ສໍານັກງານຂໍ້ມູນຕ້ານການຟອກເງິນ ຊຶ່ງເປັນກອງເລຂາໃຫ້ແກ່ ຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ຮ່ວມມືກັບອົງການຕຸລາການ ແລະ ອົງການສືບສວນ - ສອບສວນ (ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ອົງການກວດກາລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ,ສານປະຊາຊົນສູງສຸດ ແລະ ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ) ໄດ້ຈັດຝຶກອົບຮົມໃນຫົວຂໍ້: ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT ) ເຂົ້າໃນຂະບວນການສືບສວນ - ສອບສວນ ຄະດີການກະທໍາຜິດຕົ້ນ ທີ່ຕິດພັນກັບສະຖານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ເຈົ້າໜ້າທີ່ ສືບສວນ - ສອບສວນ ໃນຂອບເຂດທົ່ວປະເທດ.
ໃນວັນທີ 12 ຕຸລາ 2018 ທີ່ຜ່ານມາ ສຳນັກງານຂໍ້ມູນຕ້ານການຟອກເງິນ "ໄດ້ຈັດຂະບວນການກິລາມິດຕະພາບບານເຕະຊາຍ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ພົບກັບ ກົມປ້ອງກັນພາຍໃນ, ກະຊວງປ້ອງກັນປະເທດ" ເພື່ອເປັນການສ້າງຂະບວນການຊົມເຊີຍວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ, ວັນສ້າງຕັ້ງກອງທັບປະຊາຊົນຄົບຮອບ 70 ປີ ແລະ ວັນສ້າງຕັ້ງກົມປ້ອງກັນພາຍໃນກອງທັບຄົບຮອບ 54 ປີ ພ້ອມທັງເປັນການຮັດແໜ້ນຄວາມສາມາຄີຂອງທັງສອງຝ່າຍໃນການປະສານງານກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ວຽກງານອື່ນໆ.
ໃນລະຫວ່າງວັນທີ 18 – 22 ກັນຍາ 2018 ທີ່ນະຄອນຫຼວງພະນົມເປັນ ປະເທດກໍຳປູເຈຍ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ໄປຢ້ຽມຢາມ ແລະ ຖອດຖອນບົດຮຽນກັບໜ່ວຍຂ່າວກອງທາງດ້ານການເງິນຂອງປະເທດກຳປູເຈຍ (The Cambodia of Financial Intelligence Unit -CAFIU) ທາງດ້ານການພັດທະນາລະບົບຂໍ້ມູນຂ່າວສານທີ່ທັນສະໄໝຊ່ວຍໃນວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍເປັນຕົ້ນແມ່ນ ລະບົບພື້ນຖານໂຄງລ່າງທາງດ້ານໄອທີ, ລະບົບໃນການຊ່ວຍວິເຄາະຂ່າວກອງ ແລະ ອື່ນໆ ເພື່ອສາມາດຕອບສະໜອງໄດ້ຕາມມາດຕະຖານສາກົນ.
ອົງການຄຸ້ມຄອງການເງິນ ເເຫ່ງສະຫະພັນຣັດເຊຍ (Rosfinmonitoring) ແລະ ສູນເຕັກນິກ ແລະ ການຈັດຝຶກອົບຮົມສາກົນ ຂອງອົງການທີ່ບໍ່ຫວັງຜົນກຳໄລເອກະລາດ ໃນການກວດສອບທາງດ້ານການເງິນ (ITMCFM) ຂອງສະຫະພັນ ຣັດເຊຍ ໄດ້ຈັດຫຼັກສູດຝຶກອົບຮົມ ໃນຫົວຂໍ້ “ການປັບປຸງຄຸນນະພາບຂອງລະບົບການຈັດຕັ້ງປະຕິບັດວຽກງານ AML/CFT ແຫ່ງຊາດໃຫ້ແກ່ເຈົ້າໜ້າທີ່ຈາກ ສປປ ລາວ” ຊຶ່ງຈັດຂຶ້ນໃນວັນທີ 28-30 ສິງຫາ 2018 ທີ່ນະຄອນຫຼວງມົດສະກູ, ສະຫະພັນຣັດເຊຍ. ໂດຍມີເຈົ້າໜ້າທີ່ຕາງໜ້າຈາກສໍານັກງານຂໍ້ມູນຕ້ານການຟອກເງິນ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ເຂົ້າຮ່ວມ ຈໍານວນ 07 ທ່ານ. ຈຸດປະສົງ ເພື່ອເປັນການແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານ AML/CFT ລະຫວ່າງໜ່ວຍງານຂໍ້ມູນຂ່າວກອງທາງດ້ານການເງິນຂອງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃນຂົງເຂດວຽກງານການສືບສວນ-ສອບສວນທາງດ້ານການເງິນ, ກິດຈະກໍາການຄົ້ນຄວ້າທາງດ້ານການວິເຄາະ ແລະ ການຄຸ້ມຄອງການນໍາເຂົ້າແຫຼ່ງທຶນ, ພ້ອມທັງປຶກສາຫາລືກ່ຽວກັບເປົ້າໝາຍໃນການພັດທະນາສາຍສໍາພັນຂອງທັງສອງຝ່າຍ ໂດຍສະເພາະການແລກປ່ຽນບົດຮຽນ ແລະ ປະສົບການທີ່ດີໃນການຈັດຕັ້ງປະຕິບັດວຽກງານ AML/CFT ແຫ່ງຊາດ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ.
ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ (ປປງ) ແຫ່ງປະເທດໄທໄດ້ຈັດການຝຶກອົບຮົມ ໃນຫົວຂໍ້ “ການວິເຄາະ ແລະ ການສືບສວນ-ສອບສວນ ທາງດ້ານການເງິນ” ຂຶ້ນໃນລະຫວ່າງວັນທີ 30 - 31 ສິງຫາ 2018 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຂັນທະລີ ວົງໄຊຍະລາດ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ພິລະທອນ ວິມົນໂລຫະການ (MR. PEERATHORN VIMOLLOHAKARN) ຜູ້ອຳນວຍການກອງກົດໝາຍສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ (ປປງ) ແຫ່ງປະເທດໄທ; ໂດຍມີ ຊ່ຽວຊານ ພ້ອມດ້ວຍຄະນະຈາກສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ (ປປງ) ແຫ່ງປະເທດໄທ, ຄະນະພະແນກ ແລະ ພະນັກງານວິຊາການຈາກ ສຕຟງ ເຂົ້າຮ່ວມ.
ສະຖາບັນເພື່ອການຄົ້ນຄວ້າວິໄຈກ່ຽວກັບການປ້ອງກັນ ແລະ ການຮັກສາ ຄວາມປອດໄພ (Royal United Services Institute for Defence and Security Studies “RUSI”) ປະເທດອັງກິດ ໄດ້ຈັດກອງປະຊຸມ ໃນຫົວຂໍ້ “ຕ້ານການສະໜອງທຶນໃຫ້ແກ່ການແຜ່ຂະຫຍາຍອາວຸດທີ່ມີອານຸພາບທໍາລາຍລ້າງສູງ ໃນລະດັບພາກພື້ນ” ຂຶ້ນໃນລະຫວ່າງວັນທີ 27-31 ສິງຫາ 2018 ໂດຍມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ ລວມທັງ ຜູ້ແທນຈາກ ສປປ ລາວ (ຫົວໜ້າ ສຕຟງ, ຮອງຫົວໜ້າກົມປ້ອງກັນພາຍໃນ ກະຊວງ ປກຊ ແລະ ກົມວິທະຍາສາດ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ແລະ ຈາກບັນດາປະເທດໃນພູມມິພາກອາຊີປາຊິຟິກ ທີ່ເຂົ້າຮ່ວມຕົວຈິງ ປະກອບມີ ປະເທດ: ມາເລເຊຍ, ສິງກະໂປ, ອິນໂດເນເຊຍ, ຟິລິປິນ, ກໍາປູເຈ້ຍ ແລະ ໄທ ເຂົ້າຮ່ວມ. ທັງນີ້ກອງປະຊຸມດັ່ງກ່າວ ກໍ່ເພື່ອນໍາສະເໜີມາດຖານສາກົນ ກ່ຽວກັບການຕ້ານ ແຜ່ຂະຫຍາຍອາວຸດ ທີ່ມີອານຸ ພາບທໍາລາຍລ້າງສູງ ແລະ ການສະໜອງທຶນໃຫ້ແກ່ການກະທໍາດັ່ງກ່າວ (Countering Proliferation Finance) ໂດຍການນໍາສະເໜີ ການວິເຄາະຄວາມສ່ຽງຕໍ່ບັນຫາດັ່ງກ່າວ ໃນລະດັບພາກພື້ນອາຊີອາຊິຟິກ ຊຶ່ງໄດ້ເນັ້ນໃສ່ ການລະດົມຄໍາເຫັນກ່ຽວກັບແນວທາງປະຕິບັດ ເພື່ອປ້ອງກັນບໍ່ໃຫ້ມີ ການໄຫລວຽນຂອງເງິນທຶນທີ່ຜິດກົດໝາຍ ທີ່ຕິດພັນກັບໂຄງການແຜ່ຂະຫຍາຍອາວຸດທີ່ມີອານຸພາບທໍາລາຍລ້າງສູງ ແລະ ການລະກໍານົດຄວາມເປັນໄປໄດ້ ກ່ຽວກັບວິທີການເພີ່ມການຮ່ວມມືສາກົນ ລະຫວ່າງກັນຂອງບັນດາປະເທດ ໃນລະພູມມີພາກອາຊີປາຊິຟິກ.
