ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2026
ໃນຕອນເຊົ້າຂອງ ວັນທີ 11 ມີນາ 2026, ເວລາ 08:00-12:00 ໂມງ, ທີ່ຫ້ອງປະຊຸມສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2026 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ). ພ້ອມນີ້, ກໍມີບັນດາ ສະມາຊິກຄະນະກໍາມະການເເຫ່ງຊາດ, ຄະນະກົມຈາກກະຊວງກ່ຽວຂ້ອງ ແລະ ກອງເລຂາ ເຂົ້າຮ່ວມກອງປະຊຸມ ຈຳນວນ 35 ທ່ານ. ກອງປະຊຸມໃນຄັ້ງນີ້ ໃນນາມກອງເລຂາ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ 03 ຄະນະອະນຸກຳມະການຊ່ວຍວຽກຄະນະ ຄຕຟງ (ອະນຸກຳມະການວຽກງານຍຸດທະສາດ, ອະນຸກຳມະການວຽກງານຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ອະນຸກຳມະການວຽກງານດຳເນີນຄະດີ) ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງມະຕິກອງປະຊຸມຄັ້ງກ່ອນ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນດຳເນີນງານໃນການແກ້ໄຂຂໍ້ຄົງຄ້າງວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃນໄລຍະ 2025-2027. ພ້ອມທັງກຳນົດແຜນການເລັ່ງແກ້ໄຂຂໍ້ຄົ້ງຄ້າງດັ່ງກ່າວໃນຕໍ່ໜ້າໃຫ້ມີຂໍ້ມູນຄົບຖ້ວນ ແລະ ມີຄວາມຄືບໜ້າຫຼາຍຂື້ນ ເພື່ອລາຍງານໃຫ້ສາກົນ, ໃນຕອນທ້າຍກອງປະຊຸມ ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ຄະນະ ຄຕຟງ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ເພີ່ມທະວີຊຸກຍູ້, ຊີ້ນໍາບັນດາກົມກອງຂອງກະຊວງ, ອົງການຈັດຕັ້ງຂອງຕົນ ແລະ ບັນດາຄະນະກຳມະການຊ່ວຍວຽກ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຕື່ນຕົວ ແລະ ຍົກສູງພາລະບົດບາດໃນຄວາມຮັບຜິດຊອບ ຕໍ່ການຈັດຕັ້ງປະຕິບັດຕົວຈິງໃຫ້ສໍາເລັດຕາມຄາດໝາຍທີ່ກຳນົດໄວ້.





