ຜົນການປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ [ກົດເພື່ອດາວໂຫຼດ]

ຍຸດທະສາດການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ [ກົດເພື່ອດາວໂຫຼດ]

ມອບໃຫ້ຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ), ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ, ຫົວໜ່ວຍທີ່ມີໜ້າທີ່ລາຍງານ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ປະຕິບັດຕາມຂັ້ນຕອນ, ວິທີການໃນການກັກ, ການຍຶດ ແລະ ການອາຍັດ ແລະ ແກ້ໄຂ ທຶນທີ່ພົວພັນກັບຜູ່ກໍ່ການຮ້າຍ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ການແຜ່ຜາຍອາວຸດທຳລາຍລ້າງຜານ ແລະ ການກຳນົດ ບັນຊີລາຍຊື່ຜູ້ທີ່ພົວພັນກັບຜູ່ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມທີ່ໄດ້ກຳນົດໄວ້ໃນຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກທີ 03/ນຍ ແລະ 20/ນຍ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ທີ່ໄດ້ຮັບຜົນກະທົບຈາກການກັກ, ການຍຶດ ແລະ ອາຍັດ ທຶນ ແລະ ອື່ນໆ ໃຫ້ຮ້ອງຂໍໄປຫາອົງການໄອຍະການປະຊາຊົນ ເພື່ອຄົ້ນຄວ້າພິຈາລະນານຳໃຊ້ມາດຕະການແກ້ໄຂ.

ຂ່າວສານ ແລະ ການເຄື່ອນໄຫວຕ່າງໆ

ກອງປະຊຸມຝຶກອົບຮົມ “ທັກສະການຄຸ້ມຄອງວຽກງານ AML ໃຫ້ແກ່ເຈົ້າໜ້າທີ່ຜູ້ສ້າງລະບຽບການໃນຂະແໜງການເງິນ ແລະ ບໍ່ນອນໃນຂະແໜງການເງິນ ຂອງ ສປປ ລາວ

ໃນລະຫວ່າງວັນທີ 1-2 ມິຖຸນາ 2023 ທີ່ນະຄອນຫຼວງວຽງຈັນ, ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ສະພາທະນາຄວາມ ສະຫະລັດອາເມລິກາປະຈຳຫວຽດນາມ (ABA ROLI) ໄດ້ຮ່ວມກັນຈັດການຝຶກອົບຮົມ ໃນຫົວຂໍ້: “ທັກສະການຄຸ້ມຄອງ ວຽກງານ AML ໃຫ້ແກ່ ເຈົ້າໜ້າທີ່ຜູ້ສ້າງລະບຽບການໃນຂະແໜງການເງິນ ແລະ ບໍ່ນອນໃນຂະ ແໜງການເງິນ ຂອງ ສປປ ລາວ” ພາຍໃຕ້ທຶນສະໜັບສະໜູນຈາກໂຄງການ INL ຂອງ ສ.ອາເມລິກາ, ໃຫ້ກຽດເປັນປະທານໃນຊຸດຝຶກອົບຮົມດັ່ງກ່າວໂດຍ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ William C. Solley ຕາງໜ້າຈາກໂຄງການ INL ແລະ ທ່ານ Michael Paul Sullivan ຫົວໜ້າຫ້ອງການ ABA ROLI ຊຶ່ງມີຜູ້ເຂົ້າຮ່ວມທັງໝົດປະມານ 47 ທ່ານ ຈາກພາກສ່ວນກ່ຽວຂ້ອງໃນຂະແໜງການເງິນ ແລະ ບໍ່ນອນໃນຂະ ແໜງການເງິນ. ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບທັກສະການຄຸ້ມຄອງ ວຽກງານ AML ໃຫ້ແກ່ ເຈົ້າໜ້າທີ່ຜູ້ສ້າງລະບຽບການໃນຂະແໜງການເງິນ ແລະ ບໍ່ນອນໃນຂະແໜງການເງິນ ຂອງ ສປປ ລາວ ພ້ອມທັງເປັນການແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຂະແໜງການເງິນ ແລະ ບໍ່ນອນໃນຂະແໜງການເງິນ ລະຫວ່າງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງ ສປປ ລາວ ເອງ ແລະ ຖອດຖອນບົດຮຽນກັບສາກົນ


ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ກົມພາສີ ກະຊວງການເງິນ ໄດ້ລົງເຜີຍແຜ່ການນຳໃຊ້ລະບົບລາຍງານ CBR

ໃນລະຫວ່າງວັນທີ 22-26 ພຶດສະພາ 2023 ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໂດຍຮ່ວມກັບ ກົມພາສີ, ກະຊວງການເງິນ ໄດ້ລົງເຜີຍແຜ່ການນຳໃຊ້ລະບົບລາຍງານ “ການເເຈ້ງເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນໃນເວລາເດີນທາງເຂົ້າ-ອອກ ສປປ ລາວ” ຫຼື ເອີ້ນວ່າລະບົບ (Cross Border Report “CBR”) ໃຫ້ແກ່ເຈົ້າໜ້າທີ່ພາສີປະຈຳຢູ່ດ່ານຊາຍແດນພາກເໜືອ (ແຂວງ ບໍ່ແກ້ວ, ຫຼວງນ້ຳທາ ແລະ ໄຊຍະບູລີ). ປະກອບມີເຈົ້າໜ້າທີ່ຈາກດ່ານພາສີສາກົນ, ດ່ານພາສີທ້ອງຖິ່ນ ແລະ ດ່ານພາສີປະເພນີຂອງທັງ 03 ແຂວງ. ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອຕິດຕາມ, ຊຸກຍູ້ເຈົ້າໜ້າທີ່ພາສີໃຫ້ມີການຈັດຕັ້ງປະຕິບັດວຽກງານການເເຈ້ງເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນໃນເວລາເດີນທາງເຂົ້າ-ອອກ ສປປ ລາວ ແລະ ເຜີຍແຜ່ການລາຍງານ CBR ຜ່ານລະບົບຂອງສຳນັກງານຂໍ້ມູນຕ້ານການຟອກເງິນ.


ຂະບວນການກິລາມິດຕະພາບບານເຕະ ເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ 2023 ຄົບຮອບ 137 ປີ

ໃນຕອນແລງ ຂອງວັນທີ 05 ພຶດສະພາ 2023 ເວລາ 18:00 ທີ່ເດີ່ນເຕະບານອາໂລຮາ, ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ທະນາຄານອຸດສາຫະກຳແລະການຄ້າຈີນ ຈຳກັດ (ICBC) ໄດ້ຮ່ວມກັນສ້າງກິດຈະກຳຂະບວນການກິລາມິດຕະພາບ ບານເຕະ ແລະ ເປຕັງ ເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ 2023 ຄົບຮອບ 137 ປີ ທີ່ມາເຖິງນີ້ ເພື່ອເປັນການຮັດແໜັນຄວາມສາມາຄີຂອງທັງສອງພາກສ່ວນ ໃນການຈັດຕັ້ງປະຕິບັດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ພ້ອມດຽວກັນນີ້, ກໍ່ເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງມູນເຊື້ອການຕໍ່ສູ້ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ໄດ້ເຕົ້າຮ່ວມກັນລຸກຮື້ຂື້ນຕໍ່ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງກໍາມະກອນຊາວຜູ້ອອກແຮງງານ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນຈາກພວກນາຍທຶນ.


ກອງປະຊຸມເຜີຍແຜ່ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະ ໜອງທຶນໃຫ່ແກ່ການກໍ່ການຮ້າຍ ໃຫ້ບັນດາຄູອາຈານ ທີ່ ສະໂມສອນ ສທຄ

ໃນວັນທີ 4 ພຶດສະພາ 2023 ຄະນະຮັບຜິດຊອບ ຈາກ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ສະຖາບັນການທະນາຄານ (ສທຄ) ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະ ໜອງທຶນໃຫ່ແກ່ການກໍ່ການຮ້າຍ ໃຫ້ບັນດາຄູອາຈານ ທີ່ ສະໂມສອນ ສທຄ ເຊິ່ງໄດ້ຮັບກຽດເປັນປະທານ ແລະ ກ່າວເປີດພິທີໂດຍ ທ່ານ ປອ ອາຄົມ ປຣະເສີດ ຜູ້ອຳນວຍການສະຖາບັນການທະນາຄານ, ຮ່ວມບັນຍາຍ ວຽກງານດັ່ງກ່າວໂດຍຄະນະຮັບຜິດຊອບຈາກ ສຕຟງ, ມີຜູ້ເຂົ້າຮ່ວມທີ່ເປັນຄູອາຈານ ສທຄ ແລະ ພະນັກງານຈາກ ສຕຟງ ທັງໝົດຫລາຍກວ່າ 20 ທ່ານ. ຈຸດປະສົງຂອງກອງປະຊຸມເຜີຍແຜ່ດັ່ງກ່າວ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ່ແກ່ການກໍ່ການຮ້າຍ ໃຫ້ບັນດາຄູອາຈານ ສທຄ ເພື່ອຈະໄດ້ນຳເອົາໄປຜັນຂະຫຍາຍເຂົ້າໃນການສິດສອນໃນຫຼັກສູດການຮຽນການສອນ ແລະ ຫຼັກສູດກ່ຽວກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະ ໜອງທຶນໃຫ່ແກ່ການກໍ່ການຮ້າຍ ທີ່ຈະມີຂຶ້ນໃນໄລຍະອັນໃກ້ນີ້


ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ຈັດກອງປະຊຸມແບບຊ່ອງໜ້າ (Face to face meeting) ກັບຄະນະປະເມີນຈາກສາກົນ

ໃນວັນທີ 19-21 ເມສາ 2023 ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ຈັດກອງປະຊຸມແບບຊ່ອງໜ້າ (Face to face meeting) ກັບຄະນະປະເມີນຈາກສາກົນ ໂດຍຖືກແຕ່ງຕັ້ງມາຈາກ 7 ປະເທດ ເປັນຕົວແທນ ກຸ່ມອາຊີປາຟີຊີກ ເພື່ອຕ້ານການຟອກເງິນ (Asia/Pacific Group on Money Laundering “APG”) ໃນການມາປະເມີນ ຄວາມສ່ຽງຮອບດ້ານວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ “AML/CFT” ຄັ້ງທີ່ 2 ຂອງ ສປປ ລາວ (Mutual Evaluation “ME”). ໂດຍຜູ້ເຂົ້າຮ່ວມກອງປະຊຸມປະກອບດ້ວຍ ຄະນະປະເມີນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນ ສປປ ລາວ ປະກອບມາຈາກ ກະຊວງປ້ອງກັນຄວາມສະຫງົບ, ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ, ກະຊວງພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ທັງໝົດຈຳນວນ 69 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍເພື່ອ ຢັ້ງຢືນ ແລະ ຊີ້ແຈ້ງຄືນ ຕໍ່ກັບຜົນການປະເມີນ ຂອງ ຄະນະປະເມີນ ທີ່ໄດ້ລົງມາກວດກາຕົວຈິງ (On-Site Visit) ຄັ້ງວັນທີ 12 ກັນຍາ 2022 ທີ່ຜ່ານມາ ໂດຍສະເພາະຕິດພັນກັບເນື້ອໃນ ບົດປະເມີນຄັ້ງທີ 2 ຂອງ ສປປ ລາວ (Mutual Evaluation Report “MER”) ສປປ ລາວ ເຫັນວ່າຍັງມີບາງຈຸດ ຕາມມາດຕະຖານຂອງອົງການຕ້ານການຟອກເງິນສາກົນ (Financial Action Task Force “FATF”) ໃນຮູບແບບການກວດກາທາງດ້ານເອກະສານ “40 ຂໍ້ແນະນໍາ (ລວມມີ 247 ຂໍ້ຍ່ອຍ) ກ່ຽວກັບການສ້າງນິຕິກໍາ ແລະ ກົນໄກການປະຕິບັດ ວຽກງານ AML/CFT” ແລະ “11 ປະສິດທິຜົນ (ລວມມີ 55 ຂໍ້ຍ່ອຍ) ກ່ຽວກັບການສະແດງໃຫ້ເຫັນປະສິດທິຜົນຂອງການຈັດຕັ້ງປະຕິບັດກົດໝາຍ ທີ່ມີກ່ຽວກັບການຢັ້ງຢືນດ້ວຍສະຖິຕິ ແລະ ກໍລະນີສຶກສາ ກ່ຽວກັບວຽກງານ AML/CFT” ສປປ ລາວ ສາມາດຈັດຕັ້ງໄດ້ໃນໄລຍະຜ່ານມາ ແມ່ນສະເໜີໃຫ້ຄະນະປະເມີນນຳໄປພິຈາລະນາ. ພາຍຫຼັງສຳເລັດການເຮັດວຽກຮ່ວມກັບຄະນະປະເມີນ ສປປ ລາວ ຈະໄດ້ເຂົ້າໄປປ້ອງກັນຜົນການປະເມີນຄັ້ງສຸດທ້າຍ ແລະ ຮັບຟັງຜົນການປະເມີນ ໃນກອງປະຊຸມປະຈຳປີ 2023 ກຸ່ມອາຊີປາຟີຊີກ ເພື່ອຕ້ານການຟອກເງິນ (APG) ວ່າ ສປປ ລາວຈະຢູ່ໃນລະດັບໃດ ຊຶ່ງຜົນການປະເມີນປະກອບດ້ວຍ 4 ລະດັບ: 1). ຕິດຕາມປົກກະຕິ (Follow-up Report “FUR”); 2). ຕິດຕາມແບບໃກ້ຊິດ (Enhance Follow-up Report); 3). ຕິດຕາມແບບໃກ້ຊິດ ແລະ ເຂັ້ມງວດ (Enhance Expedited Follow-up Report) ແລະ 4). ບັນຊີສີເທົາ (ຕິດຕາມຈາກ ICRG). ຊຶ່ງຜົນການປະເມີນແຕ່ລະລະດັບຈະມີຜົນກະທົບທາງດ້ານ ການເມືອງ ແລະ ເສດຖະກິດ ຕາມແຕ່ ລະດັບທີ່ແຕກຕ່າງກັນອອກໄປ.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2023

ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2023, ໃນວັນທີ 24 ມີນາ 2023 ທີ່ຫ້ອງປະຊຸມສໍານັກງານນາຍົກລັດຖະມົນຕີ ໃນຕອນເຊົ້າຂອງ ວັນທີ 24 ມີນາ 2023, ເວລາ 08:00-11:30 ໂມງ, ທີ່ຫ້ອງປະຊຸມສໍານັກງານນາຍົກລັດຖະມົນຕີໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2023 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ(ຄຕຟງ). ພ້ອມນີ້, ກໍມີບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ພະນັກງານຂອງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ ຈຳນວນ 40 ກວ່າທ່ານ. ກອງປະຊຸມໃນຄັ້ງນີ້ ກອງເລຂາ ກໍ່ຄື ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ນໍາສະເໜີກ່ຽວກັບຮ່າງຜົນການປະເມີນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (2nd Draft Mutual Evaluation Report “2nd Draft MER”) ຈາກສາກົນ ຕໍ່ ສປປ ລາວ ທີ່ໄດ້ຮັບໃນວັນທີ 13 ມີນາ 2023 ທີ່ຜ່ານມາ. ຊຶ່ງຜົນການປະເມີນໃນຄັ້ງນີ້ເປັນຜົນການປະເມີນທີ່ທີມປະເມີນສາກົນສົ່ງມາເປັນຮອບທີ 2, ໂດຍເຫັນວ່າຜົນການປະເມີນດັ່ງກ່າວແມ່ນສາມາດຈັດຕັ້ງປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້ໃນລະດັບໜຶ່ງ, ແຕ່ກໍ່ຫຼີກລ້ຽງບໍ່ໄດ້ ໃນບາງບັນຫາທີ່ຄະນະຂອງພວກເຮົາຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເພື່ອໃຫ້ສາມາດແກ້ໄຂບາງໜ້າວຽກທີ່ຮີບດ່ວນໃຫ້ສຳເລັດຕາມາດຖານທີ່ສາກົນກຳນົດ. ນອກຈາກນີ້ ກໍຍັງໄດ້ລາຍງານແຜນວຽກໃນຕໍ່ໜ້າເພື່ອກະກຽມໃນການຈັດຕັງປະຕິບັດພາຍຫຼັງ ທີ່ຜົນການປະເມີນຮອບດ້ານ ຂອງ ສປປ ລາວ ຖືກຮັບຮອງໃນກອງປະຊຸມປະຈຳປີຂອງກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ ທີ່ຈະຈັດຂຶ້ນໃນເດືອນກໍລະກົດ 2023 ນີ້.


ກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານການປະເມີນຜົນຮອບດ້ານ ວຽກງານຕ້ານສະກັດກັ້ນ ການຟອກເງິນ ເເລະ ສະໜອງທືນແກ່ການກໍ່ການຮ້າຍ (AML/CFT) ຮ່ວມກັບ ສສ ຫວຽດນາມ

ໃນວັນທີ 13-15 ມີນາ 2023, ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານການປະເມີນຜົນຮອບດ້ານ ວຽກງານຕ້ານສະກັດກັ້ນ ການຟອກເງິນ ເເລະ ສະໜອງທືນແກ່ການກໍ່ການຮ້າຍ (AML/CFT) ຮ່ວມກັບ ສສ ຫວຽດນາມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍເພື່ອເປັນການກະກຽມໃຫ້ແກ່ການປ້ອງກັນການປະເມີນຮອບດ້າວຽກງານ (AML/CFT) ຄັ້ງທີ 2 ຂອງ ສປປ ລາວ, ໃຫ້ສາມາດໄດ້ຮັບປະສິດຕິພົນທີ່ດີຂື້ນ ຕາມທິດຊີ້ນຳຂອງຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ. ໂດຍຜູ້ເຂົ້າຮ່ວມກອງປະຊຸມປະກອບດ້ວຍ ເຈົ້າໜ້າທີ່ໜ່ວຍງານຂ່າວກອງທາງດ້ານການເງິນ ແລະ ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບ ຈາກ ສສ ຫວຽດນາມ ມາແລກປ່ຽນບົດຮຽນ ໂດຍສະເພາະວຽກງານຂ່າວກອງທາງດ້ານການເງິນ ແລະ ການສືບສວນ-ສອບສວນ ບັນຫາການກໍ່ການຮ້າຍ ໃຫ້ ສຕຟງ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນ ສປປ ລາວ.


ກອງປະຊຸມສຳມະນາລະດັບພາກພື້້ນອາຊີກ່ຽວກັບວຽກງານ AML/CFT ໃນລະຫວ່າງວັນທີ 08-10 ມີນາ 2023 ທີ່ເມືອງບາຫຼີ ປະເທດອິນໂດເນເຊຍ

ໃນວັນທີ 8 ມີນາ 2023, ສປປ ລາວ, The European Union (EU) ແລະ ປະເທດ ອິນໂດເນເຊຍ ໄດ້ຮ່ວມກັນ ຈັດກອງປະຊຸມສຳມະນາລະດັບພາກພື້້ນອາຊີຂື້ນ ໃນຫົວຂໍ້: ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາລັບປະເທດອາຊຽນ, ຊຶ່ງກອງປະຊຸມສໍາມະນາດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 03 ວັນ, ໃນລະຫວ່າງວັນທີ 08-10 ມີນາ 2023 ທີ່ເມືອງບາຫຼີ, ປະເທດອິນໂດເນເຊຍ. ກອງປະຊຸມດັ່ງກ່າວໄດ້ຮັບກຽດຈາກ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ Vicent PIKET ເອກອັກຄະລະຖະທູດ EU ປະຈຳອິນໂດເນເຊຍ ແລະ ທ່ານ Caka Alverdi Awal, ຫົວໜ້າກົມຈາກກະຊວງການຕ່າງປະເທດ ອິນໂດເນເຊຍ ເຂົ້າຮ່ວມເປັນປະທານ. ຊຶ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 45 ທ່ານ ຈາກພາກສ່ວນກ່ຽວຂ້ອງຂອງບັນດາປະເທດໃນຂົງເຂດອາຊຽນ. ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ແລະ ແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດມາດຕະຖານສາກົນ ກ່ຽວກັບການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເວົ້າລວມ, ເວົ້າສະເພາະ ການຈັດຕັ້ງປະຕິບັດ ຂໍ້ແນະນຳທີ 8 ອົງການບໍ່ຫວັງຜົນກໍາໄລ, ຂໍ້ແນະນໍາທີ 1 ການປະເມີນຄວາມສ່ຽງແຫ່ງຊາດ ແລະ ປະສິດທີຜົນ 10 ການສະກັດກັ້ນອົງການບໍ່ຫວັງຜົນກໍາໄລ ບໍ່ໃຫ້ຖືກສວຍໃຊ້ເຂົ້າໃນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຫຼື ເປັນເຄື່ອງມືຂອງຜູ້ກໍ່ການຮ້າຍ (ການປະເມີນຄວາມສ່ຽງຕໍ່ຂະແໜງການ ອົງການບໍ່ຫວັງຜົນກໍາໄລ) ທີ່ເປັນບັນຫາສໍາຄັນ ທີ່ ສປປ ລາວ ແລະ ຫຼາຍປະເທດໃນອາຊຽນພວມສຸມໃສ່ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.


ຂະບວນການກິລາມິດຕະພາບບານເຕະ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມິນາ 2023 ຄົບຮອບ 113 ປີ

ໃນຕອນແລງ ເວລາ 17:00 ຂອງວັນທີ 07 ມີນາ 2023 ທີ່ເດີ່ນເຕະບານເຟີລາລີ້, ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ກົມຄຸ້ມຄອງສະຖາບັນການເງິນ ໄດ້ຮ່ວມກັນສ້າງກິດຈະກຳຂະບວນການກິລາມິດຕະພາບບານເຕະ (ຊາຍ-ຍິງ) ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມິນາ 2023 ຄົບຮອບ 113 ປີ ທີ່ຈະມາເຖິງ ແລະ ພ້ອມທັງ ເປັນການສ້າງຂະບວນການຮັດແໜັນຄວາມສາມາຄີຂອງທັງສອງຝ່າຍ.


ກອງປະຊຸມເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງກັບວຽກງານ AML/CFT ໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ (ທະນາຄານທຸລະກິດ, ບໍລິສັດເຊົ່າສິນເຊື່ອ, ແລະ ໂຮງຊວດຈໍາ) ວັນທີ 15-16/02/2023 ທີ່ແຂວງສະຫວັນນະເຂດ

ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (Institute for Legal Support and Technical Assistance “ILSTA”) ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບການປະຕິບັດພັນທະດ້ານວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Anti--Money Laundering and Counter-Financing of Terrorism “ວຽກງານ AML/CFT”) ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ຢູ່ຂັ້ນທ້ອງຖິ່ນ (ທະນາຄານທຸລະກິດ, ບໍລິສັດເຊົ່າສິນເຊື່ອ ແລະ ໂຮງຊວດຈໍາ) ຂຶ້ນໃນວັນທີ 15-16 ກຸມພາ 2023 ທີ່ ສາຂາ ທະນາຄານ ແຫ່ງ ສປປ ລາວ ແຂວງ ສະຫວັນນະເຂດ ໃຫ້ກຽດເປັນປະທານໂດຍ ທ່ານ ຈິນດາໄມ ວິໄລຫົງສ໌ ວ່າການຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ແລະ ທ່ານ (Richard Philippart) ຜູ້ອໍານວຍການ ILSTA. ຈຸດປະສົງຂອງກອງປະຊຸມສໍາມະນາ ເພື່ອເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບ ການຈັດຕັ້ງປະຕິບັດພັນທະດ້ານວຽກງານ AML/CFT ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ໄດ້ຮັບການປັບປຸງໃໝ່ ເປັນຕົ້ນ: ຂໍ້ຕົກລົງວ່າດ້ວຍມາດຕະການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາລັບຫົວໜ່ວຍທີ່ມີໜ້າທີ່ລາຍງານ (ສະບັບປັບປຸງ) ເລກທີ 10/ຄຕຟງ, ລົງວັນທີ 25 ສິງຫາ 2021 ແລະ ຄໍາສັ່ງວ່າດ້ວຍ ການກັກ, ການຍຶດ ແລະ ການອາຍັດ ທຶນ ທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ ສະບັບເລກທີ 20/ນຍ ລົງວັນທີ 26 ພະຈິກ 2020. ນອກຈາກນີ້, ກໍ່ໄດ້ນໍາສະເໜີກ່ຽວກັບສະພາບລວມຂອງການກະກຽມການປະເມີນຜົນ ຮອບທີ2 ຂອງ ສປປ ລາວ ແລະ ທົບທວນຄວາມເຂົ້າໃນຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃນການຈັດຕັ້ງປະຕິບັດສິດ ແລະ ພັນທະ ດ້ານວຽກງານ AML/CFT ໂດຍໄດ້ເນັ້ນໜັກ ການລາຍງານທຸລະກໍາທີ່ສົງໃສວ່າເປັນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການນໍາໃຊ້ມາດຕະການ ການກັກ, ການຍຶດ ແລະ ການອາຍັດ ທຶນທີ່ພົວພັນກັບຜູ່ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ທັງນີ້, ກໍ່ເພື່ອແນໃສ່ການສ້າງຂີດຄວາມສາມາດໃຫ້ແກ່ຫົວໜ່ວຍທີ່ມີ ໜ້າທີ່ລາຍງານ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບວຽກງານດັ່ງກ່າວ ແລະ ເພື່ອກະກຽມຄວາມພ້ອມຮອບດ້ານຮອງຮັບໃຫ້ແກ່ການປະເມີນຜົນຮອບດ້ານວຽກງານ AML/CFT ຂອງ ສປປ ລາວ ໃນປີ 2020-2022.


ພິທີ ມອບ-ຮັບ ເຄື່ອງອຸປະກອນລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ກົມກົດໝາຍ ຫ້ອງວ່າການກະຊວງປ້ອງກັນປະເທດ

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດ “ພິທີ ມອບ-ຮັບ ເຄື່ອງອຸປະກອນ ຈາກ ສໍານັກງານຂໍ້ມູນຕ້ານການຟອກເງິນ ໃຫ້ແກ່ ກົມກົດໝາຍ ຫ້ອງວ່າການກະຊວງປ້ອງກັນປະເທດ ໃນວັນທີ 30 ມັງກອນ 2023 ຢູ່ທີ່ ສໍານັກງານຂໍ້ມູນຕ້ານການຟອກເງິນ ໃຫ້ກຽດມອບໂດຍ ທ່ານ ນ ຂັນທະລີ ວົງໄຊຍະລາດ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ກ່າວຮັບໂດຍ ທ່ານ ພັທ ວາດສະໜາ ສີສຸລາດ ຫົວໜ້າພະແນກແຜນການແລະສັງລວມ ກົມກົດໝາຍ ຫ້ອງວ່າການກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະທີ່ຂຶ້ນກັບທັງສອງພາກສ່ວນເຂົ້າຮ່ວມ. ຈຸດປະສົງ ຂອງການ ມອບ-ຮັບ ເຄື່ອງອຸປະກອນຄັ້ງນີ້ ກໍ່ເພື່ອຊຸກຍູ້ບັນດາເຄື່ອງອຸປະກອນ ໃຫ້ແກ່ ກົມກົດໝາຍ ຫ້ອງວ່າການກະຊວງປ້ອງກັນປະເທດ ນຳໄປປະກອບເຂົ້າໃນການໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ກອງກຳລັງປ້ອງກັນຊາດໃນທົ່ວປະເທດ ໃຫ້ຮັບຮູ້-ເຂົ້າໃຈ ຕໍ່ກັບກົດໝາຍດັ່ງກ່າວ ສາມາດນຳໄປປະຕິບັດໄດ້ຢ່າງມີປະສິດທິຜົນ.


ກອງປະຊຸມການປະເມີນຮອບດ້ານວຽກງານ ຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ MUTUAL EVALUATION ON AML/CFT VISIT ໃນວັນທີ 12 ກັນຍາ 2022

ໃນວັນທີ 12 ກັນຍາ 2022, ເວລາ 09:00 ໂມງ, ທີ່ຫ້ອງປະຊຸມຊັ້ນ 8 ຕຶກຕະຫຼາດຫຼັກຊັບລາວ ໄດ້ຈັດພິທີເປີດກອງປະຊຸມການປະເມີນຮອບດ້ານວຽກງານ ຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Mutual Evaluation “ME”) ຊື່ງເປັນການມາກວດກາຕົວຈິງ (On-Site Visit) ແລະ ເປັນຄັ້ງທີ II ຂອງ ສປປ ລາວ ໂດຍກຸ່ມອາຊີປາຟີຊີກ ເພື່ອຕ້ານການຟອກເງິນ (Asia/Pacific Group on Money Laundering “APG”). ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຄະນະສະເພາະກິດຊີ້ນຳການກະກຽມການປະເມີນຮອບດ້ານ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ II. ພ້ອມນີ້, ກໍມີຄະນະສະເພາະກິດທີ່ເປັນການນຳຂັ້ນສູງ ຈາກ 09 ກະຊວງ, ບັນດາຄະນະອະນຸກໍາມະການທີ່ມາຈາກກະຊວງກ່ຽວຂ້ອງ ແລະ ອົງການທຽບເທົ່າ ພ້ອມດ້ວຍສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ເຂົ້າຮ່ວມໃນກອງປະຊຸມ ຈຳນວນ 178 ກວ່າທ່ານ ໃນການເຮັດວຽກຮ່ວມກັບ ຄະນະປະເມີນສາກົນ ຊຶ່ງເລື້ມແຕ່ວັນທີ 12-23 ກັນຍາ 2022. ການປະເມີນຜົນຮອບດ້ານ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Anti-Money Laundering and Counter Financing of Terrorism “AML/CFT”) ແມ່ນປະເມີນຕາມມາດຕະຖານຂອງອົງການຕ້ານການຟອກເງິນສາກົນ (Financial Action Task Force “FATF”) ໃນຮູບແບບການກວດກາທາງດ້ານເອກະສານ “40 ຂໍ້ແນະນໍາ (ລວມມີ 247 ຂໍ້ຍ່ອຍ) ກ່ຽວກັບການສ້າງນິຕິກໍາ ແລະ ກົນໄກການປະຕິບັດ ວຽກງານ AML/CFT” ແລະ “11 ປະສິດທິຜົນ (ລວມມີ 55 ຂໍ້ຍ່ອຍ) ກ່ຽວກັບການສະແດງໃຫ້ເຫັນປະສິດທິຜົນຂອງການຈັດຕັ້ງປະຕິບັດກົດໝາຍ ທີ່ມີກ່ຽວກັບການຢັ້ງຢືນດ້ວຍສະຖິຕິ ແລະ ກໍລະນີສຶກສາ ກ່ຽວກັບວຽກງານ AML/CFT” ທີ່ ສປປ ລາວ ສາມາດຈັດຕັ້ງໄດ້ໃນໄລຍະຜ່ານມາຕາມມາດຕະຖານສາກົນ ແລະ ການປະເມີນຜ່ານການລົງກວດກາຕົວຈິງຂອງຄະນະປະເມີນຈາກສາກົນ (On-Site Visit). ຜົນການປະເມີນຂອງກຸ່ມອາຊີປາຟີຊີກ ເພື່ອຕ້ານການຟອກເງິນ (APG) ປະກອບດ້ວຍ 4 ລະດັບ: 1). ຕິດຕາມປົກກະຕິ (Follow-up Report “FUR”); 2). ຕິດຕາມແບບໃກ້ຊິດ (Enhance Follow-up Report); 3). ຕິດຕາມແບບໃກ້ຊິດ ແລະ ເຂັ້ມງວດ (Enhance Expedited Follow-up Report) ແລະ 4). ບັນຊີສີເທົາ (ຕິດຕາມຈາກ ICRG). ຊຶ່ງຜົນການປະເມີນແຕ່ລະລະດັບຈະມີຜົນກະທົບທາງດ້ານ ການເມືອງ ແລະ ເສດຖະກິດ ຕາມແຕ່ລະລະດັບທີ່ແຕກຕ່າງກັນອອກໄປ. ໃນໄລຍະຜ່ານມາ, ສປປ ລາວ ໄດ້ຮັບການປະເມີນຜົນຮອບດ້ານ ຄັ້ງທີ I ໃນປີ 2010, ຊຶ່ງຜົນການປະເມີນໄລຍະດັ່ງກ່າວ ເຫັນວ່າ ສປປ ລາວ ບໍ່ສາມາດປະຕິບັດໄດ້ 40+9 ຂໍ້ແນະນຳ (ແບບເກົ່າ) ຕາມມາດຕະຖານຂອງອົງການ FATF, ເຮັດໃຫ້ ສປປ ລາວ ຕົກຢູ່ໃນບັນຊິຕິດຕາມ (ບັນຊີເທົາ) ປີ 2013-2017, ທາງດ້ານການເມືອງ ເຮັດໃຫ້ພາບລັກປະເທດຖືກຈັດເຂົ້າກຸ່ມປະເທດທີ່ມີຄວາມສ່ຽງສູງໃນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ທາງດ້ານເສດຖະກິດ ຄູ່ຮ່ວມງານທາງເສດຖະກິດລະງັບການຮ່ວມມື, ທະນາຄານຕົວແທນຍົກເລີກການຮ່ວມມືກັບທະນາຄານທຸລະກິດ, ບໍ່ສາມາດເຮັດທຸລະກຳກັບຕ່າງປະເທດໄດ້. ເຖິງຢ່າງໃດກໍ່ຕາມ, ຍ້ອນໄດ້ຮັບການຊີ້ນຳຈາກຂັ້ນເທິງ ແລະ ການຮ່ວມມືຂອງທຸກພາກສ່ວນທີ່ກ່ຽວຂ້ອງ, ສປປ ລາວ ໄດ້ດຳເນີນການແກ້ໄຂຂໍ້ຄົງຄ້າງ ຕາມມາດຕະຖານຂໍ້ແນະນໍາ, ຖືກກວດກາ ແລະ ທົບທວນຄືນຈາກກຸ່ມທົບທວນການຮ່ວມມືສາກົນ (International Cooperation Review Group “ICRG”) ເຮັດໃຫ້ສາມາດອອກຈາກບັນຊີຕິດຕາມ (ບັນຊີເທົາ) ໃນກາງປີ 2017. ຢ່າງໃດກໍ່ດີ, ສປປ ລາວ ມີວາລະຈະຕ້ອງໄດ້ຖືກປະເມີນຮອບດ້ານ ວຽກງານ AML/CFT ຄັ້ງທີ II ໃນປີ 2020-2021 ແຕ່ເນື່ອງຈາກການແຜ່ຂະຫຍາຍຂອງເຊື້ອພະຍາດຈຸລະໂລກສາຍພັນໃໝ່ (COVID-19) ໄດ້ສົ່ງຜົນກະທົບຕໍ່ການປະເມີນຂອງ ສປປ ລາວ ເຮັດໃຫ້ບໍ່ສາມາດເຄື່ອນໄຫວວຽກໄດ້ຕາມແຜນທີ່ກໍານົດໄວ້ ແລະ ມີການປັບປ່ຽນຂັ້ນຕອນການປະເມີນຕົວຈິງຂອງ ສປປ ລາວ ຊຶ່ງໄດ້ເລື່ອນກໍານົດເວລາການປະເມີນອອກໄປຈົນເຖິງປີ 2023. ເພື່ອກະກຽມຄວາມພ້ອມຮອງຮັບໃຫ້ແກ່ການປະເມີນຮອບດ້ານ ວຽກງານ AML/CFT ຄັ້ງທີ II, ລັດຖະບານແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ຕໍ່ວາລະການປະເມີນດັ່ງກ່າວ ໂດຍໄດ້ແຕ່ງຕັ້ງບຸກຄະລາກອນການນຳຂັ້ນສູງໃນການຊີ້ນຳການກະກຽມ ຊຶ່ງນໍາໂດຍທ່ານ ຮອງນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ ແລະ ຂັ້ນລັດຖະມົນຕີ ຈຳນວນ 25 ທ່ານ ເຂົ້າໃນຄະນະກໍາມະການຮັບຜິດຊອບຊີ້ນໍາລວມ ຊຶ່ງແບ່ງໜ້າວຽກໃຫຍ່ອອກເປັນ 04 ພາກສ່ວນ (1. ວຽກງານຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ, 2. ວຽກງານການດຳເນີນຄະດີ, 3. ວຽກງານນິຕິກຳ ແລະ ກົນໄກ ແລະ 4. ວຽກງານເຜີຍແຜ່ ແລະ ເຊື່ອມຊືມ) ແລະ ມີການແຕ່ງຕັ້ງຄະນະອະນຸກໍາມະການ ແລະ ຜູ້ຊ່ວຍວຽກ ລວມຈໍານວນທັງໝົດ 150 ກວ່າທ່ານ, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດການກະກຽມນັບແຕ່ຕົ້ນປີ 2020 ເປັນຕົ້ນມາ ເພື່ອກະກຽມເຮັດວຽກກັບຄະນະປະເມີນຈາກສາກົນ. ການຈັດຕັ້ງປະຕິບັດຂອງແຕ່ລະພາກສ່ວນ ພາກສ່ວນທີ  ວຽກງານຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ: ກຳນົດໃຫ້ໄດ້ຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ກໍ່ຄືຜູ້ການຄຸ້ມຄອງການປະຕິບັດພັນທະຂອງຕົນພາຍໃຕ້ວຽກງານ AML/CFT ເພື່ອຮັບປະກັນໃຫ້ລະບົບການດຳເນີນທຸລະກິດຂອງ ສປປ ລາວ ມີ ຄວາມປອດໃສ ປາສະຈາກອາຊະຍາກຳ; ພາກສ່ວນທີ  ວຽກງານດຳເນີນຄະດີ: ຮັບປະກັນການຈັດຕັ້ງປະຕິບັດວຽກງານສືບສວນ-ສອບສວນການກະທຳຜິດຕົ້ນ ຂອງເຈົ້າໜ້າທີ່ ມີການສືບສວນ-ສອບສວນທາງການເງິນໄປຄຽງຄູ່ກັນ ເພື່ອນຳໄປສູ່ການຕັດສິນຄະດີ ສະຖານຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ພາກສ່ວນທີ  ວຽກງານນິຕິກຳ ແລະ ກົນໄກ: ທົບທວນຄືນ ແລະ ສ້າງບັນດານິຕິກຳທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃຫ້ສອດຄ່ອງກັບມາດຕະຖານຂອງອົງການ FATF ແລະ ຮັບປະກັນກົນໄກການຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ; ພາກສ່ວນທີ  ວຽກງານເຜີຍແຜ່ ແລະ ເຊື່ອມຊືມ: ສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ບັນດາພາກສ່ວນ ແລະ ອົງການກ່ຽວຂ້ອງ ກັບພັນທະ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ກັບວຽກງານ AML/CFT ໃນລວງເລິກ, ພ້ອມທັງເຜີຍແຜ່ ແລະ ເຊື່ອມຊຶມວຽກງານ AML/CFT ໃຫ້ຮັບຮູ້ ແລະ ເຂົ້າໃຈທົ່ວສັງຄົມ. ໃນໄລຍະການກະກຽມການປະເມີນຜ່ານມາ ເຈົ້າໜ້າທີ່ທີ່ນອນໃນຄະນະກະກຽມການປະເມີນ ໄດ້ເອົາໃຈໃສ່ກະກຽມຄວາມພ້ອມ ດ້ານນິຕິກຳ, ຂໍ້ມູນ ແລະ ສະຖິຕິ ເພື່ອຊີ້ແຈງ ຕໍ່ຄະນະປະເມີນຈາກສາກົນ; ໄດ້ກະກຽມ ແລະ ເຮັດວຽກກັບຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ນອນໃນເປົ້າໝາຍຂອງຄະນະປະເມີນສາກົນ (ໂດຍສະເພາະ ກາຊິໂນ ແລະ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ນອນໃນຄວາມສ່ຽງ); ຊຸກຍູ້ໃຫ້ພາກສ່ວນສື່ມ່ວນຊົນໃນທົ່ວສັງຄົມ ເປັນກະບອກສຽງຊ່ວຍລັດຖະບານສ້າງຂະບວນການເຜີຍແຜ່ໃຫ້ມີລັກສະນະຕໍ່ເນື່ອງ ເພື່ອຮັບປະກັນຄວາມເຂົ້າໃຈຂອງປະຊາຊົນ ກໍ່ຄືຫົວໜ່ວຍທີ່ມີໜ້າທີ່ລາຍງານທັງໝົດ ໃນວຽກງານ AML/CFT ແລະ ປະຕິບັດໜ້າວຽກອື່ນໆ ເພື່ອເຮັດໃຫ້ການປະເມີນຮອບດ້ານວຽກງານ AML/CFT ຂອງ ສປປ ລາວ ຄັ້ງທີ II ຄັ້ງນີ້ ໃຫ້ໄດ້ຮັບຜົນການປະເມີນຢູ່ໃນລະດັບຄາດໝາຍທີ່ວາງໄວ້.


ກອງປະຊຸມເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງກັບວຽກງານ AML/CFT ໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ(ທະນາຄານທຸລະກິດ, ບໍລິສັດເຊົ່າສິນເຊື່ອ, ແລະ ໂຮງຊວດຈໍາ) ວັນທີ 16-17 ສິງຫາ 2022 ທີ່ ສາຂາທະນາຄານ ແຫ່ງ ສປປ ລາວ ແຂວງຫຼວງພະບາງ

ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (Institute for Legal Support and Technical Assistance “ILSTA”) ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບການປະຕິບັດພັນທະດ້ານວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Anti--Money Laundering and Counter-Financing of Terrorism “ວຽກງານ AML/CFT”) ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ຢູ່ຂັ້ນທ້ອງຖິ່ນ (ທະນາ ຄານທຸລະກິດ, ບໍລິສັດເຊົ່າສິນເຊື່ອ ແລະ ໂຮງຊວດຈໍາ) ຂຶ້ນໃນວັນທີ 16-17 ສິງຫາ 2022 ທີ່ ສາຂາ ທະນາຄານ ແຫ່ງ ສປປ ລາວ ແຂວງຫຼວງພະບາງ ໃຫ້ກຽດເປັນປະທານໂດຍ ທ່ານ ຈິນດາໄມ ວິໄລຫົງສ໌ ວ່າການຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ ນາງ ພຸດດາວັນ ສິຣິສົມບັດ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຫຼວງພະບາງ ແລະ ທ່ານ Mike Brocklehurst, ຜູ້ຕາງໜ້າຈາກ ILSTA. ຈຸດປະສົງຂອງກອງປະຊຸມສໍາມະນາ ເພື່ອເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບ ການຈັດຕັ້ງປະຕິບັດພັນທະດ້ານວຽກງານ AML/CFT ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ໄດ້ຮັບການປັບປຸງໃໝ່ ເປັນຕົ້ນ: ຂໍ້ຕົກລົງວ່າດ້ວຍມາດຕະການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາລັບຫົວໜ່ວຍທີ່ມີໜ້າທີ່ລາຍງານ (ສະບັບປັບປຸງ) ເລກທີ 10/ຄຕຟງ, ລົງວັນທີ 25 ສິງຫາ 2021 ແລະ ຄໍາສັ່ງວ່າດ້ວຍ ການກັກ, ການຍຶດ ແລະ ການອາຍັດ ທຶນ ທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ ສະບັບເລກທີ 20/ນຍ ລົງວັນທີ 26 ພະຈິກ 2020. ນອກຈາກນີ້, ກໍ່ໄດ້ນໍາສະເໜີກ່ຽວກັບສະພາບລວມຂອງການກະກຽມການປະເມີນຜົນ ຮອບທີ2 ຂອງ ສປປ ລາວ ແລະ ທົບທວນຄວາມເຂົ້າໃນຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃນການຈັດຕັ້ງປະຕິບັດສິດ ແລະ ພັນທະ ດ້ານວຽກງານ AML/CFT ໂດຍໄດ້ເໜັ້ນໜັກ ການລາຍງານທຸລະກໍາທີ່ສົງໃສວ່າເປັນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການນໍາໃຊ້ມາດຕະການ ການກັກ, ການຍຶດ ແລະ ການອາຍັດ ທຶນທີ່ພົວພັນກັບຜູ່ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ທັງນີ້, ກໍ່ເພື່ອແນໃສ່ການສ້າງຂີດຄວາມສາມາດໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານດັ່ງກ່າວ ແລະ ເພື່ອກະກຽມຄວາມພ້ອມຮອບດ້ານຮອງຮັບໃຫ້ແກ່ການປະເມີນຜົນຮອບດ້ານວຽກງານ AML/CFT ຂອງ ສປປ ລາວ ໃນປີ 2020-2022.


ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ສະຖາບັນການທະນາຄານໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດວ້ຍຮ່ວມມືທາງດ້ານວິຊາການ, ໃນວັນທີ 25 ສິງຫາ 2022 ທີ່ສະຖາບັນການທະນາຄານ.

ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ສະຖາບັນການທະນາຄານໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດວ້ຍຮ່ວມມືທາງດ້ານວິຊາການ, ໃນວັນທີ 25 ສິງຫາ 2022 ທີ່ສະຖາບັນການທະນາຄານ. ຈຸດປະສົງໃນການຮ່ວມມືທາງດ້ານວິຊາການໃນຄັ້ງນີ້ແມ່ນ: 1. ຈັດຕັ້ງຜັນຂະຫຍາຍຢ່າງເລິກເຊິ່ງ, ພ້ອມທັງຫັນເປັນແຜນງານ-ໂຄງການອັນລະອຽດ, ຈະແຈ້ງ, ວາງຄາດໝາຍສູ້ຊົນແຕ່ລະດ້ານ ເພື່ອຈັດຕັ້ງປະຕິບັດດ້ວຍຈິດໃຈບຸກທະລຸສູງ ແລະ ມີປະສິດທິຜົນ; 2. ຍົກລະດັບຄວາມຮູ້-ຄວາມສາມາດ ກ່ຽວກັບນະໂຍບາຍ ແລະ ແນວທາງໃນການຈັດຕັ້ງປະຕິບັດ, ສິດ ແລະ ພັນທະ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ, ມາດຕະການລົງໂທດ ໃນກໍລະນີທີ່ບໍ່ສາມາດປະຕິບັດໄດ້ ຕາມກົດໝາຍວ່າດ້ວຍ ການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ ພ້ອມທັງມາດຕະຖານສາກົນດ້ານ.AML/CFT.ທີ່.ສປປ.ລາວ.ຕ້ອງປະຕິບັດ; 3. ເພີ່ມທະວີການບໍາລຸງກໍ່ສ້າງພະນັກງານ ແລະ ຫລັກສູດການຮຽນ-ການສອນ ແລະ ອຸປະກອບຮັບໃຊ້ຕ່າງໆ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາປີ 2022, ໃນວັນທີ 8 ສິງຫາ 2022 ທີ່ຫ້ອງປະຊຸມສໍານັກງານນາຍົກລັດຖະມົນຕີ