ຄະນະສະເພາະກິດເພື່ອການປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຮ່ວມກັບ ທະນາຄານໂລກ ໄດ້ຈັດກອງປະຊຸມສໍາມະນາ“ສະຫຼຸບບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ”(National Money Laundering and Terrorist Financing Risk Assessment “NRA”) ລະຫວ່າງວັນທີ 21-23 ສິງຫາ 2018 ທີ່ໂຮງແຮມດອນຈັນພາເລດຊ, ນະຄອນຫຼວງວຽງຈັນໂດຍການເປັນປະທານຮ່ວມ ຂອງ ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງປະທານ ຄຕຟງ, ຫົວໜ້າຄະນະສະເພາະກິດ ຊີ້ນໍາລວມກ່ຽວກັບວຽກງານNRAແລະ ທ່ານ ນິໂກລາ ປອນຕາຣາ (Nicola Pontara) ຫົວໜ້າທະນາຄານໂລກ ປະຈຳ ສປປ ລາວ ແລະ ມີສະມາຊິກຄະນະຊີ້ນໍາລວມວຽກງານ NRA, ຄະນະຊ່ຽວຊານຈາກທະນາຄານໂລກ ແລະ ຄະນະອະນຸກຳມະການ ປະເມີນຄວາມສ່ຽງລະດັບຊາດ ແລະ ວິຊາການຕາງໜ້າຈາກພາກສ່ວນກ່ຽວຂ້ອງກໍໄດ້ເຂົ້າຮ່ວມ ຈໍານວນ 100 ກວ່າທ່ານ.
ກອງປະຊຸມແບບຊ່ອງໜ້າຂອງກຸ່ມທີ່ປຶກສາທາງດ້ານຂໍ້ມູນຂ່າວກອງທາງດ້ານການເງິນຄັ້ງນີ້ ແມ່ນຖືກຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບວຽກງານທີ່ປິ່ນອ້ອມການຕ້ານ ແລະ ສະກັດກັ້ນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງກຸ່ມດັ່ງກ່າວ ໂດຍສະເພາະແມ່ນ 10 ປະເທດອາຊຽນ, ອົດສະຕາລີ ແລະ ນິວຊີແລນ.
ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານ ແຫ່ງ ສປປ ລາວ ຮ່ວມກັບ ພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ (International Narcotics and Law Enforcement “INL”), ສະຖານທູດ ສ.ອາເມລິກາ ປະຈໍາ ສປປ ລາວ ແລະ ສະຖາບັນການທະຫານ ສໍາລັບການສຶກສາກົດໝາຍສາກົນ (Defense Institute for International Legal Studies “DIILS”) ໄດ້ຈັດການຝຶກອົບຮົມ ໃນຫົວຂໍ້ “ເຕັກນິກການສືບສວນ-ສອບສວນ ການສັ່ງຟ້ອງຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ” ຂຶ້ນໃນລະຫວ່າງວັນທີ 18-20 ມິຖຸນາ 2018 ທີ່ ແຂວງຈໍາປາສັກ ໂດຍການເປັນປະທານຮ່ວມຂອງທ່ານ ຈິນດາໄມ ວິໄລຫົງສ໌ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ ບົວລີ ເພັດສົງຄາມ ຫົວໜ້າຫ້ອງວ່າການແຂວງຈຳປາສັກ ແລະ ທ່ານ ໂຈເຊບ ນາຣັສ (Mr. Joseph Narus) ຫົວໜ້າພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ, ສະຖານທູດ ສ.ອາເມລິກາ ປະຈຳ ສປປ ລາວ; ໂດຍມີ ຫົວໜ້າສະຖາບັນການທະຫານ ສໍາລັບການສຶກສາກົດໝາຍສາກົນ ແລະ ຊ່ຽວຊານ ພ້ອມດ້ວຍທີມງານຈາກສະຖານທູດ ສ.ອາເມລິກາ ພ້ອມດ້ວຍ ບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານ ແຫ່ງ ສປປ ລາວ ຮ່ວມກັບ ສະຖານທູດ ສ.