ໃນລະຫວ່າງວັນທີ 7- 8 ພຶດສະພາ 2026 ຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມເຂົ້າຮ່ວມກອງປະຊຸມຊ່ອງໜ້າ (Face-to-Face Meeting) ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ ສສ ຫວຽດນາມ
ໃນລະຫວ່າງວັນທີ 07-08 ພຶດສະພາ 2026 ທ່ານ ສະຫວັນດວງຈິດ ແສງເດືອນ, ວ່າການຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ທັງໝົດ 17 ທ່ານ ທີ່ມາຈາກຂະແໜງການທີ່ກ່ຽວຂ້ອງເປັນຕົ້ນ: ກົມຕຳຫຼວດສືບສວນ-ສອບສວນ ແລະ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກະຊວງປ້ອງກັນຄວາມສະຫງົບ; ກົມຄຸ້ມຄອງວິສາກະກິດການເງິນ, ກົມພາສີ ແລະ ກົມສ່ວຍສາອາກອນ, ກະຊວງການເງິນ; ກົມຕ້ານ ແລະ ສອບສວນການສໍ້ລາດບັງຫລວງ, ອົງການກວດກາແຫ່ງລັດ; ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ທະນາຄານແຫ່ງ ສປປ ລາວ; ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ກົມກົດໝາຍ, ກະຊວງຍຸຕິທຳ; ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ; ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພ້ອມດ້ວຍພະນັກງານຈາກສຳນັກງານຂໍ້ມູນຕ້ານຟອກເງິນຈຳນວນໜຶ່ງ ໄດ້ເຄື່ອນໄຫວກິດຈະກຳກ່ຽວກັບວຽກງານ AML/CFT ຢູ່ທີ່ປະເທດ ສສ. ຫວຽດນາມ. ໃນວັນທີ 07 ພຶດສະພາ 2026 ຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ໄດ້ເຂົ້າຮ່ວມພົບປະ ທ່ານ Pham Tien Phong, ຫົວໜ້າໜ່ວຍງານຂໍ້ມູນຕ້ານການຟອກເງິນຂອງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ການພົບປະໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນທີ່ສຸດ ເພາະເປັນຊ່ວງໄລຍະເວລາທີ່ສອງປະເທດ ຕ້ອງລາຍໄດ້ລາຍງານຄວາມຄືບໜ້າ (Pro gress Report) ໃນການແກ່ໄຂຂໍ້ຄົງຄ້າງຂອງຕົນຕໍ່ກອງປະຊຸມຊ່ອງໜ້າ (Face-to-Face Meeting), ສະນັ້ນ ຄະນະຜູ້ແທນຈາກ ສປປ ລາວ ຈຶ່ງໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດເພື່ອໃຫ້ ສາມາດບັນລຸແຜນວຽກ (Action Plan) ເປັນຕົ້ນ: ກົນໄກການປະສານງານພາຍໃນ ທີ່ມີປະສິດທິພາບເພື່ອໃຫ້ການແກ້ໄຂຂໍ້ຄົງຄ້າງມີປະສິດທິຜົນ; ການສ້າງຄວາມເຂັ້ມແຂງໃຫ້ແກ່ການວິເຄາະຂໍ້ມູນຂ່າວກອງທາງດ້ານການເງິນ ເພື່ອໃຫ້ເຈົ້າໜ້າທີ່ສືບສວນ -ສອບສວນ ນໍາໃຊ້ບົດລາຍງານຂ່າວກອງທາງການເງິນ (FIR) ຢ່າງປະສິດທິຜົນ; ການສ້າງຄວາມເຂັ້ມແຂງຂອງ ຜູ້ຄຸ້ມຄອງ ແລະ ເຈົ້າໜ້າທີ່ສືບສວນ-ສອບສວນ; ການກຽມຄວາມພ້ອມໃນກອງປະຊຸມຊ່ອງໜ້າ ຫຼື ເຕັກນິກການຕອບຄຳຖາມ ແລະ ການນຳສະເໜີຫຼັກຖານ ໃຫ້ແກ່ຄະນະ JG. ທ່ານ Pham Tien Phong, ຫົວໜ້າໜ່ວຍງານຂໍ້ມູນຕ້ານການຟອກເງິນຂອງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ກໍ່ໄດ້ໃຫ້ຄຳເຫັນຢ່າງກົງໄປກົງມາ ກ່ຽວກັບບົດຮຽນໃນແຕ່ລະດ້ານ ທີ່ເປັນປະໂຫຍດໃຫ້ກັບ ສປປ ລາວ ພ້ອມທັງຍັງເອກະພາບເບື້ອງຕົ້ນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ຂອງ ສປປ ລາວ ແລະ ໜ່ວຍງານຂໍ້ມູນຕ້ານການຟອກເງິນຂອງ ສສ. ຫວຽດນາມ. ໃນວັນທີ 08 ພຶດສະພາ 2026 ຢູ່ທີ່ປະເທດ ສສ. ຫວຽດນາມ ຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ໄດ້ເຂົ້າຮ່ວມຊີ້ແຈງ ແລະ ປ້ອງກັນຄວາມຄືບໜ້າ ໃນການແກ້ໄຂຂໍ້ຄົງຄ້າງວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ວຽກງານ ຕຟງ ແລະ ຕສຮ) ຂອງ ສປປ ລາວ ໃນກອງປະຊຸມແບບຊ່ອງໜ້າ (Face-to-Face Meeting “F2F”) ຄັ້ງທີ 3. ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນສະເພາະໃຫ້ບັນດາປະເທດທີ່ມີຂໍ້ຄົງຄ້າງດ້ານ ວຽກງານ ຕຟງ ແລະ ຕສຮ ທີ່ນອນໃນບັນຊີຕິດຕາມ (ບັນຊີສີເທົາ) ຂອງອົງການຕ້ານການຟອກເງິນສາກົນ (Financial Action Task Force “FATF”) ໂດຍປະກອບມີບັນດາປະເທດສະມາຊິກຂອງກຸ່ມອາຊີປາຊີຟິກ ເພື່ອຕ້ານການຟອກເງິນ (Asia Pacific Group on Money Laundering “APG”) ລວມມີ 04 ປະເທດ ຄື: ສສ. ຫວຽດນາມ, ສປປ ລາວ, ເນປານ ແລະ ມ້ຽນມາ. ປະເທດເຫຼົ່ານີ້ ຕ້ອງໄດ້ເຂົ້າຮ່ວມກອງປະຊຸມແບບຊ່ອງໜ້າທຸກໆ 04 ເດືອນ ເພື່ອລາຍງານຄວາມຄືບໜ້າໃນການແກ້ໄຂຂໍ້ຄົງຄ້າງຂອງຕົນ ຕາມແຜນດຳເນີນງານ (Action Plan) ໃຫ້ແກ່ຄະນະທົບທວນຮ່ວມ (Joint Group “JG”) ຂອງ FATF. ການເຂົ້າຮ່ວມກອງປະຊຸມຊ່ອງໜ້າຂອງ ສປປ ລາວໃນຄັ້ງນີ້, ເປັນສິ່ງຢືນຢັນໃຫ້ເຫັນເຖິງຄວາມເອົາໃນໃສ່ ແລະ ການຕັດສິນໃຈສູງຂອງ ສປປ ລາວ ເພື່ອເຮັດໃຫ້ວຽກງານ AML/CFT ຂອງ ສປປ ລາວ ສອດຄ່ອງກັບມາດຕະຖານຂອງ FATF ແລະ ຖືວ່າກອງປະຊຸມຊ່ອງໜ້າຄັ້ງນີ້ ແມ່ນຂີດໝາຍທີ່ສຳຄັນໃນການພິສູດໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມຄືບໜ້າທີ່ສປປ ລາວໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ເປັນການຍົກສູງບົດບາດ ແລະ ຄວາມນ່າເຊື່ອຖືຂອງວຽກງານ AML/CFT ຂອງ ສປປ ລາວ ໃນເວທີສາກົນ ໃຫ້ມີຄວາມໂປ່ງໃສ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.