ໃນວັນທີ 8 ສິງຫາ 2022, ເວລາ 13:30-16:00 ໂມງ, ທີ່ຫ້ອງປະຊຸມສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາປີ 2022 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ(ຄຕຟງ). ພ້ອມນີ້, ກໍມີບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ພະນັກງານຂອງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ ຈຳນວນ 50 ກວ່າທ່ານ. ກອງປະຊຸມໃນຄັ້ງນີ້ ກອງເລຂາ ກໍ່ຄື ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ໄດ້ນໍາສະເໜີກ່ຽວກັບ ການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມຂອງ ຄຕຟງ ສະໄໝສາມັນ ຄັ້ງທີ I ວັນທີ 30 ມີນາ 2022 ແລະ ການກະກຽມການປະເມີນຕົວຈິງຮອບດ້ານ (Mutual Evaluation “ME” On-site Visit) ວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈາກສາກົນ ຕໍ່ ສປປ ລາວ ຊຶ່ງຄາດວ່າຈະຈັດຂຶ້ນລະຫວ່າງ ເດືອນສິງຫາ - ກັນຍາ 2022. ຊຶ່ງການມາເຮັດວຽກຂອງສາກົນຄັ້ງນີ້ ມີຄວາມສໍາຄັນຫຼາຍ, ເພື່ອໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ໃຫ້ຂໍ້ມູນ ແລະ ຊີ້ແຈງ ຕໍ່ຄະນະປະເມີນຈາກສາກົນນຳໄປພິຈາລະນາຈັດອັນດັບ ສປປ ລາວ ໃນການຈັດຕ້ັງປະຕິບັດວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໂດຍສົມທຽບຕາມມາດຖານຂອງສາກົນ. ໃນທີ່ປະຊຸມໄດ້ຕີລາຄາສູງ ຕໍ່ກັບ ການກະກຽມ, ຄວາມພ້ອມ ແລະ ຄວາມຄືບໜ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ພ້ອມທັງໃຫ້ສືບຕໍ່ບາງໜ້າວຽກເຊັ່ນ: 1) ເຈົ້າໜ້າທີ່ທີ່ນອນໃນຄະນະກະກຽມການ ປະເມີນຮອບດ້ານວຽກງານ ຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂອງ ສປປ ລາວ ຄັ້ງທີ II ໃຫ້ເອົາໃຈໃສ່ກະກຽມຄວາມພ້ອມດ້ານ ຂໍ້ມູນ ແລະ ສະຖິຕິ ເພື່ອຊີ້ແຈງ ຕໍ່ທີມປະເມີນສາກົນ ທີ່ຈະມາກວດກາຕົວຈິງ (Onsite-Visit) ໃນວັັນທີ 12-23 ກັນຍາ 2022 ທີ່ຈະມາເຖິງນີ້; 2) ກະກຽມເຮັດວຽກກັບ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ນອນໃນເປົ້າໝາຍເຮັດວຽກຂອງທີມປະເມີນສາກົນ (ໂດຍສະເພາະກາຊິໂນ ແລະ ຫົວໜ່ວຍທີ່ນອນໃນຄວາມສ່ຽງ); 3) ຊຸກຍູ້ໃຫ້ພາກສ່ວນສື່ມວນຊົນໃນທົ່ວສັງຄົມ ເປັນກະບອກສຽງຊ່ວຍລັດຖະບານສ້າງຂະບວນການເຜີຍແຜ່ໃຫ້ມີລັກສະນະຕໍ່ເນື່ອງ ເພື່ອຄວາມເຂົ້າໃຈຂອງປະຊາຊົນ ກໍ່ຄືຫົວໜ່ວຍທີ່ມີໜ້າທີ່ລາຍງານທັງໝົດ ໃນວຽກງານ ຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ AML/CFT ແລະ 4) ສືບຕໍ່ປະຕິບັດໜ້າວຽກອື່ນໆ ເພື່ອເຮັດໃຫ້ການປະເມີນຮອບດ້ານວຽກງານຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ AML/CFT ຂອງ ສປປ ລາວ ຄັ້ງທີ II ປີ 2022 ຈາກສາກົນ ໄດ້ຮັບຜົນການປະເມີນຢູ່ໃນລະດັບຄາດໝາຍທີ່ວາງໄວ້.


ກອງປະຊຸມເຜີຍແຜ່ຄຳສັ່ງວ່າດ້ວຍ ການກັກ ການຍຶດ ແລະ ອາຍັດ ທຶນທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ ສະບັບເລກທີ 20/ນຍ ແລະ ນິຕິກໍາ ທີ່ຕິດພັນກັບພັນທະຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ຫ້ອງປະຊຸມໂຮງແຮມແກລນຫຼວງພະບາງ

ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ໃນນາມກອງເລຂາຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ໄດ້ຈັດກອງປະຊຸມການເຜີຍແຜ່ຄຳສັ່ງວ່າດ້ວຍ ການກັກ ການຍຶດ ແລະ ອາຍັດ ທຶນທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜານອາວຸດທຳລາຍລ້າງຜານ ສະບັບເລກທີ 20/ນຍ, ລົງວັນທີ 26 ພະຈິກ 2020 ແລະ ນິຕິກໍາອີກຈໍານວນໜຶ່ງ ທີ່ຕິດພັນກັບພັນທະຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ຫ້ອງປະຊຸມໂຮງແຮມແກລນຫຼວງພະບາງໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ນ ສີລີພອນ ສຸພັນທອງ ຮອງເຈົ້າແຂວງ ແຂວງຫຼວງພະບາງ ແລະ ທ່ານ ເດວິດ ເຟລນ, ຊ່ຽວຊານຈາກໂຄງການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ກໍ່ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມກອງປະຊຸມ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາບັນດາທ່ານ ຄະນະກົມ, ຄະນະພະແນກ ແລະ ວິຊາການ ຕາງໜ້າຈາກ ຄະນະສະເພາະກິດ, ພະແນກການ, ຫ້ອງການ ແລະ ຂະ ແໜງການ ເຈົ້າໜ້າທີ່ທະຫານ, ເຈົ້້າທີ່ຕໍາຫຼວດ, ເຈົ້າໜ້າທີ່ພາສີ, ອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ກໍ່ໄດ້ເຂົ້າຮ່ວມຢ່າງ ພ້ອມພຽງ ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ເຂົ້າຮ່ວມທັງໝົດຈໍານວນ 65 ທ່ານ. ການຈັດກອງປະຊຸມດັ່ງກ່າວ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕໍ່ກັບເນື້ອໃນ ແລະ ຫຼັກການທີ່ໄດ້ກໍານົດໄວ້ໃນຄໍາສັ່ງດັ່ງກ່າວ ຮັບປະກັນໃຫ້ພາກສ່ວນກ່ຽວຂ້ອງສາມາດນໍາເອົາຂໍ້ກໍານົດ ແລະ ຫຼັກການ ໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນຢ່າງເປັນຮູບປະທໍາ ຊຶ່ງມີທັງໝົດ 04 ເນື້ອໃນຄື: 1) ພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ, 2). ຄຳສັ່ງວ່າດ້ວຍ ການກັກ ການຍຶດ ແລະ ອາຍັດ ທຶນທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງຜານ ສະບັບເລກທີ 20/ນຍ, ລົງວັນທີ 26 ພະຈິກ 2020; 3). ຄໍາສັ່ງວ່າດ້ວຍ ການກັກ ການຍຶດ ແລະ ການອາຍັດ ທຶນທີ່ພົວພັນກັບຜູ້ກໍ່ການຮ້າຍ ແລະ ການສະນອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 03/ນຍ, ລົງວັນທີ 11 ກຸມພາ 2016 ແລະ 4). ຄຳແນະນຳວ່າດ້ວຍການຂຶ້ນບັນຊີລາຍຊື່່ຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ສະບັບເລກທີ 03/ຄຕຟງ, ລົງວັນທີ 27 ເມສາ 2022, ພ້ອມດຽວກັນນີ້, ກໍ່ເປັນການຈັດຕັ້ງປະຕິບັດແຜນວຽກໃນການກະກຽມຄວາມພ້ອມຮອງຮັບໃຫ້ແກ່ການປະເມີນການຈັດຕັ້ງປະຕິບັດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມພັນທະນາກົນ ຂອງ ສປປ ລາວ ໃນຄັ້ງທີ 02 (ລະຫວ່າງ ປີ 2021-2022).


ພິທີມອບຮັບເຄື່ອງອຸປະກອນຈາກ ສໍານັກງານຂໍ້ມູນຕ້ານການຟອກເງິນໃຫ້ແກ່ ພະແນກກົດຫມາຍ ຫ້ອງການເມືອງ ກອງພົນທະຫານຮາບທີ່ 1

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດ “ພິທີ ມອບ-ຮັບ ເຄື່ອງອຸປະກອນ ຈາກ ສໍານັກງານຂໍ້ມູນຕ້ານການຟອກເງິນ ໃຫ້ແກ່ ພະແນກກົດຫມາຍ ຫ້ອງການເມືອງ ກອງພົນທະຫານຮາບທີ່ 1” ໃນວັນທີ 27 ກໍລະກົດ 2022 ຢູ່ທີ່ ສໍານັກງານຂໍ້ມູນຕ້ານການຟອກເງິນ ໃຫ້ກຽດມອບໂດຍ ທ່ານ ນ ຂັນທະລີ ວົງໄຊຍະລາດ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ກ່າວຮັບໂດຍ ທ່ານ ຮ້ອຍເອກ ຈັນສະຖິດ ອຸນາພົມ ຮອງພະແນກກົດໝາຍ ຫ້ອງການເມືອງ ກອງພົນທະຫານຮາບທີ 1, ພ້ອມດ້ວຍຄະນະທີ່ຂຶ້ນກັບທັງສອງພາກສ່ວນເຂົ້າຮ່ວມ. ຈຸດປະສົງ ຂອງການ ມອບ-ຮັບ ເຄື່ອງອຸປະກອນຄັ້ງນີ້ ກໍ່ເພື່ອຊຸກຍູ້ບັນດາເຄື່ອງອຸປະກອນ ໃຫ້ແກ່ ພະແນກກົດຫມາຍ ຫ້ອງການເມືອງ ກອງພົນທະຫານຮາບທີ່ 1 ນຳໄປປະກອບເຂົ້າການໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ ຢູ່ບັນດາ: 5 ອົງການ, 2 ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍ, ກອງພັນນ້ອຍ ແລະ ກອງຮ້ອຍເອກະລາດ ທີ່ຂື້ນກັບ ກອງພົນທະຫານຮາບທີ່ 1 ລວມທັງໝົດ 32 ຫົວໜ່ວຍກົມກອງ ໃຫ້ ຮັບຮູ້-ເຂົ້າໃຈ ຕໍ່ກັບກົດໝາຍວ່າດ້ວຍການວຽກງານ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ຢ່າງເລີກເຊິ່ງ ແລະ ສາມາດນຳໄປປະຕິບັດໄດ້.


ສ້າງຂະບວນການຮັດແໜັນຄວາມສາມາຄີຂອງສາມຝ່າຍ ແລະ ຊົມເຊີຍຜົນສຳເລັດໃນການມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021

ໃນຕອນແລງ ເວລາ 17:00 ວັນທີ 29 ມິຖຸນາ 2022 ທີ່ຜ່ານມາ ໄດ້ຈັດຂະບວນການກິລາມິດຕະພາບ “ບານເຕະ ແລະ ເປຕັງ” ທ່ານ ຊາຍ ພົບກັບ ທ່ານ ຊາຍ ແລະ ທ່ານຍິງ ພົບກັບ ທ່ານຍິງ ພາຍໃນທະນາຄານແຫ່ງ ສປປ ລາວ ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ກົມຮ່ວມມືສາກົນ” ເພື່ອເປັນການສ້າງຂະບວນການ ຮັດແໜັນຄວາມສາມາຄີຂອງທັງສາມຝ່າຍ ແລະ ຊົມເຊີຍຜົນສຳເລັດໃນການມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021.


