ສຳນັກງານຂໍ້ມູນຕ້ານການຟອກເງິນAnti-Money Laundering Intelligence Office
ເມນູ

ຜົນການປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ II [ກົດເພື່ອດາວໂຫຼດ]

ຍຸດທະສາດການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ [ກົດເພື່ອດາວໂຫຼດ]

  • ບັນຊີລາຍຊື່ຂວ້ຳບາດຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ [ກົດເພື່ອເຂົ້າຫາລິ້ງ]
  • ບັນຊີລາຍຊື່ຂວ້ຳບາດ ISIL (Da'esh) ແລະ Al-Qaida [ກົດເພື່ອເຂົ້າຫາລິ້ງ]
  • ບັນຊີລາຍຊື່ຂວ້ຳບາດ ຕາລີບັນ [ກົດເພື່ອເຂົ້າຫາລິ້ງ]
  • ຄະນະກຳມະການຂວ້ຳບາດຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ 1718 [ກົດເພື່ອເຂົ້າຫາລິ້ງ]
  • ຄະນະກຳມະການຂວ້ຳບາດຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຕໍ່ປະເທດອີລານ 2231 [ກົດເພື່ອເຂົ້າຫາລິ້ງ]
  • ຈຸດປະສານງານ ທີ່ຮັບຜິດຊອບເພື່ອສະເໜີຖອນລາຍຊື່ອອກຈາກບັນຊີລາຍຊື່ ອົງການ ສະຫະປະຊາຊາດ [ກົດເພື່ອເຂົ້າຫາລິ້ງ]
  • ລະບົບ ກວດບັນຊີລາຍຊື່ຂວ້ຳບາດຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ [ກົດເຂົ້າລະບົບເພື່ອກວດສອບ]
  • ມອບໃຫ້ຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນຜູ້ຊີ້ນໍາໂດຍກົງ ແລະ ກວດກາ ການຈັດຕັ້ງປະຕິບັດ ວຽກງານ ກັກ, ຍຶດ ແລະ ອາຍັດ ທຶນ ຂອງຜູ້ຢູ່ໃນບັນຊີລາຍຊື່ ທີ່ພົວພັນກັບ ການກໍ່ການຮ້າຍ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ລວມທັງວຽກຕ້ານການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງຜານ ຂອງກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານແຫ່ງ ສປປ ລາວ, ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດຂອງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 553/ລບ, ລົງວັນທີ 04 ກັນຍາ 2025 ແລະ ສະບັບເລກທີ 554/ລບ, ລົງວັນທີ 04 ກັນຍາ 2025.

    ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ຫຼື ກຸ່ມຄົນ ໃດໜຶ່ງ ຫາກມີຂໍ້ມູນຢັ້ງຢືນໄດ້ວ່າ ຕົນເອງ ບໍ່ມີພຶດຕິກຳ ຫຼື ການເຄື່ອນໄຫວ ທີ່ເປັນການກໍ່ການຮ້າຍ, ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທໍາລາຍລ້າງຜານ ແລະ ໄດ້ຮັບຜົນກະທົບຈາກການ ຍຶດ ຫຼື ອາຍັດ ທຶນ ມີສິດສະເໜີ ຫຼື ຮ້ອງຂໍ ຕໍ່ ກະຊວງປ້ອງກັນຄວາມສະຫງົບ ເພື່ອພິຈາລະນາ ຖອນຊື່ຕົນເອງອອກຈາກດັ່ງຊື່ລາຍຊື່ດັ່ງກ່າວ ແລະ ພິຈາລະນາແກ້ໄຂຜົນກະທົບຈາກການ ຍຶດ ຫຼື ອາຍັດ ທຶນ.


    ← ກັບຄືນຫາຄັງຂ່າວສານ

    ແລກປ່ຽນບົດຮຽນວຽກງານ ຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຕິດພັນກັບ ອົງການບໍ່ຫວັງຜົນກຳໄລ ທີ່ສໍານັກງານຕ້ານການຟອກເງິນປະເທດອີນໂດເນເຊຍ (PPATK).

    ແລກປ່ຽນບົດຮຽນວຽກງານ ຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຕິດພັນກັບ ອົງການບໍ່ຫວັງຜົນກຳໄລ ທີ່ສໍານັກງານຕ້ານການຟອກເງິນປະເທດອີນໂດເນເຊຍ (PPATK).

