ກອງປະຊຸມສະໄໝສາມັນຄັ້ງທີ II ປະຈໍາປີ 2018 ຂອງຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ).
ກອງປະຊຸມສະໄຫມສາມັນຄັ້ງທີ II ປະຈຳປີ 2018 ຂອງຄະນະກຳມະການແຫ່ງຊາດເພື່ອຕ້ານກນຟອກເງິນແລະສະຫນອງທືນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ໄດ້ໄຂຂື້ນຕອນບ່າຍຂອງວັນທີ 27 ທັນວາ 2018 ທີ່ຫ້ອງປະຊຸມຊັ້ນ IV ທະນາຄານແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເປັນທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງການ ເງິນ, ປະທານຄຕຟງ. ພ້ອມນີ້, ກໍມີບັນດາສະມາຊິກ ຄຕຟງ ເຂົ້າຮ່ວມກອງປະຊຸມ. ກອງປະຊຸມໄດ້ຕີລາຄາສູງ ຜົນສຳເລັດວຽກງານການປະເມີນຄວມສ່ຽງລະດັບຊາດ ຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ ຄັ້ງທຳອິດຂອງ ສປປ ລາວ, ພ້ອມທັງຮັບຮອງເອົາແຜນປະຕິບັດງານ ເພື່ອແກ້ໄຂຄວາມສ່ຽງ ຈາກຜົນການປະເມີນຄວາມສ່ຽງທີ່ໄດ້ຮັບ. ກອງປະຊຸມຍັງໄດ້ຮັບຊາບຜົນຄວາມຄືບຫນ້າໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ສະໜອງທືນແກ່ການກໍ່ການຮ້າຍ ໂດຍສະເພາະ ການຂະຫຍາຍກົນໄກການຮ່ວມມືລະຫວ່າງອົງການສຶບສວນ-ສວບສວນ, ຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ເພື່ອໃຫ້ສາມາດ ມີຂໍ້ມູນ ແລະ ເຂົ້າເຖິງແຫລ່ງຂໍ້ມູນຂອງບັນດາພາກສ່ວນຕ່າງໆນຳໄປເຖິງການດຳເນີນຄະດີອາສະຍາກຳທີ່ເປັນຄວາມຜິດຕົ້ນຂອງການຟອກເງິນໃຫ້ມີປະສິດທິຜົນຍິ່ງຂື້ນ ພ້ອມກັບການສ້າງເຄື່ອຂ່າຍການຮ່ວມມືລະຫວ່າງອົງກອນທີ່ກ່ຽວຂ້ອງໃຫ້ກວ້າງອອກ, ນອກຈາກນີ້ຍັງສືບຕໍ່ໃນການສ້າງຄວາມສາມາດໃນລວງເລິກໃຫ້ກັບເຈົ້າໜ້າທີ່ກ່ຽວຂ້ອງກ່ຽວກັບວຽກຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ. ກອງປະຊຸມໄດ້ຮັບຮອງເອົາແຜນວຽກການຕ້ານການຟອກເງິນ ແລະ ສະໜອງທືນແກ່ການກໍ່ການຮ້າຍຂອງ ສປປ ລາວ ປະຈຳປີ 2019 ແມ່ນການກະກຽມຮອບດ້ານ ເພື່ອຣັບຮອງການປະເມີນຮ່ວມຮອບທີ່2(ME) ຂອງ ສປປ ລາວ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນແກ່ການກໍ່ການຮ້າຍ 2020-2021ໂດຍ ກຸ່ມອາຊີປາຊີຟິກ (APG).