ກອງປະຊຸມຝຶກອົບຮົມ ກ່ຽວກັບ ການສືບສວນ-ສອບສວນທາງດ້ານການເງິນ ກ່ຽວກັບ ສັດປ່າ ແລະ ອາຊະຍາກຳທາງສິ່ງແວດລ້ອມ (ໃນວັນທີ 07-09 ກໍລະກົດ 2026 ທີ່ ໂຮງແຮມ Double Tree)
ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມມືກັບ ອົງການສະຫະປາຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ໄດ້ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້: “ການສືບສວນ-ສອບສວນທາງດ້ານການເງິນ ກ່ຽວກັບສັດປ່າ ແລະ ອາຊະຍາກຳທາງດ້ານສິ່ງແວດລ້ອມ” ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 07-09 ກໍລະກົດ 2026 ທີ່ ໂຮງແຮມ Double Tree, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ວິໄລພອນ ສິດທິໂສ, ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ປະທານຮ່ວມໂດຍ ທ່ານ ຊອງໂຮ ຮວາງ (Sung Ho Hwang), ຫົວຫນ້າຫ້ອງການ UNODC ປະຈຳລາວ ແລະ ທ່ານ ຈອນ ມິເຊວ ເວີແອວ (Jean Michel VERELST), ຫົວໜ້າໂຄງການ AML/CFT ປະຈຳລາວ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍ່ແມ່ນເພື່ອສ້າງຄວາມອາດສາມາດໃຫ້ກັບເຈົ້າໜ້າທີ່ກ່ຽວກັບ ເຕັກນິກ ແລະ ວິທີການ ສືບສວນ-ສອບສວນທາງດ້ານການເງິນຂັ້ນສູງ ໃນວຽກງານສັດປ່າ, ອາຊະຍາກຳທາງດ້ານສິ່ງແວດລ້ອມ ແລະ ອາຊະຍາກຳທີ່ຕິດພັນ ໃຫ້ສາມາດນໍາໄປສູ່ ການສັ່ງຟ້ອງ ແລະ ຕັດສິນ ຄະດີຄຽງຄູ່ກັບການຟອກເງິນ ທີ່ສອດຄ່ອງ ກັບຄວາມສ່ຽງຂອງ ສປປ ລາວ. ມີຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 30 ທ່ານ. ເປັນຕົ້ນ ເຈົ້າໜ້າທີ່ສືບສວນ-ສອບສວນ ທີ່ມາຈາກ ຈາກ ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ອົງການກວດກາແຫ່ງລັດ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ອົງການໄອຍະການປະຊາຊົນສູງສຸດ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ. ກອງປະຊຸມໄດ້ຮັບຟັງການບັນຍ້າຍ ຈາກທ່ານ ຈອນ ມິເຊວ ເວີແອວ (Jean Michel VERELST), ຫົວໜ້າໂຄງການ AML/CFT ປະຈຳລາວ ແລະ ທ່ານ ນາງ ນິຊານີ ວົງບາ (NICHANEE WONGBA) ເຈົ້າໜ້າທີ່ໂຄງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ, ສູນກາງການສໍ້ລາດບັງຫຼວງ ແລະ ອາຊະຍາກຳທາງເສດຖະກິດ UNODC ແລະ ສຕຟງ ກ່ຽວກັບຫົວຂໍ້ທີ່ສຳຄັນເປັນຕົ້ນ: ກົດໝາຍສາກົນ ແລະ ກົດໝາຍພາຍໃນປະເທດ, ພາລະບົດບາດຂອງ ສຳນັກງານຂໍ້ມູນຕ້ານການຟອກເງິນ, ການແນະນຳກ່ຽວກັບການສືບສວນ-ສອບສວນ ທາງດ້ານການເງິນ, ແຫຼ່ງຂໍ້ມູນທາງດ້ານການເງິນ ແລະ ມາດຕະຖານສາກົນກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ໃນກອງປະຊຸມຝຶກອົບຮົມຜູ້ເຂົ້າຮ່ວມໄດ້ມີຄຳຄິດເຫັນແລກປ່ຽນບົດຮຽນ, ປະສົບການຂອງຕົນຢ່າງຟົດຟື້ນ ແລະ ມີບັນຍາກາດ. ໃນກອງປະຊຸມຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມຈະຕ້ອງໄດ້ເອົາບົດຮຽນທີ່ຖອດຖອນໄດ້ ໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ໂດຍສະເພາະຕໍ່ ກັບເຕັກນິກ ແລະ ວິທີການ ສືບສວນ-ສອບສວນທາງດ້ານການເງິນ ເຂົ້າໃນ ການສືບສວນ-ສອບສວນ ບັນດາອາຊະຍາກຳຕ່າງໆເປັນຄວາມຜິດຕົ້ນທີ່ເປັນຄວາມສ່ຽງຂອງ ສປປ ລາວ ເພື່ອຈະນໍາໄປສູ່ ການສັ່ງຟ້ອງ ແລະ ຕັດສີນ ຄະດີການຟອກເງິນ. ຊຶ່ງກອງປະຊຸມຝຶກອົບຮົມໄດ້ດຳເນີນເປັນເວລາ 03 ວັນ ໃນຫົວຂໍ້ທີ່ມີເນື້ອໃນສຳຄັນ ແລະ ເຕັມໄປດ້ວຍຄວາມຮູ້ອັນເລິກເຊິ່ງ, ຜູ້ເຂົ້າຮ່ວມໄດ້ປະກອບສ່ວນເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ໃນການແລກປ່ຽນຄໍາຄິດເຫັນ ແລະ ເຮັດກິດຈະກໍາຖາມ-ຕອບຢ່າງຄຶກຄື້ນ, ຈຶ່ງເຮັດໃຫ້ກອງປະຊຸມຝຶກອົບຮົມ ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມຕາມຈຸດປະສົງ ແລະ ລະດັບຄາດ ໝາຍທີ່ໄດ້ກໍານົດໄວ້.





