແລະ ຍົກໃຫ້ເປັນວຽກງານບຸລິມະສິດ ໂດຍໄດ້ອອກ ແລະ ປັບປຸງນິຕິກຳ-ກົດໝາຍທີ່ກ່ຽວຂ້ອງຫຼາຍສະບັບ. ກອງປະຊຸມດັ່ງກ່າວ ຍັງໄດ້ມີການເຜີຍແຜ່ເນື້ອໃນເອກະສານຄູ່ມືດໍາເນີນຄະດີອາຍາ, ການດຳເນີນຄະດີອາຍາທີ່ຕິດພັນກັບການຟອກເງິນ, ການເກັບກຳສະຖິຕິ ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາ ຖາມ-ຕອບ, ແລກປ່ຽນຄຳຄິດຄຳເຫັນ ພ້ອມທັງມີການລົງບົດຝືກຫັດຕົວຈິງ ເພື່ອເປັນຕົວຢ່າງໃນການນໍາໄປຈັດຕັ້ງປະຕິບັດຕົວຈິງ ເພື່ອນຳໄປປັບປຸງວຽກງານໃຫ້ມີຄວາມສົມບູນແບບຍິ່ງຂຶ້ນ.





