ພິທີມອບ-ຮັບ ເຄື່ອງອຸປະກອນເອເລັກໂຕຣນິກ ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ, ສະຖານທູດ ສ. ອາເມລິກາ ປະຈໍາ ສປປ ລາວ (Bureau of International Narcotics and Law Enforcement Affairs “INL”) ເພື່ອຮັບໃຊ້ເຂົ້າໃນວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT)
ໃນຕອນເຊົ້າ ວັນທີ 25 ມິຖຸນາ 2024, ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ, ສະຖານທູດ ສ. ອາເມລິກາ ປະຈໍາ ສປປ ລາວ (Bureau of International Narcotics and Law Enforcement Affairs “INL”) ໄດ້ຈັດພິທີມອບ-ຮັບ ເຄື່ອງອຸປະກອນເອເລັກໂຕຣນິກເພື່ອຮັບໃຊ້ເຂົ້າໃນວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ທີ່ຫ້ອງການສໍານັກງານຂໍ້ມູນຕ້ານການຟອກເງິນ ເພື່ອຮັບໃຊ້ເຂົ້າໃນວຽກງານການແກ້ໄຂຂໍ້ຄົງຄ້າງ ແລະ ວຽກງານການປະເມີນຄວາມສ່ຽງແຫ່ງຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ. ເຂົ້າຮ່ວມພິທີໃນຄັ້ງນີ້ ປະກອບມີ ທ່ານ ຈິນດາໄມ ວິໄລຫົງສ໌, ວ່າການຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ແລະ ທ່ານ Brandon Yoder, INL Deputy Assistant Secretary ພ້ອມດ້ວຍຄະນະຊ່ຽວຊານ, ຄະນະກົມ, ຄະນະພະແນກ ແລະ ວິຊາການ ຕາງໜ້າຈາກ ສຕຟງ ຈໍານວນໜື່ງ. ໃນພິທີດັ່ງກ່າວ ກໍ່ໄດ້ສະຫຼຸບສັງລວມການຊ່ວຍເຫຼືອໃນຂົງເຂດວຽກງານ AML/CFT ຈາກສະຖານທູດ ສ. ອາເມລິກາ ນັບແຕ່ປີ 2018 ເປັນຕົ້ນມາ, ຊຶ່ງການຊ່ວຍເຫຼືອແມ່ນມີຫຼາຍຮູບການ ເປັນຕົ້ນ ການສະໜັບສະໜູນງົບປະມານ (ຜ່ານໂຄງການຊ່ວຍເຫຼືອຫຼ້າທາງດ້ານວິຊາການ ຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ໃນການຈັດຝຶກອົບຮົມ ແລະ ເຜີຍແຜ່ນິຕິກໍາ ເພື່ອການສ້າງຄວາມອາດສາມາດໃຫ້ແກ່ເຈົ້າໜ້າທີ່ດໍາເນີນຄະດີກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ການສະໜັບສະໜູນງົບປະມານຈໍານວນໜຶ່ງເຂົ້າໃນການສ້າງຜູ້ປະເມີນຮອບດ້ານ (Assessor) ຂອງ ສປປ ລາວ, ການເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ ທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້, ກໍ່ໄດ້ຮັບການຊ່ວຍເຫຼືອໃນຂົງເຂດວຽກງານການຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໂດຍຜ່ານສະມາຄົມສະພາທະນາຍຄວາມອາເມລິກາ (the American Bar Association Rule of Law Initiative “ABA ROLI”).