ອາເມລິກາ ປະຈໍາ ສປປ ລາວ ແລະ ສະຖາບັນການທະຫານ ສຳລັບການສຶກສາກົດໝາຍສາກົນ ໄດ້ຈັດການຝຶກອົບຮົມໃນຫົວຂໍ້ “ເຕັກນິກການສືບສວນ-ສອບສວນ ການສັ່ງຟ້ອງຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ” ຂຶ້ນລະຫວ່າງວັນທີ 13-15 ມິຖຸນາ 2018 ທີ່ ແຂວງຫຼວງພະບາງ ຊຶ່ງການເປັນປະທານໂດຍ ທ່ານ ນາງແພງສີ ແພງເມືອງ ຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ໂດຍມີ ຫົວໜ້າສະຖາບັນການທະຫານ ສໍາລັບການສຶກສາກົດໝາຍສາກົນ ແລະ ຊ່ຽວຊານ ພ້ອມດ້ວຍທີມງານ ຈາກ ສະຖານທູດ ສ.ອາເມລິກາ ພ້ອມດ້ວຍ ບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 30 ພຶດສະພາ 2018 ທີ່ຫ້ອງປະຊຸມຊັ້ນ 7 ຂອງກົມຄຸ້ມຄອງສະຖາບັນການເງິນ, ຕຶກຕະຫຼາດຫຼັກຊັບ ໄດ້ມີການຈັດກອງປະຊຸມຄະນະສະເພາະກິດຊີ້ນໍາລວມ ເພື່ອປະເມີນຄວາມສ່ຽງລະດັບຊາດກ່ຽວກັບການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (NRA) ຄັ້ງທີ 2 ປະຈໍາປີ 2018 ໂດຍການເປັນປະທານຂອງທ່ານ ພົຕ ກົງທອງ ພົງວິຈິດ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງປະທານ ຄຕຟງ, ຫົວໜ້າຄະນະສະເພາະກິດຊີ້ນໍາລວມການປະເມີນ NRA; ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີບັນດາຄະນະຊີ້ນຳລວມ NRA, ຫົວໜ້າຄະນະອານຸກໍາມະການ ແລະ ກອງເລຂາ NRA ເຂົ້າຮ່ວມທັງໝົດຈໍານວນ 32 ທ່ານ. ທັງນີ້ກໍ່ເພື່ອຕີລາຄາຜົນການຈັດຕັ້ງປະຕິບັດ ແລະ ແຜນການເຄື່ອນໄຫວວຽກງານໃນໄລຍະຕໍ່ໜ້າ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານປະເມີນຄວາມສ່ຽງລະດັບຊາດ ໃຫ້ສໍາເລັດຕາມແຜນທີ່ໄດ້ກໍານົດໄວ້.
ກອງປະຊຸມຄະນະ AML Working Group ຈັດຂຶ້ນວັນທີ 17 ມັງກອນ 2018 ທີ່ ທະນາຄານແຫ່ງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ນອກຈາກນີ້ຍັງມີແຂກຖືກເຊີນຈາກກະຊວງອ້ອມຂ້າງ ແລະ ພະນັກງານພາຍໃນ ສຕຟງ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ.
ໃນວັນທີ 09 ມັງກອນ 2018 ທີ່ຫ້ອງປະຊຸມຊັ້ນ 4 ທະນາຄານແຫ່ງ ສປປ ລາວ ໄດ້ມີການຈັດກອງປະຊຸມຄະນະສະເພາະກິດເພື່ອປະເມີນຄວາມສ່ຽງລະດັບຊາດ ກ່ຽວກັບການຟອກເງີນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ໂດຍການເປັນປະທານຂອງທ່ານ ພົຕ ກົງທອງ ພົງວິຈິດ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງປະທານ ຄຕຟງ ພ້ອມດ້ວຍຄະນະຊີ້ນຳລວມວຽກງານປະເມີນຄວາມສ່ຽງລະດັບຊາດ, ຄະນະກົມ, ຄະນະພະແນກ ທີ່ມາຈາກທະນາຄານແຫ່ງ ສປປ ລາວ ແລະ ກະຊວງອ້ອມຂ້າງ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ທັງນີ້ກໍ່ເພື່ອລາຍງານຜົນການຈັດຕັ້ງປະຕິບັດວຽກງານປະເມີນຄວາມສ່ຽງລະດັບຊາດ ໄລຍະ 03 ເດືອນທີ່ຜ່ານມາ ພ້ອມທັງປືກສາຫາລື ແລະ ຂໍທິດຊີ້ນຳຈາກ ຄະນະຊີ້ນຳລວມ ກ່ຽວກັບຂໍ້ຄົງຄ້າງ ເພື່ອປັບປຸງ-ແກ້ໄຂ ແລະ ສືບຕໍ່ຈັດຕັ້ງປະຕິບັດແຜນການໃນຕໍ່ໜ້າ ໃຫ້ທັນຕາມກຳນົດໄລຍະເວລາ ແລະ ໃຫ້ໄດ້ຮັບຜົນສຳເລັດ.
