ກອງປະຊຸມພົບປະແລກປ່ຽນແບບສອງຝ່າຍ ກັບຄະນະກໍາມະການປ້ອງກັນ ແລະ ປາບປາມການຟອກເງິນ ແຫ່ງ ປະເທດໄທ
ໃນວັນທີ 09 ພຶດສະພາ 2024 ຄະນະກຳມະການແຫ່ງຊາດ ເພື່ອຕ້ານການ ຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ນໍາໂດຍ ທ່ານ ຄໍາພັນ ບຸນພາຄົມ, ຮອງປະທານສານປະຊາຊົນສູງສຸດ, ທ່ານ ນາງ ວັດທະນາ ດາລາລອຍ, ຮອງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (Institute for Legal Support and Technical Assistance “ILSTA”) ແລະ ຄະນະຜູ້ແທນຈາກພາກສ່ວນກ່ຽວຂ້ອງຈໍານວນໜື່ງ ໄດ້ເຂົ້າຮ່ວມ ກອງປະຊຸມພົບປະແລກປ່ຽນແບບສອງຝ່າຍ ກັບຄະນະກໍາມະການປ້ອງກັນ ແລະ ປາບປາມການຟອກເງິນ ແຫ່ງ ປະເທດໄທ ຕ້ອນຮັບໂດຍ ທ່ານ ຊັດໄຊ ພຣົມເລີດ ປະທານຄະນະກຳມະການປ້ອງກັນ ແລະ ປາບປາມການຟອກເງິນ ພ້ອມດ້ວຍຄະນະບໍລິຫານຈາກ ສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ກອງປະຊຸມດັ່ງກ່າວ ໄດ້ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Anti-Money Laundering and Combating the Financing of Terrorism “ວຽກງານ AML/CFT”) ໂດຍສະເພາະ ການຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ, ການດຳເນີນຄະດີ ແລະ ການຮ່ວມມືສາກົນ ໃຫ້ມີປະສິດທິຜົນ ແລະ ໄດ້ມາດຕະຖານຕາມຂໍ້ແນະນຳຂອງ ອົງການຕ້ານການຟອກເງິນສາກົນ.





