ກອງປະຊຸມເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ການທົບທວນ ແລະ ປະເມີນຄືນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງບັນດາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ບັນດາສາຂາທະນາຄານທຸລະກິດ ໃນລະຫວ່າງເດືອນ ສິງຫາ - ກັນຍາ 2025
ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມເຜີຍແຜ່ ກົດໝາຍ, ນິຕິກໍາໃຕ້ກົດ ໝາຍ ແລະ ການທົບທວນການປະເມີນຄືນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງບັນດາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ບັນດາສາຂາທະນາຄານທຸລະກິດ 3 ແຂວງ ໂດຍຈັດຂຶ້ນໃນວັນທີ 20 ສິງຫາ 2025, ວັນທີ 3 ກັນຍາ 2025 ແລະ 18 ກັນຍາ 2025 ທີ່ ຢູ່ທີ່ຫ້ອງປະຊຸມສະໂມສອນ ຂອງທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຫຼວງພະບາງ, ສະໂມສອນ ຂອງທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ແລະ ສະໂມສອນ ຂອງທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ. ໃຫ້ກຽດເປັນປະທານໂດຍ ທ່ານ ສຸກັນ ຈັນທະວົງ ຫົວໜ້າທະນາຄານແຫ່ງ ສປປ ລາວ ພາກ ເໜືອ ແຂວງ ຫຼວງພະບາງ ແລະ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນປະທານຮ່ວມກອງປະຊຸມ. ທີ່ແຂວງຫຼວງພະບາງ, ໃຫ້ກຽດເປັນປະທານໂດຍ ທ່ານ ໂພທອງ ວົງໄຊ ຮອງຫົວໜ້າ ສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງ ສະຫວັນນາເຂດ ແລະ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນປະທານຮ່ວມກອງປະຊຸມ. ທີ່ແຂວງ ສະຫວັນນາເຂດ,ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ແສງສຸລີ ອຸ່ນລາສີ ຮອງຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ ແລະ ປະທານຮ່ວມ ໂດຍ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ນາງ ວຽງດາລີ ສຸພານຸວົງ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທີ່ແຂວງ ອຸດົມໄຊ ຊຶ່ງມີຜູ້ເຂົ້າຮ່ວມຂອງແຕ່ລະແຂວງ ຫຼາຍກວ່າ 70 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ໄດ້ປັບປຸງໃໝ່ ເປັນຕົ້ນ: ກົດໝາຍວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 01 ກໍລະກົດ 2024 ແລະ ຂໍ້ຕົກລົງວ່າດ້ວຍ ມາດຕະການ ການເອົາໃຈໃສ່ລູກຄ້າ ສຳລັບຫົວໜ່ວຍທີ່ມີໜ້າທີ່ລາຍງານ ສະບັບເລກທີ 11 ລົງວັນທີ 29 ພຶດສະພາ 2025 (ສະບັບປັບປຸງ) ແລະ ເຜີຍແຜ່ແບບຟອມເກັບກຳຂໍ້ມູນ ເພື່ອປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການເຂົ້າເຖິງການບໍລິການທາງດ້ານການເງິນ ຂອງບັນດາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ບັນດາສາຂາທະນາຄານທຸລະກິດ. ທັງນີ້, ກໍ່ເພື່ອ ສ້າງຄວາມສາມາດ ແລະ ສ້າງຄວາມເຂົ້າໃຈ ຕໍ່ສິດ ແລະ ພັນທະ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພ້ອມທັງເປັນການປະກອບຂໍ້ມູນໃສ່ແບບຟອມເກັບກຳຂໍ້ມູນ ປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ມີເນື້ອໃນຄົບຖ້ວນ ແລະ ສອດຄ່ອງຕາມຄວາມເປັນຈິງ, ເພື່ອແນໃສ່ແກ້ໄຂຂໍ້ຄົງຄ້າງດ້ານວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຢູ່ໃນບັນຊີຕິດຕາມ (ບັນຊີສີເທົາ) ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນເທື່ອລະກ້າວ.





