ກອງປະຊຸມການປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນ ຂອງ ສປປ ລາວ ຕິດພັນກັບໄພຂົ່ມຂູ່ ຫຼື ການກະທຳຜິດທາງອາຍາ ທີ່ມີຄວາມສ່ຽງຕໍ່ການຟອກເງິນ ທີ່ເເຂວງຫຼວງນ້ຳທາ ໃນວັນທີ 20-21 ມີນາ 2024
ການປະເມີນໃນຄັ້ງນີ້ແມ່ນເພື່ອແກ້ໄຂຂໍ້ຄົງຄ້າງ ຕາມບົດປະເມີນຜົນຂອງ ສປປ ລາວ ຄັ້ງທີ II (Lao PDR Mutual Evaluation Report 2023 “MER”) ທີ່ຖືກຮັບຮອງໃນເດືອນ ຕຸລາ 2023 ແລະ ຜົນການປະເມີນຊີ້ໃຫ້ເຫັນວ່າ ບໍ່ສາມາດປະຕິບັດຕາມມາດຖານຂອງອົງການຕ້ານການຟອກເງິນສາກົນ ຈຶ່ງເຮັດໃຫ້ ສປປ ລາວ ຕົກຢູ່ໃນບັນຊີຕິດຕາມແບບໃກ້ສິດ ແລະ ເຂັ້ມງວດ (Enhance Expedited Follow-up Report) ຂອງກຸ່ມອາຊີປາຊິຟິກ ເພື່ອຕ້ານການຟອກເງິນ (Asia Pacific on Anti-Money Laundering “APG”) ຈຶ່ງຕ້ອງໄດ້ແກ້ໄຂຂໍ້ຄົງຄ້າງທີ່ເປັນວຽກບຸລິມະສິດພາຍໃຕ້ບົດປະເມີນດັ່ງກ່າວ ໃນຊ່ວງໄລຍະເວລາ 01 ປີ (10/2023 – 10/2024). ກອງປະຊຸມຂອງໄດ້ເນັ້ນໃສ່ເນື້ອໃນການຕອບແບບສອບຖາມ 02 ສະບັບ 1) ແບບສອບຖາມສະເພາະການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ທີ່ມີຂໍ້ຫາການຟອກເງິນ ແລະ 2) ແບບສອບຖາມສະເພາະຄະດີການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ຂໍ້ມູນໄລຍະ 05 ປີ ຍ້ອນຫຼັງ 2018 ຫາ 2022 ຊຶ່ງຂໍ້ມູນຕ່າງໆ ຈະເປັນພື້ນຖານໃນການວິເຄາະລະດັບຄວາມສ່ຽງຂອງບັນດາພຶດຕິກໍາຂອງການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ທີ່ຕິດພັນກັບແຕ່ລະພາກສ່ວນ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ສາມາດກຳນົດໄດ້ຄວາມປ່ຽນແປງຄວາມຜິດຕົ້ນທີ່ເປັນບູລິມະສິດລະດັບຄວາມສ່ຽງ ຕໍ່າ, ກາງ ຫຼື ສູງ.





