ກອງປະຊຸມເຜີຍແຜ່ບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ຄວາມສ່ຽງດ້ານອາຊະຍາກຳທີ່ກ່ຽວຂ້ອງກັບ ອາກອນ ແລະ ການຟອກເງິນ.
ໃນວັນທີ 24 ມິຖຸນາ 2026 ກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ດ້ານຄວາມສ່ຽງດ້ານອາຊະຍາກຳທີ່ກ່ຽວຂ້ອງກັບ ອາກອນ ແລະ ການຟອກເງິນ ຂຶ້ນທີ່ ແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕິກະຊວງການເງິນ, ຮອງປະທານຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ມີ ຕາງໜ້າຈາກ ກົມສ່ວຍສາອາກອນ, ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ສາຂາ ພາກເໜືອ ແຂວງອຸດົມໄຊ, ສ່ວຍສາອາກອນປະຈໍາ ແຂວງ ອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ ແລະ ໄຊຍະບູລີ ເຂົ້າຮ່ວມ ລວມທັງຫມົດຫລາຍກວ່າ 90 ທ່ານ ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ ໃນການວາງມາດຕະການສະກັດກັ້ນ ການຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຕິດພັນກັບຂະແໜງສ່ວຍສາອາກອນ, ພ້ອມນີ້ຈະໄດ້ຮັບຟັງກ່ຽວກັບ ກົດໝາຍວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ), ຜົນການປະເມີນຄວາມສ່ຽງດ້ານອາຊະຍາກຳທີ່ກ່ຽວຂ້ອງກັບ ອາກອນ ແລະ ການຟອກເງິນ, ບາງເຕັກນິກກ່ຽວກັບການຕ້ານ, ສະກັດກັ້ນ ການສືບສວນ-ສອບສວນ ແລະ ນິຕິກຳທີ່ກ່ຽວຂ້ອງ ເຊັ່ນ: ຄຳສັ່ງວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ການໂອນລາຄາ (Transfer Pricing), ການແລກປ່ຽນຂໍ້ມູນກັບຕ່າງປະເທດ, ການນຳໃຊ້ມາດຕະການທາງອາຍາເຂົ້າໃນການລົງໂທດຜູ້ລະເມີດອາກອນ ກໍ່ຄືບັນຫາອາຊະຍາກຳທາງດ້ານອາກອນ ໂດຍສະເພາະແມ່ນການຫຼົບຫຼີກພາສີ-ອາກອນ ແລະ ການຟອກເງິນ ແມ່ນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ສະຖຽນລະພາບທາງດ້ານການເງິນ ແລະ ເສດຖະກິດຂອງປະເທດເຮົາ.





