ກອງປະຊຸມເຜີຍແຜ່ ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດຂະແໜງການອະສັງຫາລິມະຊັບ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ນະຄອນຫຼວງວຽງຈັນ ວັນທີ 22 ພຶດສະພາ 2025
ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ແລະ ກົມທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍ່ຄືຄະນະຮັບຜິດຊອບ ຂະແໜງການອະສັງຫາລິມະຊັບ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ຜົນຂອງບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຊຶ່ງຈັດຂື້ນທີ່ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 22 ພຶດສະພາ 2025 ທີ່ສະໂມສອນໃຫ່ຍສະຖາບັນການທະນາຄານ ໂດຍປະກອບມີຕາງໜ້າຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ແລະ ບັນດາບໍລິສັດອະສັງຫາລິມະຊັບ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ເພື່ອໃຫ້ບັນດາພາກສ່ວນກ່ຽວຂ້ອງຮັບຮູ້ຜົນຂອງບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຂະແໜງການອະສັງຫາລິມະຊັບ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ທັງນີ້ ກໍ່ເພື່ອ ສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດອະສັງຫາລິມະຊັບ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ແນໃສ່ແກ້ໄຂຂໍ້ຄົງຄ້າງດ້ານວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຢູ່ໃນບັນຊີຕິດຕາມ (ບັນຊີສີເທົາ) ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນເທື່ອລະກ້າວ ກອງປະຊຸມຈະດໍາເນີນໄປເປັນເວລາ ເຄິງວັນ.