ກອງປະຊຸມສໍາມະນາກ່ຽວກັບການປະຕິບັດພັນທະດ້ານວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ວັນທີ 04-05 ກໍລະກົດ 2022, ທີ່ໂຮງແຮມ ເໝືອງແທັງ

ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (Institute for Legal Support and Technical Assistance “ILSTA”) ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບການປະຕິບັດພັນທະດ້ານວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ຂຶ້ນໃນວັນທີ 04-05 ກໍລະກົດ 2022 ທີ່ໂຮງແຮມ ເໝືອງແທັງ, ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ຂັນທະລີ ວົງໄຊຍະລາດ, ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ. ຈຸດປະສົງຂອງກອງປະຊຸມສໍາມະນາ ເພື່ອເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍມາດຕະການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາລັບຫົວໜ່ວຍທີ່ມີໜ້າທີ່ລາຍງານ (ສະບັບປັບປຸງ) ເລກທີ 10/ຄຕຟງ, ລົງວັນທີ 25 ສິງຫາ 2021 (ຊຶ່ງໄດ້ປັບປຸງຈາກ ຂໍ້ຕົກລົງວ່າດ້ວຍ ການຊອກຮູ້ລູກຄ້າ ແລະ ການເພີ່ມທະວີຄວາມເອົາໃຈໃສ່ລູກຄ້າ, ສະບັບເລກທີ 01/ຄຕຟງ, ລົງວັນທີ 15 ມັງກອນ 2016) ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງ ເປັນຕົ້ນ: ຄໍາແນະນໍາວ່າດ້ວຍການຂຶ້ນບັນຊີລາຍຊື່ ຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 03/ຄຕຟງ, ລົງວັນທີ 27 ເມສາ 2022, ແນໃສ່ສ້າງຂີດຄວາມສາມາດໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານດັ່ງກ່າວ.


ກອງປະຊຸມການຝຶກອົບຮົມແນະນໍາການຕອບຄໍາຖາມເຈາະຈີ້ມ ກ່ຽວກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນວັນທີ 21-24 ມິຖຸນາ 2022 ທີ່ ແຂວງວຽງຈັນ

ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ກໍຄືຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄດ້ຈັດກອງປະຊຸມການຝຶກອົບຮົມແນະນໍາການຕອບຄໍາຖາມເຈາະຈີ້ມ ກ່ຽວກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນວັນທີ 21-24 ມິຖຸນາ 2022 ທີ່ ແຂວງວຽງຈັນ, ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າຄະນະກຳມະການຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ວຽກງານເຜີຍແຜ່ ແລະ ເຊື່ອມຊືມ ແລະ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າຄະນະກຳມະການຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ວຽກງານການດຳເນີນຄະດີ. ກອງປະຊຸມຝຶກອົບຮົມ ດັ່ງກ່າວ ໄດ້ມີເຈົ້າໜ້າທີ່ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງການຕ່າງປະເທດ, ກະຊວງອຸດສະຫະກໍາ ແລະ ການຄ້າ, ກະຊວງການເງິນທະນາຄານ ແຫ່ງ ສປປ ລາວ ແລະ ບັນດາ ພາກສ່ວນກ່ຽວຂ້ອງ ຜູ້ເຂົ້າຮ່ວມ 90 ທ່ານ. ການຝຶກອົບຮົມແນະນຳໃນຄັ້ງນີ້ແມ່ນ ຈະໄດ້ດຳເນີນໄປເປັນເວລາ 04 ວັນ ໂດຍຈູດປະສົງແມ່ນເນັ້ນໃສ່ແນະນໍາວິທີການ, ຂະບວນການປະເມີນ ແລະ ຄໍາຖາມເຈາະຈີ້ມຂອງຄະນະປະເມີນຈາກສາກົນ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກວິຊາສະເພາະຂອງແຕ່ລະພາກສ່ວນ ເພື່ອສ້າງຄວາມເຂົ້າໃຈ ເອກະພາບ ແລະ ຄວາມສອດຄ່ອງດ້ານເນື້ອໃນ ແລະ ເປັນການກະກຽມການທົດລອງ ໃນເດືອນກໍລະກົດ 2022 ແລະ ກວດກາຕົວຈິງ (On-site visit) ຂອງຄະນະປະເມີນສາກົນໃນກາງເດືອນກັນຍາ 2022. ການປະເມີນຮອບທີ II ຂອງສາກົນຄັ້ງນີ້ມີຄວາມສຳຄັນຫຼາຍ, ຄຕຟງ ກໍຄືລັດຖະບານໄດ້ເອົາໃຈໃສ່ມີການກະກຽມຄວາມພ້ອມ ໂດຍການແຕ່ງຕັ້ງຄະນະສະເພາະກິດທັງຂັ້ນສູງ ແລະ ວິຊາການ ກໍຄືບັນທ່ານທີ່ເຂົ້າຮ່ວມໃນມື້ນີ້, ໄດ້ມີການຄົ້ນຄ້ວາຄຳຖາມ, ປະສານງານ, ແລກປ່ຽນຂໍ້ມູນ, ເພື່ອເຮັດໃຫ້ການປະກອບຂໍ້ມູນໃສ່ຄຳຖາມທີ່ມີຫຼາຍກວ່າ 300 ຂໍ້ ແລະ ຄໍາຖາມເພີ່ມຕື່ມອີກ 800 ກວ່າຂໍ້ ເພື່ອໃຫ້ສາມາດສ້າງເປັນບົດລາຍງານສອງສະບັບ ດ້ານນິຕິກຳ ແລະ ດ້ານປະສິດທິຜົນການຈັດຕັ້ງປະຕິບັດສົ່ງໃຫ້ສາກົນ, ພ້ອມທັງເປັນການສ້າງບົດແນະນຳທີ່ພວກເຮົາຈະມາແລກປ່ຽນບົດຮຽນກັນ. ທັງໝົດນັ້ນ ກໍ່ເພື່ອລີກລ້ຽງການຕົກຢູ່ໃນບັນຊີຕິດຕາມ ແລະ ຮັບປະກັນປະສິດທິຜົນການປະເມີນຕົວຈິງໃນເດືອນກັນຍາ 2022 ຂອງຄະນະທີມປະເມີນສາກົນ ໃນຄັ້ງນີ້.


ກອງປະຊຸມເປີດກວ້າງເນື້ອໃນຕໍ່ຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ວັນທີ 13 ພຶດສະພາ 2022

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມເປີດກວ້າງເນື້ອໃນຕໍ່ຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄລຍະ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035 ໃນວັນທີ 13 ພຶດສະພາ 2022 ທີ່ຫ້ອງປະຊຸມຊັ້ນ 7 ທະນາຄານແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າຄະນະຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ພ້ອມດ້ວຍ ຄະນະ ແລະ ບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງ ໃນການຈັດກອງປະຊຸມຄັ້ງນີ້ ກໍ່ເພື່ອ ເປີດກວ້າງເນື້ອໃນຕໍ່ຮ່າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄລຍະ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035 ຕໍ່ກອງປະຊຸມ ແລະ ລາຍງານບາງ ເນື້ອໃນ ຫຼື ບັນຫາ ທີ່ຈະຕ້ອງໄດ້ປຶກສາຫາລື ແລະ ມີຄຳເຫັນເປັນຕົ້ນ: 1.) ເນື້ອໃນຕໍ່ຮ່າງຍຸດທະສາດແຫ່ງຊາດ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄລຍະ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035; 2.) ກາລະໂອກາດ, ສິ່ງທ້າທາຍ ແລະ ວິໄສທັດ ຂອງແຜນຍຸດທະສາດ; 3.) ເນື້ອໃນທີ່ເປັນຍຸດທະສາດ ແລະ ແຜນງານ. ເພື່ອໃຫ້ ບັນດາທ່ານທີ່ມາຈາກບັນດາກະຊວງທີ່ກ່ຽວຂ້ອງ ຊ່ວຍໃນການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ແຕ່ລະເນື້ອໃນຢ່າງລະອຽດ, ພາວະວິໄສ, ກົງໄປກົງມາ ແລະ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບສູງ ພ້ອມທັງມີຜົນສໍາເລັດຕາມແຜນ. ຜ່ານການ ດຳເນີນກອງປະຊຸມເຫັນໄດ້ເຖິງ ຄວາມຮັບຜິດຊອບສູງຂອງບັນດາທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມ ຊຶ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປະກອບຄໍາຄິດເຫັນ ເປີດກວ້າງເນື້ອໃນຕໍ່ຮ່າງຍຸດທະສາດແຫ່ງຊາດ ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄລຍະ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035 ເພື່ອໃຫ້ຄະນະຄົ້ນຄວ້ານໍາເອົາຄໍາຄິດເຫັນໃນກອງປະຊຸມມາປັບປຸງ ແລະ ລາຍງານ ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອສະເໜີລັດຖະບານຮັບຮອງແຜນດັ່ງກ່າວໃນຕໍ່ໜ້າ.


ພິທີມອບ-ຮັບ ເຄື່ອງອຸປະກອນວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (The Institute for Legal Support and Technical Assistance “ILSTA”)

ໃນຕອນບ່າຍ ວັນທີ 23 ກຸມພາ 2022, ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (The Institute for Legal Support and Technical Assistance “ILSTA”) ໄດ້ຈັດພິທີມອບ-ຮັບ ເຄື່ອງອຸປະກອນວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT). ເຂົ້າຮ່ວມພິທີໃນຄັ້ງນີ້ ປະກອບມີ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ John Connolly, ຜູ້ອໍານວຍການ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ຄະນະກົມ, ຄະນະພະແນກ ແລະ ວິຊາການ. ນັບແຕ່ປີ 2015 ເປັນຕົ້ນມາ, ສະຖາບັນ ILSTA ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນໃນການສ້າງຄວາມອາດສາມາດ ວຽກງານ AML/CFT ໃຫ້ແກ່ ສຕຟງ ກໍ່ຄື ສປປ ລາວ ຢ່າງຮອບດ້ານ ເປັນຕົ້ນ: ສ້າງວິດີໂອ ເພື່ອສ້າງຄວາມເຂົ້າໃຈໃນວຽກງານ AML/CFT, ຈັດພິມອຸປະກອນຮັບໃຊ້ການເຜີຍແຜ່ ແລະ ຈັດສໍາມະນາກ່ຽວກັບການຈັດຕັ້ງປະຕິບັດວຽກງານ AML/CFT (ປື້ມກົດໝາຍ, ແຜ່ນພັບ, ປ້າຍໂຄສະນາ, ເສື້ອ, ຖົງຜ້າ, ບິກ, ປື້ມບັນທຶກ...), ພ້ອມທັງ ຈັດຫຼັກສູດສອນພາສາອັງກິດເພື່ອຍົກລະດັບວິຊາສະເພາະທາງດ້ານພາສາອັງກິດໃຫ້ແກ່ ພະນັກງານ ສຕຟງ, ອົງການດໍາເນີນຄະດີ ແລະ ພາກສ່ວນຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ. ນອກຈາກນີ້, ສະຖາບັນ ILSTA ຍັງສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ໄດ້ເສີມຂະຫຍາຍການຊ່ວຍເຫຼືອໃນລວງກວ້າງໄປຫາບັນດາຂະ ແໜງການອື່ນທີ່ເຄື່ອນໄຫວວຽກງານ AML/CFT ເຊັ່ນ: ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ.


