ກອງປະຊຸມຝຶກອົບຮົມຫຼັກສູດວິຊາການດ້ານ ການຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Financial Counter-Terrorism Academic Curriculum “FIN CTAC”) ຄັ້ງທີ 3 ສໍາລັບນັກວິຊາການ ແລະ ຜູ້ປະຕິບັດງານຕົວຈິງຈາກພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 15 ມິຖຸນາ 2026 ນີ້ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ.
ໃຫ້ກຽດກ່າວເປີດຝຶກອົບຮົມໂດຍ ທ່ານ ນາງ ວິໄລພອນ ສິດທິໂສ, ຮອງຫົວສໍານັກງານຂໍ້ມູນຕ້ານການຟອກເງິນ ແຫ່ງ ສປປ ລາວ ແລະ ທ່ານ ນູແຟລ ກາເຢັດ (Mr. Naoufel Gaied), ເລຂາທິການ ສະຖາບັນສາກົນເພື່ອຄວາມຍຸຕິທຳ ແລະ ຫຼັກນິຕິທຳ (The International Institute for Justice and the Rule of Law “IIJ”), ການຝຶກອົບຮົມໃນຄັ້ງນີ້ ດໍາເນີນໄປເປັນເວລາ 05 ວັນ ພາຍໃຕ້ການສະໜັບສະໜູນທຶນຈາກ ກະຊວງການຕ່າງປະເທດ, ການຄ້າ ແລະ ການພັດທະນາຂອງການາດາ (Global Affairs Canada) ແລະ ເປັນເຈົ້າພາບຮ່ວມໂດຍ ສໍານັກງານຂໍ້ມູນຕ້ານການຟອກເງິນ ແຫ່ງ ສປປ ລາວ ໂດຍໄດ້ມີ ນັກສໍາມະນາກອນຈາກອົງການ ສືບສວນ-ສອບສວນ ແລະ ອົງການໄອຍະການ ຈາກປະເທດ ກຳປູເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ຟີລິບປິນ ແລະ ຫວຽດນາມ. ຕະຫຼອດໄລຍະເວລາໜຶ່ງອາທິດ, ຜູ້ເຂົ້າຮ່ວມຈະໄດ້ມີສ່ວນຮ່ວມໃນການເຮັດບົດຝຶກຫັດພາກປະຕິບັດຕົວຈິງ, ສຶກສາກໍລະນີຕົວຢ່າງ (Case studies) ແລະ ຮ່ວມສົນທະນານຳຜູ້ຊ່ຽວຊານ ໂດຍເນັ້ນໃສ່ການສືບສວນ-ສອບສວນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ຂໍ້ມູນຂ່າວສານທາງດ້ານການເງິນ, ການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ, ວິທີການຊຳລະເງິນແບບໃໝ່ ທີ່ພວມມີທ່າອ່ຽງເພີ່ມຂຶ້ນ ແລະ ການສືບສວນ-ສອບສວນກ່ຽວກັບສະກຸນເງິນດິຈິຕອນ (Cryptocurrency). ໃນນາມທີ່ IIJ ເປັນຜູ້ພັດທະນາຫຼັກສູດໃນການ ສ້າງຂີດຄວາມອາດສາມາດໃນວຽກງານ ການຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ໄລຍະຜ່ານມາທາງ IIJ ກໍ່ໄດ້ໃຫ້ການຊ່ວຍເຫຼືອໃນການຍົກລະດັບຄວາມຮູ້ ແລະ ທັກສະພາກປະຕິບັດຕົວຈິງໃຫ້ແກ່ນັກສືບສວນ-ສອບສວນ, ໄອຍະການ,ນັກວິເຄາະຂໍ້ມູນຂ່າວສານທາງດ້ານການເງິນ ແລະ ບຸກຄະລາກອນໃນລະບົບຍຸຕິທຳທາງອາຍາອື່ນໆ ໃຫ້ມີຄວາມພ້ອມໃນການສະກັດກັ້ນ, ສືບສວນ-ສອບສວນ ແລະ ດຳເນີນຄະດີກ່ຽວກັບການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ນອກຈາກນີ້, ໂຄງການດັ່ງກ່າວຍັງຊ່ວຍຮັດແໜ້ນການຮ່ວມມືໃນພາກພື້ນ ແລະ ສ້າງເຄືອຂ່າຍວິຊາຊີບ ເພື່ອຮອງຮັບການຕອບໂຕ້ຕໍ່ກັບໄພຄຸກຄາມດ້ານຄວາມໝັ້ນຄົງ ທີ່ມີການປ່ຽນແປງໄປເລື້ອຍໆ ໃຫ້ມີປະສິດທິຜົນສູງຂຶ້ນ.





