ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານແຫ່ງ ສປປ ລາວ ແລະ ກົມທະບຽນສານ, ກະຊວງຍຸຕິທໍາ ທີ່ຫ້ອງປະຊຸມຊັ້ນ VII ສຕຟງ, ໃນວັນທີ 20 ພະຈິກ 2025. ໂດຍເປັນກຽດໃນການເຂົ້າຮ່ວມຂອງ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານ ຄໍາພັນ ບຸນພາຄົມ ຮອງລັດຖະມົນຕີ, ກະຊວງຍຸຕິທໍາ ພ້ອມດ້ວຍບັນດາທ່ານຄະນະກົມ, ຄະນະພະແນກ ແລະ ເເຂກທີ່ເຂົ້າຮ່ວມຈາກກົມກ່ຽວຂ້ອງ ພາຍໃນ ທຫລ ແລະ ກະຊວງຍຸຕິທໍາ.
ຈຸດປະສົງໃນການເຊັນ MOU ໃນຄັ້ງນີ້ແມ່ນເພື່ອປະຕິບັດຕາມແຜນການດໍາເນີນງານ (Action plan) ໃນການແກ້ໄຂຂໍ້ຄົງຄ້າງວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃນໄລຍະປີ 2025-2027 ທີ່ລັດຖະບານໄດ້ຮັບຮອງຕໍ່ສາກົນໃນປີ 2025, ຊຶ່ງບັນດາຂໍ້ບົກຜ່ອງທີ່ ສປປ ລາວ ຍັງຕ້ອງໄດ້ສືບຕໍ່ເລັ່ງເອົາໃຈໃສ່ແກ້ໄຂເປັນຕົ້ນການສ້າງກົນໄກການປະສານງານ ລະຫວ່າງ ສຕຟງ ກັບບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນປະເທດ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍມີປະສິດທິຜົນ. ໂດຍເປັນກຽດລົງນາມເຊັນໂດຍ ທ່ານ ນາງ ວິນຄຳ ລຸນທອນ ວ່າການຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ບຸນທິດາ ພົມສະຫວັນ ຫົວໜ້າກົມທະບຽນສານ, ກະຊວງຍຸຕິທໍາ. ເພື່ອໃຫ້ການຈັດຕັ້ງວຽກງານດັ່ງກ່າວ ສໍາເລັດຕາມຄາດໝາຍ ແລະ ສ້າງເງື່ອນໄຂໃຫ້ ສປປ ລາວ ສາມາດແກ້ໄຂຂໍ້ບົກຜ່ອງໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ແນ່ໃສ່ເພື່ອຫຼຸດພົ້ນອອກຈາກບັນຊີຕິດຕາມ (ບັນຊີສີເທົາ) ຂອງອົງການຕ້ານການຟອກເງິນສາກົນ.