ກອງປະຊຸມຄະນະຊີ້ນຳ ຄະນະກໍາມະການຮັບຜິດຊອບວຽກງານນິຕິ ແລະ ກົນໄກ (ພາກສ່ວນທີ 3)

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມຄະນະຊີ້ນຳ ຄະນະກໍາມະການຮັບຜິດຊອບວຽກງານນິຕິ ແລະ ກົນໄກ (ພາກສ່ວນທີ 3) ເພື່ອກະກຽມປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ໃນວັນທີ 02 ກຸມພາ 2022 ທີ່ຫ້ອງປະຊຸມໃຫ່ຍຊັ້ນ IV ທະນາຄານແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານໂດຍ ທ່ານ ກົງຈີ ຢ່າງຈື່, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຫົວໜ້າຄະນະຊີ້ນໍາຄະນະກໍາມະການຮັບຜິດຊອບວຽກງານນິຕິກໍາ ແລະ ກົນໄກ, ຕາງໜ້າກົມກົດໝາຍ ກະຊວງຍຸຕິທໍາ. ນອກຈາກນີ້ຍັງມີ ກົມແຜນການ ແລະ ຮ່ວມມືຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ, ກົມອົງການຈັດຕັ້ງສາກົນ ແລະ ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ກົມຕໍາຫຼວດສາກົນ ກົມໃຫ່ຍຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ, ກົມນິຕິກໍາ ແລະ ກົດໝາຍ ຫ້ອງວ່າການ, ກະຊວງປ້ອງກັນຄວາມສະຫງົບ ແລະ ພະນັກງານສຳນັກງານຂໍ້ມູນຕ້ານການຟອກເງິນຈຳນວນໜຶ່ງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈັດຂຶ້ນກໍ່ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນວຽກງານໄລຍະຜ່ານມາຂອງຄະນະ ແລະ ປຶກສາຫາລືແຜນການກະກຽມຮອງຮັບການປະເມີນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ຄັ້ງທີ 02 ຕົວຈິງ (On-site visit) ທີ່ຈະຈັດຂຶ້ນໃນຕົ້ນປີ 2022. ຜ່ານການປຶກສາຫາລື ເຫັນວ່າຍັງມີບາງໜ້າວຽກ ແລະ ສິ່ງທ້າທາຍ ທີ່ຄະນະນິຕິກໍາ ແລະ ກົນໄກ ຈະຕ້ອງໄດ້ມີການແກ້ໄຂ, ຈັດຕັ້ງປະຕິບັດໃຫ້ທັນສະພາບ ແລະ ຮັບປະກັນໃຫ້ທັນຕາມກຳນົດເວລາ ຫຼື ຕາມແຜນທີ່ວາງໄວ້ ເຊັ່ນ: 1) ວຽກງານດ້ານນິຕິກໍາ, 2) ວຽກງານການປະສານງານພາຍໃນຄະນະຫາພາກສ່ວນທີ່ກ່ຽວຂ້ອງໃນການຮ່ວມມືລະຫວ່າງປະເທດທາງອາຍາ, 3) ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ 4) ບັນດາຂໍ້ສະເໜີຕ່າງໆທີ່ຕິດພັນກັບວຽກງານ. ໂດຍຜ່ານການດຳເນີນກອງປະຊຸມ ເຫັນໄດ້ວ່າ: ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ແຕ່ລະເນື້ອໃນຕາມວາລະກອງປະຊຸມຢ່າງລະອຽດ, ພາວະວິໄສ, ກົງໄປກົງມາ ແລະ ໃຫ້ແທດເໝາະກັບສະພາບຕົວຈິງ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບສູງ ພ້ອມທັງມີຜົນສໍາເລັດຢ່າງຈົບງາມ.


ກອງປະຊຸມເຜີຍແຜ່ວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳທີ່ຕິດພັນ ໃຫ້ແກ່ພາກສ່ວນດຳເນີນຄະດີອາຍາ

ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ກໍຄືຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄດ້ຈັດການເຜີຍແຜ່ເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນລະຫວ່າງວັນທີ 08-14 ມັງກອນ 2022 ທີ່ 3 ແຂວງ ພາກກາງ (ແຂວງສະຫວັນນະເຂດ, ແຂວງຄໍາມ່ວນ ແລະ ແຂວງບໍລິຄຳໄຊ )ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແລະ ຮອງເຈົ້າແຂວງ ໃນແຕ່ລະແຂວງ ໃນກອງປະຊຸມດັ່ງກ່າວມີເຈົ້າໜ້າທີ່ຈາກພາກສ່ວນອົງການສຶບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ, ພ້ອມທັງຄະນະອະນຸກໍາມະການຮັບຜິດຊອບໃນການກະກຽມການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມ. ການເຜີຍແຜ່ວຽກງານດັ່ງກ່າວໃນຄັ້ງນີ້ ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ໂດຍສະເພາະ ຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແນໃສ່ສ້າງຄວາມຮັບຮູ້ໃຫ້ກັບພາກສ່ວນອົງການສຶບສວນ-ສອບສວນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າໃຈ ຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ, ໂດຍລົງເລິກສະເພາະໜ້າວຽກທີ່ຕິດພັນເປັນຕົ້ນພັນທະຂອງເຈົ້າໜ້າທີ່ຕໍ່ວຽກງານດັ່ງກ່າວ, ການສຶບສວນ-ສອບສວນຄະດີຟອກເງິນ ຄຽງຄູ່ກັບຄະດີສະຖານການກະທໍາຜິດທາງອາຍາ, ບັນດາໄພຂົ່ມຂູ່ທີ່ເປັນຜົນມາຈາກການການເມີນຄວາມສ່ຽງທີ່ຕ້ອງເອົາໃຈໃສ່, ໃຫ້ກັບເຈົ້າໜ້າທີ່ ເພື່ອຮັບຮູ້-ເຂົ້າໃຈຢ່າງລຶກເຊີ່ງ ແລະ ສາມາດນໍາໄປຜັນຂະຫຍາຍເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 ໃນປີ 2022. ຄະນະຮັບຜິດຊອບໄດ້ນໍາສະເໜີພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃນ ສປປ ລາວ ໃນໄລຍະຜ່ານມາ, ສິດ ແລະ ໜ້າທີ່ຂອງສໍານັກງານຂໍ້ມູນຕ້ານການຟອກເງິນ, ການຈັດຕັ້ງປະຕິບັດຂອງອົງການສືບສວນສອບສວນ ແລະ ອົງການຕຸລາການ ໂດຍສະເພາະແມ່ນການດໍາເນີນຄະດີສະຖານການຟອກເງິນຄຽງຄູ່ກັບການດໍາເນີນຄະດີສະຖານຄວາມຜິດທາງອາຍາຕ່າງໆ ກໍຄືການປະຕິບັດຕາມຄຳສັ່ງແນະນຳຂອງປະທານ ຄຕຟງ ວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອໃຫ້ສາມາດມີສະຖິຕິຄະດີຟອກເງິນສົມຄູ່ກັບຄະດີການກະທຳຜິດຕົ້ນທີ່ເປັນການຟອກເງິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ພ້ອມທັງເປັນການກະກຽມໃຫ້ແກ່ການປະເມີນຜົນຮອບດ້ານ ໃນປີ 2022 ຂອງ ສປປ ລາວ ກ່ຽວກັບວຽກງານຕ້ານການຟອກເງິນ. ການຟອກເງິນແມ່ນການປ່ຽນຮູບ, ນຳໃຊ້, ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນ ທີ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນ ນັ້ນມາຈາກການກະທໍາຜິດຕົ້ນ ເພື່ອປົກ ປິດ ຫຼື ຊຸກເຊື່ອງ ຄຸນລັກສະນະ, ທີ່ມາຂອງເງິນ, ທີ່ຕັ້ງ ຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ ແລະການກະທຳທີ່ເປັນການຟອກເງິນແມ່ນການປ່ຽນຮູບ, ການໂອນເງິນ ຫຼື ຊັບສິນອື່ນໂດຍມີຈຸດປະສົງປົກປິດ ຫຼື ເຊື່ອງອໍາຜົນຈາກການກະທຳຜິດຕົ້ນ, ໃຫ້ການຊ່ວຍເຫຼືອຜູ້ກະທຳຜິດຕົ້ນ ເພື່ອຫຼົບຫຼີກຈາກຜົນສະທ້ອນທາງດ້ານກົດໝາຍ; ໄພຂົ່ມຂູ່ດ້ານການຟອກເງິນທີ່ ເປັນບູລິມະສິດມີ 7 ລາຍການ ຈາກການກະທໍາຜິດຕົ້ນ ຈາກ 29 ລາຍການໃນນີ້ມີ: ການຜະລິດ ແລະ ຄ້າຂາຍຢາເສບຕິດ, ການປອມແປງແຊັກ ການນໍາໃຊ້ແຊັກ ຫຼື ພັນທະບັດອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍ, ອາຊະຍາກໍາສິ່ງແວດລ້ອມ, ການລັກຊັບພົນລະເມືອງ, ການປອມແປງເງິນ ຫຼື ການໃຊ້ເງິນປອມ, ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ ແລະ ການສໍ້ໂກງຊັບພົນລະເມືອງ.


ກອງປະຊຸມຄະນະຊີ້ນຳ ຄະນະຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ພາກສ່ວນທີ 01) ຜ່ານທາງອອນລາຍ

ໃນວັນທີ 14 ມັງກອນ 2022, ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມຄະນະຊີ້ນຳ ຄະນະຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ພາກສ່ວນທີ 01) ຜ່ານທາງອອນລາຍ (ລະບົບ Zoom) ພາຍໃຕ້ການເປັນປະທານຂອງ ທ່ານ ພຸດທະໄຊ ສີວິໄລ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ; ພ້ອມນີ້, ຍັງມີ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບັນດາຄະນະກົມກ່ຽວຂ້ອງ ຈາກ ກະຊວງການເງິນ, ການແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພະນັກງານສຳນັກງານຂໍ້ມູນຕ້ານການຟອກເງິນຈຳນວນໜຶ່ງເຂົ້າຮ່ວມ. ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ກໍ່ເພື່ອປຶກສາຫາລືໃນການຈັດຕັ້ງປະຕິບັດແຜນວຽກຂອງພາກ ສ່ວນຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ເປັນຕົ້ນ: 1) ບໍລິສັດປະກັນໄພ (ກະຊວງການເງິນ), 2) ບໍລິສັດຕົວແທນຊື້-ຂາຍອະສັງຫາລິມະຊັບ (ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ), 3) ທຸລະກິດຊື້-ຂາຍວັດຖຸມີຄ່າ (ກະຊວງອຸດສາຫະກໍາ ແລະ ການຄ້າ), 4) ກາຊິໂນ (ກະຊວງແຜນການ ແລະ ການລົງທຶນ ກໍ່ຄື ກະຊວງການເງິນ ໃນຕໍ່ໜ້າ) ແລະ ສະມາຄົມ ແລະ ມູນິທິ (ກະຊວງພາຍໃນ) ເພື່ອກຽມຄວາມພ້ອມຮອບດ້ານຮອງຮັບໃຫ້ແກ່ການປະເມີນວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ທີ່ຈະຈັດຂື້ນ ໃນປີ 2022 ທີ່ຈະມາເຖິງນີ້, ຊຶ່ງວຽກງານດັ່ງກ່າວ ກໍ່ເປັນວຽກງານໜຶ່ງທີ່ສາກົນໃຫ້ຄວາມສໍໍາຄັນ ແລະ ຈະມີການເຈາະຈີ້ມຫຼາຍພໍສົມຄວນກ່ຽວກັບກົນໄກ ການຄຸ້ມຄອງ, ການຕິດຕາມ-ກວດກາ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ໂດຍສະເພາະຂະແໜງການຂ້າງເທິງ. ສະນັ້ນ, ສຕຟງ ໃນນາມກອງເລຂາ ຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈະໄດ້ປະສານສົມທົບ ແລະ ເຮັດວຽກຮ່ວມກັບແຕ່ລະພາກສ່ວນຢ່າງໃກ້ຊິດ ເພື່ອໃຫ້ແຕ່ລະໜ້າວຽກສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້.