    ໃນລະຫວ່າງວັນທີ 23-25 ເມສາ 2024 ສຳນັກງານຂໍ້ມູນຕ້ານການຟອກເງິນ, ຮ່ວມກັບ ກົມພັດທະນາ ແລະ ບໍລິຫານລັດ ກະຊວງພາຍໃນ ແລະ ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ໄດ້ໄປແລກປ່ຽນບົດຮຽນວຽກງານ ຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຕິດພັນກັບ ອົງການບໍ່ຫວັງຜົນກຳໄລ ທີ່ສໍານັກງານຕ້ານການຟອກເງິນປະເທດອີນໂດເນເຊຍ (PPATK). ຈຸດປະສົງແມ່ນ ເພື່ອເປັນການແລກປ່ຽນບົດຮຽນຕໍ່ກັບການຈັ້ດຕັ້ງປະຕິບັດດ້ານວຽກງານ AML/CFT ໂດຍສະເພາະແມ່ນການແກ້ໄຂບັນດາຂໍ້ຄົງຄ້າງຕາມຜົນການປະເມີນ ສປປ ລາວ ຄັ້ງທີ II (Lao PDR Mutual Evaluation Report 2023 “MER”) ເປັນຕົ້ນການປະເມີນຄວາມສ່ຽງແຫ່ງຊາດ, ການວິເຄາະຂ່າວກອງທາງດ້ານການເງິນ ແລະ ການຄຸ້ມຄອງອົງການບໍ່ຫວັງຜົນກຳໄລ ທີ່ຖືກຮັບຮອງໃນເດືອນ ຕຸລາ 2023. ພ້ອມນີ້ ກໍ່ເປັນການເພີ່ມທະວີການຮ່ວມມື ແລະ ເຊື່ອມໂຍ່ງ ໃນຂົງເຂດກຸ່ມປະເທດອາຊຽນ ເພື່ອເຮັດໃຫ້ວຽກງານ AML/CFT ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ.

    ຂໍ້ມູນ-ການເຄື່ອນໄຫວອື່ນໆ

    ການຟອກເງິນ.

    ການຟອກເງິນ ແມ່ນ ການປ່ຽນຮູບ, ນຳໃຊ້, ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງ ຂອງເງິນ ຫຼື ຊັບສິນອື່ນ ທີ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນນັ້ນ ມາຈາກການກະທຳຜິດຕົ້ນ ເພື່ອປົກປິດ ຫຼື ຊຸກເຊື່ອງ ຄຸນລັກສະນະ, ທີ່ມາຂອງເງິນ, ທີ່ຕັ້ງ ຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວ ຖືກຕ້ອງຕາມກົດໝາຍ.

    ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

    ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນ ການເຄື່ອນໄຫວໂດຍເຈດຕະນາ ທັງທາງກົງ ແລະ ທາງອ້ອມ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ພະຍາຍາມໃຫ້, ຮິບໂຮມ, ຈັດຫາທຶນ ທີ່ຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ທັງໝົດ ຫຼື ບາງສ່ວນ ເພື່ອສະໜອງໃຫ້ແກ່ການກໍ່ການຮ້າຍ ຫຼື ຜູ່ກໍ່ການຮ້າຍ ຫຼື ການກະທຳທີ່ພົວພັນກັບການກໍ່ການຮ້າຍໂດຍສະເພາະ ເຖິງວ່າທຶນນັ້ນ ຈະຖືກນຳໃຊ້ ຫຼື ບໍ່ນຳໃຊ້ ເຂົ້າໃນການກະທຳຕົວຈິງກໍຕາມ.

    ເຊື່ອມຕໍ່ກັບເວັບໄຊທ໌ອື່ນກ່ຽວພັນວຽກງານ AML/CFT.

    • Asia/Pacific Group on Money Laundering
    • Financial Action Task Force
    • Egmont Group
    • World Bank
    • International Monetary Fund
    • United Nations

    ສຳນັກງານຂໍ້ມູນຕ້ານການຟອກເງິນ

    ສຳນັກງານຂໍ້ມູນຕ້ານການຟອກເງິນ ແມ່ນ ການຈັດຕັ້ງໜຶ່ງໃນກົງຈັກການຈັດຕັ້ງ ຂອງທະນາຄານ ແຫ່ງ ສປປ ລາວ ແລະ ມີຄວາມເປັນເອກະລາດທາງດ້ານການເຄື່ອນໄຫວວຽກງານວິຊາສະເພາະ.

    ສຳນັກງານຂໍ້ມູນຕ້ານການຟອກເງິນ ມີພາລະບົດບາດຕົ້ນຕໍ ໃນການເກັບກຳຂໍ້ມູນ, ວິເຄາະ, ເຜີຍແຜ່, ປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

    ສຳນັກງານຂໍ້ມູນຕ້ານການຟອກເງິນ ນຳໃຊ້ງົບປະມານຂອງທະນາຄານ ແຫ່ງ ສປປ ລາວ.

    ສໍານັກງານຂໍ້ມູນຕ້ານການຟອກເງິນປະກອບມີ 4 ພະແນກທີ່ເປັນເສນາທິການຊ່ວຍວຽກດັ່ງນີ້:

    1. ພະແນກບໍລິຫານ;

    2. ພະແນກວິເຄາະຂ່າວກອງ;

    3. ພະແນກຕິດຕາມ ແລະ ກວດກາ;

    4. ພະແນກນິຕິກຳ ແລະ ຮ່ວມມືສາກົນ.

    ເພີ່ມເຕີມ

    ຈຳນວນຜູ້ເຂົ້ານຳໃຊ້   

    visitor counter widget