ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນຄັ້ງທີ II ປະຈຳປີ 2026, ໃນວັນທີ 06 ສິງຫາ 2026 ເວລາ 08:00 - 12:00 ໂມງ ທີ່ຫ້ອງປະຊຸມ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ)
ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ຄຕຟງ ໂດຍມີຄະນະກຳມະການແຫ່ງຊາດ ຄຕຟງ, ຜູ້ແທນຈາກບັນດາກະຊວງ - ອົງການທີ່ກ່ຽວຂ້ອງ, ບັນດາອະນຸກຳມະການຊ່ວຍວຽກ (ຄະນະຍຸດທະສາດ, ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານແລະ ດຳເນີນຄະດີອາຍາ) ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ເຂົ້າຮ່ວມ. ກອງປະຊຸມໄດ້ສຸມໃສ່ທົບທວນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຕຟງ ສະໄໝສາມັນ ຄັ້ງທີ I ປະຈໍາປີ 2026 (ວັນທີ 11 ມີນາ 2026) ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນດຳເນີນງານ (Action Plan) ຂອງ ສປປ ລາວ ໄລຍະ 2025-2027 ເພື່ອແກ້ໄຂຂໍ້ຄົງຄ້າງ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຕຟງ/ຕສຮ). • ຄວາມຄືບໜ້າດ້ານນິຕິກຳ ແລະ ຮ່ວມມືສາກົນ: ສປປ ລາວ ສາມາດປະຕິບັດໄດ້ຕາມມາດຕະຖານສາກົນ (40 ຂໍ້ແນະນຳ) ແລ້ວ 16 ຂໍ້ ແລະ ພວມສູ້ຊົນໃຫ້ໄດ້ 21 ຂໍ້ ເພື່ອອອກຈາກບັນຊີສີເທົາ. ພ້ອມນີ້ ຍັງໄດ້ລາຍງານຜົນກອງປະຊຸມຊ່ອງໜ້າ (Face-to-Face) ຢູ່ ສສ ຫວຽດນາມ, ກອງປະຊຸມຄົບຄະນະອົງການຕ້ານການຟອກເງິນສາກົນ (FATF) ແລະ ການລົງນາມ MOU ກັບ ປະເທດ ສ.ກິກິສສະຖານ. • ວຽກງານການຄຸ້ມຄອງ: ສຕຟງ ແລະ ຜູ້ຄຸ້ມຄອງ ໄດ້ລາຍງານການດຳເນີນການປະເມີນຄວາມສ່ຽງ (RBA) ພ້ອມທັງການລົງຕິດຕາມກວດກາຫົວໜ່ວຍທີ່ມີໜ້າທີ່ລາຍງານ ເປັນຕົ້ນແມ່ນ ທະນາຄານ, ກາຊິໂນ, ອະສັງຫາລິມະຊັບ ແລະ ວັດຖຸມີຄ່າ. • ວຽກງານການວິເຄາະຂ່າວກອງ: ໄດ້ສະຫຼຸບການດຳເນີນງານດ້ານການວິເຄາະຂ່າວກອງທາງການເງິນ ແລະ ການສົ່ງບົດຂ່າວກອງ (FIR) ໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ ເພື່ອຊ່ວຍອໍານວຍຄວາມສະດວກໃນການສືບສວນ-ສອບສວນທາງການເງິນ ແນໃສ່ໃຫ້ການດໍາເນີນຄະດີຟອກເງິນ ໃຫ້ມີປະສິດທິຜົນສູງສຸດ ແລະ ມີສະຖິຕິຢັ້ງຢືນຢ່າງເໝາະສົມ. • ແຜນວຽກຈຸດສຸມໃນຕໍ່ໜ້າ: ກອງປະຊຸມໄດ້ເອກະພາບກັນປະກອບຄຳເຫັນໃສ່ແຜນດຳເນີນງານຈຸດສຸມ, ໂດຍສະເພາະການເລັ່ງໃສ່ແກ້ໄຂຂໍ້ຄົງຄ້າງທີ່ຍັງບໍ່ສາມາດປະຕິບັດໄດ້ ຕາມທີ່ໄດ້ກໍານົດໃນແຜນດໍາເນີນງານ ເປັນຕົ້ນ: ການສ້າງ-ປັບປຸງນິຕິກຳ, ການເພີ່ມທະວີການລາຍງານທຸລະກຳທີ່ມີຂໍ້ສົງໄສ (STR), ການຝຶກອົບຮົມເຈົ້າໜ້າທີ່ດຳເນີນຄະດີ ແລະ ການກວດກາຫົວໜ່ວຍທີ່ມີ ໜ້າທີ່ລາຍງານທັງໃນ ແລະ ນອກເຂດເສດຖະກິດພິເສດ (ໂດຍສະເພາະ ການນໍາໃຊ້ມາດຕະການທາງດ້ານບໍລິຫານຢ່າງເຂັ່ມງວດ ກໍລະນີມີການເມີດ). ກອງປະຊຸມໄດ້ບັນລຸຄວາມເປັນເອກະພາບ ໂດຍໄດ້ກຳນົດທິດທາງ ແລະ ມາດຕະການຢ່າງຈະແຈ້ງ ເພື່ອໃຫ້ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ ເພີ່ມທະວີຄວາມຮັບຜິດຊອບ, ເລັ່ງລັດຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ມີປະສິດທິຜົນສູງສຸດ ແລະ ທັນກັບກຳນົດເວລາຂອງສາກົນ.