ກອງປະຊຸມຄະນະຊີ້ນຳ ເຜີຍແຜ່ແລະເຊື່ອມຊືມ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃນວັນທີ 10 ມັງກອນ 2022

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມຄະນະຊີ້ນຳ ຄະນະເຜີຍແຜ່ ແລະ ເຊື່ອມຊືມ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍພາກສ່ວນທີ 04. ໃນວັນທີ 10 ມັງກອນ 2022 ທີ່ຫ້ອງປະຊຸມຊັ້ນ 4 ທະນາຄານແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ວັດທະນາ ດາລາລອຍ ຫົວໜ້າຄະນະເຜີຍແຜ່ ແລະ ເຊື່ອມຊືມ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ; ພ້ອມນີ້, ຍັງມີ ທ່ານ ບຸນປອນ ວັນນະຈິດ ຮອງຫົວໜ້າຄະນະເຜີຍແຜ່ ແລະ ເຊື່ອມຊືມ, ຮອງລັດຖະມົນຕີກະຊວງການເງິນ, ຕ່າງໜ້າກົມປະຊາສຳພັນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຕ່າງໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພະນັກງານສຳນັກງານຂໍ້ມູນຕ້ານການຟອກເງິນຈຳນວນໜຶ່ງ ເຂົ້າຮ່ວມ. ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ກໍ່ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາຂອງຄະນະ ແລະ ປຶກສາຫາລືແຜນການກະກຽມຮອງຮັບການປະເມີນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ຄັ້ງທີ 02 ຕົວຈິງ (On-site visit) ໃນຕົ້ນປີ 2022 ເຫັນວ່າມີຫຼາຍໜ້າວຽກ ແລະ ຫຼາຍບັນຫາ ທີ່ຄະນະເຜີຍແຜ່ແລະເຊື່ອມຊືມ ຈະຕ້ອງໄດ້ມີກົນໄກແກ້ໄຂ, ຈັດຕັ້ງປະຕິບັດໃຫ້ທັນສະພາບ ແລະ ທັນຕາມກຳນົດເວລາ ຫຼື ຕາມແຜນທີ່ວາງໄວ້ ເພື່ອຮອງຮັບໃຫ້ແກ່ການກະກຽມການປະເມີນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ທີ່ຈະມີວາລະປະເມີນໃນ ອີກບໍ່ເທົ່າໃດເດືອນຂ້າງໜ້າ ເຊັ່ນ 1) ວຽກງານເຜີຍແຜ່ເຊື່ອມຊືມກັບທີ່ ແລະ ຜ່ານສື່, 2) ວຽກງານການທົບທວນຄວາມສ່ຽງແຫ່ງຊາດ, 3) ວຽກງານການຮ່າງບົດຍຸດທະສາດແຫ່ງຊາດ ແລະ 4) ວຽກງານການກະກຽມການຈັດຝຶກອົບຮົມການຕອບຄໍາຖາມໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນເວລາເຂົ້າເຮັດວຽກກັບທີມປະເມີນ. ໂດຍຜ່ານການດຳເນີນກອງປະຊຸມ. ເຫັນໄດ້ວ່າ: ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ແຕ່ລະເນື້ອໃນຕາມວາລະກອງປະຊຸມຢ່າງລະອຽດ, ພາວະວິໄສ, ກົງໄປກົງມາ ແລະ ໃຫ້ແທດເໝາະກັບສະພາບຕົວຈິງ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບສູງ ພ້ອມທັງມີຜົນສໍາເລັດຢ່າງຈົບງາມ.


ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ III ປະຈໍາປີ 2021, ໃນວັນທີ 22 ທັນວາ 2021 ທີ່ຫ້ອງປະຊຸມ ກະຊວງແຜນການ ແລະ ການລົງທຶນ ໂດຍຜ່ານລະບົບກອງປະຊຸມທາງໄກ (Video Conference).

ໃນຕອນເຊົ້າຂອງ ວັນທີ 22 ທັນວາ 2021, ເວລາ 8:00-11:45 ໂມງ, ທີ່ຫ້ອງປະຊຸມ ກະຊວງແຜນການ ແລະ ການລົງທຶນໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ III ປະຈໍາປີ 2021 ຜ່ານລະບົບກອງປະຊຸມທາງໄກ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານ ຄຕຟງ. ພ້ອມນີ້, ກໍມີບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ພະນັກງານຂອງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ ຈຳນວນ 80 ກວ່າທ່ານ. ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາເຊັ່ນ: ສະພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍສະເພາະແມ່ນຄວາມຄືບໜ້າການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍຮອບທີ 2 ຂອງ ສປປ ລາວ ຈາກ APG. ພ້ອມດຽວກັນ ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຕຟງ ຄັ້ງຜ່ານມາ ກ່ຽວກັບການກະກຽມການປະເມີນຮອບດ້ານຂອງ ສປປ ລາວ ທາງດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຄະນະກຳມະການໄດ້ຮັບຮອງເອົາແຜນວຽກບູລິມະສິດຂອງ 04 ພາກສ່ວນ (1. ວຽກງານຄຸ້ມຄອງ; 2. ວຽກງານການດຳເນີນຄະດີ; 3. ວຽກງານນິຕິກຳ ແລະ ກົນໄກ ແລະ 4. ວຽກງານເຜີຍແຜ່ ແລະ ເຊື່ອມຊືມ). ສປປ ລາວ ໄດ້ສຳເລັດການນຳສົ່ງບົດລາຍງານດ້ານນິນິກຳ ຮອບທີ 2 ແລະ ບົດລາຍງານດ້ານປະສິດທິຜົນ ຮອບທີ 1 ພ້ອມທັງ ບັນດາ ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຫຼາຍກວ່າ 200 ສະບັບ ໃຫ້ທີມປະເມີນ. ປະຈຸບັນ ສປປ ລາວ ພວມຢູ່ໃນຂັ້ນຕອນການຄົ້ນຄວ້າຕອບຄຳຖາມເຈາະຈີ້ມ ຈາກຄະນະປະເມີນສາກົນຕໍ່ກັບບົດລາຍງານດ້ານປະສິດທິຜົນ ທີ ສປປ ລາວ ສົ່ງໃຫ້ໃນຮອບທຳອິດ, ສ່ວນການລົງມາກວດກາຕົວຈິງຂອງສາກົນ ແມ່ນຄາດຄະເນ ຈະຂຶ້ນໃນຕົ້ນປີ 2022 ທີ່ຈະມາເຖິງນີ້. ໃນໄລຍະການປະເມີນ ສປປ ລາວ ຍັງຕ້ອງໄດ້ສືບເລັ່ງສ້າງ ແລະ ປັບປຸງນິຕິກໍາຈໍານວນໜື່ງທີ່ຕິດພັນກັບພາກສ່ວນຄຸ້ມຄອງ ກໍ່ຄືຫົວໜ່ວຍທີ່ມີໜ້າທີ່ລາຍງານ, ການກະທຳຜິດຕົ້ນທີ່ຕິດພັນກັບການຟອກເງິນຈຳນວນໜຶ່ງ ແລະ ສືບຕໍ່ຄົ້ນຄວ້າສ້າງແຜນຍຸດທະສາດແຫ່ງຊາດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ປີ 2021-2025 ເພື່ອໃຫ້ ສປປ ລາວ ເປັນບ່ອນອີງ ໃນການຊີ້ແຈງຕໍ່ສາກົນ ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນບັນຊີການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະ ຮັບປະກັນໄດ້ກັບວຽກງານ AML/CFT ຂອງ ສປປ ລາວ ໃຫ້ເປັນລະບົບ ແລະ ຍັບເຂົ້າໃກ້ມາດຖານສາກົນກົນເທື່ອລະກ້າວ.


ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງພິທີປະກາດການປັບປຸງໂຄງສ້າງ ແລະ ການຈັດຕັ້ງ ຂອງ ສຕຟງ

ໃນຕອນເຊົ້າຂອງວັນທີ 29 ຕຸລາ 2021 ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງພິທີປະກາດການປັບປຸງໂຄງສ້າງ ແລະ ການຈັດຕັ້ງ ຂອງ ສຕຟງ ພາຍໃຕ້ການ ເປັນປະທານຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາ ກົມພາຍໃນ ທຫລ ປະກອບມີ ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາພາຍໃນ, ຫ້ອງການ ແລະ ພະນັກງານ ສຕຟງ ຈໍານວນໜຶ່ງເຂົ້າຮ່ວມຢ່າງພ້ອມພຽງ. ການປັບປຸງໂຄງສ້າງ ແລະ ການຈັດຕັ້ງ ຂອງ ສຕຟງ ປະກອບມີ 04 ພະແນກຄື: 1) ພະແນກບໍລິຫານ ແລະ ການເງິນ (Administration Division), 2) ພະແນກວິເຄາະຂ່າວກອງ (Analysis Division), 3) ພະແນກຕິດຕາມ ແລະ ກວດກາ (Monitoring and Inspection Division) ແລະ 4) ພະແນກນິຕິກຳ ແລະ ຮ່ວມມືສາກົນ (Legal and International Cooperation Division), ພ້ອມທັງໄດ້ແຕ່ງຕັ້ງຮອງຫົວໜ້າ ສຕຝງ 01 ທ່ານ ແລະ ພະນັກງານຂັ້ນພະແນກຈຳນວນໜຶ່ງ ເຂົ້າໃນໂຄງສ້າງໃໝ່ຂອງ ສໍານັກງານ ຂໍ້ມູນຕ້ານການຟອເງິນ ເພື່ອຮັບປະກັນໃຫ້ແກ່ການຂັບເຄື່ອນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສອດຄ່ອງກັບຫຼັກການພາຍໃນ ມາດຖານຂອງສາກົນ ແລະ ມີຜົນສຳເລັດໃນແຕ່ລະໄລຍະ.




ການຟອກເງິນ.

ການຟອກເງິນ ແມ່ນ ການປ່ຽນຮູບ, ນຳໃຊ້, ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງ ຂອງເງິນ ຫຼື ຊັບສິນອື່ນ ທີ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນນັ້ນ ມາຈາກການກະທຳຜິດຕົ້ນ ເພື່ອປົກປິດ ຫຼື ຊຸກເຊື່ອງ ຄຸນລັກສະນະ, ທີ່ມາຂອງເງິນ, ທີ່ຕັ້ງ ຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວ ຖືກຕ້ອງຕາມກົດໝາຍ.

ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນ ການເຄື່ອນໄຫວໂດຍເຈດຕະນາ ທັງທາງກົງ ແລະ ທາງອ້ອມ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ພະຍາຍາມໃຫ້, ຮິບໂຮມ, ຈັດຫາທຶນ ທີ່ຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ທັງໝົດ ຫຼື ບາງສ່ວນ ເພື່ອສະໜອງໃຫ້ແກ່ການກໍ່ການຮ້າຍ ຫຼື ຜູ່ກໍ່ການຮ້າຍ ຫຼື ການກະທຳທີ່ພົວພັນກັບການກໍ່ການຮ້າຍໂດຍສະເພາະ ເຖິງວ່າທຶນນັ້ນ ຈະຖືກນຳໃຊ້ ຫຼື ບໍ່ນຳໃຊ້ ເຂົ້າໃນການກະທຳຕົວຈິງກໍຕາມ.

ເຊື່ອມຕໍ່ກັບເວັບໄຊທ໌ອື່ນກ່ຽວພັນວຽກງານ AML/CFT.

                   

ສຳນັກງານຂໍ້ມູນຕ້ານການຟອກເງິນ

    ສຳນັກງານຂໍ້ມູນຕ້ານການຟອກເງິນ ແມ່ນ ການຈັດຕັ້ງໜຶ່ງໃນກົງຈັກການຈັດຕັ້ງ ຂອງທະນາຄານ ແຫ່ງ ສປປ ລາວ ແລະ ມີຄວາມເປັນເອກະລາດທາງດ້ານການເຄື່ອນໄຫວວຽກງານວິຊາສະເພາະ.

    ສຳນັກງານຂໍ້ມູນຕ້ານການຟອກເງິນ ມີພາລະບົດບາດຕົ້ນຕໍ ໃນການເກັບກຳຂໍ້ມູນ, ວິເຄາະ, ເຜີຍແຜ່, ປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

    ສຳນັກງານຂໍ້ມູນຕ້ານການຟອກເງິນ ນຳໃຊ້ງົບປະມານຂອງທະນາຄານ ແຫ່ງ ສປປ ລາວ.

    ສໍານັກງານຂໍ້ມູນຕ້ານການຟອກເງິນປະກອບມີ 4 ພະແນກທີ່ເປັນເສນາທິການຊ່ວຍວຽກດັ່ງນີ້:

       1. ພະແນກບໍລິຫານ;

       2. ພະແນກວິເຄາະຂ່າວກອງ;

       3. ພະແນກຕິດຕາມ ແລະ ກວດກາ;

       4. ພະແນກນິຕິກຳ ແລະ ຮ່ວມມືສາກົນ.

ເພີ່ມເຕີມ

ຈຳນວນຜູ້ເຂົ້ານຳໃຊ້   

visitor counter widget