ຮ່າງກົດໝາຍ ວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບປັບປຸງ ຢູ່ບັນດາແຂວງພາກເໜືອ ທີ່ແຂວງອຸດົມໄຊ
ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ກໍ່ຄືຄະນະຮັບຜິດຊອບຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ໄດ້ຈັດອງປະຊຸມທາບທາມເປີດກວ້າງຮ່າງກົດໝາຍດັ່ງກ່າວ ຢູ່ບັນດາແຂວງພາກເໜືອ ທີ່ແຂວງອຸດົມໄຊ ໃນລະຫວ່າງວັນທີ 10-11 ມັງກອນ 2024 ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ເພື່ອປະຕິບັດຕາມແຜນວຽກໃນການສ້າງ ແລະ ປັບປຸງນິຕິກໍາ ກໍ່ຄືກົດໝາຍດັ່ງກ່າວ ໃນຂັ້ນຕອບການທາບທາມເປີດກ້ວາງທົ່ວປະເທດ (ຂັ້ນສູນກາງ ແລະ ທ້ອງຖິ່ນ) ຕໍ່ກັບເນື້ອໃນມາດຕາຂອງກົດໝາຍ ທີ່ຈະຮັບການປັບປຸງ ໃຫ້ສອດຄ່ອນກັບມາດຕະຖານສາກົນ, ຫຼັກການນິຕິກໍາ ແລະ ສະພາບຕົວຈິງ ພາຍໃນ ສປປ ລາວ ຊຶ່ງກອງປະຊຸມຈະດໍາເນີນໄປເປັນເວລາ 1ວັນ (1ວັນ ສໍາລັບພາກສ່ວນລັດ ແລະ ອີກ1ວັນ ສໍາລັບພາກສ່ວນເອກະຊົນ) ພ້ອມດຽວກັນນີ້, ເພື່ອຮັປະກັນດ້ານການເຜີຍແຜ່ ໃຫ້ບັນດຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ຄວາມເຂົ້າໃນ ໃນສ່ວນທີ່ຕິດພັນກັບພາລະບົດບາດຂອງທ່ານ ທັງສາມາດໄດ້ຖອດຖອນຈາກກອງປະຊຸມໃນຄັ້ງນີ້ ແລະ ຄະນະຮັບຜິດຄົ້ນຄວ້າປັບປຸງກົດໝາຍດັ່ງກ່າວເອງ ກໍ່ສາມາດໝູນໃຊ້ຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆ ເຂົ້າໃນການປັບປຸງເນື້ອໃນມາດຕາຂອງກົດໝາຍ ວ່າດ້ວຍ ຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບປັບປຸງ ຕາມແຜນວຽກ ແລະ ກໍານົດເວລາ. ສະນັ້ນ, ກອງປະຊຸມໃນຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສໍາຄັນ ຢ່າງຍິ່ງຕໍ່ກັບປະຕິບັດຕາມຂັ້ນຕອນການສ້າງ ແລະ ປັບປຸງ ກົດໝາຍກົດໝາຍ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກໍາ ຂອງ ສປປ ລາວ ເພື່ອໃຫ້ສາມາດດໍາເນີນຂັ້ນຕອນຕໍ່ໄປໃນການປັບປຸງ ແລະ ນໍາສະເໜີຕໍ່ລັດຖະບານ ແລະ ສະພາແຫ່ງຊາດໃຫ້ທັນຕາມກໍານົດເວລາ.





