ກອງປະຊຸມຝຶກອົບຮົມກ່ຽວກັບການຮ່ວມມືສາກົນກັບຄູ່ຮ່ວມງານຕ່າງປະເທດ ໂດຍຜ່ານການແລກປ່ຽນຂ່າວກອງທາງການເງິນ ແລະ ການນໍາຮອຍ-ກູ້ຄືນຊັບສິນທີ່ໄດ້ມາຈາກການກະທໍາຜິດລະຫວ່າງປະເທດ
ໃນລະຫວ່າງ ວັນທີ 05-07 ພຶດສະພາ 2026, ທີ່ໂຮງແຮມເມືອງຫຼວງ, ແຂວງຫຼວງພະບາງ. ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມມືກັບອົງການ UNODC ໄດ້ຮ່ວມກັນຈັດກອງປະຊຸມຝຶກອົບຮົມກ່ຽວກັບການຮ່ວມມືສາກົນກັບຄູ່ຮ່ວມງານຕ່າງປະເທດ ໂດຍຜ່ານການແລກປ່ຽນຂ່າວກອງທາງການເງິນ ແລະ ການນໍາຮອຍ-ກູ້ຄືນຊັບສິນທີ່ໄດ້ມາຈາກການກະທໍາຜິດລະຫວ່າງປະເທດ, ຊຶ່ງມີຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 40 ທ່ານ. ເປັນຕົ້ນ ເຈົ້າໜ້າທີ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນນະຄອນຫຼວງ, ເຈົ້າໜ້າທີ່ພາສີ ແລະ ອາກອນ ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ອົງການກວດກາແຫ່ງລັດ ພ້ອມທັງມີຜູ້ຕາງໜ້າຈາກທ້ອງຖິ່ນເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍ່ເພື່ອເພີ່ມທະວີກົນໄກການແລກປ່ຽນຂໍ້ມູນເພື່ອເພີ່ມທະວີໃຫ້ການແລກປ່ຽນຂໍ້ມູນມີຄວາມວ່ອງໄວ, ປອດໄພ ແລະ ເຊື່ອຖືໄດ້; ພັດທະນາທັກສະການນຳຮອຍ-ກູ້ຄືນຊັບສິນ ໃນການຕິດຕາມເສັ້ນທາງເງິນທີ່ຊັບຊ້ອນ ໃຫ້ທັນກັບເຕັກໂນໂລຊີທີ່ມີການປ່ຽນແປງ ແລະ ຮັບປະກັນວ່າ ສາມາດເກັບກູ້ຄືນຊັບສິນມາໄດ້ຢ່າງຄົບຖ້ວນ; ສ້າງຄວາມເປັນເອກະພາບດ້ານກົດໝາຍ ລະຫວ່າງປະເທດ ເພື່ອອຳນວຍຄວາມສະດວກໃນການຢຶດ ແລະ ອາຍັດຊັບສິນຂ້າມຊາຍແດນ ໃຫ້ມີປະສິດທິພາບ. ພ້ອມທັງ ບັນຍາຍພາລະບົດບາດຂອງຜູ້ປະສານງານຫຼັກ ກ່ຽວກັບການຕິດຕາມຊັບສິນ ຂອງເຄື່ອຂາຍຮ່ວມມືຂອງໜ່ວຍງານເກັບກູ້ຊັບສິນຄືນຂອງພາກພື້ນອາຊີປາຊີຟິກ (ARIN-AP).





