ກອງປະຊຸມຄະນະສະເພາະກິດ ຮັບຜິດຊອບການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ່ 2 ໃນປີ 2020-2021 ຂອງພາກສ່ວນທີ່ 1 ວຽກງານເຜີຍແຜ່ ແລະ ເຊື່ອມຊືມ.
ໃນວັນທີ 8 ພະຈິກ 2019, ເວລາ 8:30-11:30 ທີ່ ຫ້ອງປະຊຸມຊັ້ນ 7 ຕືກຕະຫຼາດຫຼັກຊັບ ລາວ ໄດ້ຈັດກອງປະຊຸມຄະນະສະເພາະກິດ ຮັບຜິດຊອບການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ່ 2 ໃນປີ 2020-2021 ຂອງພາກສ່ວນທີ່ 1 ວຽກງານເຜີຍແຜ່ ແລະ ເຊື່ອມຊືມ ຊຶ່ງຈັດເປັນຄັ້ງທໍາອິດ, ໂດຍການເປັນປະທານຂອງ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າຄະນະພາກສ່ວນທີ 1. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບມີ ທ່ານຮອງລັດຖະມົນຕີກະຊວງການເງິນ, ຮອງຫົວໜ້າຄະນະ, ບັນດາຄະນະກໍາມະການ ແລະ ອະນຸກໍາມະການ ຈາກກົມກ່ຽວຂ້ອງ ຂອງບັນດາກະຊວງອົງການອ້ອມຂ້າງ ແລະ ພາຍໃນ ສຕຟງ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ເປັນເອກະພາບກັນກ່ຽວກັບແຜນວຽກລະອຽດ ແລະ ກໍານົດໄລຍະເວລາຈັດຕັ້ງປະຕິບັດຂອງການເຜີຍແຜ່ ແລະ ເຊື່ອມຊຶມວຽກງານ AML/CFT, ທັງນີ້ກໍ່ເພື່ອກະກຽມຄວາມພ້ອມຮອງຮັບໃຫ້ແກ່ການກະກຽມການປະເມີນຜົນຮອບດ້ານ ຂອງ ສປປ ລາວ ທີ່ຈະມີວາລະປະເມີນໃນປີ 2020-2021.