ກອງປະຊຸມກອງປະຊຸມເຜີ່ຍແຜ່ກົດໝາຍ, ນິຕິກໍາພາຍໃຕ້ກົດໝາຍ ແລະ ການທົບທວນການປະເມີນຄືນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຕິດພັນກັບຂະແໜງຊື້-ຂາຍວັດຖຸມີຄ່າ ທີ່ພາກໃຕ້ ແຂວງ ຈຳປາສັກ ໂດຍຈັດຂຶ້ນໃນວັນທີ 23 ສິງຫາ 2025
ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ, ສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ສະມາຄົມຜູ້ຄ້າຂາຍອັນຍະມະນີລາວ ໄດ້ຈັດກອງປະຊຸມກອງປະຊຸມເຜີ່ຍແຜ່ກົດໝາຍ, ນິຕິກໍາພາຍໃຕ້ກົດໝາຍ ແລະ ການທົບທວນການປະເມີນຄືນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຕິດພັນກັບຂະແໜງຊື້-ຂາຍວັດຖຸມີຄ່າ ທີ່ພາກໃຕ້ ແຂວງ ຈຳປາສັກ ໂດຍຈັດຂຶ້ນໃນວັນທີ 23 ສິງຫາ 2025, ຢູ່ທີ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຈຳປາສັກ, ນະຄອນປາກເຊ, ແຂວງຈຳປາສັກ. ໃຫ້ກຽດເປັນປະທານໂດຍ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຈຳປາສັກ, ພ້ອມດ້ວຍຜູ້ເຂົ້າຮ່ວມຈາກສະມາຄົມນັກທຸລະກິດ ແຂວງຈຳປາສັກ, ຜູ້ດຳເນີນທຸລະກິດຊື້-ຂາຍວັດຖຸມີຄ່າ ຫຼາຍກວ່າ 80 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອເຜີຍແຜ່ກົດໝາຍ ແລະ ນິຕິກໍາພາຍໃຕ້ກົດໝາຍ ກ່ຽວກັບການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ໄດ້ປັບປຸງໃໝ່ ເປັນຕົ້ນ: ກົດໝາຍວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 01 ກໍລະກົດ 2024, ບັນດາຂໍ້ຕົກລົງ ແລະ ລະບຽບການຄຸ້ມຄອງວຽກງານຕ້ານ ການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຜູ້ດຳເນີນທຸລະກິດຊື້-ຂາຍ ວັດຖຸມີຄ່າ ຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເຜີຍແຜ່ແບບຟອມເກັບກຳຂໍ້ມູນເພື່ອປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຕິດພັນກັບຂະແໜງຊື້-ຂາຍວັດຖຸມີຄ່າ. ພ້ອມດຽວກັນນີ້, ຄະນະອານຸກຳມະການ ຮັບຜິດຊອບ ຄົ້້ນຄວ້າ, ເກັບກໍາຂໍ້ມູນ ແລະ ປະເມີນຄືນ ຄວາມສ່ຽງຂະ ແໜງທຸລະກິດຊື້-ຂາຍວັດຖຸມີຄ່າ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ ກໍ່ໄດ້ລົງຕິດຕາມ ແລະ ຊຸກຍູ້ ບັນດາຮ້ານຈຳໜ່າຍວັດຖຸມີຄ່າ ທີ່ຢູ່ນະຄອນ ປາກເຊ ໃນການຈັດຕັ້ງປະຕິບັດວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.