ໃນວັນທີ 15 ພະຈິກ 2017 ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນການທະນາຄານ ໄດ້ມີການຈັດກອງປະຊຸມລົງເຜີຍແຜ່ກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳທີ່ຕິດພັນ, ໂດຍການເປັນປະທານຂອງທ່ານ ນາງ ຂັນທະລີ ວົງໄຊຍະລາດ, ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ພ້ອມດ້ວຍຄະນະພະແນກ ແລະ ວິຊາການ ສຕຟງ ນອກຈາກນັ້ນຍັງມີອາຈານ ແລະ ນັກຮຽນຈາກມະຫາວິທະຍາໄລແຫ່ງຊາດ ແລະ ຈາກສະຖາບັນການທະນາຄານ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ທັງນີ້ກໍ່ເພື່ອໃຫ້ບັນດາຄູອາຈານ ແລະ ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອທີ່ຈະເປັນຜູ້ນຳເອົາໄປຈັດຕັ້ງປະຕິບັດຄຽງຄູ່ກັບວຽກງານຂອງຕົນເອງໃນອານາຄົດໃຫ້ໄປໃນລວງດຽວກັນ ແລະ ໃຫ້ໄດ້ຮັບຜົນດີ.
ການຟອກເງິນ ແມ່ນ ການປ່ຽນຮູບ, ນຳໃຊ້, ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງ ຂອງເງິນ ຫຼື ຊັບສິນອື່ນ ທີ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນນັ້ນ ມາຈາກການກະທຳຜິດຕົ້ນ ເພື່ອປົກປິດ ຫຼື ຊຸກເຊື່ອງ ຄຸນລັກສະນະ, ທີ່ມາຂອງເງິນ, ທີ່ຕັ້ງ ຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວ ຖືກຕ້ອງຕາມກົດໝາຍ.
ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນ ການເຄື່ອນໄຫວໂດຍເຈດຕະນາ ທັງທາງກົງ ແລະ ທາງອ້ອມ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ພະຍາຍາມໃຫ້, ຮິບໂຮມ, ຈັດຫາທຶນ ທີ່ຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ທັງໝົດ ຫຼື ບາງສ່ວນ ເພື່ອສະໜອງໃຫ້ແກ່ການກໍ່ການຮ້າຍ ຫຼື ຜູ່ກໍ່ການຮ້າຍ ຫຼື ການກະທຳທີ່ພົວພັນກັບການກໍ່ການຮ້າຍໂດຍສະເພາະ ເຖິງວ່າທຶນນັ້ນ ຈະຖືກນຳໃຊ້ ຫຼື ບໍ່ນຳໃຊ້ ເຂົ້າໃນການກະທຳຕົວຈິງກໍຕາມ.
ສຳນັກງານຂໍ້ມູນຕ້ານການຟອກເງິນ ແມ່ນ ການຈັດຕັ້ງໜຶ່ງໃນກົງຈັກການຈັດຕັ້ງ ຂອງທະນາຄານ ແຫ່ງ ສປປ ລາວ ແລະ ມີຄວາມເປັນເອກະລາດທາງດ້ານການເຄື່ອນໄຫວວຽກງານວິຊາສະເພາະ.
ສຳນັກງານຂໍ້ມູນຕ້ານການຟອກເງິນ ມີພາລະບົດບາດຕົ້ນຕໍ ໃນການເກັບກຳຂໍ້ມູນ, ວິເຄາະ, ເຜີຍແຜ່, ປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.
ສຳນັກງານຂໍ້ມູນຕ້ານການຟອກເງິນ ນຳໃຊ້ງົບປະມານຂອງທະນາຄານ ແຫ່ງ ສປປ ລາວ.
ສໍານັກງານຂໍ້ມູນຕ້ານການຟອກເງິນປະກອບມີ 4 ພະແນກທີ່ເປັນເສນາທິການຊ່ວຍວຽກດັ່ງນີ້:
1. ພະແນກບໍລິຫານ;
2. ພະແນກວິເຄາະຂ່າວກອງ;
3. ພະແນກຕິດຕາມ ແລະ ກວດກາ;
4. ພະແນກຂໍ້ມູນຂ່າວສານ.